ຫວຽດນາມ - ກຳປູເຈຍ ຍາມໃດຮ່ວມແຮງຮ່ວມໃຈສາມັກຄີກັນ, ເພື່ອຄວາມວັດທະນາຖາວອນຂອງແຕ່ລະປະເທດ

CPC
Chia sẻ
(VOVWORLD) -ການຢ້ຽມຢາມໄດ້ຢືນຢັນອີກເທື່ອໜຶ່ງເຖິງທັດສະນະສະເໝີຕົ້ນສະເໝີປາຍຂອງ 2 ປະເທດແມ່ນ ຍາມໃດຮ່ວມແຮງຮ່ວມໃຈສາມັກຄີກັນ, ເພື່ອຄວາມວັດທະນາຖາວອນຂອງແຕ່ລະປະເທດ.
ຫວຽດນາມ - ກຳປູເຈຍ ຍາມໃດຮ່ວມແຮງຮ່ວມໃຈສາມັກຄີກັນ, ເພື່ອຄວາມວັດທະນາຖາວອນຂອງແຕ່ລະປະເທດ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ ກຳປູເຈຍ Samdech Tech Hun Sen
(ພາບເອກະສານ: VGP)

        ໂດຍຮັບຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີແຫ່ງລາຊະອານາຈັກ ກຳປູເຈຍ Samdech Tech Hun Sen, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ເດີນທາງໄປຢ້ຽມຢາມ ລາຊະອານາຈັກ ກຳປູເຈຍ ຢ່າງເປັນທາງການ ໃນລະຫວ່າງວັນທີ 08 13 ພະຈິກ. ການຢ້ຽມຢາມດຳເນີນໄປໃນສະພາບທີ່ສາຍພົວພັນພິເສດລະຫວ່າງ ຫວຽດນາມ ແລະ ກຳປູເຈຍ ໄດ້ຮັບການເພີ່ມພູນຄູນສ້າງ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ, ນັບແຕ່ເມື່ອສ້າງຕັ້ງການພົວພັນທາງການທູດຢ່າງເປັນທາງການ ກ່ອນນີ້ 55 ປີ. ການຢ້ຽມຢາມໄດ້ຢືນຢັນອີກເທື່ອໜຶ່ງເຖິງທັດສະນະສະເໝີຕົ້ນສະເໝີປາຍຂອງ 2 ປະເທດແມ່ນ ຍາມໃດຮ່ວມແຮງຮ່ວມໃຈສາມັກຄີກັນ, ເພື່ອຄວາມວັດທະນາຖາວອນຂອງແຕ່ລະປະເທດ.

        ນີ້ແມ່ນການຢ້ຽມຢາມ ກຳປູເຈຍ ຢ່າງເປັນທາງການຄັ້ງທຳອິດຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ນັບແຕ່ຮັບດຳລົງຕຳແໜ່ງນາຍົກລັດຖະມົນຕີ ແລະ ກໍ່ແມ່ນການຢ້ຽມຢາມຄັ້ງທຳອິດຂອງການນຳຫຼັກແຫຼ່ງ ຫວຽດນາມ ຢູ່ ກຳປູເຈຍ ໃນປີມິດສະພາບ ຫວຽດນາມ - ກຳປູເຈຍ 2022.

        ການຢ້ຽມຢາມຖືກດຳເນີນໄປໃນສະພາບ ການພົວພັນ “ຖານບ້ານໃກ້ເຮືອນຄຽງອັນດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ໝັ້ນຄົງຍາວນານ” ລະຫວ່າງ ຫວຽດນາມ - ກຳປູເຈຍ ພັດທະນາຢ່າງສະຖຽນລະພາບ. 2 ຝ່າຍສົມທົບກັນຈັດການເຄື່ອນໄຫວທີ່ມີຄວາມໝາຍຫຼາຍຢ່າງ ເນື່ອງໃນໂອກາດສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ.

        2 ຝ່າຍໄດ້ຮັກສາການພົບປະ, ແລກປ່ຽນຂັ້ນສູງ ແລະ ບັນດາກົນໄກຮ່ວມມື 2 ຝ່າຍໃນທຸກຊ່ອງທາງເປັນປະຈຳ. ການພົວພັນຮ່ວມມືລະຫວ່າງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຂອງ 2 ປະເທດນັບມື້ນັບແໜ້ນແຟ້ນ ແລະ ແທດຈິງກວ່າ. ການຮ່ວມມືໃນຂົງເຂດການປ້ອງກັນຊາດ, ປ້ອງກັນຄວາມສະຫງົບສືບຕໍ່ໄດ້ຮັບການເພີ່ມທະວີ; 2 ຝ່າຍຢືດໝັ້ນຫຼັກການ ບໍ່ອະນຸຍາດໃຫ້ບໍ່ວ່າກຳລັງທີ່ເປັນປໍລະປັກໃດ ນຳໃຊ້ຜືນແຜ່ນດິນຂອງປະເທດນີ້ ເພື່ອກໍ່ຄວາມເສຍຫາຍດ້ານຄວາມສະຫງົບ ແລະ ຜົນປະໂຫຍດຂອງປະເທດອ່ືນ.

