ຫວຽດນາມ ມານະພະຍາຍາມຍົກເລີກບັດເຫຼືອງ IUU

Thu Hoa
Chia sẻ
(VOVWORLD) -

ພາຍຫຼັງເກືອບ 6 ປີ (2018 2023) ຄະນະກຳມະການເອີລົບ (EC) ໄດ້ຈັດປະເພດບັດເຫຼືອງໃຫ້ແກ່ສິນໃນນ້ຳຂອງ ຫວຽດນາມ, ດ້ວຍການເຂົ້າຮ່ວມຂ້ຽວຂາດຂອງທົ່ວລະບົບການເມືອງ, ການເຄື່ອນໄຫວຂຸດຄົ້ນສິນໃນນ້ຳທີ່ຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ປະຕິບັດຕາມຂໍ້ກຳນົດ (IUU) ໄດ້ ແລະ ພວມໄດ້ຮັບການຍູ້ໃຫ້ຖອຍໄປ. ນັ້ນແມ່ນປະຖົມປັດໄຈສຳຄັນ ເພື່ອໃຫ້ ຫວຽດນາມ ໄດ້ຍົກເລີກ “ບັດເຫຼືອງ” ສຳລັບສິນໃນນ້ຳ, ພາຍຫຼັງທີ່ EC ປະຕິບັດການກວດກາຮອບທີ 4, ໃນລະຫວ່າງວັນທີ 10 18 ຕຸລາ, ຢູ່ ຫວຽດນາມ.

ຫວຽດນາມ ມານະພະຍາຍາມຍົກເລີກບັດເຫຼືອງ IUU - ảnh 1ເຄື່ອງຕິດຕາມການເຄື່ອນໄຫວ ຂອງກ່ຳປັ່ນ
(ພາບ:TTXVN)

        ຄະນະນັກກວດກາຂອງ EC ໄດ້ປະຕິບັດການກວດກາໝາກຜົນແຫ່ງການຜັນຂະຫຍາຍບັນດາຂໍ້ສະເໜີແນະຂອງ EC ກ່ຽວກັບການຕ້ານການຂຸດຄົ້ນສິນໃນນ້ຳທີ່ຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ປະຕິບັດຕາມຂໍ້ກຳນົດ (ຕ້ານການຂຸດຄົ້ນ IUU) ນັບແຕ່ການກວດກາຮອບທີ 3. ການເຄື່ອນໄຫວກວດກາໄດ້ສຸມໃສ່ວຽກງານການຄວບຄຸມກ່ຳປັ່ນຫາປາທີ່ລະເມີດເຂດທະເລຂອງຕ່າງປະເທດ, ຄວບຄຸມກ່ຳປັ່ນຫາປາ ເຂົ້າ - ອອກທຽບທ່າກ່ຳປັນ ແລະ ການເຄື່ອນໄຫວບົນທະເລ, ຄວບຄຸມວັດຖຸດິບນຳເຂົ້າ ແລະ ຊອກຫາຕົ້ນກຳເນີດຂອງສິນໃນນ້ຳຈາກການຂຸດຄົ້ນ.

ໄລຍະທາງມານະພະຍາຍາມບັນລຸຫຼາຍໝາກຜົນ

        ໄລຍະຜ່ານມາ, ຫວຽດນາມ ໄດ້ມານະພະຍາຍາມປະຕິບັດບັນດາຂໍ້ກຳນົດຂອງກົດໝາຍຕິດພັນກັບຂໍ້ສະເໜີແນະຂອງ EC ເພື່ອຍົກເລີກ “ບັດເຫຼືອງ”. ທ່ານ ຟຸ່ງດຶກຕ໋ຽນ, ຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ, ຮອງຫົວໜ້າຄະນະຊີ້ນຳແຫ່ງຊາດ ກ່ຽວກັບຕ້ານການຂຸດຄົ້ນ IUU, ຊີ້ແຈ້ງວ່າ:

        “ສຸມໃສ່ເພື່ອສະກັດກັ້ນກ່ຳປັ່ນຫາປາ ທີ່ລະເມີດເຂດທະເລຂອງຕ່າງປະເທດຢ່າງເດັດຂາດ, ສິ່ງນີ້ມີຄວາມໝາຍສຳຄັນ ແລະ ຕັດສິນ. ກ່ຽວກັບການກວດຕົ້ນກຳເນີດ, ພວກເຮົາຕ້ອງຮັບປະກັນໄດ້ປະລິມານການຂຸດຄົ້ນຢູ່ບັນດາເຂດ, ບັນດາທ້ອງຖິ່ນລ້ວນແຕ່ຕ້ອງຊາບຊຶມການກວດຕົ້ນກຳເນີດ, ຈາກປື້ມບັນທຶກປະຈຳວັນ, ຕະຫຼອດຮອດເຂດ, ສະຖານທີ່ຂຸດຄົ້ນ, ການສົ່ງປາເຂົ້າທຽບທ່າ ລ້ວນແຕ່ຕ້ອງມີຕົ້ນກຳເນີດຈະແຈ້ງ ແລະ ເມື່ອສົ່ງອອກໄປບັນດາຕະຫຼາດຂອງ ເອີລົບ ຕ້ອງມີສຳເນົາເອກະສານນັບແຕ່ການຂຸດຄົ້ນຕະຫຼອດຮອດຕະຫຼາດ”.

