ໄມຕິຈິດມິດຕະພາບຫວຽດນາມ - ລາວ

Anh Huyen
Chia sẻ
(vovworld)- ວັນ​ທີ 9/7, ຫວຽດນາມ ​ແລະ ລາວ​ຈັດຕັ້ງ​ພິທີ​ຊົມ​ເຊີຍ​ວຽກ​ງານ​ປັກ​ຫລັກ​ໝາຍ​ຊາຍ​ແດນ​ລະຫວ່າງ​ສອງ​ປະ​ເທດ​ໃນ​ພື້ນ​ທີ່​ຕົວ​ຈິງ​ສຳ​ເລັດ ​ແລະ ​ເປີດສະ​ຫລອງ​ຫລັກ​ໝາຍ​ສຸດ​ທ້າ​ຍ ​ເລກ 460

(vovworld)- ວັນ​ທີ 9/7, ຫວຽດນາມ ​ແລະ ລາວ​ຈັດຕັ້ງ​ພິທີ​ຊົມ​ເຊີຍ​ວຽກ​ງານ​ປັກ​ຫລັກ​ໝາຍ​ຊາຍ​ແດນ​ລະຫວ່າງ​ສອງ​ປະ​ເທດ​ໃນ​ພື້ນ​ທີ່​ຕົວ​ຈິງ​ສຳ​ເລັດ ​ແລະ ​ເປີດສະ​ຫລອງ​ຫລັກ​ໝາຍ​ສຸດ​ທ້າ​ຍ ​ເລກ 460 ຢູ່​ ​ດ່ານ​ຊາຍ​ແດນ ​ແທນ​ຖູ​ຍ (​ເຫ​ງ້ອານ) ​ແລະ ນ້ຳ​ອອນ (​ແຂວງ ບໍລິ​ຄຳ​ໄຊ) ຂອງ ສປປ ລາວ, ພາຍ​​ໃຕ້​ການ​ເປັນ​ສັກ​ຂິພິຍານ​ຂອງ​ທ່ານ​ນາຍົກລັດຖະມົນຕີ ສອງ​ປະ​ເທດ. ນີ້​ແມ່ນ​ເຫດການ​ມີ​ລັກສະນະ​ປະຫວັດສາດ ​ເພາະວ່ານັບ​ແຕ່​ນີ້​ເປັນ​ຕົ້ນ​ໄປ ປະຊາຊົນ​ສອງ​ປະ​ເທດ​ມີ​ເສັ້ນ​ຊາຍ​ແດນຖາວອນ, ປະກອບສ່ວນ​ສຳຄັນ​ເພື່ອ​ໃຫ້​ສອງ​ປະ​ເທດ​ພ້ອມ​ກັນ​ປັບປຸງ​ການປ້ອງ​ກັນຊາດ​ປ້ອງ​ກັນ​ຄວາມ​ສະຫງົບ, ສ້າງ​ເງື່ອນ​ໄຂ​ສະດວກ​​ໃຫ້ແກ່​ການ​ສ້າງສາ ​ແລະ ພັດທະນາ​​ເສດຖະກິດ ສັງຄົມ ຢູ່​ເຂດ​ຊາຍ​ແດນ. ​ເນື່ອງ​ໃນ​ໂອກາດ​ນີ້, ​ແອ​ງຮ່ວຽນ ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ ຫວຽດນາມ ມີ​ບົດ​ຂຽນ​ທີ່​ພາດ​ຫົວ​ເລື່ອງ​ວ່າ: ​ໄມ​ຕິ​ຈິດ​ມິດຕະພາບ​ຫວຽດນາມ ລາວ. ​

ໄມຕິຈິດມິດຕະພາບຫວຽດນາມ - ລາວ - ảnh 1
ພິທີເປີດສະຫລອງຫລັກໝາຍ 635
ຢູ່ດ່ານຊາຍແດນ ກວ໋າງຈີ້ -
ສະຫວັນນະເຂດ
ພາບ:chinhphu.vn

