ເພີ່ມກຳລັງໃຫ້ວິສາຫະກິດຟື້ນຟູຫລັງໂລກລະບາດໂຄວິດ-19

Huyen
Chia sẻ
(VOVWORLD) - ປະຈຸບັນ, ລັດຖະບານພວມສືບຕໍ່ກວດກາຄືນບັນດາບ້ວງເງິນໜູນຊ່ວຍ ເພື່ອຄົ້ນຄວ້າ, ພິຈາລະນາ, ແກ້ໄຂສິ່ງຕິດຂັດໃຫ້ແກ່ວິສາຫະກິດຢ່າງວ່ອງໄວ, ຄິດໄລ່ໄຕ່ຕອງຄວາມເປັນໄປໄດ້ ໃນການເປີດກ້ວາງເປົ້າໝາຍທີ່ຕ້ອງການຄວາມໜູນຊ່ວຍບ້ວງເງິນໜູນຊ່ວຍ, ເວລາ, ການກຳນົດເວລາ. 

ໂລກລະບາດໂຄວິດ-19 ເກີດຂຶ້ນນັບແຕ່ຕົ້ນປີມາຮອດປະຈຸບັນໄດ້ສົ່ງຜົນກະທົບຫຍໍ້ທໍ້ຕໍ່ບັນດາວິສາຫະກິດຜະລິດ ແລະ ການບໍລິການທັງໝົດ. ເພື່ອຊ່ວຍໃຫ້ວິສາຫະກິດຟື້ນຟູ “ກຳລັງແຮງ”, ໃນໄລຍະຜ່ານມາ ລັດຖະບານໄດ້ຜັນຂະຫຍາຍບັນດາມາດຕະການແກ້ໄຂ. ການໜູນຊ່ວຍຢ່າງແທດຈິງ, ມີປະສິດທິຜົນຂອງລັດ ພວມເປັນການເພີ່ມກຳລັງ, ຮ່ວມເດີນທາງພ້ອມກັບວິສາຫະກິດ, ຊ່ວຍບັນດາວິສາຫະກິດຮັກສາການເຄື່ອນໄຫວ, ຜ່ານຜ່າສິ່ງທ້າທາຍເທື່ອລະກ້າວ.

ເພີ່ມກຳລັງໃຫ້ວິສາຫະກິດຟື້ນຟູຫລັງໂລກລະບາດໂຄວິດ-19 - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເປັນປະທານກອງປະຊຸມນາຍົກລັດຖະມົນຕີກັບວິສາຫະກິດໃນວັນທີ 9/5/2020. ພາບ: TTXVN

        ໄລຍະຜ່ານມາ, ລັດຖະບານຫວຽດນາມ ໄດ້ປະກາດໃຊ້ບັນດາມາດຕະການ ເພື່ອແນໃສ່ຟື້ນຟູເສດຖະກິດທັງໃນເວລາເກີດໂລກລະບາດ ແລະ ຫລັງໂລກລະບາດ, ຄືປະກາດໃຊ້ບັນດາມະຕິກ່ຽວກັບບັນດາມາດຕະການໜູນຊ່ວຍໃຫ້ປະຊາຊົນ, ວິສາຫະກິດທີ່ປະສົບກັບຄວາມຫຍຸ້ງຍາກຍ້ອນໂລກລະຍາດໂຄວິດ-19, ໃນນັ້ນ ລັດໄດ້ແບ່ງປັນຄວາມຮັບຜິດຊອບກັບວິສາຫະກິດ ໃນການຮັບປະກັນຊີວິດການເປັນຢູ່ໃຫ້ແກ່ຊາວຜູ້ອອກແຮງງານ. ລັດຖະບານກໍ່ຍື່ນສະເໜີຕໍ່ສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດປະກາດໃຊ້ມະຕິ 4 ສະບັບ.

ຜັນຂະຫຍາຍບັນດາມາດຕະການຢ່າງທັນການ, ຄົບຊຸດ

       ຕາມທ່ານ ດ່າວງອັກຢຸງ ລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ແລ້ວ, ພາຍໃຕ້ການຊີ້ນຳຂອງລັດຖະບານ, ກະຊວງໄດ້ສ້າງແຜນຮ່າງກ່ຽວກັບການເບິ່ງແຍງດູແລ, ສ້າງເງື່ອນໄຂໃຫ້ວິສາຫະກິດກໍ່ຄືຊາວຜູ້ອອກແຮງງານທຳການຜະລິດ ແລະ ດຳລົງຊີວິດເປັນປົກກະຕິຢ່າງຮອບດ້ານ, ຄົບຊຸດ, ແກ້ໄຂບັນດາບັນຫາທີ່ກ່ຽວຂ້ອງເຖິງນະໂຍບາຍ ເພື່ອແນໃສ່ໜູນຊ່ວຍວິສາຫະກິດເມື່ອປະສົບກັບຄວາມຫຍຸ້ງຍາກ. ທ່ານ ດ່າວງອັກຢຸງ ໃຫ້ຮູ້ວ່າ:

        “ກະຊວງໄດ້ຜັນຂະຫຍາຍຄຳແນະນຳວ່າດ້ວຍການໂຈະຊົ່ວຄາວການຈ່າຍປະກັນສັງຄົມ, ພິເສດແມ່ນປະກັນພັກບຳນານ ແລະ ການເສຍຊີວິດ ຕາມຫຼັກການ ເຊິ່ງບັນດາວິສາຫະກິດທີ່ມີຊາວຜູ້ອອກແຮງງານກ່ວາ 50% ຖືກຜົນສະທ້ອນຍ້ອນການກະທົບຂອງໂລກລະບາດ ແລະ ວິສາຫະກິດຖືກເສຍຫາຍກ່ວາ 50% ຍ້ອນຜົນສະທ້ອນຈາກໂລກລະບາດ. ໄປຄຽງຄູ່ກັນນັ້ນ, ກະຊວງໄດ້ ແລະ ພວມຍື່ນສະເໜີຕໍ່ລັດຖະບານ ເພີ່ມລະດັບການໜູນຊ່ວຍ ລວມມີບັນດາວິສາຫະກິດຖືກຜົນສະທ້ອນຈາກໂລກລະບາດທັງໝົດນັ້ນ ລ້ວນແຕ່ໄດ້ໂຈະການຈ່າຍປະກັນໄພສັງຄົມຊົ່ວຄາວ. ທີສອງແມ່ນ ບັນດາວິສາຫະກິດທັງໝົດ ມີຊາວຜູ້ອອກແຮງງານຖືກຜົນສະທ້ອນ 10% ນັ້ນ ລ້ວນແຕ່ໄດ້ໂຈະການຈ່າຍຄ່າປະກັນສັງຄົມຊົ່ວຄາວ.

        ນອກຈາກບັນດາມາດຕະການຄື ຕໍ່ກຳນົດເວລາການເສຍອາກອນມູນຄ່າເພີ່ມ, ອາກອນລາຍໄດ້ຂອງວິສາຫະກິດ, ອາກອນລາຍຮັບສ່ວນບຸກຄົນ ແລະ ເງິນເຊົ່າທີ່ດິນ…, ລັດຖະບານຍັງມີບ້ວງໜູນຊ່ວຍໃຫ້ແກ່ບັນດາເປົ້າໝາຍແມ່ນຊາວຜູ້ອອກແຮງງານ, ວິສາຫະກິດຖືກຜົນສະທ້ອນຈາກໂລກລະບາດໂຄວິດ-19. ນັບແຕ່ຕົ້ນປີມາຮອດປະຈຸບັນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ໄດ້ມີການພົບປະເຈລະຈາກັບວິສາຫະກິດເປັນຫລາຍຄັ້ງແລ້ວ ເພືຶ່ອແນໃສ່ສົ່ງເສີມລະດົມກຳລັງໃຈໃຫ້ວິສາຫະກິດ ມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກ, ຍາດແຍ່ງໂອກາດຢ່າງທັນການ, ຮັບຟັງບັນດາຂໍ້ສະເໜີຂອງປະຊາຄົມວິສາຫະກິດ. ທີ່ບັນດາການພົບປະເຈລະຈາຄັ້ງຕ່າງໆ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ຍາມໃດກໍ່ເນັ້ນໜັກເຖິງຈິດໃຈ. ທ່ານກ່າວວ່າ

        “ອຳນາດການປົກຄອງທຸກຂັ້ນ ນັບແຕ່ຂັ້ນສູນກາງລົງຮອດຂັ້ນທ້ອງຖິ່ນ ບໍ່ຄວນເອົາມືກອດເອິກເບິ່ງລ້າໆ, ຕ້ອງມີຄວາມຮູ້ສຶກຕໍ່ຄວາມຫຍຸ້ງຍາກຂອງປະຊາຊົນ ແລະ ວິສາຫະກິດ. ລັດຖະບານ, ສະມາຊິກລັດຖະບານໝົດທຸກຄົນ ໄດ້ເຫັນດີເປັນເອກະພາບຕໍ່ທັດສະນະຄວາມມານະພະຍາຍາມໃນການກະທຳ ເພື່ອໜູນຊ່ວຍຟື້ນຟູເສດຖະກິດສັງຄົມໃນປີນີ້, ປີ 2021 ແລະ ຊຸມປິຕໍ່ໄປ.

