ຫວຽດນາມ - ຈຸດເດັ່ນດຶງດູດການລົງທຶນເລີ່ມທຸລະກິດ ແລະ ກະແສເງິນລົງທຶນ FDI ຄຸນນະພາບສູງ

Vinh Phong
Chia sẻ
(VOVWORLD) -ຫວຽດນາມ ແມ່ນປະເທດໄດ້ຮັບການຕີລາຄາວ່າແມ່ນເພັດທີ່ມີຄ່າໃໝ່ສຸດຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ - ພິເສດແມ່ນໃນການເຄື່ອນໄຫວດຶງດູດການລົງທຶນ. ບາງອົງການສາກົນໃຫ້ຂໍ້ສັງເກດວ່າ “ໄປຄຽງຄູ່ກັບກຳລັງດຶງດູດຈາກຕະຫຼາດ, ການໜູນຊ່ວຍຈາກລັດຖະບານ ດ້ວຍລະບົບນິເວດເລີ່ມທຸລະກິດໄດ້ປະກອບສ່ວນສ້າງກຳລັງດຶງດູດດັ່ງກ່າວ. ປີ 2023,  ຫວຽດນາມ ຈະສືບຕໍ່ແມ່ນຈຸດນັດພົບທີ່ມີຄວາມສາມາດບົ່ມຊ້ອນຂອງບັນດານັກລົງທຶນເລີ່ມທຸລະກິດ”.

ຫວຽດນາມ - ຈຸດເດັ່ນດຶງດູດການລົງທຶນເລີ່ມທຸລະກິດ ແລະ ກະແສເງິນລົງທຶນ FDI ຄຸນນະພາບສູງ - ảnh 1ທ່ານ Vinnie Lauria, ຜູ້ກໍ່ຕັ້ງ ທັງເປັນຜູ້ອຳນວຍການບໍລິຫານກອງທຶນ Golden Gate Ventures
(ພາບ:baodautu.vn)

        ບົດລາຍງານການປ່ຽນແປງໃໝ່ປະດິດຄິດສ້າງປີ 2022 ຂອງລະບົບເຊື່ອມຕໍ່ປ່ຽນແປງໃໝ່ປະດິດຄິດສ້າງ BambyUP ໄດ້ຈັດອັນດັບລະບອບລະບຽບການຂອງ ຫວຽດນາມ ເພີ່ມຂຶ້ນຢ່າງແຮງ, ຈາກອັນດັບທີ 83 ໃນປີ 2020 ແລະ 2021, ຂຶ້ນເປັນອັນດັບທີ 51 ໃນປີ 2022. ບັນດາກົນໄກ, ນະໂຍບາຍໜູນຊ່ວຍຂອງລັດຖະບານ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນໄດ້ສ້າງປະຖົມປັດໄຈໃຫ້ແກ່ການພັດທະນາບັນດາເຈົ້າກຳຂອງລະບົບຊີວະພາບປ່ຽນໃໝ່ປະດິດຄິດສ້າງຢ່າງແຮງທັງໃນໄລຍະສັ້ນ, ໄລຍະຍາວ ແລະ ນີ້ແມ່ນພື້ນຖານເພື່ອໃຫ້ ຫວຽດນາມ ສືບຕໍ່ດຶງດູດການລົງທຶນ.

ຫວຽດນາມ ແມ່ນ “ເຂດດິນແດນອຸດົມສົມບູນ” ດຶງດູດກະແສເງິນລົງທຶນ FDI ມີຄຸນນະພາບສູງ

        ບັນດາກອງທຶນ ໄດ້ໃຫ້ຄຳໝັ້ນສັນຍາລົງທຶນແກ່ໂຄງການເລີ່ມທຸລະກິດ ປະດິດຄິດສ້າງຂອງ ຫວຽດນາມ ດ້ວຍເງິນລົງທຶນຄ່ອຍໆເພີ່ມຂຶ້ນໃນແຕ່ລະປີ, ຈາກຈຳນວນ 425 ລ້ານ USD ໃນປີ 2019 ຂຶ້ນເປັນ 815 ລ້ານ USD ໃນປີ 2020, ແລະ ໃນໄລຍະ 2020 – 2022, ຈຳນວນນີ້ແມ່ນເກືອບ 2 ຕື້ USD. ທ່າເຕີບໂຕນີ້ຄາດວ່າຈະສືບຕໍ່ເພີ່ມຂຶ້ນໃນປີ 2023. ທ່ານ Vinnie Lauria, ຜູ້ກໍ່ຕັ້ງ ທັງເປັນຜູ້ອຳນວຍການບໍລິຫານກອງທຶນ Golden Gate Ventures, ເນັ້ນໜັກວ່າບັນດາປັດໄຈທີ່ຊ່ວຍໃຫ້ ຫວຽດນາມ ກາຍເປັນຈຸດເດັ່ນດຶງດູດການລົງທຶນ, ລວມມີ: ສະຖຽນລະພາບທາງດ້ານການເມືອງ, ກຳລັງແຮງງານໜຸ່ມ ແລະ ມີລະດັບການສຶກສາສູງ, ພື້ນຖານໂຄງລ່າງພັດທະນາ, ທັກສະໃນການຫັນເປັນດີຈີຕອນ ແລະ ຄວາມສາມາດໃນການປ່ຽນໃໝ່ປະດິດຄິດສ້າງ. ທ່ານໃຫ້ຮູ້ວ່າ:

