ເລີ່ມ​ເຄື່ອນ​ໄຫວ​ໂຄງ​ການ “ປະ​ເທດ​ອັງ​ກິດ ທົ່ວ​ໂລກ”ຄືນ ພາຍ​ຫຼັງ Brexit

Anh Huyen
Chia sẻ
(VOVWORLD) - ປີ 2021, ອັງກິດ ເປັນປະເທດເຈົ້າພາບຈັດກອງປະຊຸມສຸດຍອດກຸ່ມບັນດາປະເທດອຸດສາຫະກຳພັດທະນາ (G7) ແລະ ກອງປະຊຸມສຸດຍອດສະຫະປະຊາຊາດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP 26). ໃນສະພາບອັງກິດ ຫາກໍ່ຖອນຕົວອອກຈາກສະຫະພາບເອີລົບ (ອີຢູ) ຢ່າງເປັນທາງການ, ເລື່ອງຈັດຕັ້ງ 2 ເຫດການການເມືອງສາກົນສຳຄັນດັ່ງກ່າວໄດ້ຮັບຖືວ່າ ຈະຊ່ວຍໃຫ້ອັງກິດ ຊຸກຍູ້ການຮ່ວມມືໃນທົ່ວໂລກ, ປັບປຸງທີ່ຕັ້ງບົດບາດຂອງປະເທດຊາດ.
ຫວ່າງມໍ່ໆມານີ້, ທ່ານນາຍົກລັດຖະມົນຕີອັງກິດ Boris Johnson ໄດ້ຢືນຢັນວ່າ, ປີ 2021 ແມ່ນ “ປີມີຄວາມສຳຄັນຍິ່ງສຳລັບປະເທດອັງກິດໃນ ທົ່ວໂລກ”, ເມື່ອທ່ານມານະພະຍາຍາມຫັນຄວາມເອົາໃຈໃສ່ຈາກບັນຫາ Brexit ເຂົ້າສູ່ໂຄງການດຳເນີນງານໃໝ່ ດ້ວຍຖານະເປັນປະເທດເຈົ້າພາບຈັດກອງປະຊຸມສຳຄັນ 2 ຄັ້ງ, ນັ້ນແມ່ນກອງປະຊຸມສຸດຍອດກຸ່ມບັນດາປະເທດອຸດສາຫະກຳພັດທະນາ (G7) ແລະ ກອງປະຊຸມສຸດຍອດສະຫະປະຊາຊາດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP 26).
ເລີ່ມ​ເຄື່ອນ​ໄຫວ​ໂຄງ​ການ “ປະ​ເທດ​ອັງ​ກິດ ທົ່ວ​ໂລກ”ຄືນ ພາຍ​ຫຼັງ Brexit - ảnh 1ທ່ານນາຍົກລັດຖະມົນຕີ Boris Johnson (ພາບ: TTXVN)

 ປັບປຸງທີ່ຕັ້ງບົດບາດຂອງປະເທດອັງກິດ ພາຍຫຼັງ Brexit

        ຄາດວ່າ, ກອງປະຊຸມສຸດຍອດ G7 ແລະ ກອງປະຊຸມ COP 26 ຈະໄດ້ຈັດ ຈຂຶ້ນໃນເດືອນ ມິຖຸນາ ແລະ ພະຈິກ 2021 ຕາມລຳດັບ. ມາຮອດຈຸດເວລານີ້, ອັງກິດ ໄດ້ມີການກະກຽມ ແລະ ວາງອອກຫຼາຍເປົ້າໝາຍໃຫ້ແກ່ກອງປະຊຸມສຳຄັນ 2 ຄັ້ງນີ້, ເພື່ອແນໃສ່ຢັ້ງຢືນບົດບາດ ແລະ ປັບປຸງທີ່ຕັ້ງຂອງປະເທດອັງກິດ.