        ກ່ຽວກັບການພົວພັນດ້ານເສດຖະກິດ, ການຄ້າ, ໃນໄລຍະ 10 ເດືອນຂອງປີ 2022 ບັນລຸ 8,5 ຕື້ USD, ເພີ່ມຂຶ້ນຢ່າງແຮງເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021. ມາຮອດປະຈຸບັນ, ຫວຽດນາມ ມີ 188 ໂຄງການລົງທຶນທີ່ຍັງມີຜົນສັກສິດຢູ່ ກຳປູເຈຍ, ຢືນອັນດັບທີ 1 ໃນ ອາຊຽນ ແລະ ນອນໃນ top 5 ປະເທດທີ່ມີການລົງທຶນໂດຍກົງໃຫຍ່ທີ່ສຸດຢູ່ ກຳປູເຈຍ.

ຫວຽດນາມ - ກຳປູເຈຍ ຍາມໃດຮ່ວມແຮງຮ່ວມໃຈສາມັກຄີກັນ, ເພື່ອຄວາມວັດທະນາຖາວອນຂອງແຕ່ລະປະເທດ - ảnh 2 (ທ່ານເອກອັກຄະລັດຖະທູດ ກຳປູເຈຍ ປະຈຳ ຫວຽດນາມ Chay Navuth)

        ໃນວິວັດການຜັນຂະຫຍາຍນະໂຍບາຍການຕ່າງປະເທດ ແລະ ເຊື່ອມໂຍງເຂົ້າກັບສາກົນ, 2 ປະເທດ ກໍ່ສົມທົບກັນຢູ່ບັນດາເວທີປາໄສສາກົນ, ພາກພື້ນ ແລະ ອະນຸພາກພື້ນເປັນຢ່າງດີ, ພ້ອມກັນຕັ້ງໜ້າປະກອບສ່ວນໃຫ້ແກ່ສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາປະຊາຄົມ ອາຊຽນ ກໍ່ຄືຢູ່ພາກພື້ນ ແລະ ໃນໂລກ. ທ່ານເອກອັກຄະລັດຖະທູດ ກຳປູເຈຍ ປະຈຳ ຫວຽດນາມ Chay Navuth, ຖືວ່າ:

        “ເປົ້າໝາຍຂອງພວກເຮົາໃນໄລຍະຈະມາເຖິງແມ່ນ ສືບຕໍ່ປັບປຸງຄວາມສາມັກຄີ ແລະ ການຮ່ວມມືລະຫວ່າງ 2 ປະເທດໃຫ້ນັບມື້ນັບເຂັ້ມແຂງ. ເມື່ອບັນດາປະເທດໃນໂລກຫາກໍ່ສາມາດຄວບຄຸມໂລກລະບາດໂຄວິດ -19 ໄດ້ນັ້ນ, ນີ້ແມ່ນກາລະໂອກາດທີ່ດີເພື່ອໃຫ້ 2 ປະເທດ ພ້ອມກັນພັດທະນາໃນທຸກເວທີປາໄສ. ທັງ 2 ປະເທດ ລ້ວນແຕ່ແມ່ນສະມາຊິກຂອງ ອາຊຽນ, ຜົນສຳເລັດຂອງ ກຳປູເຈຍ ໃນຖານະເປັນປະທານໝູນວຽນ ອາຊຽນ ປີ 2022 ບໍ່ອາດຂາດການປະກອບສ່ວນຂອງ ຫວຽດນາມ ໄດ້, ໂດຍອີງໃສ່ຈິດໃຈ “ໜູນຊ່ວຍເຊິ່ງກັນ ແລະ ກັນ” ຂອງ ອາຊຽນ”.

