ອາເມລິກາຫລຸດຜ່ອນອັດຕາດອກເບ້ຍ: ສັນຍານສະແດງໃຫ້ເຫັນການເຕີບໂຕເສດຖະກິດທົ່ວໂລກມີຄວາມສ່ຽງຈະຫລຸດລົງ

Hong Van
Chia sẻ

(VOVWORLD) -ເປັນຄັ້ງທຳອິດພາຍຫລັງກວ່າຫນຶ່ງທົດສະວັດ, ກົມສະສົມສະຫະລັດ ອາເມລິກາ (FED) ໄດ້ຕົກລົງຫລຸດອັດຕາດອກເບ້ຍລົງ ພາຍຫລັງ ກອງປະຊຸມທີ່ແກ່ຍາວມາເປັນເວລາ 2 ວັນ ໃນທ້າຍເດືອນກໍລະກົດ. ຂໍ້ຕົກລົງດັ່ງກ່າວບໍ່ກໍ່ຄວາມແປກປະຫລາດຕໍ່ວົງການນັກລົງທຶນເທື່ອ ເພາະສິ່ງນີ້ໄດ້ເຕື້ອງເຖິງຢ່າງລຽນຕິດໃນໄລຍະມໍ່ໆມານີ້. ເຖິງຢ່າງໃດກໍຕາມ ສິ່ງທີ່ເປັນຫນ້າສົນໃຈ ນັ້ນແມ່ນ FED ໄດ້ເນັ້ນຫນັກຢ່າງແຮງວ່າ ອົງການນີ້ ອາດຈະສືບຕໍ່ຫລຸດອັດຕາດອກເບ້ຍລົງໃນປີນີ້. ຖະແຫລງການຂອງ FED ໄດ້ຮັບການຮັບຮູ້ວ່າແມ່ນສິ່ງທີ່ຈຳເປັນ ເພື່ອຫນູນຊ່ວຍພື້ນຖານເສດຖະກິດ ອາເມລິກາ ໃຫ້ພັດທະນາ ແຕ່ມັນກໍ່ແມ່ນຄຳກ່າວເຕືອນກ່ຽວກັບ ການເຕີບໂຕເສດຖະກິດທົ່ວໂລກມີ ທ່າອ່ຽງ ຫລຸດລົງ.

ໃນກອງປະຊຸມຂອງຄະນະກຳມະການຕະຫລາດເປີດ ສະຫະລັດ (FOMC)- ທີ່ແກ່ຍາວມາເປັນເວລາ 2 ມື້ ຄືແຕ່ວັນທີ 30 -31 ກໍລະກົດ- ພະແນກວາງແຜນນະໂຍບາຍຂອງ FED ໄດ້ຕົກລົງ ຫລຸດຜ່ອນອັດຕາດອກເບ້ຍເປັນຄັ້ງທຳອິດ ນັບແຕ່ພາຍຫລັງວິກິດການການເງິນເມື່ອປີ 2008. ຕາມນັ້ນແລ້ວ, FED ຕົກລົງຫລຸດອັດຕາດອກເບ້ຍພື້ນຖານ 0,25% ຈາກລະດັບ 2,25 -2,5% ລົງເຫລືອພຽງລະດັບ 2- 2,25%.

ຄວາມສ່ຽງການເຕີບໂຕຫລຸດລົງ

ມີນັກວິເຄາະຫລາຍທ່ານຖືວ່າ: ສານລວມຂອງເລື່ອງ FED ຫລຸດອັດຕາດອກເບ້ຍລົງ ແມ່ນເວົ້າເຖິງຄວາມສ່ຽງການເຕີບໂຕຫລຸດລົງ ແທນທີ່ຈະເວົ້າວ່າ ພື້ນຖານເສດຖະກິດຊຸດໂຊມ. ປະຈຸບັນ ບັນດາຕົວເລກມະຫາພາກຂອງ ອາເມລິກາ ລ້ວນແຕ່ແມ່ນຕົວເລກເປັນຫນ້າຮັບຮູ້ໄດ້. ອັດຕາຜູ້ວ່າງງານຂອງປະເທດນີ້ ພວມຢູ່ໃນລະດັບຕ່ຳທີ່ສຸດໃນໄລຍະ 50 ປີຜ່ານມາ ແລະ ຕະຫລາດຫລັກຊັບຂອງ Streets Wall ພວມຢູ່ໃນລະດັບສູງສະຖິຕິ, ນັ້ນບໍ່ແມ່ນໂອກາດເໝາະສົມເພື່ອປັບອັດຕາດອກເບ້ຍ.

