ເພີ່ມທະວີວຽກງານການສຶກສາຢູ່ເຂດຊົນເຜົ່າສ່ວນຫນ້ອຍ
ພາບ:bienphong.com.vn
|
ຫວຽດນາມ ມີ 53 ຊົນເຜົ່າສ່ວນຫນ້ອຍ ດ້ວຍພົນລະເມືອງກວ່າ 14 ລ້ານຄົນ, ອາໄສຢູ່ 51 ແຂວງ, ນະຄອນ, ໃນນັ້ນ ມີ 382 ຕາແສງຢູ່ຊາຍແດນ, ສ່ວນຫລາຍແມ່ນຢູ່ເຂດ ໄຕບັກ (ຕາເວັນຕົກສ່ຽງເຫນືອ), ເຂດໄຕງວຽນ, ທິດຕາເວັນຕົກພາກໃຕ້ ແລະ ທິດຕາເວັນຕົກແຄມທະເລພາກກາງ. ບໍລິເວນດຳລົງຊີວິດຂອງຊາວຊົນເຜົ່າສ່ວນຫນ້ອຍກວມ ¾ ເນື້ອທີ່ຂອງທົ່ວປະເທດ, ສ່ວນຫລາຍແມ່ນເຂດປະສົບກັບຄວາມຫຍຸ້ງຍາກ ແຕ່ແມ່ນເຂດຈຸດສຸມດ້ານປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ການຕ່າງປະເທດຂອງທັງປະເທດ.
ບຸລິມະສິດພັດທະນາເສດຖະກິດສັງຄົມຢູ່ເຂດຊົນເຜົ່າສ່ວນຫນ້ອຍ
ດ້ວຍເນື້ອໃນຈິດໃນບຸລິມະສິດພັດທະນາເສດຖະກິດສັງຄົມຢູ່ເຂດຊົນເຜົ່າສ່ວນຫນ້ອຍ, ລະບົບນະໂຍບາຍ, ກົດໝາຍຫນູນຊ່ວຍພັດທະນາດ້ານເສດຖະກິດສັງຄົມເຂດຊົນເຜົ່າສ່ວນຫນ້ອຍຂອງຫວຽດນາມ ນັບມື້ນັບໄດ້ສ້າງໃຫ້ສົມບູນແບບ. ແຕ່ປີ 2016 ມາຮອດປະຈຸບັນ, ລັດຖະບານ ຫວຽດນາມໄດ້ປະກາດໃຊ້ເອກະສານບຸລິມະສິດພັດທະນາເສດຖະກິດສັງຄົມເຂດຊົນເຜົ່າສ່ວນຫນ້ອຍ ແລະ ເຂດພູດອຍ 41 ສະບັບ, ໃນນັ້ນ ມີ 15 ນະໂຍບາຍຫນູນຊ່ວຍການພັດທະນາເສດຖະກິດ ໃຫ້ແກ່ຊາວຊົນເຜົ່າສ່ວນຫນ້ອຍ ແລະ ເຂດພູດອຍ ຍັງມີຜົນສັກສິດຢູ່. ເລື່ອງປະຕິບັດບັນດານະໂຍບາຍນີ້ ບັນລຸໄດ້ໝາກຜົນສຳຄັນ. ພົ້ນເດັ່ນ ແມ່ນພື້ນຖານໂຄງລ່າງເສດຖະກິດສັງຄົມເຂດຊົນເຜົ່າສ່ວນຫນ້ອຍ ນັບມື້ນັບພັດທະນາ, 100% ຕາແສງ ມີເສັ້ນທາງລົດໂອໂຕໄປເຖິງໃຈກາງ, 99% ເຂດໃຈກາງຕາແສງ ແລະ 80% ຄຸ້ມບ້ານ ມີໄຟຟ້າ, ກວ່າ 50% ຕາແສງມີສຸກສາລາບັນລຸມາດຕະຖານ. ອັດຕາຄອບຄົວທຸກຍາກ ຢູ່ ເຂດຊົນເຜົ່າສ່ວນຫນ້ອຍ ແລະ ເຂດພູດອຍ ຫລຸດລົງຢ່າງວ່ອງໄວ, ໃນໄລຍະ ແຕ່ປີ 2016 – 2018 ຫລຸດລົງ 