        “ລະດັບການພັດທະນາປ່ຽນແປງໃໝ່ປະດິດຄິດສ້າງຂອງ ຫວຽດນາມ ແມ່ນໄວທີ່ສຸດ, ພິເສດແມ່ນຕະຫຼາດເຕັກໂນໂລຊີຂອງ ຫວຽດນາມ. ດ້ວຍລະດັບການເຕີບໂຕໃນຮອບເວລາ 10 ປີຜ່ານມາ, ໄລຍະຈະມາເຖິງ, ຫວຽດນາມ ມີໂອກາດຫຼາຍທີ່ສຸດຈາກບັນດາພື້ນຖານທີ່ມີຢູ່ແລ້ວ, ຄື: ການສຶກສາ, ວິທະຍາສາດເຕັກໂນໂລຊີ, ພື້ນຖານໂຄງລ່າງໃຫ້ແກ່ເຕັກໂນໂລຊີ, ອຸດສາຫະກຳປຸງແຕ່ງຜະລິດ. ບາງບໍລິສັດເຕັກໂນໂລຊີໃຫຍ່ທົ່ວໂລກໄດ້ສ້າງຕັ້ງບໍລິສັດຢູ່ ຫວຽດນາມ, ຄື: Goole, Intel, Amazone, Samsung... ສິ່ງດັ່ງກ່າວໄດ້ສ້າງກາລະໂອກາດພັດທະນາໃຫ້ແກ່ປະເທດຊາດ, ໃຫ້ແກ່ວິສາຫະກິດ, ການເຄື່ອນໄຫວເລີ່ມທຸລະກິດປ່ຽນແປງໃໝ່ປະດິດຄິດສ້າງ”.

ຫວຽດນາມ ເຄື່ອນໄຫວຢ່າງແຮງເພື່ອຊຸກຍູ້ການປ່ຽນແປງໃໝ່ປະດິດຄິດສ້າງ

        ຫວຽດນາມ ມີຕະຫຼາດພາຍໃນຂະຫຍັນຂັນແຂງ, ຟົດຟື້ນມີຜູ້ມີຄວາມຮູ້ເກັ່ງກ້າສາມາດດ້ານເຕັກໂນໂລຊີໃຫຍ່ ແລະ ການປ່ຽນໃໝ່ຢ່າງຕໍ່ເນື່ອງ, ດັ່ງນັ້ນ ຈຶ່ງກາຍເປັນສະຖານທີ່ດຶງດູດກະແສເງິນລົງທຶນເລີ່ມທຸລະກິດ ໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້. ບົດລາຍງານຂອງ Golden Gate Ventures ດ້ວຍຫົວຂໍ້ “ເຂດສາມຫຼ່ຽມເລີ່ມທຸລະກິດ ອາຊີຕາເວັນອອກສ່ຽງໃຕ້” ໄດ້ຮັບຮູ້ “ການດຳລົງຊີວິດຢູ່ຮ່ວມກັນ” ຂອງບັນດາຕະຫຼາດ ສິງກະໂປ, ອິນໂດເນເຊຍ ແລະ ຫວຽດນາມ ຈະເປີດກາລະໂອກາດເຕີບໂຕຂອງກະແສເງິນລົງທຶນຢູ່ພາກພື້ນ. ບົດລາຍງານເນັ້ນໜັກວ່າ: ຫວຽດນາມ ມີການສົມທົບທີ່ດີລະຫວ່າງຜູ້ມີຄວາມຮູ້ເກັ່ງກ້າສາມາດດ້ານເຕັກໂນໂລຊີແຖວໜ້າ, ວັດທະນະທຳເລີ່ມທຸລະກິດທີ່ມີຢູ່ແລ້ວຂອງປະເທດຊາດ ແລະຕະຫຼາດພາຍໃນພວມພັດທະນາຢ່າງວ່ອງໄວ.