ເລື່ອງຫລຸດອັດຕາດອກເບ້ຍລົງບໍ່ຄ່ອຍເກີດຂຶ້ນໃນຊ່ວງເວລາທີ່ສະດວກຄືແນວນັ້ນ. ເຖິງຢ່າງໃດກໍຕາມ, ໂດຍອີງໃສ່ບັນດາແງ່ຫວັງໃນໄລຍະຍາວ, ຄວາມຫວັງກ່ຽວກັບອັດຕາດອກເບ້ຍ FED ໄດ້ມີການປ່ຽນແປງໃນໄລຍະສັ້ນ. ຈາກການຄາດຄະເນວ່າ ອັດຕາດອກເບ້ຍ ຈະເພີ່ມຂຶ້ນ, FED ໄດ້ຫັນມາຄາດຄະເນ ຈະຮັກສາອັດຕາດອກເບ້ຍ ແລະ ສຸດທ້າຍແມ່ນຫລຸດອັດຕາດອກເບ້ຍລົງ. ເຫດຜົນພາຍຫລັງການປ່ຽນແປງນີ້ ໄດ້ຮັບຖືວ່າ ຍ້ອນຜົນສະທ້ອນຈາກສົງຄາມການຄ້າຕໍ່ພື້ນຖານເສດຖະກິດ ອາເມລິກາ, ບວກກັບຄວາມກົດດັນໄພເງິນເຟີ້ອ່ອນຕົວລົງ ໄດ້ເຮັດໃຫ້ບັນດານັກວາງແຜນນະໂຍບາຍ ມີຄວາມວິຕົກກັງວົນ. ຍິ່ງກວ່ານັ້ນ ການຜະລິດຊັກຊ້າ ກໍ່ຄືກຳໄລຂອງວິສາຫະກິດ ເຖິງວ່າບໍ່ຢູ່ໃນລະດັບຕ່ຳຄືດັ່ງຄາດຄະເນກໍ່ຕາມ. ເຖິງຢ່າງໃດກໍຕາມ ຍັງບໍ່ທັນມີຕົວເລກທາງການ ແຕ່ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ການຄາດຄະເນເສດຖະກິດຂອງ ອາເມລິກາ ເພີ່ມຂຶ້ນ ພຽງ 1,8% ໃນໄຕມາດ 2 ຜ່ານມາ. ຕົວເລກນີ້ ແມ່ນຫລຸດລົງຫລາຍເມື່ອທຽບໃສ່ລະດັບເພີ່ມຂຶ້ນ 1,3% ຂອງໄຕມາດ 1. ການເຕີບໂຕຂອງພື້ນຖານເສດຖະກິດໃຫຍ່ສຸດຂອງໂລກນີ້ ກໍ່ໄດ້ຮັບການຄາດຄະເນວ່າ ຈະຮັກສາຢູ່ໃນລະດັບ 1,8% ໃນແຕ່ລະໄຕມາດ ຈົນເຖິງໝົດປີ 2020..

ກ່ຽວກັບຊ່ວງອັດຕາດອກເບ້ຍ, ເຖິງວ່າ FED ໄດ້ຫລຸດລົງ 0,25% ແລ້ວ ແລະ ກໍ່ບໍ່ກໍ່ຄວາມແປກປະຫລາດຕໍ່ວົງການນັກລົງທຶນກໍຕາມ ແຕ່ມັນເຮັດໃຫ້ ປະທານາທິບໍດີ ອາເມລິກາ D. Trump ຜິດຫວັງ ເພາະວ່າ ກ່ອນນີ້ ໃນສື່ສັງຄົມອອນລາຍ Twitter ທ່ານ D. Trump ໄດ້ສະເຫນີ FED “ຫລຸດອັດຕາດອກເບ້ຍລົງຢ່າງແຮງ” ເພື່ອກະຕຸກຊຸກຍູ້ພື້ນພານເສດຖະກິດ. ທ່ານໄດ້ຕຳຫນິຕິຕຽນປະທານ FED ທ່ານ Jerome Powell ບໍ່ສາມາດຊຸກຍູ້ພື້ນຖານເສດຖະກິດ ອາເມລິກາ ໃຫ້ເຕີບໂຕຢູ່ໃນລະດັບ 3% ໃນປີ 2019 ແລະ ສູງກວ່າໃນຊຸມປີຕໍ່ໄປຄືດັ່ງຄຳໝັ້ນສັນຍາຂອງທ່ານ. ເມື່ອຕອບໂຕ້ບັນດາຄຳຕຳຫນິຕິຕຽນຂອງປະທານາທິບໍດີ ອາເມລິກາ,  ທ່ານ Jerome Powell ເວົ້າວ່າ ທະນາຄານ ອາດຈະຫລຸດອັດຕາດອກເບ້ຍລົງ ຍ້ອນເສດຖະກິດຂາດສະຖຽນລະພາບ, ໃນນັ້ນມີບັນດາສົງຄາມການຄ້າທີ່ແກ່ຍາວ ຂອງທ່ານ D.Trump ກັບຈີນ ແລະ ເອີລົບ, ເຮັດໃຫ້ການລົງທຶນດຳເນີນທຸລະກິດຊຸດໂຊມຢ່າງແຮງ.

