ຫວຽດນາມ ມານະພະຍາຍາມຄວບຄຸມໂລກລະບາດໂຄວິດ-19

Chia sẻ
(VOVWORLD) - ພາຍຫລັງ 99 ມື້ທີ່ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ໃນຊຸມຊົນ, ວັນທີ 25 ກໍລະກົດ ຜ່ານມາ, ຫວຽດນາມ ໄດ້ກວດພົບກໍລະນີຕິດເຊື້ອທຳອິດໃນຊຸມຊົນຢູ່ ດ່າໜັງ ແລະ ຫລັງຈາກນັ້ນ ໄດ້ພົບຜູ້ຕິດເຊື້ອຢູ່ກະແຈກກະຈາຍໃນບາງແຂວງ, ນະຄອນອື່ນໆ.

 ລະບົບປ້ອງກັນ, ຕ້ານເຊື້ອພະຍາດນັບແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນໄດ້ເຄື່ອນໄຫວຄືນໃໝ່ ດ້ວຍເນື້ອໃນຈິດໃຈສຸມທຸກແຫຼ່ງກຳລັງ ດ້ວຍທຸກມາດຕະການແກ້ໄຂຢ່າງເຖິງຖອງຢູ່ “ບ່ອນແຜ່ລະບາດ” ແລະ ເຂດທີ່ມີຄວາມສ່ຽງຕິດແປດສູງ. ບັນດາແຂວງ, ນະຄອນອື່ນ ຕ້ອງຮັບປະກັນໃຫ້ຢູ່ໃນສະພາບການປົກກະຕິໃໝ່ ເພື່ອພັດທະນາ.

ຫວຽດນາມ ມານະພະຍາຍາມຄວບຄຸມໂລກລະບາດໂຄວິດ-19  - ảnh 1ຊີດຢາຂ້າເຊື້ອຢູ່ໂຮງໝໍ C (ພາບ: qdnd.vn)

        ໄລຍະໃໝ່ຂອງໂລກລະບາດມີການຜັນແປຢ່າງສັບສົນ, ມັນແຜ່ລະບາດອອກສູ່ບາງທ້ອງຖິ່ນຢ່າງວ່ອງໄວ ໃນນັ້ນ ມີບັນດາຕົວເມືອງໃຫຍ່. ເລື່ອງໂລກລະບາດແຜ່ລະບາດຢູ່ບັນດາໂຮງໝໍ ດ່າໜັງ ແມ່ນຄຳເຕືອນໄພທີ່ວ່າ ຈຸດສຳຄັນທີ່ສຸດ ຕ້ອງເຝົ້າລະວັງທີ່ສຸດ.

ສຸມກຳລັງເພື່ອຂີດຈຳກັດບໍລິເວນ, ຕ້ານໂລກລະບາດ

        ດ້ວຍຄວາມຕັດສິນໃຈຢ່າງສູງ ບໍ່ປະໃຫ້ໂລກລະບາດແຜ່ລະບາດຄັ້ງທີ 2 ຢູ່ ຫວຽດນາມ, ພາຍຫລັງໂລກລະບາດແຜ່ລະບາດ, ນະຄອນ ດ່າໜັງ ໄດ້ຈຳກັດບໍລິເວນໃນທັນທີ. ບັນດາໂຮງໝໍ, ເຂດຊຸມຊົນຢູ່ອ້ອມຂ້າງ, ຮ້ານກິນດື່ມ, ຮາກຖານການບໍລິການ ໄດ້ຮັບການຄວບຄຸມຢ່າງຮັດກຸມ ເພື່ອສືບຫາປະຫວັດ. ກະຊວງສາທາລະນະສຸກ ຫວຽດນາມ ໄດ້ຈັດສົ່ງຄະນະປະຕິບັດງານທີ່ມີປະສົບການຫລາຍທີ່ສຸດ ໂດຍທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກ ຫງວຽນເຈື່ອງເຊີນ ເປັນຫົວໜ້າຄະນະ ພ້ອມດ້ວຍທິມງານແພດໝໍມີປະສົບການສູງໃນການຄວບຄຸມພະຍາດໂຄວິດ-19 ໄປຍັງ ດ່າໜັງ. ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກ ເຈື່ອງກວ໊ກເກື່ອງ ໃຫ້ຮູ້ວ່າ:

