ຫວຽດນາມ ຕັ້ງໜ້າສ້າງ GMS ເຊື່ອມໂຍງ, ພັດທະນາແບບຍືນຍົງ ແລະ ວັດທະນາຖາວອນ

Anh Huyen
Chia sẻ
(VOVWORLD) - ກອງປະຊຸມສຸດຍອດຮ່ວມມືເຂດອະນຸພາກພື້ນແມ່ນ້ຳຂອງ ເປີດກ້ວາງ (GMS) ຄັ້ງທີ 6 ແລະ ກອງປະຊຸມສຸດຍອດຮ່ວມມືເຂດ 3 ຫຼ່ຽມພັດທະນາ ກຳປູເຈຍ - ລາວ -  ຫວຽດນາມ (CLV) ຄັ້ງທີ 10 ຈະໄຂຂຶ້ນໃນວັນທີ 31 ມີນາຢູ່ ຮ່າໂນ້ຍ. 

ຫວຽດນາມ ຕັ້ງໜ້າສ້າງ GMS ເຊື່ອມໂຍງ, ພັດທະນາແບບຍືນຍົງ ແລະ ວັດທະນາຖາວອນ - ảnh 1 ກອງປະຊຸມສະພາດຳເນີນທຸລະກິດ GMS ໃນຕອນເຊົ້າວັນທີ 30 ມີນາ ຢູ່ຮ່າໂນ້ຍ

(ພາບ: Duc Anh)

ນີ້ແມ່ນເຫດການເຄື່ອນໄຫວພົວພັນຕ່າງປະເທດສຳຄັນທີ່ສຸດຂອງ ຫວຽດນາມ ໃນປີນີ້, ສະແດງໃຫ້ເຫັນການປະກອບສ່ວນຢ່າງຕັ້ງໜ້າຂອງ ຫວຽດນາມ ເພື່ອແນໃສ່ກຳນົດທິດເດີນໃຫ້ແກ່ການຮ່ວມມື GMS, ສ້າງພາກພື້ນ ແມ່ນ້ຳຂອງ ວັດທະນາຖາວອນ, ເຊື່ອມໂຍງ ແລະ ພັດທະນາແບບຍືນຍົງ.

        ເຂດອະນຸພາກພື້ນແມ່ນ້ຳຂອງເປີດກ້ວາງ (GMS) ແມ່ນເຂດມີເນື້ອທີ່ກ້ວາງໃຫຍ່ເຊິ່ງລວມມີ 6 ປະເທດ: ກຳປູເຈຍ, ລາວ, ມຽນມາ, ໄທ, ຈີນ (ເຊິ່ງມີແຂວງ ຢຸນໜານ ແລະ ກວາງສີ) ແລະ ຫວຽດນາມ, ດ້ວຍເນື້ອທີ່ທັງໝົດແມ່ນ 2,6 ລ້ານ ກິໂລຕາແມັດ ແລະ ພົນລະເມືອງປະມານ 340 ລ້ານຄົນ. ແຕ່ປີ 1992, ດ້ວຍການໜູນຊ່ວຍຂອງທະນາຄານພັດທະນາອາຊີ (ADB), 6 ປະເທດໄດ້ເລີ່ມປະຕິບັດໂຄງການຮ່ວມມືອະນຸພາກພື້ນ (GMS) ເພື່ອແນໃສ່ເພີ່ມທະວີການພົວພັນດ້ານເສດຖະກິດນຳກັນ. ເປົ້າໝາຍຂອງການຮ່ວມມືເສດຖະກິດ GMS ແມ່ນສ້າງອະນຸພາກພື້ນພັດທະນາວັດທະນາຖາວອນ, ເຊື່ອມໂຍງ ແລະ ສະເໝີພາບ.