  ການຊ່ວງເສັງຫຼຸດອັດຕາດອກເບ້ຍລົງໃນທົ່ວໂລກ

ເລື່ອງ FED ຫຼຸດອັດຕາດອກເບ້ຍລົງນັ້ນ ອາດຈະພາໄປເຖິງການ “ຊ່ວງເສັງ” ຫຼຸດຜ່ອນອັດຕາດອກເບ້ຍໃນທົ່ວໂລກ. ພາຍຫຼັງຂໍ້ຕົກລົງຂອງກົມ FED, ວັນທີ 31 ກໍລະກົດ, ທະນາຄານສູນກາງ ບຣາຊີນ ໄດ້ຕົກລົງຫຼຸດອັດຕາດອກເບ້ຍພື້ນຖານ 6,5% ທີ່ໄດ້ຮັກສາມາແຕ່ເດືອນ ມີນາ ປີ 2018 ລົງ 0,5%. ການຕົກລົງດັດປັບອັດຕາດອກເບ້ຍ ໄດ້ຍົກອອກມາ ເພື່ອແນໃສ່ໜູນຊ່ວຍພື້ນຖານເສດຖະກິດໃຫຍ່ທີ່ສຸດໃນພາກພື້ນ ອາເມລິກາ ລາຕີນ ນີ້ ຕໍ່ໜ້າສະພາບທີ່ການເຕີບໂຕພວມອ່່ອນຕົວລົງ. ສໍາລັບ ຈີນ, ທະນາຄານປະຊາຊົນ ຈີນ (PBOC) ກໍມີໂອກາດທີ່ຈະຫຼຸດອັດຕາດອກເບ້ຍລົງໃນໄລຍະສັ້ນ. ເລື່ອງຫຼຸດຜ່ອນອັດຕາດອກເບ້ຍໃນທົ່ວລະບົບນີ້ ອາດຈະນໍາມາເຊິ່ງການໜູນຊ່ວຍໃນທັນທີໃຫ້ແກ່ບັນດາວິສາກິດ ຈີນ ທີ່ພວມປະສົບກັບຄວາມຫຍຸ້ງຍາກໃນການເຄື່ອນໄຫວດໍາເນີນທຸລະກິດໃນໄລຍະຜ່ານມາ.

        ທະນາຄານສູນກາງໃຫຍ່ 2 ແຫ່ງຄື ທະນາຄານສູນກາງ ຍີ່ປຸ່ນ (BOJ) ແລະ ທະນາຄານສູນກາງເອີຣົບ (ECB) ກໍ່ອາດຈະຫຼຸດຜ່ອນອັດຕາດອກເບ້ຍລົງໄປຕາມ ກົມ FED ໂດຍໄວ. ທ່ານ H.Kuroda ຜູ້ວ່າການທະນາຄານ BOJ ເຄີຍເປີດເຜີຍວ່າ ທະນາຄານ BOJ ພ້ອມແລ້ວທີ່ຈະເພີ່ມທະວີມາດຕະການກະຕຸກຊຸກຍູ້ຕ່າງໆ, ຖ້າຫາກລະດັບການເຕີບໂຕຊ້າລົງ. ໃນຂະນະນັ້ນ, ທີ່ກອງປະຊຸມກ່ຽວກັບນະໂຍບາຍ ເຊິ່ງໄດ້ຈັດຂຶ້ນເມື່ອເດືອນ ມິຖຸນາ ຜ່ານມາ, ບັນດາເຈົ້າໜ້າທີ່ ECB ໄດ້ສະແດງຄວາມວິຕົກກັງວົນວ່າ ບໍ່ວ່າການກະທໍາຜ່ອນຜັນໃດໆຈາກ FED ກໍສາມາດເຮັດໃຫ້ສະກຸນເງິນ ເອີໂຣ ຂຶ້ນລາຄາ, ຈາກນັ້ນ ບັງຄັບໃຫ້ທະນາຄານ ECB ຕ້ອງຫຼຸດຜ່ອນອັດຕາດອກເບ້ຍລົງ ເຊິ່ງເໝືອນດັ່ງມາດຕະການໜຶ່ງເພື່ອຊ່ວຍເພີ່ມກໍາລັງແຮງແກ້ງແຍ້ງໃຫ້ແກ່ເສດຖະກິດຂອງ ອີຢູ.

        ເບິ່ງລວມແລ້ວ, ເລື່ອງ ກົມ FED ຕົກລົງຫຼຸດຜ່ອນອັດຕາດອກເບ້ຍລົງເປັນຄັ້ງທໍາອິດ ພາຍຫຼັງວິກິດການດ້ານການເງິນເມື່ອປີີ 2008 ນັ້ນ ໄດ້ສະແດງໃຫ້ເຫັນວ່າ ບັນດາຄວາມຫຍຸ້ງຍາກ ຂອງເສດຖະກິດ ອາເມລິກາແມ່ນໄດ້ເກີດຂຶ້ນໃນໄລຍະຍາວ. ພ້ອມກັ້ນນັ້ນ, ການກະທໍາດັ່ງກ່າວ ກໍເຮັດໃຫ້ສະພາບເສດຖະກິດໂລກຖືກມືດມົວກວ່າເກົ່າ, ຄວາມສ່ຽງຕ່າງໆດ້ານການເງິນ ພວມໃຫຍ່ກວ່າເມື່ອທຽບໃສ່ບັນດາພື້ນຖານເສດຖະກິດທັງໝົດໃນໂລກ./.

ຕອບກັບ