        ສະເພາະການພົວພັນ 2 ຝ່າຍ, ຫວ່າງມໍ່ໆມານີ້ ທ່ານນາຍົກລັດຖະມົນຕີ Hun Sen ແລະ ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ກໍ່ເຫັນດີເປັນເອກະພາບເພີ່ມວົງເງິນການຄ້າລະຫວ່າງ 2 ປະເທດຂຶ້ນລະດັບ 10 ຕື້ USD ໃນປີ 2022. ພ້ອມກັນນັ້ນ, 2 ປະເທດກໍ່ເປັນເອກະພາບສ້າງເສັ້ນຊາຍແດນ ຫວຽດນາມ - ກຳປູເຈຍ ໃຫ້ກາຍເປັນເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມື; ຮັບປະກັນການເຄື່ອນໄຫວພົວພັນແລກປ່ຽນ, ຮ່ວມມື, ຄ້າຂາຍສິນຄ້າຂອງປະຊາຊົນທີ່ດຳລົງຊີວິດຢູ່ລຽບຕາມເສັ້ນຊາຍແດນຂອງ 2 ປະເທດ.

ຫວຽດນາມ - ກຳປູເຈຍ ຍາມໃດຮ່ວມແຮງຮ່ວມໃຈສາມັກຄີກັນ, ເພື່ອຄວາມວັດທະນາຖາວອນຂອງແຕ່ລະປະເທດ - ảnh 3(ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ກຳປູເຈຍ ຫງວຽນຮຸຍຕັງ)

        ປະຈຸບັນ, ໃນສະພາບທີ່ໂລກ ແລະ ພາກພື້ນມີການຫັນປ່ຽນຢ່າງສັບສົນ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້ນັ້ນ, 2 ປະເທດລ້ວນແຕ່ມີຄວາມຮັບຮູ້ຢ່າງເລິກເຊີ່ງວ່າ ຕ້ອງເພີ່ມທະວີຄວາມສາມັກຄີ, ການຮ່ວມມື ແລະ ໜູນຊ່ວຍເຊິ່ງກັນແລະກັນ, ເພື່ອຄວາມວັດທະນາຖາວອນຂອງແຕ່ລະປະເທດ. ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ກຳປູເຈຍ ຫງວຽນຮຸຍຕັງ, ຖືວ່າ:

        “ພວກເຮົາຕ້ອງສືບຕໍ່ຊຸກຍູ້ການຮ່ວມມືໃນຂົງເຂດການເມືອງຢ່າງແຮງ ເພື່ອຮັບປະກັນການກຳນົດທິດສັງລວມໃນການພົວພັນຂອງ 2 ປະເທດ, ຍູ້ແຮງການສຶກສາປະຊາຊົນທຸກຊັ້ນວັນນະ, ໂດຍສະເພາະແມ່ນລຸ້ນໜຸ່ມ ກ່ຽວກັບບົດບາດ, ຄວາມສຳຄັນ ແລະ ຄວາມໝາຍຍຸດທະສາດຂອງການພົວພັນ ຫວຽດນາມ - ກຳປູເຈຍ ກໍຄືຄວາມໝາຍເປັນຕາຍຂອງການພົວພັນນີ້. ຈາກນັ້ນກໍ່ປັບປຸງ, ຍົກສູງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ສ້າງພື້ນຖານສັງຄົມຢ່າງໝັ້ນຄົງໜັກແໜ້ນໃຫ້ເລື່ອງຊຸກຍູ້, ເພີ່ມທະວີການພົວພັນລະຫວ່າງ 2 ປະເທດຢ່າງຮອບດ້ານ”.

        ຄາດວ່າ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຈະດຳເນີນການເຈລະຈາກັບທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Sen, ພ້ອມກັບທ່ານນາຍົກລັດຖະມົນຕີ Hun Sen ເຂົ້າຮ່ວມການກ່າວປາໄສທີ່ເວທີປາໄສສົ່ງເສີມການລົງທຶນ, ການຄ້າ ຫວຽດນາມ - ກຳປູເຈຍ; ພົບປະເຈລະຈາກັບພະບາດສົມເດັດພະບໍລົມມະນຽດ Norodom Sihamoni ແຫ່ງລາຊະອານາຈັກ ກຳປູເຈຍ ແລະ ການນຳຂັ້ນສູງບາງທ່ານຂອງ ກຳປູເຈຍ. ແນ່ນອນວ່າ, ການພົວພັນລະຫວ່າງ 2 ປະເທດໃນໄລຍະຈະມາເຖິງ ຈະສືບຕໍ່ພັດທະນາຢ່າງດີງາມ ແລະ ນຳມາເຊິ່ງໝາກຜົນທີ່ແທດຈິງຫຼາຍຢ່າງຖືກຕາມທິດນຳທີ່ວ່າ “ບ້ານໃກ້ເຮືອນຄຽງອັນດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ຮ່ວມມືຮອບດ້ານ, ໝັ້ນຄົງຍາວນານ.”

ຕອບກັບ