ພາກພື້ນທີ່ເຕັມໄປດ້ວຍຄວາມສາມາດບົ່ມຊ້ອນໃນການພັດທະນາ

       ກ່ຽວກັບດ້ານເສດຖະກິດ, GMS ແມ່ນພາກພື້ນສຳຄັນທີ່ສຸດຍ້ອນວ່າ ມັນນອນໃນເຂດໃຈກາງເຊື່ອມຕໍ່ຈາກພາກໃຕ້ຂອງ ຈີນ ໄປຮອດພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ຍານລຸ່ມ. ທ່ານຮອງລັດຖະມົນຕີການຕ່າງປະເທດ ດັ້ງດິ່ງກູ໋ຍ, ຫົວໜ້າຄະນະຈັດຕັ້ງ GMS 6 ໃຫ້ຂໍ້ສັງເກດວ່າ:

        “ນີ້ກໍ່ແມ່ນເຂດ GDP ເຕີບໂຕໄວໃນພາກພື້ນ. ຄວາມສາມາດບົ່ມຊ້ອນຢູ່ທີ່ນີ້ພວມໄດ້ຮັບການປຸກລຸກຍ້ອນບັນດາຂໍ້ລິເລີ່ມເຊື່ອມຕໍ່ດ້ານພື້ນຖານໂຄງລ່າງອັນໃຫຍ່ຫຼວງ. ຢູ່ທາງພາກເໜືອ  - ພາກໃຕ້ນັ້ນມີຂໍ້ລິເລີ່ມເຊື່ອມຕໍ່ຫຼາຍທີ່ສຸດຈາກ ນາມໜິງ ໄປຮອດ ສິງກະໂປ ແລະ ຢູ່ທາງພາກຕາເວັນອອກ - ຕາເວັນຕົກນັ້ນມີບັນດາຂໍ້ລິເລີ່ມເຊື່ອມຕໍ່ຄືການເຊື່ອມຕໍ່ເຂດແຄມທະເລຂອງ ຫວຽດນາມ ກັບ ລາວ, ເຂດອີ່ສານໄທ, ມຽນມາ… ພ້ອມກັບການພັດທະນາເຊື່ອມຕໍ່ພື້ນຖານໂຄງລ່າງ, ຄວາມສະດວກກ່ຽວກັບລະບຽບການແຈ້ງພາສີ, ນັບທັງຄົນ ແລະ ສິນຄ້າ, ຍັງມີການພັດທະນາຂອງແລວເສດຖະກິດໄປນຳ, ເຂດ GMS ແມ່ນ ພາກພື້ນມີຄວາມສາມາດບົ່ມຊ້ອນຫຼາຍຢ່າງທີ່ສຸດ.”

        ການຮ່ວມມືອະນຸພາກພື້ນແມ່ນ້ຳຂອງເປີດກ້ວາງ (GMS) ໄດ້ຮັບການສ້າງຕັ້ງມາຮອດປະຈຸບັນ ໄດ້ 26 ປີແລ້ວ, ຜ່ານກອງປະຊຸມສຸດຍອດ 5 ຄັ້ງ, ກອງປະຊຸມຂັ້ນລັດຖະມົນຕີ 22 ຄັ້ງ ແລະ ຮັບຮອງເອົາຫຼາຍຂອບເຂດການຮ່ວມມື. ທັງໝົດເຫຼົ່ານັ້ນເພື່ອແນໃສ່ຄາດໝາຍຫັນເປັນສະດວກໃຫ້ແກ່ການພັດທະນາ, ນຳ GMS ກາຍເປັນເຂດພັດທະນາໄວ, ຍືນຍົງ, ຫັນທີ່ຕັ້ງຂອງພາກພື້ນ GMS ຈາກເຂດທຸກຍາກໃນ ອາຊຽນ, ຂອງ ອາຊີຕາເວັນອອກສ່ຽງໃຕ້ ກາຍເປັນພາກພື້ນມີຄວາມສາມາດບົ່ມຊ້ອນໄດ້ຮັບການປຸກລຸກ ແລະ ພັດທະນາ, ເທົ່າທຽມກັບເຂດອື່ນໆ.