        ເພື່ອມີພື້ນຖານນິຕິກຳໃນການປະຕິບັດບັນດາຂໍ້ສະເໜີແນະຂອງ EC, ແຕ່ປີ 2019, ຫວຽດນາມ ໄດ້ສ້າງກອບນິຕິກຳພື້ນຖານສຳເລັດ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຕ້ານການຂຸດຄົ້ນ IUU. ຈາກນັ້ນ, ຫວຽດນາມ ໄດ້ກວດກາ, ປັບປຸງ, ເພີ່ມເຕີມກອບນິຕິກຳເໝາະສົມກັບສະພາບຕົວຈິງຂອງອາຊີບຫາປາ ຫວຽດນາມ ແລະ ຂໍ້ກຳນົດສາກົນຕາມຂໍ້ສະເໜີແນະຂອງ EC. ຫວຽດນາມ ກໍ່ໄດ້ປະກາດໃຊ້ບັນດາໂຄງການ, ແຜນຮ່າງ, ວາງແຜນເພື່ອພັດທະນາຂະແໜງສິນໃນນ້ຳແບບຍືນຍົງ, ມີຄວາມຮັບຜິດຊອບ ເຊື່ອມໂຍງເຂົ້າກັບສາກົນ ແລະ ຕ້ານການຂຸດຄົ້ນ IUU ເພື່ອປະຕິບັດຍຸດທະສາດພັດທະນາສິນໃນນ້ຳ ຫວຽດນາມ ຮອດປີ 2030, ວິໄສທັດຮອດປີ 2045 ໃຫ້ມີປະສິດທິຜົນ, ເຊິ່ງທ່ານນາຍົກລັດຖະມົນຕີ ໄດ້ອະນຸມັດຜ່ານໃນຂໍ້ຕົກລົງເລກທີ 339/QĐ-TTg ລົງວັນທີ 11 ມີນາ 2021.

        ຮອດປະຈຸບັນ, ມີ 26/28 ແຂວງ, ນະຄອນແຄມທະເລຂຶ້ນກັບສູນກາງໄດ້ປະຕິບັດການກວດກາ, ໄລ່ລຽງສະຖິຕິກ່ຳປັ່ນທີ່ມີຢູ່ແລ້ວຂອງທ້ອງຖິ່ນ, ກຳນົດປະລິມານການຂຸດຄົ້ນສິນໃນນ້ຳຢູ່ເຂດແຄມທະເລ, ຕາມການກຳນົດໃນມາດຕາທີ 49 ກົດໝາຍວ່າດ້ວຍສິນໃນນ້ຳປີ 2017. ຊອບແວຄຸ້ມຄອງຂໍ້ມູນຂອງອາຊີບຫາປາແຫ່ງຊາດ Vnfishbase ໄດ້ຮັບການຜັນຂະຫຍາຍຢູ່ 31ແຂວງ, ນະຄອນ ທີ່ມີກ່ຳປັ່ນເຂົ້າຮ່ວມການຂຸດຄົ້ນສິນໃນນ້ຳ, ຕອບສະໜອງບັນດາຄຳຮຽກຮ້ອງຕ້ອງການພື້ນຖານກ່ຽວກັບການຄຸ້ມຄອງການຂຸດຄົ້ນສິນໃນນ້ຳ, ໃນນັ້ນ, ມີຂໍ້ມູນກ່ຽວກັບກ່ຳປັ່ນຫາປາທີ່ຈົດທະບຽນ, ອອກໃບອະນຸຍາດໃຫ້ຂຸດຄົ້ນສິນໃນນ້ຳໃຫ້ແກ່ກ່ຳປັ່ນຫາປາທີ່ບັນດາທ້ອງຖິ່ນ ໄດ້ອັບເດດ, ຂຸດຄົ້ນໃນຊອບແວເປັນປະຈຳ.

