ຫວຽດ​ນາມ​ມາ​ນະ​ພະ​ຍາ​ຍາມ, ຕັດ​ສິນ​ໃຈ​ແກ້​ບັດ​ເຫຼືອງ IUU

Chia sẻ
(VOVWORLD) - ຫວຽດນາມ ພວມມານະພະຍາຍາມປະຕິບັດໜ້າທີ່ຕ້ານການຂຸດຄົ້ນສິນທະເລແບບຜິດກົດໝາຍ, ບໍ່ລາຍງານ  ແລະ ບໍ່ປະຕິບັດຕາມຂໍ້ກຳນົດ (IUU - Illegal, Unrepoted and Unregulated Fishing) ຕາມຂໍ້ສະເໜີແນະຂອງ ຄະນະກຳມະການເອີລົບ (EC). ຕາມກະຊວງກະສິກຳ ແລະ ພັດທະນາຊົນນະບົດແລ້ວ, ຢາກແກ້ບັດເຫຼືອງ “IUU” ຕ້ອງເພີ່ມທະວີການໂຄສະນາແກ້ໄຂສະພາບການກຳປັ່ນຫາປາລະເມີດເຂດທະເລຕ່າງປະເທດ, ພ້ອມທັງປະຕິບັດບັນດາມາດຕະການລ້ຽງທາງທະເລ, ພັດທະນາອາຊີບຫາປາແບບຍືນຍົງ.

ຫວຽດ​ນາມ​ມາ​ນະ​ພະ​ຍາ​ຍາມ, ຕັດ​ສິນ​ໃຈ​ແກ້​ບັດ​ເຫຼືອງ IUU - ảnh 1ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລຶວກວາງ ກ່າວຄຳເຫັນທີ່ກອງປະຊຸມ 

ດ້ວຍຄວາມຕັດສິນໃຈຢ່າງສູງ ໃນການແກ້ໄຂບັນດາຂໍ້ຕິດຂັດ, ຂໍ້ຈຳກັດຕາມຂໍ້ສະເໜີແນະຂອງ EC ເພື່ອປະຕິບັດເປົ້າໝາຍແກ້ບັດເຫຼືອງ, ບັນດາທ້ອງຖິ່ນແຄມທະເລ ຫວຽດນາມ ໄດ້ປະກາດໃຊ້ແຜນການກະທຳຕາມຂໍ້ຕົກລົງເລກທີ 81 ຂອງ ນາຍົກລັດຖະມົນຕີ ວ່າດ້ວຍການຕ້ານການຂຸດຄົ້ນສິນທະເລແບບຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ປະຕິບັດຕາມຂໍ້ກຳນົດ, ໃນນັ້ນໄດ້ສຸມໃສ່ ການຄຸ້ມຄອງ ກຳປັ່ນ ແລະ ຕິດຕາມ, ກວດກາການເຄື່ອນໄຫວຂອງກຳປັ່ນຫາປ່າ.