        ດ້ວຍ 3 ເສົາຄ້ຳແຫ່ງການຮ່ວມມືແມ່ນເຊື່ອມຕໍ່ກັບພື້ນຖານໂຄງລ່າງ, ສ້າງຄວາມສະດວກໃຫ້ແກ່ການຈໍລະຈອນສິນຄ້າ, ການບໍລິການ, ຄວາມສາມາດແກ່ງແຍ້ງ, ການເຊື່ອມຕໍ່ປະຊາຄົມ, ມາຮອດປະຈຸບັນ, GMS ໄດ້ສ້າງເອກະສານນິຕິກຳຫຼາຍສະບັບ, ບັນດາແຜນການ, ກອບຍຸດທະສາດພັດທະນາລວມຂອງທັງ 6 ປະເທດ ແລະ 2 ແຂວງ ຂອງປະເທດຈີນ, ກໍ່ຄືແຕ່ລະປະເທດ, ບົນພື້ນຖານນັ້ນສ້າງຍຸດທະສາດພັດທະນາເສດຖະກິດຂອງຕົນໃຫ້ເໝາະສົມກັບກອບຍຸດທະສາດລວມນັ້ນ.

ຫວຽດນາມ ຕັ້ງໜ້າສ້າງ GMS ເຊື່ອມໂຍງ, ພັດທະນາແບບຍືນຍົງ ແລະ ວັດທະນາຖາວອນ - ảnh 2 ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ

(ພາບ: Duc Anh)


ຫວຽດນາມ ຕັ້ງໜ້າຊຸກຍູ້ການຮ່ວມມື GMS

       ສຳລັບ ຫວຽດນາມ ແລ້ວ, ການຮ່ວມມື GMS ມີບົດບາດສຳຄັນທີ່ສຸດ. ຫວຽດນາມ ໄດ້ເຂົ້າຮ່ວມການຮ່ວມມືນັບແຕ່ໄລຍະຕົ້ນ, ຕັ້ງໜ້າປະກອບສ່ວນເຂົ້າໃນຂໍ້ລິເລີ່ມຮ່ວມມືເກືອບທັງໝົດຂອງການຮ່ວມມືເຂດອະນຸພາກພື້ນແມ່ນ້ຳຂອງເປີດກ້ວາງ. ການເຂົ້າຮ່ວມຂອງ ຫວຽດນາມ ມີຫຼາຍໝາກຜົນຕັ້ງໜ້າກ່ຽວກັບການພັດທະນາເສດຖະກິດ ແລະ ການລົບລ້າງຄວາມທຸກຍາກອຶດຫິວ ກໍ່ຄືປະກອບສ່ວນເພີ່ມທະວີການຮ່ວມສຳພັນເສດຖະກິດຢູ່ພາກພື້ນ. ທ່ານຮອງລັດຖະມົນຕີ ດັ້ງດິ່ງກູ໋ຍ ຢືນຢັນວ່າ:

        “ຫວຽດນາມ ຕັ້ງໜ້າເຂົ້າຮ່ວມGMS ຍ້ອນວ່າ ຫວຽດນາມ ຖືການຮ່ວມມື GMS ແມ່ນການຮ່ວມມືສຳຄັນທີ່ສຸດ, ຕິດພັນກັບບັນດາຄູ່ຮ່ວມມືດ້ານຄວາມໝັ້ນຄົງພັດທະນາສຳຄັນທີ່ສຸດຂອງຕົນ, ທັງເປັນຄູ່ຮ່ວມມື ທັງເປັນອ້າຍນ້ອງກັນ. ນັບແຕ່ຊຸມປີ 90, ຫວຽດນາມ ໄດ້ຕັ້ງໜ້າເຂົ້າຮ່ວມ, ບັນດາໂຄງການ, ປະສານສົມທົບກັບບັນດາຍຸດທະສາດແຜນການພັດທະນາປະເທດຊາດກ່ຽວກັບການເຊື່ອມຕໍ່ພື້ນຖານໂຄງລ່າງລ້ວນແຕ່ມີການຄຳນຶງເວົ້າເຖິງແຜນການລວມຂອງ GMS, ທັງເພື່ອຂຸດຄົ້ນກຳລັງແຮງສັງລວມ, ທັງປະກອບສ່ວນເຂົ້າຮ່ວມວິວັດການຮ່ວມມື GMS. ຄິດໄລ່ຮອດເດືອນທັນວາ 2017, ຫວຽດນາມ ມີບັນດາໂຄງການເຂົ້າຮ່ວມບັນລຸຈຳນວນເງິນ 6 ຕື້ USD, ໃນນັ້ນສ່ວນຫຼາຍແມ່ນລົງທຶນເຂົ້າຂົງເຂດຄົມມະນາຄົມ.”

