ສ້າງເອີລົບເປັນອົງການໜຶ່ງດຽວ: ຄວາມໄວ້ເນື້ອເຊື່ອໃຈຫລຸດລົງ

Ánh Huyền
Chia sẻ
(vovworld)-  ການ​ເລືອກ​ຕັ້ງລັດຖະສະພາ​ເອີ​ລົບ (EP) ​ໄດ້​ມີ​ໝາກຜົນ​ລະອຽດ​ແລ້ວ. ​ເຖິງ​ວ່າ, ຝ່າຍສຳພັນທະ​ມິດບັນດາ​ພັກ​ຮັກສາ​ເດີມ ​ແລະ ສຳພັນ​ທະ​ມິດ​ບັນດາພັກ​ສັງຄົມ, ສັງຄົມ​ປະຊາທິປະ​ໄຕ ຍັງ​ຄົງ​ແມ່ນ​ບັນດາພັກໃຫ່ຍກ່ວາ​ໝູ່​ໃນ​ລັດຖະສະພາກໍ່ຕາມ, ​ແຕ່​ບັນດາພັກ​ຂວາ​ຈັດ​......

(vovworld)-  ການ​ເລືອກ​ຕັ້ງລັດຖະສະພາ​ເອີ​ລົບ (EP) ​ໄດ້​ມີ​ໝາກຜົນ​ລະອຽດ​ແລ້ວ. ​ເຖິງ​ວ່າ, ຝ່າຍສຳພັນທະ​ມິດບັນດາ​ພັກ​ຮັກສາ​ເດີມ ​ແລະ ສຳພັນ​ທະ​ມິດ​ບັນດາພັກ​ສັງຄົມ, ສັງຄົມ​ປະຊາທິປະ​ໄຕ ຍັງ​ຄົງ​ແມ່ນ​ບັນດາພັກໃຫ່ຍກ່ວາ​ໝູ່​ໃນ​ລັດຖະສະພາກໍ່ຕາມ, ​ແຕ່​ບັນດາພັກ​ຂວາ​ຈັດ​ຕາມ​ທ່າ​ອ່ຽງລັດທິ​ຊົນ​ຊາດ ​ແລະ ຕ້ານ​ຄືນ​ເອີ​ລົບໜຶ່ງ​ດຽວ ພັດ​ຍາດ​ໄດ້​ຈຳນວນ​ບັດ​ສະໜັບສະໜູນ​ສູງ​ສຸດ​​ໂດຍ​ບັງ​ເອີນ. ຄວາມ​ຈິງ​ນີ້​ໄດ້​ວາງ​ອອກສິ່ງ​ທ້າ​ທາຍ​ອັນ​ໃຫ່ຍຫຼວງ​ໃຫ້​ແກ່​ບັນດາ​ການ​ນຳ​ສະຫະພາບ​ເອີ​ລົບ (EU) ຍ້ອນ​ທ່າ​ອ່ຽງນີ້ ອາດຈະ​ກີດຂວາງວິວັດ​ການ​ຟື້ນ​ຟູ ​ແລະ ພັດທະນາ​ຂອງ EU.

   751 ທີ່​ນັ່ງ​ຂອງ​ສະມາຊິກ​ລັດຖະສະພາ​ໄດ້​ຈັດ​ແບ່ງ​ໃຫ້​ບັນດາ​ປະ​ເທດ​ສະມາຊິກ EU ອີງ​ຕາມຈຳນວນ​ປະຊາກອນ​ຂອງ​ແຕ່ລະ​ປະ​ເທດ. ​ແລະ ມີ​ຢ່າງ​ໜ້ອຍ​ສຸດ 20% ​ໃນ​ຈຳນວນ 751 ​ທີ່​ນັ່ງ​ຂອງ EP ​ໃນ​ອາຍຸ​ການ​ນີ້ ​ແມ່ນ​ຂຶ້ນກັບ​ບັນດາ​ພັກ​ຝ່າຍ​ຕ່າງໆ​ທີ່​ບໍ່​ເປັນ​ປະ​ໂຫຍ​ດ​ສຳລັບ EU.