ສືບຕໍ່ຮ່ວມເດີນທາງພ້ອມກັບວິສາຫະກິດ

       ຕາມຂໍ້ສັງເກດຂອງນັກຊ່ຽວຊານຫລາຍທ່ານແລ້ວ ໃນ 9 ເດືອນຜ່ານມາ ຍັງບໍ່ທັນແມ່ນໄລຍະຫຍຸ້ງຍາກທີ່ສຸດສຳລັບບັນດາວິສາຫະກິດເທື່ອ. ໂລກລະບາດໂຄວິດ-19 ກັບມາແຜ່ລະບາດຮອບ 2 ນີ້ ພວມມີການຜັນແປຢ່າງສັບສົນທີ່ສຸດຢູ່ຫລາຍປະເທດໃນໂລກ, ໄດ້ສົ່ງຜົນສະທ້ອນເຖິງລະບົບສະໜອງທົ່ວໂລກ, ການແລກປ່ຽນຄ້າຂາຍຖືກຈຳກັດ. ວິສາຫະກິດຜະລິດພວມຖືກຜົນກະທົບຢ່າງໃຫຍ່ຫລວງຈາກໂລກລະບາດ. ສະນັ້ນ, ໃນໄລຍະຍາວ, ບັນດາວິສາຫະກິດຕ້ອງການມີນະໂຍບາຍ, ກົນໄກບຸລິມະສິດຕື່ມອີກ, ເປັນຕົ້ນແມ່ນການໜູນຊ່ວຍທາງດ້ານດ້ານການເງິນ ເພື່ອຍູ້ໄວການຟື້ນຟູຜະລິດ, ດຳເນີນທຸລະກິດ. ພ້ອມກັບເລື່ອງບັນດາວິສາຫະກິດເປັນເຈົ້າການໃນການຜະລິດ, ດຳເນີນທຸລະກິດ, ປັບຕົວໃຫ້ແທດເໝາະກັບສະພາບການໃໝ່ນັ້ນ, ລັດຖະບານຄວນກະຕຸກຊຸກຍູ້ກະແສເງິນລົງທຶນໃຫ້ແກ່ວິສາຫະກິດ. ທ່ານ ຫງວຽນຍືຊໍ, ສະມາຊິກສະພາແຫ່ງຊາດແຂວງ ບັກນິງ ໃຫ້ຮູ້ວ່າ:

        “ຍູ້ແຮງນະໂຍບາຍກ່ຽວກັບປີການເງິນ ແລະ ເງິນຕາ. ໃນນັ້ນ ເອົາໃຈໃສ່ເຖິງ 2 ບັນຫາ, ທີໜຶ່ງແມ່ນຄວນເອົາໃຈໃສ່ເຖິງນະໂຍບາຍກະແສເງິນຕາ. ເພາະວ່າ ເມື່ອໄດ້ສຳຜັດກັບກະແສເງິນຕາແລ້ວ ວິສາຫະກິດຈຶ່ງນຳລະບົບການເຄື່ອນໄຫວດຳເນີນທຸລະກິດກັບຄືນເຄື່ອນໄຫວໄດ້. ສະນັ້ນ ຄວນມີບ້ວງເງິນໃຫ້ກູ້ຢືມຕື່ມອີກ ດ້ວຍອັດຕາດອກເບ້ຍຕ່ຳກ່ວາ, ເພີ່ມທະວີໂອກາດໄດ້ສຳຜັດກັບເງິນທຶນໃຫ້ແກ່ວິສາຫະກິດ, ຫຼີກລ້ຽງສະພາບການວິສາຫະກິດຢຸດຕິການເຄື່ອນໄຫວ, ລົ້ມລະລາຍກ່ອນທີ່ໄດ້ສຳຜັດກັບເງິນທຶນ.

ເພີ່ມກຳລັງໃຫ້ວິສາຫະກິດຟື້ນຟູຫລັງໂລກລະບາດໂຄວິດ-19 - ảnh 2 ພາບປະກອບ/nhandan.com.vn

        ປະຈຸບັນ, ລັດຖະບານພວມສືບຕໍ່ກວດກາຄືນບັນດາບ້ວງເງິນໜູນຊ່ວຍ ເພື່ອຄົ້ນຄວ້າ, ພິຈາລະນາ, ແກ້ໄຂສິ່ງຕິດຂັດໃຫ້ແກ່ວິສາຫະກິດຢ່າງວ່ອງໄວ, ຄິດໄລ່ໄຕ່ຕອງຄວາມເປັນໄປໄດ້ ໃນການເປີດກ້ວາງເປົ້າໝາຍທີ່ຕ້ອງການຄວາມໜູນຊ່ວຍບ້ວງເງິນໜູນຊ່ວຍ, ເວລາ, ການກຳນົດເວລາ. ໂລກລະບາດຢູ່ ຫວຽດນາມ ໄດ້ ແລະ ພວມໄດ້ຮັບການຄວບຄຸມເປັນຢ່າງດີ ແລະ ວິສາຫະກິດ ຫວຽດນາມ, ມີການໄດ້ຮັບການຕໍ່ກຳລັງຈາກລັດຖະບານ, ພວມຕັດສິນໃຈຟື້ນຟູໃນສະພາບແວດລ້ອມ, ເງື່ອນໄຂໃໝ່ເພື່ອກ້າວຂຶ້ນ.

ຕອບກັບ