ຫວຽດນາມ ຊຸກຍູ້ການຮ່ວມມືເພື່ອສັນຕິພາບ, ການພັດທະນາ

Van
Chia sẻ
(VOVWORLD) - ບັນດາການປະກອບສ່ວນຂອງຫວຽດນາມ ຢູ່ບັນດາກົນໄກຮ່ວມມືພາກພື້ນໃນໄລຍະຜ່ານມາ ໄດ້ຢັ້ງຢືນຈິດໃຈເປັນເຈົ້າການ ແລະ ມີຄວາມຮັບຜິດຊອບຂອງຫວຽດນາມ ສຳລັບການຮ່ວມມືພາກພື້ນ. 

ວັນທີ 9 ທັນວາ ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມ 3 ກອງປະຊຸມສຸດຍອດ: ກອງປະຊຸມສຸດຍອດຍຸດທະສາດການຮ່ວມມືເສດຖະກິດແມ່ນ້ຳສາມສາຍ: Ayeyawady - Chao Phraya – Mekong (ACMECS 9), ກອງປະຊຸມສຸດຍອດການຮ່ວມມື ກຳປູເຈຍ- ລາວ- ມຽນມາ- ຫວຽດນາມ ຄັ້ງທີ 10 (CLMV 10)ແລະ ກອງປະຊຸມສຸດຍອດເຂດສາມລ່ຽມພັດທະນາ ກຳປູເຈຍ - ລາວ- ຫວຽດນາມ ຄັ້ງທີ 11(CLV 11).ເລື່ອງ ທ່ານນາຍົກລັດຖະມົນຕີຫວຽດນາມ ເຂົ້າຮ່ວມ 3 ກອງປະຊຸມຮ່ວມມືສຳຄັນນີ້ ສືບຕໍ່ສະແດງໃຫ້ເຫັນຄວາມຮັບຜິດຊອບຂອງຫວຽດນາມໃນການເຊື່ອມຕໍ່ກັບບັນດາສະມາຊິກ, ສະເຫນີບັນດາມາດຕະການເພື່ອຍົກສູງປະສິດທິຜົນການຮ່ວມມືໃນໄລຍະຈະມາເຖິງ.

ຫວຽດນາມ ຊຸກຍູ້ການຮ່ວມມືເພື່ອສັນຕິພາບ, ການພັດທະນາ - ảnh 1 ກອງປະຊຸມສຸດຍອດຍຸດທະສາດການຮ່ວມມືເສດຖະກິດແມ່ນ້ຳສາມສາຍ: Ayeyawady - Chao Phraya – Mekong (ພາບ: VGP)

ບັນດາກອງປະຊຸມດັ່ງກ່າວລ້ວນແຕ່ໄດ້ຮັບການຈັດຕັ້ງຕາມຮູບການອອນລາຍ, ສຸມໃສ່ສຳຫລວດກວດຄືນສະພາບການຮ່ວມມືຂອງບັນດາກົນໄກໃນສອງປີຜ່ານມາ ແລະ ທິດທາງການຮ່ວມມືໃນໄລຍະຈະມາເຖິງ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ມີບັນດາບົດກ່າວປາໄສສຳຄັນທີ່ກອງປະຊຸມ, ຢັ້ງຢືນຄວາມໝາຍສຳຄັນຂອງບັນດາກົນໄກຮ່ວມມືນີ້ໃນການຮັດແຄບໄລຍະຫ່າງຂອງການພັດທະນາ, ກໍ່ສ້າງປະຊາຄົມອາຊຽນ.