3,5%/ປີ. ເມື່ອຕີລາຄາກ່ຽວກັບໂຄງການເພີ່ມທະວີການຮ່ວມມືສາກົນກ່ຽວກັບການຫນູນຊ່ວຍພັດທະນາເສດຖະກິດສັງຄົມເຂດຊົນເຜົ່າສ່ວນຫນ້ອຍຂອງລັດຖະບານ, ຊື່ງແມ່ນຫນຶ່ງໃນຫລາຍນະໂຍບາຍພັດທະນາເຂດຊົນເຜົ່າສ່ວນຫນ້ອຍຂອງຫວຽດນາມ, ທ່ານ ຟານວັນຮຸ່ງ, ຮອງຫົວຫນ້າ ຄະນະກຳມະການຊົນເຜົ່າໃຫ້ຮູ້ວ່າ:
“ພາຍຫລັງ 5 ປີແຫ່ງການປະຕິບັດໂຄງການ, ຫວຽດນາມ ບັນລຸໄດ້ຫລາຍໝາກຜົນສຳຄັນ. ດຶງດູດໄດ້ຫລາຍໂຄງການລົງທຶນພັດທະນາ, ບັນດາໂຄງການຂອງອົງການບໍ່ຂຶ້ນກັບລັດຖະບານ ເຂົ້າເຂດຊົນເຜົ່າ. ບັນດາໂຄງການນີ້ ແມ່ນສຸມໃສ່ຫລຸດຜ່ອນຄວາມທຸກຍາກ, ພັດທະນາການຜະລິດ, ສາທາລະນະສຸກ, ການສຶກສາ, ສອນວິຊາຊີບ, ແກ້ໄຂວຽກເຮັດງານທຳ. ເບິ່ງລວມແລ້ວ ບັນດາໂຄງການນີ້ ໄດ້ນຳມາເຊິ່ງການປ່ຽນແປງຫລາຍຢ່າງໃຫ້ເຂດຊົນເຜົ່າ.
ໂຮງຮຽນມັດທະຍົມຢູ່ເຂດ ຫວຽດບັກ ແມ່ນບ່ອນກໍ່ສ້າງແຫລ່ງພະນັກງານຊົນເຜົ່າສ່ວນຫນ້ອຍ
ພາບ:daidoanket.vn
|
ເພີ່ມຄວາມສະເຫມີພາບລະຫວ່າງບັນດາເຜົ່າ
ເຖິງວ່າບັນລຸໄດ້ໝາກຜົນຄືດັ່ງກ່າວແລ້ວກໍຕາມ, ແຕ່ ສະພາແຫ່ງຊາດ ຫວຽດນາມ ໃນກອງປະຊຸມເທື່ອທີ 8 ຍັງສືບຕໍ່ອະນຸມັດແຜນຮ່າງສັງລວມແຫ່ງການພັດທະນາເສດຖະກິດສັງຄົມເຂດຊົນເຜົ່າສ່ວນຫນ້ອຍ ແລະ ເຂດພູດອຍ, ເຂດປະສົບກັບຄວາມຫຍຸ້ງຍາກເປັນພິເສດ. ເປົ້າໝາຍລະອຽດ ແມ່ນ ສຸມໃສ່ແກ້ໄຂສະພາບຂາດທີ່ດິນປຸກສ້າງເຮືອນ, ທີ່ດິນທຳການຜະລິດ, ນ້ຳສະອາດ, ວາງແຜນກຳນົດ, ຈັດສັນທີ່ດິນ ຊາວຊົນເຜົ່າດຳລົງຊີວິດຢູ່ເຂດທີ່ເໝາະສົມ, ພັດທະນາການຜະລິດກະສິກຳ, ປ່າໄມ້, ປຸກລຸກ, ເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ທ່າແຮງ ຢູ່ເຂດຊົນເຜົ່າສ່ວນຫນ້ອຍ ແລະ ເຂດພູດອຍ, ລົງທຶນພື້ນຖານໂຄງລ່າງທີ່ຈຳເປັນເພື່ອຮັບໃຊ້ການຜະລິດ, ຊີວິດການເປັນຢູ່, ພັດທະນາ, ຍົກສູງຄຸນນະພາບແຫລ່ງຊັບພະຍາກອນມະນຸດ, ພັດທະນາວັດທະນະທຳ ທ່ອງທ່ຽວ ຕິດພັນກັບການອະນຸລັກຮັກສາ, ເສີມຂະຫຍາຍວັດທະນະທຳ, ພູມປັນຍາໃຫ້ຊາວຊົນເຜົ່າ..ຂອງແຜນຮ່າງ, ມີຄວາມໝາຍສຳຄັນກ່ຽວກັບການເມືອງສັງຄົມ. ທ່ານ ຈ້ຽວເທຮຸ່ງ, ສະມາຊິກສະພາແຫ່ງຊາດ ແຂວງ ເລີມດົງ ຕີລາຄາວ່າ:
ຄຽງຄູ່ກັບການພັດທະນາເສດຖະກິດ, ເນື້ອໃນແຜນຮ່າງມີຄວາມເອົາໃຈໃສ່ເຖິງບັນຫາວັດທະນະທຳ ແລະ ການສຶກສາ ໃຫ້ເຂດຊົນເຜົ່າສ່ວນຫນ້ອຍ, ເຂດຫ່າງໄກສອກຫລີກ. ເພາະສະນັ້ນ ຂ້າພະເຈົ້າຖືວ່າ ແຜນຮ່າງມີລັກສະນະຄວາມເປັນໄປໄດ້ສູງເມື່ອຜັນຂະຫຍາຍ ແລະ ຈະພັດທະນາແບບຍືນຍົງຢູ່ເຂດຊົນເຜົ່າສ່ວນຫນ້ອຍ, ບໍ່ພຽງແຕ່ກ່ຽວກັບດ້ານເສດຖະກິດເທົ່ານັ້ນ ຫາກນັບທັງດ້ານສັງຄົມອີກດ້ວຍ. ເນື້ອໃນຫລັກຂອງແຜນຮ່າງ ແມ່ນ ເອົາໃຈໃສ່ເຖິງສິດທິມະນຸດ ຄືດັ່ງເນື້ອໃນຈິດໃຈຂອງລັດຖະທຳມະນູນປີ 2013 ແລະຄຽງຄູ່ກັບການພັດທະນາເສດຖະກິດ ຍັງຮັບປະກັນດ້ານປອ້ງກັນຊາດປ້ອງກັນຄວາມສະຫງົບຢູ່ເຂດຊາຍແດນ, ເຂດຫ່າງໄກສອກຫລີກອີກດ້ວຍ.”
ແຜນຮ່າງສັງລວມການພັດທະນາເສດຖະກິດ ສັງຄົມ ຢູ່ເຂດຊົນເຜົ່າສ່ວນຫນ້ອຍ ແລະ ເຂດພູດອຍ, ເຂດປະສົບກັບຄວາມຫຍຸ້ງຍາກເປັນພິເສດ ເພື່ອແນໃສ່ເປົ້າໝາຍຮອດປີ 2030 ເຂດຊົນເຜົ່າສ່ວນຫນ້ອຍ ເຂດພູດອຍທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດຂອງຫວຽດນາມ ຄອບຄົວທຸກຍາກ ຫລຸດ 80% ເມື່ອທຽບໃສ່ປີ 2020, ກວ່າ 85% ຕາແສ ເຂດຊົນເຜົ່າສ່ວນຫນ້ອຍ ແລະເຂດພູດອຍ ມີພື້ນຖານໂຄງລ່າງຕອບສະຫນອງຕາມຄວາມຮຽກຮ້ອງຕ້ອງການພັດທະນາເສດຖະກິດສັງຄົມ ແລະ ຊີວິດການເປັນຢູ່ຂອງປະຊາຊົນ. ແຜນຮ່າງມຸ່ງໄປເຖິງການປະຕິບັດຄວາມສະເຫມີພາບການພັດທະນາລະຫວ່າງບັນດາເຜົ່າຂອງຫວຽດນາມ ກໍ່ຄືຕອບສະຫນອງເນື້ອໃນຈິດໃຈພື້ນຖານຂອງເປົ້າໝາຍພັດທະນາ ແບບຍືນຍົງຂອງຫວຽດນາມຮອດປີ 2030 ຂອງ ສປຊ ແມ່ນ “ບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫລັງ”.