        ຊາຍ​ແດນ ຫວຽດນາມ - ​ລາວ ມີ​ຄວາມ​ຍາວ​ກວ່າ 2.063 ກິ​ໂລ​ແມັດ, ຕິດ​ກັບ 10 ​ແຂວງ ຂອງ​ຫວຽດນາມ ​ແລະ 10 ​ແຂວງ ຂອງ​ລາວ. ວັນ​ທີ 18/7/1977, ສົນທິສັນຍາວ່າ​ດ້ວຍ​ກຳນົດ​ເສັ້ນ​ຊາຍ​ແດນລະຫວ່າງ ສສ ຫວຽດນາມ ​ແລະ ສປປ ລາວ ​ໄດ້​ຮັບ​ການ​ລົງ​ນາມ. ຕົ້ນ​ປີ 1987, ສອງ​ປະ​ເທດ​ປະຕິບັດວຽກ​ງານ​ຂີດ​ເສັ້ນ​ຊາຍ​ແດນ​​ໃນ​​ເສັ້ນ​ຊາຍ​ແດນທັງ​ໝົດ​ສຳ​ເລັດ​​ໂດຍ​ພື້ນຖານ ດ້ວຍ​ 214 ຫລັກ​ໝາຍ​​ໄດ້​ຮັບ​ການ​ກໍ່ສ້າງ​ດ້ວຍ​​ເສົາ​ເບ​ຕົງ. ລະບົບ​ຫລັກ​ໝາຍ​ນີ້​ໄດ້​ຢືນຢັນ​ຄວາມ​​ເໝາະ​ສົມ​ກັບ​ຄວາມ​ຈິງ​ຂອງ​ເສັ້ນ​ຊາຍ​ແດນ, ກົດໝາຍ​ສາກົນ ​ແລະ ​ແມ່ນ​ພື້ນຖານ​ດ້ານ​ກົດໝາຍ​ສຳຄັນ​ເພື່ອ​ໃຫ້​ສອງ​ລັດ ຫວຽດນາມ ​ແລະ ລາວ ປະຕິບັດ​ການ​ຄຸ້ມ​ຄອງ, ປົກ​ປັກ​ຮັກສາ​ຊາຍ​ແດນ ​ແລະ ​ໄດ້​ຮັບ​ການ​ເຄົາລົບ​ຈາກ​ປະຊາຊົນ, ອຳນາດ​ການ​ປົກຄອງ​ທຸກ​ຂັ້ນ​ຂອງ​ສອງ​ຝ່າຍ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ເພື່ອ​ກໍ່ສ້າງ​ເສັ້ນ​ຊາຍ​ແດນ​ແຫ່ງ​ສັນຕິພາບ, ມິດຕະພາບ, ສະຖຽນ​ລະ​ພາບ ​ແລະ ການ​ຮ່ວມ​ມື​ຍາວ​ນານ​ລະຫວ່າງ​ສອງ​ປະ​ເທດ, ບົນ​ພື້ນຖານ​ສະ​ເຫມີ​ພາບ, ​ເຄົາລົບ​ເອກະລາດ, ອະທິປະ​ໄຕ ​ແລະ ຜືນ​ແຜນ​ດິນ​ອັນ​ຄົບ​ຖ້ວນ​ຂອງ​ແຕ່ລະ​ປະ​ເທດ, ວັນ​ທີ 30/1/2008, ລັດຖະບານ ສອງ​ປະ​ເທດ ຫວຽດນາມ ​ແລະ ລາວ ​ເປັນ​ເອກະ​ພາບສົມທົບ​ກັນ​ກໍ່ສ້າງ ​ແລະ ປະຕິບັດ “​ໂຄງການ​ປັກ​ຫລັກ​ໝາຍ​ຖີ່ ​ແລະ ບູລະນະ​ລະບົບ​ຫລັກ​ໝາຍ​ຂອງ​ປະ​ເທດຊາດ ຫວຽດນາມ - ລາວ”.​ໄລຍະປະຕິບັດ​ໂຄງການ​ແມ່ນ​ແກ່ຍາວ​ຮອດ​ປີ2014.