ຫວຽດນາມ ມານະພະຍາຍາມຍົກເລີກບັດເຫຼືອງ IUU - ảnh 2ທ່ານ ຟຸ່ງດຶກຕ໋ຽນ, ຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ, ຮອງຫົວໜ້າຄະນະຊີ້ນຳແຫ່ງຊາດ ກ່ຽວກັບຕ້ານການຂຸດຄົ້ນ IUU (ພາບ:TTXVN)

ສືບຕໍ່ແກ້ໄຂບັນດາຂໍ້ສະເໜີແນະຂອງ EC ໃຫ້ເປັນຢ່າງດີ

        ດ້ວຍຄວາມຕັດສິນໃຈສູງໃນການຍົກເລີກ “ບັດເຫຼືອງ” ສິນໃນນ້ຳຂອງ EC, ໄລຍະຜ່ານມາ, ທັງລະບົບການເມືອງຈາກສູນກາງລົງຮອດທ້ອງຖິ່ນໄດ້ເດັດດ່ຽວເຂົ້າສູ່ ການປະຕິບັດກົດໝາຍວ່າດ້ວຍການຕ້ານການຈັບຫາສິນໃນນ້ຳທີ່ຜິດກົດໝາຍ ແລະ ຜັນຂະຫຍາຍບັນດາມາດຕະການແກ້ໄຂສິ່ງທີ່ຍັງຄົງຄ້າງຕາມຂໍ້ສະເໜີແນະຂອງ EC ຢ່າງວ່ອງໄວ. ທ່ານ ເຈິ່ນດິ່ງລວັນ, ຫົວໜ້າກົມສິນໃນນ້ຳ, ໃຫ້ຮູ້ວ່າ:

        “ທ່ານຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການຂຸດຄົ້ນ (IUU) ໄດ້ລົງຮາກຖານກວດກາ ແລະ ຊີ້ນຳຕົວຈິງ, ກະຕຸກຊຸກຍູ້ຢ່າງຕໍ່ເນື່ອງ. ສ່ວນຄະນະປະຈຳຂອງຄະນະຊີ້ນຳ ກະຊວງກະສິກຳ ກໍ່ໄດ້ລົງບັນດາທ້ອງຖິ່ນທີ່ຍັງລະເມີດ ເພື່ອຊີ້ນຳໂດຍກົງ. ຜ່ານການກວດກາໄດ້ສະແດງໃຫ້ເຫັນວ່າທັງລະບົບການເມືອງ ຈາກສູນກາງ ລົງຮອດທ້ອງຖິ່ນລ້ວນແຕ່ເຂົ້າຮ່ວມ, ເດັດດ່ຽວປັບປຸງບັນດາການກະທຳລະເມີດ, ຕັດສິນໃຈຍົກເລີກບັດເຫຼືອງ”.

        ປະຈຸບັນ, ຫວຽດນາມ ໄດ້ຕິດຕັ້ງອຸປະກອນຕິດຕາມການເຄື່ອນໄຫວ (VMS) ໃນກ່ຳປັ່ນຫາປາ ທີ່ມີລວງຍາວແຕ່ 15 ແມັດຂຶ້ນໄປບັນລຸ 97,65% (ເທົ່າກັບ 28.780 ລຳ). ລະບົບການຕິດຕາມກ່ຳປັ່ນໄດ້ຜັນຂະຫຍາຍຢ່າງຄົບຊຸດຈາກສູນກາງລົງຮອດທ້ອງຖິ່ນ, ແບ່ງປັນ, ເຊື່ອມຕໍ່ລະຫວ່າງບັນດາອົງການ, ຫົວໜ່ວຍມີໜ້າທີ່ຮັບຜິດຊອບທີ່ກ່ຽວຂ້ອງ. ຫວຽດນາມ ກໍ່ສະກັດກັ້ນ, ຢຸດຕິສະພາບການກ່ຳປັ່ນຫາປາຂອງ ຫວຽດນາມ ລະເມີດຢູ່ຕ່າງປະເທດ, ບັນດາປະເທດເຂດເກາະປາຊີຟິກ. ວຽກງານການປະຕິບັດກົດໝາຍ, ແກ້ໄຂການລະເມີດດ້ານບໍລິຫານກໍ່ໄດ້ຮັບການຜັນຂະຫຍາຍຢ່າງຕັ້ງໜ້າໃນຫຼາຍທ້ອງຖິ່ນ ແລະ ບັນດາກຳລັງປະຕິບັດກົດໝາຍບົນທະເລ.

        ຄວາມມານະພະຍາຍາມຍົກເລີກ “ບັດເຫຼືອງ” ດ້ວຍການກຳນົດຂອງກົດໝາຍຢ່າງຄົບຖ້ວນ, ບັນດາຄຳໝັ້ນສັນຍາຢ່າງແຮງ ແລະ ຫຼາຍມາດຕະການລະອຽດ ຈາກສູນກາງລົງຮອດທ້ອງຖິ່ນບໍ່ພຽງແຕ່ໄດ້ສ້າງອິດທິພົນຊື່ສຽງໃຫ້ສິນໃນນ້ຳ ຫວຽດນາມ ໃນຕະຫຼາດໂລກຄືນໃໝ່ເທົ່ານັ້ນ ຫາກຍັງມຸ່ງໄປເຖິງການພັດທະນາຂະແໜງຫາປາຂອງ ຫວຽດນາມ ໃຫ້ທັນສະໄໝ ແລະ ຍືນຍົງອີກດ້ວຍ./.

ຕອບກັບ