        “ພວກຂ້າພະເຈົ້າໄດ້ດຳເນີນການແຍກຕົວ, ຊີດຢາຂ້າເຊື້ອຢູ່ໂຮງໝໍ C, ໂຮງໝໍ ດ່າໜັງ, ໂຮງໝໍຜ່າຕັດຟື້ນຟູສະມັດຕະພາບ ແລະ ບາງສະຖານທີ່ທີ່ກວດພົບຜູ້ຕິດເຊື້ອໃນຊຸມຊົນ. ດຳເນີນການປິດລ້ອມທຸກຂົງເຂດທີ່ມີຄວາມສ່ຽງຕິດແປດຢ່າງສູງ, ບັນດາທ້ອງຖິ່ນທີ່ກວດພົບຜູ້ຕິດເຊື້ອ. ສົມທົບກັບກະຊວງຖະແຫຼງຂ່າວ ແລະ ສື່ສານ ເພື່ອສົ່ງຂໍ້ຄວາມໃຫ້ບັນດາຜູ້ທີ່ໄດ້ມີການສຳຜັດ, ໄປ ດ່າໜັງ ທັງໝົດ.

        ເພື່ອເພີ່ມກຳລັງໃຫ້ແກ່ ດ່າໜັງ ກຳຈັດໂລກລະບາດ, ຫລາຍທ້ອງຖິ່ນໄດ້ໜູນຊ່ວຍແຫຼ່ງຊັບພະຍາກອນມະນຸດ ແລະ ກຳລັງວັດຖຸໃຫ້ແກ່ນະຄອນພາກກາງນີ້ຢ່າງວ່ອງໄວ. ນະຄອນ ຫາຍຟ່ອງ ໄດ້ຈັດສົ່ງແພດໝໍໄປດ່າໜັງ 33 ຄົນ ໂຮງໝໍ ເຈິ້ໄຣ ນະຄອນໂຮ່ຈີມິນ ກໍ່ໄດ້ສົ່ງທິມປະຕິກິລິຍາໄວທີ 5 ໄປດ່າໜັງ, ສ່ວນນະຄອນ ຮ່າໂນ້ຍ ແມ່ນໜູນຊ່ວຍເງິນ ພ້ອມດ້ວຍຜ້າອັດປາກ-ອັດດັງ ແລະ ນ້ຳຢາຂ້າເຊື້ອ...ໃຫ້ດ່າໜັງ. ທີ່ກອງປະຊຸມຖະແຫຼງຂ່າວນັດສາມັນຂອງລັດຖະບານໃນວັນທີ 03 ສິງຫາ ຢູ່ ຮ່າໂນ້ຍ, ທ່ານ ມາຍຕ໊ຽນຢຸງ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ ຫວຽດນາມ ໄດ້ຢັ້ງຢືນວ່າ:

        “ດ້ວຍເນື້ອໃນຈິດໃຈແມ່ນ ຕ້ອງມີມາດຕະການແຮງທີ່ສຸດ, ເປັນເຈົ້າການຮັບມື, ດັບມອດໂລກລະບາດໃຫ້ໄດ້…ສະເພາະນະຄອນ ດ່າໜັງ ຫຼື ບັນດາແຂວງທີ່ກວດພົບຜູ້ຕິດເຊື້ອ, ທ່ານນາຍົກລັດຖະມົນຕີ ໄດ້ຊີ້ນຳໃຫ້ເພີ່ມເຕີມກຳລັງແພດໝໍ, ພາລະກອນການແພດ, ເພີ່ມເຄື່ອງວິໄຈຫາເຊື້ອໃຫ້ ດ່າໜັງ; ພິເສດແມ່ນ ສືບຫາຜູ້ທີ່ໄດ້ສຳຜັດກັບຜູ້ຕິດເຊື້ອ, ວິໄຈຫາເຊື້ອໂດຍໄວ ເພື່ອສະກັດກັ້ນແຫຼ່ງຕິດແປດ. ບັນດາບັນຫາອື່ນຄື ອຸປະກອນການໜູນຊ່ວຍຕ່າງໆ, ທ່ານນາຍົກລັດຖະມົນຕີໄດ້ຊີ້ນຳວ່າ ຕ້ອງໜູນຊ່ວຍຢ່າງສຸດຂີດໃຫ້ແກ່ບັນດາແຂວງທີ່ມີຜູ້ຕິດເຊື້ອ.