ຫວຽດນາມ - ຈຸດເດັ່ນດຶງດູດການລົງທຶນເລີ່ມທຸລະກິດ ແລະ ກະແສເງິນລົງທຶນ FDI ຄຸນນະພາບສູງ - ảnh 2ທ່ານ ຫງວຽນຈີຢຸ້ງ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ 
(ພາບ:MPI)

        ຕາມຕົວເລກຈາກສູນປ່ຽນແປງໃໝ່ປະດິດຄິດສ້າງແຫ່ງຊາດ ຫວຽດນາມ (NIC) ແລ້ວ, ບັນດາບໍລິສັດເລີ່ມທຸລະກິດ ຫວຽດນາມ ໄດ້ລະດົມແຫຼ່ງທຶນບັນລຸສະຖິຕິ, ແມ່ນ 1,4 ຕື້ USD ດ້ວຍການພົວພັນແລກປ່ຽນກ່ວາ 165 ຄັ້ງ ໃນປີ 2021 (ເພີ່ມຂຶ້ນ 1,6 ເທື່ອເມື່ອທຽບໃສ່ລະດັບ 894 ລ້ານເອີໂຣ ແລະ ການພົວພັນແລກປ່ຽນ 126 ຄັ້ງໃນປີ 2019). ປີ 2023, ຄາດວ່າ, ທ່າເຕີບໂຕນີ້ຈະສືບຕໍ່ເພີ່ມຂຶ້ນດ້ວຍລະດັບ GDP ໃນລະດັບ 6,7%. ທ່ານ ຫງວຽນຈີຢຸ້ງ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ໃຫ້ຮູ້ວ່າ: ຫວຽດນາມ ແມ່ນປະເທດທີ່ອຸດົມສົມບູນແກ່ການດຶງດູດກະແສເງິນລົງທຶນ FDI ຄຸນນະພາບສູງ, ຂະນະທີ່ບັນດາວິສາຫະກິດສາກົນຂະໜາດໃຫຍ່ພວມຊອກຫາກາລະໂອກາດລົງທຶນ ເພື່ອແນໃສ່ຫັນລະບົບການສະໜອງເປັນຫຼາຍຮູບຫຼາຍແບບ, ຈຳກັດການເອື່ອຍອີງໃສ່ຕະຫຼາດດຽວ:

        “ບັນດາກອງທຶນ, ບັນດາວິສາຫະກິດປ່ຽນແປງໃໝ່ປະດິດຄິດສ້າງ ຈະແມ່ນຄູ່ຮ່ວມມືສຳຄັນຂອງລັດຖະບານ, ບັນດາກະຊວງ, ຂະແໜງການເພື່ອແບ່ງປັນ, ໜູນຊ່ວຍ ແລະ ປະກອບຄຳເຫັນໃສ່ການວາງແຜນນະໂຍບາຍກ່ຽວກັບການລົງທຶນເລີ່ມທຸລະກິດປະດິດຄິດສ້າງ, ຊ່ວຍໃຫ້ ຫວຽດນາມ ມີສະພາບແວດລ້ອມແຫ່ງການດຳເນີນທຸລະກິດທີ່ນັບມື້ນັບດຶງດູດກ່ວາໃນພາກພື້ນ ແລະ ຢູ່ໃນໂລກ. ໃນໄລຍະຈະມາເຖິງ, ກະຊວງແຜນການ ແລະ ການລົງທຶນ ຈະຄົ້ນຄ້ວາ, ລາຍງານຄວາມເປັນໄປໄດ້ໃນການສ້າງກົດໝາຍວ່າດ້ວຍການລົງທຶນພະຈົນໄພ ແລະ ສະເໜີກົນໄກສ້າງກອງທຶນໜູນຊ່ວຍໃຫ້ແກ່ການປ່ຽນແປງໃໝ່ປະດິດຄິດສ້າງ ລະດົມ ແຫຼ່ງທຶນຈາກສັງຄົມ, ບໍ່ນຳໃຊ້ງົບປະມານແຫ່ງລັດ ດ້ວຍເປົ້າໝາຍໜູນຊ່ວຍບັນດາໂຄງການເລີ່ມທຸລະກິດປະດິດຄິດສ້າງຄວາມສາມາດບົ່ມຊ້ອນຢ່າງວ່ອງໄວ, ມີປະສິດທິຜົນ”.

        ປະຈຸບັນ, ບັນດາກອງທຶນລົງທຶນຂອງ ຫວຽດນາມ ໄດ້ໜູນຊ່ວຍການເຄື່ອນໄຫວທຸລະກິດຢ່າງຮອບດ້ານກ່ຽວກັບແຫຼ່ງເງິນໜູນຊ່ວຍ, ຄວາມຮູ້, ກຳລັງຄວາມສາມາດເຄື່ອນໄຫວ, ພັດທະນາ, ຫັນຜະລິດຕະພັນເປັນການຄ້າ, ປະກອບສ່ວນສ້າງມູນຄ່າບຸກທະລຸໃຫ້ການເລີ່ມທຸລະກິດ, ຫວຽດນາມ ບືນຕົວອອກສູ່ຕະຫຼາດສາກົນ, ຊ່ວຍລະບົບຊີວະພາບເລີ່ມທຸລະກິດປະດິດຄິດສ້າງແຫ່ງຊາດໃຫ້ນັບມື້ນັບເປັນຂະບວນຟົດຟື້ນ, ດຶງດູດ ແລະ ມີຄຸນນະພາບກ່ວາອີກ./.

ຕອບກັບ