        ສຳລັບກອງປະຊຸມສຸດຍອດ G7, ທ່ານນາຍົກລັດຖະມົນຕີ Boris Johnson ປາດຖະໜາຢາກຍົກອອກບັນດາມາດຕະການແກ້ໄຂທີ່ມີລັກສະນະທົ່ວໂລກ ເພື່ອຮັບມືກັບໂລກລະບາດໂຄວິດ-19, ວາງອອກຍຸດທະສາດ “ກໍ່ສ້າງຄືນໃໝ່ໃຫ້ດີກວ່າເກົ່າ” ຕໍ່ໂລກ ແລະ ສະແດງກຳລັງແຮງຂອງລະບົບສາກົນ. ພ້ອມກັນນັ້ນ, ກໍ່ຊຸກຍູ້ສຳພັນທະມິດໃໝ່ທີ່ໄດ້ຮັບການສ້າງຕັ້ງຂຶ້ນໂດຍອີງໃສ່ບັນດາກຸ່ມພື້ນຖານເສດຖະກິດໃຫຍ່, ສ້າງເວທີປາໄສເພື່ອໃຫ້ການນຳບັນດາພື້ນຖານເສດຖະກິດໃຫຍ່ທີ່ສຸດໃນໂລກ ສາມາດພົບປະໂດຍກົງ ພາຍຫຼັງຖືກຕັດຕອນເປັນເວລາ 1 ປີຍ້ອນເກີດໂລກລະບາດ. ທ່ານນາຍົກລັດຖະມົນຕີອັງກິດ ມີແຜນການພົບປະກັບບັນດາການນຳ G7 ກ່ອນດຳເນີນກອງປະຊຸມສຸດຍອດ ເພື່ອປຶກສາຫາລືກ່ຽວກັບບັນດາບັນຫາ ເຊິ່ງລວມມີມາດຕະການຍູ້ໂລກລະບາດໂຄວິດ-19 ໃຫ້ຖອຍໄປ, ຄືສຸມໃສ່ບັນຫາຜະລິດ, ແຈກຢາຍວັກຊິນ ແລະ ຖອດຖອນບົດຮຽນຕໍ່ໜ້າບັນດາກໍລະນີສຸກເສີນທາງດ້ານເສດຖະກິດ ທີ່ອາດຈະເກີດຂຶ້ນໃນອະນາຄົດ.

        ທ່ານນາຍົກລັດຖະມົນຕີອັງກິດ ຖືກອງປະຊຸມ G7 ແມ່ນ “ບາດກ້າວເດີນ” ໃຫ້ແກ່ກອງປະຊຸມສຸດຍອດ COP 26 ເຊິ່ງຈະຈັດຂຶ້ນໃນເດືອນ ພະຈິກ, ມານະພະຍາຍາມສ້າງກຳລັງໜູນເພື່ອຫຼຸດຜ່ອນການປ່ອຍອາຍພິດຈາກບັນດາປະເທດອຸດສາຫະກຳພັດທະນາ. ສ່ວນທີ່ສຳຄັນຂອງກອງປະຊຸມສຸດຍອດ ຈະປຶກສາຫາລືກ່ຽວກັບກຳລັງຄວາມສາມາດບົ່ມຊ້ອນ ແລະ ຄວາມສາມາດສ້າງວຽກເຮັດງານທຳຂອງການພັດທະນາເຕັກໂນໂລຊີ ເພື່ອແກ້ໄຂບັນຫາການປ່ຽນແປງຂອງດິນຟ້າອາກາດ ແລະ ຫຼຸດຜ່ອນຜົນກະທົບ ຍ້ອນການປ່ຽນແປງຂອງດິນຟ້າອາກາດໄດ້ກໍ່ຂຶ້ນ.

ປະເທດອັງກິດ ໃນທົ່ວໂລກສາມາດປະກົດຜົນເປັນຈິງ ໄດ້ຫຼືບໍ?

        ນັບແຕ່ວັນທີ 01 ມັງກອນ 2021, ອັງກິດ ໄດ້ຖອນຕົວອອກຈາກສະຫະພາບເອີລົບ (ອີຢູ) ຢ່າງເປັນທາງການ, ພາຍຫຼັງເຂົ້າເປັນສະມາຊິກເປັນເວລາ 48 ປີ, ເພື່ອແລກເອົາເລື່ອງຕັນສິນດ້ວຍຕົນເອງໃນອະນາຄົດ. ພາຍຫຼັງ Brexit, ປະເທດອັງກິດ ໄດ້ວາງທິດທາງອອກສູ່ພາຍນອກ, ຊ້ຳບໍ່ໜຳແມ່ນມຸ່ງໄປເຖິງການສ້າງສັນຍາການຄ້າເສລີກັບບັນດາປະເທດຂຶ້ນກັບແລວປາຊີຟິກ. ມາຮອດປະຈຸບັນ, ລອນດອນ ໄດ້ລົງນາມໃນສັນຍາການຄ້າພາຍຫຼັງ Brexit ກັບຍີ່ປຸ່ນ, ການາດາ, ສິງກະໂປ, ສະວິດ, ຫວຽດນາມ ແລະ ພ້ອມກັບບາງປະເທດອື່ນໆແລ້ວ. ບັນດາຂໍ້ຕົກລົງຕໍ່ໄປໃນແຜນການຈະຮັບປະກັນດ້ານການຄ້າຕ່າງປະເທດຂອງອັງກິດ ໃນປີ 2020 ບັນລຸໄດ້ 80%. ສິ່ງດັ່ງກ່າວໄດ້ເຮັດໃຫ້ກະຊວງການຕ່າງປະເທດອັງກິດ ຕ້ອງຍົກອອກບັນດາເນື້ອໃນທາງດ້ານການຊ່ວຍເຫຼືອ ແລະ ການພັດທະນາເຂົ້າໃນໂຄງການການທູດຂອງຕົນໂດຍໄວ.