        ບໍ່ສະເພາະແຕ່ ດ່າໜັງ ຕ້ານໂລກລະບາດໂຄວິດ-19 ເທົ່ານັ້ນ, ຍັງມີຫລາຍທ້ອງຖິ່ນອື່ນ ໃນນັ້ນ ມີຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ ໄດ້ໃຫ້ຢຸດບາງການເຄື່ອນໄຫວທີ່ເຕົ້າໂຮມກັນຫລາຍຄົນ, ປິດປະຕູບັນດາຮາກຖານການບໍລິການທີ່ບໍ່ຈຳເປັນ ຄືຮ້ານ bar, karaoke. ນີ້ແມ່ນບັນດາການກະທຳຢ່າງຕັ້ງໜ້າ ແລະ ມີບົດຮຽນຂອງຫລາຍທ້ອງຖິ່ນ ໃນການສະກັດກັ້ນການຕິດແປດໃນຊຸມຊົນ.

ຂ້ຽວຂາດແຕ່ບໍ່ຢຸດສະງັກ    

        ໃນຂະນະທີ່ສຸມກຳລັງເພື່ອດັດມອບໂລກລະບາດຢູ່ ດ່າໜັ້ງ ນັ້ນ, ລັດຖະບານ ຫວຽດນາມ ກໍ່ກຳນົດວ່າ ຄວນຮັກສາການພັດທະນາເສດຖະກິດ. ສະນັ້ນ, ສຳລັບບັນດາທ້ອງຖິ່ນທີ່ບໍ່ມີຜູ້ຕິດເຊື້ອໃນຊຸມຊົມ ຕ້ອງປະຕິບັດການຈຳກັດບໍລິເວນໃນຂອບເຂດພໍດີພໍງາມ ເພື່ອຄຸ້ມຄອງ, ຈັດແບ່ງປະເພດ ແລະ ຄວບຄຸມການປ້ອງກັນ, ຕ້ານໂລກລະບາດ, ຮັບປະກັນເປົ້າໝາຍບັນດາການເຄື່ອນໄຫວເສດຖະກິດ-ສັງຄົມໃຫ້ເປັນປົກກະຕິ. ບັນດາການຊີ້ນຳກ່ຽວກັບການຈຳກັດບໍລິເວນຕ້ານໂລກລະບາດ ແຕ່ບໍ່ຫ້າມການຄ້າຂາຍລະຫວ່າງເຂດ ທີ່ໄດ້ຮັບການຜັນຂະຫຍາຍຢ່າງຄົບຊຸດຢູ່ບັນດາທ້ອງຖິ່ນ. ມາຮອດປະຈຸບັນ, ຫວຽດນາມ ບໍ່ໄດ້ປະຕິບັດການແຍກຫ່າງໃນສັງຄົມໃນທົ່ວປະເທດຄືໄລຍະໂລກລະບາດໄດ້ເກີດຂຶ້ນແຕ່ເດືອນ ມີນາ ຫາເດືອນ ພຶດສະພາ.

        ກ່ຽວກັບການຄົມມະນາຄົມຂົນສົ່ງ, ປະຈຸບັນ ຫາກໍ່ມີສະໜາມບິນ ດ່າໜັງ ແລະ ບັນດາສະຖານີຂົນສົ່ງຜູ້ໂດຍສານທາງໄກຢູ່ນະຄອນນີ້ ປິດປະຕູ. ເລື່ອງກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ປະກາດວ່າ ຍັງຈະຈັດຕັ້ງການສອບເສັງຈົບຊັ້ນມັດທະຍົມຕອນປາຍເປັນ 2 ຄັ້ງ ກໍ່ສະແດງໃຫ້ເຫັນວ່າ ຄວາມມານະພະຍາຍາມຮັກສາບັນດາ “ການເຄື່ອນໄຫວເສດຖະກິດສັງຄົມຍັງດຳເນີນເປັນປົກກະຕິ” ຢູ່ ຫວຽດນາມ.

        ບົດຮຽນ ແລະ ຜົນສຳເລັດໃນການຕ້ານໂລກລະບາດໂຄວິດ-19 ໃນຄັ້ງທີ 1 ແມ່ນປະຖົມປັດໄຈທີ່ມີຄວາມສະດວກ ເພື່ອໃຫ້ ຫວຽດນາມ ສາມາດຮັບມືຢ່າງມີປະສິດທິຜົນໃນການແຜ່ລະບາດຄັ້ງນີ້. ໄປຄຽງຄູ່ກັນນັ້ນ, ຫວຽດນາມ ຍັງຄົງຮັກສາການຜະລິດດຳ, ເນີນທຸລະກິດ, ບໍ່ປະໃຫ້ພື້ນຖານເສດຖະກິດຫັກຂາດ ເພື່ອແນໃສ່ປະຕິບັດເປົ້າໝາຍຄວບຄູ່, ທັງປ້ອງກັນ, ສະກັດກັ້ນໂລກລະບາດ ທັງຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ./.

ຕອບກັບ