ຄວາມມານະພະຍາຍາມຈາກບັນດາທ້ອງຖິ່ນ

ດ້ວຍຈຳນວນກຳປັ່ນຫາປາ (9.800 ລຳ) ຫຼາຍທີ່ສຸດໃນທົ່ວປະເທດ, ແຂວງກຽນຢາງ ໄດ້ສົ່ງຈົດໝາຍຮຽກຮ້ອງໃຫ້ເຈົ້າຂອງກຳປັ່ນຫາປາ, ເຈົ້າຂອງວິສາຫະກິດຫາປາ, ເກັບຊື້, ປຸງແຕ່ງສິນໃນນ້ຳ, ກັບຕັນເຮືອ, ຊາວປະມົງໃນບໍລິເວນແຂວງ, ຕັ້ງໜ້າຕອບສະໜອງການຕ້ານການຂຸດຄົ້ນສິນໃນນ້ຳແບບຜິດກົດໝາຍ , ບໍ່ລາຍງານ ແລະ ບໍ່ປະຕິບັດຕາມຂໍ້ສະເໜີແນະຂອງ EC. ຢູ່ ທ່າກຳປັ່ນຫາປາສອງແຫ່ງໃນບໍລິເວນແຂວງ, ບັນດາກຳລັງມີໜ້າທີ່ຮັບຜິດຊອບ ໄດ້ເພີ່ມທະວີການຄວບຄຸມການເຂົ້າທຽບທ່າຂອງກຳປັ່ນຫາປາຢ່າງແໜ້ນແຟ້ນ, ເດັດຂາດບໍ່ອະນຸຍາດໃຫ້ກຳປັ່ນເຂົ້າຮ່ວມການເຄື່ອນໄຫວຂຸດຄົ້ນສິນທະເລຢູ່ເຂດທະເລ ຖ້າບໍ່ຮັບປະກັນບັນດາໜັງສືອະນຸຍາດຕາມຂໍ້ກຳນົດ, ວັດຖຸອຸປະກອນຕິດຕາມກວດກາການເດີນທາງ. ສະພາປະຊາຊົນແຂວງ ໄດ້ປະກາດໃຊ້ມະຕິວ່າດ້ວຍການໜູນຊ່ວຍຄ່າບໍລິການອຸປະກອນຕິດຕາມການເດີນທາງຂອງກຳປັ່ນຫາປາໃຫ້ແກ່ຊາວປະມົງ. ນີ້ໄດ້ຮັບຖືວ່າ ແມ່ນໜຶ່ງໃນບັນດາຄວາມມານະພະຍາຍາມ, ຄວາມຕັດສິນໃຈຂອງແຂວງ ໃນການສະກັດກັ້ນ, ລຸດຜ່ອນສະພາບການກຳປັ່ນຫາປາລະເມີດເຂດທະເລຕ່າງປະເທດ, ເພີ່ມກຳລັງໃຈເພື່ອໃຫ້ຊາວປະມົງເດີນທະເລໄປຫາປ່າ. ກ່າວຄຳເຫັນຢູ່ກຽນຢາງ ໃນການລົງໄປກວດກາສະພາບການປະຕິບັດຂໍ້ສະເໜີຂອງ EC ຢູ່ ກຽນຢາງ ໃນວັນທີ 26 ມິຖຸນາຜ່ານມາ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລຶວກວາງ ຕີລາຄາວ່າ:

ຂ້າພະເຈົ້າໄດ້ຮັບຮູ້ບັນດາຄວາມມານະພະຍາຍາມຂອງ ທ້ອງຖິ່ນ. ແຕ່ຂ້າພະເຈົ້າມີຄວາມຫວັງວ່າ ບັນດາສະຫາຍ ແລະ ພໍ່ແມ່ປະຊາຊົນ ໃນໄລຍະ 3 ເດືອນທີ່ຍັງເຫຼືອ ຈົ່ງສຸຊົນ ບໍ່ປະໃຫ້ກຳປັ່ນລຳໃດຖືກຈັບຢູ່ຕ່າງປະເທດ. ບັນດາທ້ອງຖິ່ນກໍ່ພະຍາຍາມເຮັດວຽກງານນີ້ໃຫ້ໄດ້ ມີຄວາມເປັນໄປໄດ້ວ່າ ສາມາດແກ້ບັດເຫຼືອງໄດ້.

ແຂວງ ບ່າເຣ້ຍ - ຫວູງເຕົາ, ມາຮອດປັດຈຸບັນ ຈຳນວນກຳປັ່ນຫາປາໄດ້ຕິດຕັ້ງ ອຸປະກອນຕິດຕາມກວດກາການເດີນທາງແມ່ນ 2.631 ລຳ, ບັນລຸ 96%ແຜນການ, ສ່ວນ5%ຍັງບໍ່ທັນໄດ້ຮັບການຕິດຕັ້ງແມ່ນກຳປັ່ນບໍ່ເຄື່ອນໄຫວ. ທ່ານ ຮ່ວຽນເຊີນທ໊າຍ, ຫົວໜ້າພະແນກກະສິກຳ ແລະ ພັດທະນາຊົນນະບົດແຂວງ ບ່າເຣ້ຍ - ຫວູງເຕົາ, ໃຫ້ຮູ້ວ່າ ທາງແຂວງ ໄດ້ສ້າງຕັ້ງ 3 ດ່ານກວດກາລະຫວ່າງຂະແໜງຢູ່ທະເລ ເພື່ອກວດກາ, ຄວບຄຸມກຳປັ່ນຫາປາ, ຜັນຂະຫຍາຍບັນດາບັ້ນຈຸດສຸມຕ້ານການຂຸດຄົ້ນສິນທະເລແບບຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ປະຕິບັດຕາມຂໍ້ກຳນົດຂອງ IUU:

ໂດຍຮັບຮູ້ໃບຢັ້ງຢືນຕົ້ນກຳເນີດສິນໃນນ້ຳຕາມຂໍ້ສະເໜີແນະຂອງ EC, ທາງພະແນກກໍ່ໄດ້ຊີ້ນຳກວດກາບັນດາທ່າກຳປັ່ນຫາປ່າ, ຮາກຖານເກັບຊື້ປຸງແຕ່ງຢ່າງກະທັນຫັນ ເມື່ອມີຜົນສະຫຼຸບເບື້ອງຕົ້ນ ຈະເປັນເສນາທິການໃຫ້ແກ່ແຂວງ ລາຍງານຕໍ່ກະຊວງກະສິກຳ ແລະ ພັດທະນາຊົນນະບົດໂດຍໄວ. ທາງພະແນກກໍ່ໄດ້ເປັນເສນາທິການໃຫ້ແກ່ແຂວງ ບຸລະນະບັນດາຄະນະຊີ້ນຳຕ້ານການຂຸດຄົ້ນແບບຜິດກົດໝາຍ, ບໍ່ລາຍງານ ມາຮອດປັດຈຸບັນ ທາງແຂວງ ໄດ້ເພີ່ມເຕີມດ້ານກວດກາຢູ່ຝັ່ງທະເລຕື່ມອີກ ເພື່ອຕິດຕາມກຳປັ່ນຂຸດຄົ້ນຢູ່ທະເລ.

ຫວຽດ​ນາມ​ມາ​ນະ​ພະ​ຍາ​ຍາມ, ຕັດ​ສິນ​ໃຈ​ແກ້​ບັດ​ເຫຼືອງ IUU - ảnh 2ທ່ານ ເລມິງຮວານ ລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ

ໂຄສະນາປ່ຽນແປງຄວາມຮັບຮູ້ກ່ຽວກັບການຂຸດຄົ້ນສິນທະເລແບບຍືນຍົງ

ໃນບັ້ນຈຸດສຸມອອກເຄື່ອນພົນຕ້ານການຂຸດຄົ້ນສິນທະເລແບບຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ປະຕິບັດຕາມຂໍ້ກຳນົດຂອງ (IUU) ນັບແຕ່ຕົ້ນປີມາຮອດປັດຈຸບັນ, ກຳລັງທະຫານປ້ອງກັນຊາຍແດນທະເລຂອງ ແຂວງ ແທັງຮວາ ໄດ້ສົມທົບກັບອຳນາດການປົກຄອງທ້ອງຖິ່ນ ແລະ ບັນດາຂະແໜງການທີ່ມີໜ້າທີ່ຮັບຜິດຊອບໄດ້ໃຫ້ອອກເຄື່ອນພົນໂຄສະນາເຜີຍແຜ່, ກວດກາກຳປັ່ນເຄື່ອນໄຫວຫາປາໄກຝັ່ງເປັນຫຼາຍຄັ້ງ. ການເຄື່ອນໄຫວນີ້ໄດ້ປະກອບສ່ວນປ່ຽນແປງຄວາມຮັບຮູ້ໃນການຂຸດຄົ້ນສິນທະເລຂອງ ຊາວປະມົງ. ທ່ານ ໂດຊວັນຈຸງ, ປະທານຄະນະກຳມະການປະຊາຊົນ ຕາແສງ ຫາຍແທັງ, ເທດສະບານງີເຊີນ ໃຫ້ຮູ້ວ່າ:

ໃນຊຸມປີຜ່ານມາ, ກຳລັງປ້ອງກັນຊາຍແດນ, ຄະນະຄຸ້ມຄອງທ່າກຳປັ່ນຫາປາໄດ້ສົມທົບກັບຕາແສງເປັນຢ່າງດີ, ມາແຕ່ລະຄອບຄົວຊາວປະມົງ, ແຕ່ລະກຳຕັນ, ແຕ່ລະກຳປັ່ນຫາປາ ເພື່ອຈັດຕັ້ງການໂຄສະນາເຜີຍແຜ່ ລະດົມກຳລັງໃຈພໍ່ແມ່ປະຊາຊົນປະຕິບັດ IUU ຢ່າງເດັດຂາດທີ່ສຸດ. ໃນໄລຍະຈຸດສຸມ, ກຳປັ່ນຢູ່ຕາແສງ ຫາຍແທັງ ພວກຂ້າພະເຈົ້າ ລ້ວນແຕ່ໃຫ້ຄຳໝັ້ນສັນຍາບໍ່ຫາປາແບບຜິດກົດໝາຍ.