        ​ໃນ​ໄລຍະ​ກວ່າ 6 ປີຜ່ານມາ, ດ້ວຍ​ຄວາມ​ມານ​ພະຍາຍາມ, ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ລຳບາກ ຍ້ອນ​ອາກາດ​ຮ້າຍ​ແຮງ, ພູມ​ສັນຖານ​ທຸລະກັນດານ ​ແຕ່​​ພາຍ​ໃຕ້​ການ​ຊີ້​ນຳ​ນຳພາ​ຢ່າງ​ໃກ້ຊິດ​ຂອງ​​ລັດຖະບານສອງ​ປະ​ເທດ ພ້ອມ​ກັບ​ການ​ປະສານ​ສົມທົບ​ຢ່າງ​ແຫນ້ນ​ແຟ້ນ​ແລະຄວາ​າມມານະ​ພະຍາຍາມລວມຂອງ​ບັນດາ​ກະຊວງ, ຂະ​ແຫນງ​ການ, ທ້ອງ​ຖິ່ນ​ກ່ຽວຂ້ອງ​ສອງ​ປະ​ເທດ, ມາ​ຮອດ​ປະຈຸ​ບັນ ສອງ​ຝ່າຍ​ໄດ້​ປະຕິບັດວຽກ​ງານ​ກໍ່ສ້າງ​ລະບົບ​ຫລັກ​ໝາຍດ້ວຍ​ຫີນ​ແກ້ວກ່ອນ​ກຳນົດ​ເວລາ​ ດ້ວຍ 793ຈຸດ​,​ເທົ່າ​ກັບ 835 ຫລັກ​ໝາຍ. ​​ເລື່ອງ​ປັກ​ຫລັກ​ໝາຍ​ຖີ່ ​ແລະ ບູລະນະ​ຫລັກ​ໝາຍ​ປະ​ເທດ​ຊາດ ຮັບປະກັນ​ຄວາມ​ໝັ້ນຄົງ ​ແລະ ຕອບ​ສະຫນອງ​ບັນດາ​ມາດຖານ​ເໝາະ​ສົມ​ກັບ​ທຳນຽມ​ສາກົນ.

        ຊື່​ງ​ແມ່ນ​ແຂວງ​ຫນຶ່ງ​ມີ​ເສັ້ນ​ຊາຍ​ແດນ​ຕິດ​ກັບ ລາວ ຫລາຍ​ສຸດ, ​ໃນ​ຕະຫລອດ​ປີຜ່ານມາ, ດ້ວຍ​ຈິດ​ໃຈ​ເປັນ​ເຈົ້າ​ການ, ຕັດສິນ​ໃຈ​ສູງ, ​ແຂວງ ຮ່າ​ຕິ້ງ ​ໄດ້​ມາ​ພະຍາຍາມ​ຜັນ​ຂະຫຍາຍ​ໂຄງການ​ບູລະນະ, ປັກ​ຫລັກ​ໝາຍ​ຖີ່​ລະບົບ​ຫລັກ​ໝາຍ​ຊາຍ​ແດນຫວຽດນາມ-ລາວຢ່າ​ງມີ​ປະສິດທິ​ຜົນ, ຈາກ​ຂອດ​ດຳ​ເນີນ​ການ​ສຳ​ຫລວດ, ວັດ​ແທກ, ກຳນົດ​ທີ່​ຕັ້ງ​ຢ່າງ​ຊັດ​ເຈນ​ຕະຫລອດ​ຮອດ​ການ​ສ້າງ​ແຜນການ​ບູລະນະ, ປັກ​ຫລັກ​ໝາຍ​ຖີ່​ນ ພ້ອມ​ທັງ​ເພີ່ມ​ທະວີ​ວຽກ​ງານ​ລາດຕະ​ເວນ​ເສັ້ນ​ຊາ​ຍ​ແດນ. ພັນ​ໂທ ຫງວຽນ​ຮູ​ຍຈູງ, ຫົວຫນ້າ​ເສນາ​ທິການ​ທະຫານ​ປ້ອງ​ກັນຊາ​ຍ​ແດນ​ຂ​ແວງ ຮ່າ​ຕິ້ງ, ຫົວຫນ້າ​ກົງ​ປັກ​ຫລັກ​ໝາຍ​ແຂວງ ຮ່າ​ຕິ້ງ ​ໃຫ້​ຮູ້​ວ່າ:

        “ຍ້ອນ​ມີ​ການ​ປະສານ​ສົມທົບ​ລະຫວ່າງ​ບັນດາ​ກຳລັງ​ປັກ​ຫລັກ​ໝາຍ​ຂອງ​ແຂວງ ຮ່າ​ຕິ້ງ, ​ແຂວງ ບໍລິ​ຄຳ​ໄຊ, ​​ໂດຍ​ມີ​ການ​ຊີ້​ນຳ​ຂອງ​ຄະນະ​ຊີ້​ນຳ​ປັກ​ຫລັກ​ໝາຍ​ຂອງ​ແຂວງ, ທະຫານ​ປ້ອງ​ກັນຊາ​ຍ​ແດນ ​ໄດ້​ສົມທົບ​ກຳນົດ​ທີ່​ຕັ້ງ ​ແລະ ປັກ​ຫລັກ​ໝາຍ​ໃນ​ພື້ນ​ທີ່​ຕົວ​ຈິງ​ເສັ້ນ​ຊາຍ​ແດນ ຮ່າ​ຕິ້ງ - ບໍລິ​ຄຳ​ໄຊສຳ​ເລັດ, ​ແລະ ປະຕິບັດ​ວຽກ​ງານ​ປັກ​ຫລັກ​ໝາຍ​ໃນ​ພື້ນ​ທີ່​ຕົວ​ຈິງ​​ເສັ້ນຊາຍ​ແດນຕອນ​ຕິດ​ກັບ ບໍລິ​ຄຳ​ໄຊ ສຳ​ເລັດ. ​ເຖິງ​ວ່າ ​ເຮັດ​ວຽກ​ໃນ​ເງື່ອນ​ໄຂ​ຫຍຸ້ງຍາກ​ກໍ​ຕາມ ​ແຕ່​ມາ​ຮອດ​ຈຸດ​ເວລາ​ນີ້, ພວກ​ຂ້າພະ​ເຈົ້າ​ໄດ້​ສຳ​ເລັດ​ຄາດໝາຍ​ຊື່​ງຄະນະ​ຊີ້​ນຳ​ສູນ​ກາງ​ວາງ​ອອກ.”
        ຄຽງ​ຄູ່​ກັບ​ຄວາມ​ຫຍຸ້ງຍາກ​ດັ່ງກ່າວ, ວຽກ​ງານ​ກໍ່ສ້າງ​ປັກ​ຫລັກ​ໝາຍ​ຊາຍ​ແດນ ຫວຽດນາມ ລາວ ກໍ​ມີ​ຄວາມ​ສະດວກ​ຫລາຍ​ຢ່າງ ຍ້ອນ​ເສັ້ນ​ຊາຍ​ແດນ ຫວຽດນາມ - ລາວ ​ໄດ້​ຮັບ​ການ​ກຳນົດ​ຢ່າງ​ຈະ​ແຈ້ງ ​ແລະ ​ໄດ​້ຮັບ​ການຂີດ​ເສັ້ນ​ປັກ​ຫລັກ​ໝາຍ​​ໃນ​ຊຸມ​ປີ 1977-1986​ແລ້ວ. ​ເສັ້ນ​ຊາຍ​ແດນ​ນີ້​ກໍ​ໄດ້​ສະ​ແດງ​ຢ່າງ​ຄົບຖ້ວນ​ໃນ​ແຜນ​ທີ່​ຊື່​ງສອງ​ຝ່າຍ​ພ້ອມ​ກັນ​ສ້າງ​ຂຶ້ນ​ເມື່ອ​ປີ 2003 ດ້ວຍ​ວິທີ​ເຕັກນິກ​ທັນ​ສະ​ໄຫມ, ຊັດ​ເຈນ. ຄຽງ​ຂ້າງ​ນັ້ນ ​ໂຄງການ​ດັ່ງກ່າວ​ຍັງ​ໄດ້​ຮັບ​ການ​ກໍ່ສ້າງ​ບົນ​ພື້ນຖານ​ຖອດ​ຖອນ​ບົດຮຽນ​ຈາກ​ການຂີດ​ເສັ້ນ​ປັກ​ຫລັກ​ໝາຍ​ຊາຍ​ແດນ ຫວຽດນາມ - ຈີນ ​ແລະ ຫວຽດນາມ - ກຳປູ​ເຈຍ. ຍິ່ງ​ກວ່າ​ນັ້ນ ​ແມ່ນ​ຄວາມ​ສາມັກຄີ, ການ​ຊ່ວຍ​ເຫລືອ​ເຊິ່ງກັນ ​ແລະ ກັນ​ຂອງ​ທະຫານ​ສອງ​ປະ​ເທດ ຫວຽດນາມ - ລາວ ທີ່​ເຮັດ​ວຽກ​ໂດຍ​ກົງ​ໃນ​ພື້ນ​ທີ່​ຕົວ​ຈິງ.