        ເຖິງຢ່າງໃດກໍ່ຕາມ, ໂດຍບໍ່ຫົວຊາຕໍ່ຄວາມມັກໃຫຍ່ໄຝ່ສູງຂອງປະເທດອັງກິດ, ກໍໄດ້ມີບັນດາຄວາມກົດດັນທີ່ບັງຄັບໃຫ້ປະເທດນີ້ຕ້ອງຮັດແຄບການເຄື່ອນໄຫວໃນເວທີສາກົນ, ພິເສດແມ່ນສະພາບທາງດ້ານການເງິນຖືກປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ໂລກລະບາດໂຄວິດ-19 ພວມກໍ່ໃຫ້ເກີດບັນດາສິ່ງທ້າທາຍໃຫຍ່ ເມື່ອປະເທດອັງກິດ ບັງຄັບຕ້ອງປິດປະຕູທົ່ວປະເທດ. ໜຶ່ງໃນບັນດາສັນຍານໃນເບື້ອງຕົ້ນແມ່ນເລື່ອງໃນເດືອນ ພະຈິກ 2020 ລັດຖະບານອັງກິດ ຕ້ອງຫຼຸດຜ່ອນເງິນຊ່ວຍເຫຼືອສາກົນຈາກລະດັບເທົ່າທຽມກັບ 0,7% ລົງເຫຼືອພຽງ 0,5% ຂອງ GDP. ໃນເຫດການຜັນແປອື່ນໆກໍ່ໄດ້ສົ່ງຜົນສະທ້ອນເຖິງຄວາມມັກໃຫຍ່ໄຝ່ສູງທົ່ວໂລກຂອງລາຊະອານາຈັກອັງກິດ ນັ້ນແມ່ນໄພນາບຂູ່ທີ່ມີຕໍ່ຄວາມປອດໄພຜືນແຜ່ນດິນຂອງປະເທດນີ້. ອຽກລັງເໜືອ ພວມຄັດຄ້ານຫຼັກໝັ້ນຂອງລັດຖະບານລາຊະອານາຈັກອັງກິດ ຫຼາຍພໍສົນຄວນ, ເມື່ອມີປະຊາຊົນຢູ່ເຂດນີ້ຈຳນວນ 56% ໄດ້ໄປປ່ອນບັດບໍ່ຢາກຖອນຕົວອອກຈາກອີຢູ ໃນການຢັ່ງຫາງສຽງເມື່ອປີ 2016. ແຕ່ສິ່ງທີ່ໜ້າສົນໃຈທີ່ສຸດນັ້ນແມ່ນຢູ່ ສະກອັດແລນ, ແມ່ນເຂດທີ່ໃນການຢັ່ງຫາງສຽງຫວ່າງມໍ່ໆມານີ້ກໍ່ສະແດງໃຫ້ເຫັນການສະໜັບສະໜູນຂອງເຂດນີ້ແມ່ນແຍກຕົວອອກຈາກລາຊະນາອາຈັກອັງກິດ ຢ່າງແຮງ. ຖ້າຫາກ ສະກອັດແລນ ກາຍເປັນປະເທດເອກະລາດ, ແຫຼ່ງລາຍຮັບດ້ານພາສີຂອງອັງກິດ ຈະຖືກຫຼຸດລົງຢ່າງແຮງ, ບັງຄັບໃຫ້ລັດຖະບານອັງກິດ ຕ້ອງຫຼຸດຜ່ອນບ້ວງງົບປະມານໃຫ້ແກ່ບັນດາການເຄື່ອນໄຫວສາກົນ ກໍຄືການປ້ອງກັນຊາດຫຼາຍກວ່າອີກ.

        ເຄືອຂ່າຍອົງການຕາງໜ້າດ້ານການທູດ ແລະ ການຄ້າທີ່ກວ້າງໃຫຍ່ ຂອງອັງກິດ ແນ່ນອນວ່າກໍ່ຖືກຜົນກະທົບ. ພ້ອມກັບເລື່ອງຫຼຸດຜ່ອນລາຍຈ່າຍດ້ານການທະຫານແລ້ວ, ສິດອຳນາດຂອງປະເທດອັງກິດ ໃນທົ່ວໂລກກໍ່ຖືກອ່ອນແອລົງ. ໃນຄາວນັ້ນ, ຄວາມມັກໃຫຍ່ໄຝ່ສູງ “ປະເທດອັງກິດໃນ ທົ່ວໂລກ” ຍາກທີ່ຈະບັນລຸໄດ້ບັນດາຄາດໝາຍທີ່ໄດ້ວາງອອກ.

ຕອບກັບ