        ເພື່ອແນໃສ່ຄາດໝາຍນຳ GMS ກາຍເປັນພາກພື້ນພັດທະນາໄວ, ຍືນຍົງ, ໃນຂອບເຂດກອງປະຊຸມຄັ້ງນີ້, ເປັນຄັ້ງທຳອິດທີ່ ຫວຽດນາມ ໄດ້ຍົກອອກຂໍ້ລິເລີ່ມຈັດຕັ້ງເວທີປາໄສສຸດຍອດດຳເນີນທຸລະກິດ GMS ດ້ວຍຂອບຂະໜາດໃຫຍ່. ຜ່ານນັ້ນ, ບັນດາການນຳ 6 ປະເທດເຂດອະນຸພາກພື້ນແມ່ນ້ຳຂອງເປີດກ້ວາງ ພ້ອມກັບບັນດາວິສາຫະກິດມີກາລະໂອກາດເຊື່ອມຕໍ່, ພົບປະ, ໂຄສະນາ, ຊອກຫາຄວາມສາມາດບົ່ມຊ້ອນ, ທ່າແຮງຂອງກັນ. ກອງປະຊຸມສຸດຍອດ ກຳປູເຈຍ -  ລາວ - ຫວຽດນາມ ຄັ້ງທີ 10 (CLV 10) ໄດ້ດຳເນີນໄປໃນໂອກາດນີ້ກໍ່ແມ່ນໂອກາດເພື່ອໃຫ້ການນຳ 3 ປະເທດກວດກາຄືນແຜນການສັງລວມພັດທະນາໄລຍະ 2010 – 2020, ປຶກສາຫາລືການກຳນົດທິດໃນໄລຍະຈະມາເຖິງ, ພິເສດແມ່ນເພີ່ມທະວີການເຊື່ອມຕໍ່ 3 ພື້ນຖານເສດຖະກິດ.

        ຫວຽດນາມ ແມ່ນສະມາຊິກຕັ້ງໜ້າ ແລະ ເປັນເຈົ້າການ ໃນທັງ 2 ກົນໄກຮ່ວມມືອະນຸພາກພື້ນແມ່ນ້ຳຂອງ ເປີດກ້ວາງ ແລະ ເຂດ 3 ຫຼ່ຽມພັດທະນາ ກຳປູເຈຍ, ລາວ, ຫວຽດນາມ. ເລື່ອງເປັນເຈົ້າພາບຈັດຕັ້ງກອງປະຊຸມຮ່ວມມືເຂດອະນຸພາກພື້ນແມ່ນ້ຳຂອງເປີດກ້ວາງ ແລະ ເຂດ 3 ຫຼ່ຽມພັດທະນາ ກຳປູເຈຍ, ລາວ, ຫວຽດນາມ ສືບຕໍ່ຢືນຢັນບົດບາດຂອງ ຫວຽດນາມ ແມ່ນສະມາຊິກມີຄວາມຮັບຜິດຊອບໃນການຮ່ວມມືອະນຸພາກພື້ນແມ່ນ້ຳຂອງ ເວົ້າລວມ, ການຮ່ວມມືເຂດອະນຸພາກພື້ນ ແມ່ນ້ຳຂອງເປີດກ້ວາງ ແລະ ເຂດ 3 ຫຼ່ຽມພັດທະນາ ກຳປູເຈຍ, ລາວ, ຫວຽດນາມ ເວົ້າສະເພາະ.

ຕອບກັບ