        ຜ່ານ​ຜ່າ​ຄວາມ​ຫຍຸງ​ຍາກ​ລຳບາກ​ນາໆ​ປະການ ສຸດ​ທ້າຍ​ຄວາມ​ມຸ້ງ​ມາດ​ປາດ​ຖະຫນາ​ກໍ່ສ້າງ​ເສັ້ນ​ຊາຍ​ແດນ​ສັນຕິພາບ, ມິດຕະພາບ, ໝັ້ນຄົງ​ຖາ​ວອນ​ຕາມ​ການ​ກຳນົດເວລາ​ຂອງ​ການ​ນຳ​ສອງ​ປະ​ເທດ ​ໄດ້​ສຳ​ເລັດ. ຜ່ານ​​ໄລຍະ​ປະຫວັດສາດ​ຍາວ​ນານ, ສອງ​ປະ​ເທດ ຫວຽດນາມ ​ແລະ ລາວ ​ພ້ອມ​ກັນ​ອີງ​ຫລັງ​​ໃສ່ສາຍພູ​ຫລວງ​ທີ່​​ໃຫຍ່​ໂຕ​ມະ​ໂຫຖານ ​ແລະ ຮຽງ​ບ່າ​ຮຽງ​ໄຫລ່ ສ້າງສາ​ຍພົວພັນ​ສາມັກຄີ​ມິດຕະພາບ​ແບບ​ພ​ິ​ເສດ, ບໍລິສຸດ​ຜຸດ​ຜ່ອງ, ​​ເປັນ​ແບບຢ່າງ ​ໃນ​ປະຫວັດສາດ​ແຫ່ງ​ການ​ພົວພັນ​ສາກົນ. ​ເລື່ອງ​ປະຕິບັດ​ວຽກ​ງານ​ປັກ​ຫລັກ​ໝາຍ​ຖີ່ ​ແລະ  ບູລະນະ​ຫລັກ​ໝາຍ​ຊາຍ​ແດນ ຫວຽດນາມ - ລາວ ສຳ​ເລັດ​ແມ່ນ​ເຫດການ​ມີ​ຄວາມ​ໝາຍ​ຍິ່ງ​ສຳລັບ​ປະຊາຊົນ​ສອງ​ປະ​ເທດ, ປະກອບສ່ວນ​ເພີ່ມ​ພູນ​ຄູນ​ສ້າງ​ນ້ຳ​ໃຈ​ມິດຕະພາບ ຫວຽດນາມ - ລາວ​ໝັ້ນຄົງ​ຂະຫນົງ​ແກ່ນ​ຈົນ​ຊົ່ວ​ກາລະ​ນານ.

       

ຕອບກັບ