ຊຸກຍູ້ການຮ່ວມມືພາກພື້ນ

ຍຸດທະສາດການຮ່ວມມືດ້ານເສດຖະກິດ Ayeyawady - Chao Phraya – Mekong ແມ່ນຂອບເຂດການຮ່ວມມືເສດຖະກິດ ລວມມີ 5 ປະເທດ: ກຳປູເຈຍ, ລາວ, ມຽນມາ, ໄທ ແລະ ຫວຽດນາມ ເພື່ອແນໃສ່ເພີ່ມທະວີການຮ່ວມມືດ້ານເສດຖະກິດເພື່ອນຳໃຊ້ທ່າໄດ້ປຽບໃນການປຽບທຽບລະຫວ່າງບັນດາເຂດ, ບັນດາປະເທດສະມາຊິກ, ຍົກສູງກຳລັງແກ້ງແຍ່ງ, ຮັດແຄບໄລຍະຫ່າງຂອງການພັດທະນາ. ດ້ວຍຫົວຂໍ້ “ ຄູ່ຮ່ວມມືເຊື່ອມຕໍ່ ແລະ ບືນຕົວຂຶ້ນ”, ກອງປະຊຸມສຸດຍອດຍຸດທະສາດການຮ່ວມມືດ້ານເສດຖະກິດແມ່ນ້ຳສາມສາຍ Ayeyawady - Chao Phraya – Mekong ຄັ້ງທີ 9 ແມ່ນຊອກຫາວິທີເພີ່ມທະວີການຮ່ວມມືຂອງ ACMECS ໃນບັນດາຂົງເຂດຮັກສາສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ ກໍ່ຄືຊຸກຍູ້ການຮ່ວມສຳພັນການພັດທະນາໄລຍະຫລັງໂຄວິດ 19.

ໃນຂະນະນັ້ນ ກອງປະຊຸມສຸດຍອດການຮ່ວມມື ກຳປູເຈຍ -ລາວ-ມຽນມາ- ຫວຽດນາມ(CLMV) ຄັ້ງທີ 10 ດ້ວຍຫົວຂໍ້: “ເພີ່ມທະວີປະສິດທິຜົນການເຊື່ອມຕໍ່ສຳລັບການເຊື່ອມໂຍງພາກພື້ນ” ວາງອອກທິດທາງການຮ່ວມມືໃນອະນາຄົດ, ບົນພື້ນຖານພິຈາລະນາວິກິດການສາທາລະນະສຸກທົ່ວໂລກ ຍ້ອນໂລກລະບາດໂຄວິດ 19 ກໍ່ຂຶ້ນ ແລະ ແຜນການຟື້ນຟູເສດຖະກິດ. ເລື່ອງສ້າງຂອບເຂດການຮ່ວມມື CLMV ແມ່ນຫນຶ່ງໃນບັນດາຄວາມມານະພະຍາຍາມຕອບສະຫນອງຄວາມຮຽກຮ້ອງຕ້ອງການຢ່າງພາວະວິໄສຂອງການເຊື່ອມໂຍງອະນຸພາກພື້ນແມ່ນ້ຳຂອງ ແລະ ອາຊຽນ.

ກອງປະຊຸມສຸດຍອດເຂດສາມລ່ຽມພັດທະນາ ກຳປູເຈຍ - ລາວ - ຫວຽດນາມ(CLV) ຄັ້ງທີ 11 ຊ່ວຍກຳນົດທິດພັດທະນາການຮ່ວມມືດ້ານການເມືອງ-ເສດຖະກິດ-ສັງຄົມລະຫວ່າງ 3 ປະເທດ ກຳປູເຈຍ - ລາວ - ຫວຽດນາມ, ພິເສດແມ່ນກ່ຽວກັບການພັດທະນາເສດຖະກິດ,  ການຄ້າ, ການລົງທຶນພື້ນຖານໂຄງລ່າງ, ວັດທະນະທຳ, ພັດທະນາແຫລ່ງຊັບພະຍາກອນມະນຸດ, ສາທາລະນະສຸກ ແລະ ອາດຊະຍາກຳຂ້າມຊາດ. ກ່ອນຫນ້ານັ້ນ ທີ່ກອງປະຊຸມສຸດຍອດ CLV ຄັ້ງທີ 10 (ເດືອນມີນາປີ 2018 ຢູ່ ຫວຽດນາມ), ການນຳສາມປະເທດ ໄດ້ຮັບຮອງເອົາແຜນການດຳເນີນງານເຊື່ອມຕໍ່ ສາມພື້ນຖານເສດຖະກິດ ກຳປູເຈຍ - ລາວ -ຫວຽດນາມ ຮອດປີ 2030 ເພື່ອແນໃສ່ນຳສາມປະເທດກາຍເປັນຂົ້ວເຕີບໂຕຂອງອາຊຽນ. ເມື່ອຕີລາຄາກ່ຽວກັບປະສິດທິຜົນການຮ່ວມມືໃນເຂດ 3 ລ່ຽມພັດທະນາ ກຳປູເຈຍ - ລາວ -ຫວຽດນາມ, ທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ ຖືວ່າ:

ສະມາຊິກມີຄວາມຮັບຜິດຊອບ

ຫວຽດນາມ ເຂົ້າຮ່ວມ ACMECS ຢ່າງເປັນທາງການໃນເດືອນພະຈິກປີ 2004. ນັບແຕ່ນັ້ນມາຮອດປະຈຸບັນ, ຫວຽດນາມ ໄດ້ເປັນເຈົ້າການສະເຫນີ ແລະ ຜັນຂະຫຍາຍແນວຄວາມຄິດໃຫມ່ຫລາຍຢ່າງ, ປະກອບສ່ວນສ້າງບັນດາເອກະສານສຳຄັນ, ສ້າງ ແລະ ຊຸກຍູ້ບັນດາຂໍ້ລິເລິ່ມ, ຫນູນຊ່ວຍການພັດທະນາໃຫ້ແກ່ບັນດາປະເທດສະມາຊິກ, ໃນນັ້ນ ມີການພັດທະນາແຫລ່ງຊັບພະຍາກອນມະນຸດ ແລະ ກໍ່ສ້າງພື້ນຖານໂຄງລ່າງ. ຫວຽດນາມ ກໍ່ຮັກສາບົດບາດປະສານງານບາງຂົງເຂດຮ່ວມມືລົງເລິກຂະແໜງ ແລະ ຕັ້ງຫນ້າຊຸກຍູ້ບັນດາການເຄື່ອນໄຫວຮ່ວມມືກ່ຽວກັບສິ່ງແວດລ້ອມ, ການຄຸ້ມຄອງແຫລ່ງນ້ຳ.

ຫວຽດນາມ ຊຸກຍູ້ການຮ່ວມມືເພື່ອສັນຕິພາບ, ການພັດທະນາ - ảnh 2 ທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ (ພາບ: TTXVN)

ໃນການຮ່ວມມືເຂດສາມລ່ຽມພັດທະນາ ກຳປູເຈຍ - ລາວ -ຫວຽດນາມ, ຫວຽດນາມ ໄດ້ສົມທົບຢ່າງແຫນ້ນແຟ້ນກັບບັນດາປະເທດ ປະຕິບັດການສຳຫລວດກວດຄົນ ແລະ ສ້າງແຜນຜັງຄືນໃໝ່ເຂດສາມລ່ຽມພັດທະນາຮອດປີ 2020, ສ້າງເວັບໄຊສະເພາະເຂດສາມລ່ຽມພັດທະນາ ດ້ວຍ 4 ພາສາ (ຫວຽດ, ອັງກິດ, ລາວ ແລະ ຂະແມ), ຫນູນຊ່ວຍ ລາວ ແລະ ກຳປູເຈຍ ກໍ່ສ້າງບາງເສັ້ນທາງເຊື່ອມຕໍ່ບັນດາແຂວງ ຊາຍແດນ, ກໍ່ສ້າງຕະຫລາດຊາຍແດນ, ມກວດກາຮ່ວມ. ບັນດາວິສາຫະກິດ ຫວຽດນາມ ໄດ້ລົງທຶນຢູ່ເຂດສາມລ່ຽມພັດທະນາຂອງລາວ ແລະ ກຳປູເຈຍ ດ້ວຍຈຳນວນກວ່າ 100 ໂຄງການ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນວ່າ:

ພວກຂ້າພະເຈົ້າຕັດສິນໃຈກໍ່ສ້າງເຂດສາມລ່ຽມພັດທະນາ ກຳປູເຈຍ - ລາວ -ຫວຽດນາມ ໃຫ້ມີຄວາມຂະຫຍັນຂັນເຄື່ອນ, ວັດທະນາຖາວອນ, ພັດທະນາແບບຍືນຍົງ ແລະ ກວມລວມ. ນາຍົກລັດຖະມົນຕີທັງສາມທ່ານ ໄດ້ຕັດສິນໃຈຮ່ວມກັນ, ຫນູນຊ່ວຍ ແລະ ເຮັດຈົນສຸດຄວາມສາມາດຂອງຕົນເພື່ອສ້າງອາລົມຈິດຄວາມຮັກແພງ, ມູນເຊື້ອສາມັກຄີຂອງສາມປະເທດທີ່ໄດ້ເພີ່ມພູນຄູນສ້າງ”

ຫວຽດນາມ ຊຸກຍູ້ການຮ່ວມມືເພື່ອສັນຕິພາບ, ການພັດທະນາ - ảnh 3 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ  (ພາບ: VGP)

          ສຳລັບຂອບເຂດການຮ່ວມມື ກຳປູເຈຍ - ລາວ - ມຽນມາ - ຫວຽດນາມ, ບັນດາປະເທດ CLMV ໄດ້ຕີລາຄາສູງຕໍ່ການປະກອບສ່ວນຂອງຫວຽດນາມ ໃນການເຊື່ອມຕໍ່ການສ້າງເງື່ອນໄຂກົນໄກ, ນະໂຍບາຍ, …ໃຫ້ແກ່ນັກລົງທຶນ. ບັນດາໂຄງການໂທລະຄົມມະນາຄົມຂອງກຸ່ມບໍລິສັດ Viettel ໄດ້ປະກອບສ່ວນສຳຄັນໃນການຊຸກຍູ້ການເຊື່ອມຕໍ່ໂທລະຄົມມະນາຄົມລະຫວ່າງ 4 ປະເທດ, ໃນນັ້ນ ມີໂຄງການຍົກເວັ້ນຄ່າປ່ຽນລະຫັດສາກົນໃນເຂດ CLMV; ພ້ອມກັນນັ້ນ Viettel ອາດຈະຫນູນຊ່ວຍລັດຖະບານ 4 ປະເທດ ສ້າງລັດຖະບານເອເລັກໂຕນິກ, ຍົກສູງກຳລັງຄວາມສາມາດ ແລະ ທັກສະດີຈີຕອນ ( digital skills) ຮັບໃຊ້ການຫັນເປັນເສດຖະກິດດີຈີຕອນ.

          ບັນດາການປະກອບສ່ວນຂອງຫວຽດນາມ ຢູ່ບັນດາກົນໄກຮ່ວມມືພາກພື້ນໃນໄລຍະຜ່ານມາ ໄດ້ຢັ້ງຢືນຈິດໃຈເປັນເຈົ້າການ ແລະ ມີຄວາມຮັບຜິດຊອບຂອງຫວຽດນາມ ສຳລັບການຮ່ວມມືພາກພື້ນ. ເລື່ອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມບັນດາກອງປະຊຸມສຸດຍອດ ACMECS 9, CLMV 10 ແລະ  CLV 11 ສະແດງໃຫ້ເຫັນການເຊື່ອມຕໍ່ບັນດາຄວາມມານະພະຍາຍາມຂອງຫວຽດນາມ ເພື່ອສັນຕິພາບ, ການຮ່ວມມື, ການພັດທະນາຢູ່ພາກພື້ນ.

ຕອບກັບ