ຫວ່າງມໍ່ໆມານີ້, ໃນການເຮັດວຽກກັບບັນດາໜ່ວຍງານໃນຂະແໜງສິນໃນນ້ຳ ກ່ຽວກັບການຊຸກຍູ້ແຜນການຕ້ານການຂຸດຄົ້ນ IUU, ທ່ານ ເລມິງຮວານ ລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ເນັ້ນໜັກເຖິງບົດບາດສຳຄັນຂອງການລ້ຽງທາງທະເລ ແລະ ຍົກສູງຄວາມຮັບຮູ້ຂອງຊາວປະມົງກ່ຽວກັບການຂຸດຄົ້ນສິນທະເລແບບຍືນຍົງໃນການປະຕິບັດຂໍ້ສະເໜີແນະຂອງ IUU. ຕາມທ່ານລັດຖະມົນຕີ  ເລມິງຮວານ ແລ້ວ, ການພັດທະນາການລ້ຽງທາງທະເລ ແມ່ນເພື່ອມຸ່ງໄປເຖິງການຫຼຸດຜ່ອນການຫາປາ, ສ້າງແຫຼ່ງຜົນປະໂຫຍດຄືນໃໝ່ ແລະ ຫຼຸດຜ່ອນການປະທະກັນໃນວິວັດຂະບວນການປົກປັກຮັກສາແຫຼ່ງສິນໃນນ້ຳ.

ຕ້ອງຢຶດໝັ້ນກັບການໂຄສະນາເຜີຍແຜ່ຍົກສູງຄວາມຮັບຮູ້ ເພື່ອປ່ຽນແປງ ຊາວກະສິກອນ, ຊາວປະມົງ. ວິທີການສຳຜັດໃນປັດຈຸບັນແມ່ນ ແຕ່ຂັ້ນລຸ່ນຂຶ້ນຮອດເຖິງ, ຢາກເຮັດໄດ້ສິ່ງນັ້ນ ອຳນາດການປົກຄອງ, ຂະແໜງວິຊາຊີບ, ສາຂາສິນໃນນ້ຳຢູ່ທ້ອງຖິ່ນ ຕ້ອງຍົກສູງຄວາມຮັບຮູ້, ເສີມຂະຫຍາຍລັກສະນະຂະຫຍັນຂັນເຄື່ອນຈາກປະຊາຄົມໃນການໂຄສະນາຍົກສູງຄວາມຮັບຮູ້ຂອງຊາວປະມົງ ແລະ ຊາວກະສິກອນ.

ຄາດວ່າ, ເດືອນຕຸລາປີນີ້, ຄະນະກວດກາຂອງ ຄະນະກຳມະການເອີລົບຈະມາ ຫວຽດນາມ ກວດກາຄັ້ງທີ 4. ການກວດກາຄັ້ງນີ້ມີລັກສະນະສຳຄັນທີ່ສຸດໃນການແກ້ບັດເຫຼືອງໃຫ້ແກ່ຂະແໜງສິນໃນນ້ຳ ຫວຽດນາມ. ດັ່ງນັ້ນ, ບັນດາກະຊວງ, ຂະແໜງການ ທ້ອງຖິ່ນແລະ ຊາວປະມົງ ບັນດາຜູ້ພວມຂຸດຄົ້ນ, ຫາປາໂດຍກົງຢູ່ເຂດທະເລຫວຽດນາມ ໃນທຸກປີ, ໄດ້ ແລະ ພວມຕັດສິນໃຈກະທຳເພື່ອປະຕິບັດຕາມຂໍ້ສະເໜີແນະຂອງ IUU ແລະ EC, ມຸ່ງໄປເຖິງອາຊີບຫາປາທີ່ມີການພັດທະນາແບບຍືນຍົງ.

ຕອບກັບ