ສ້າງເອີລົບເປັນອົງການໜຶ່ງດຽວ: ຄວາມໄວ້ເນື້ອເຊື່ອໃຈຫລຸດລົງ - ảnh 1

ສຳນັກງານ​ຂອງລັດຖະສະພາ​ເອີ​ລົບ

(ພາບ: AP)

​ທັດສະນະ​ຂວາ​ຈັດ, ຕ້ານ EU ຟື້ນ​ຕົວ​ຂຶ້ນ

​  ໃນ​ບັນດາ​ປະ​ເທດ​ເຂົ້າຮ່ວມ EP ​ເກືອບ​ທັງ​ໝົດ, ພັກ​ຕ່າງໆ​ດ້ວຍ​ທັດສະນະ​ຫົວ​ຮຸນ​ແຮງ, ຂວາ​ຈັດ, ລັດທິ​ຊົນ​ຊາດ ​ແລະ ຕ້ານ​ຄືນ​ການ​ສ້າງ​ເອີ​ລົບ​ເປັນ​ອົງການ​ດຽວ ລ້ວນ​ແຕ່​ໄດ້​ຟື້ນ​ຕົວຢ່າງ​ແຮງ ​ແລະ ບັນລຸ​ໝາກຜົນ​ສູງ.

   ຢູ່​ຝະລັ່ງ, ອັງກິດ, ພັກ​ແນວ​ໂຮມ​ແຫ່ງ​ຊາດ ​ແລະ ພັກ​ເອກະລາດ​ລ້ວນ​ແຕ່​ລື່ນ​ກາຍ​ບັນດາ​ພັກ​ໃຫ່ຍທີ່​​ເຄີຍ​ຜັດປ່ຽນ​​ກັນ​ກຳ​​ອຳນາດ​ຢູ່​ສອງ​ປະ​ເທດ​ນັບ​ແຕ່​ດົນ​ນານ​ແລ້ວ. ຢູ່​ແດນ​ມາກ, ພັກ​ຝ່າຍ​ຂວາ​ປະຊາຊົນ​ແດນ​ມາກ, ຊື່​ງ​ຄັດຄ້ານ​ນະ​ໂຍບາຍ​ເຂົ້າ​ເມືອງ ກໍ່​ນຳ​ໜ້າ​ໃນ​ການ​ປ່ອນ​ບັດ​ຢູ່​ປະ​ເທດ​ນີ້. ຢູ່​ປະ​ເທດ​ໂອ​ຕາ​ລິດ, ​ໂປ​ໂລ​ຍ, ຮຸງ​ກາຣີ ​ແລະ ​ແຟງ​ລັງ, ບັນດາ​ພັກ​​ຂວາ​ຈັດ ​ແລະ ລັດທິ​ຊົນ​ຊາດ​ລ້ວນ​ແຕ່​ຍາດໄດ້​​ບັດ​ສະໜັບສະໜູນດ້ວຍ​ອັດຕາ​ສູງ​ທີ່​ສຸດ. ສິ່ງ​ທີ່​ໜ້າ​ເວົ້າ​ເຖິງ​ແມ່ນ, ພັກທັງ​ໝົດ​ເຫຼົ່ານັ້ນລ້ວນ​ແຕ່​ມີ​ແຜນ​ນະ​ໂຍບາຍ​ໄປ​ຝືນກັບທຸກສິ່ງ​ທຸກ​ຢ່າງທີ່ EU ຖື​ວ່າ​ແມ່ນ​ຄະຕິ​ທຳ ​ແລະ​ ປະຕິບັດນະ​ໂຍບາຍ​ຄັດຄ້ານ EU ​​ໂຮມ​ເປັນ​ອົງການເປັນ​ໜຶ່ງ​ດຽວ, ສົງ​ໃສ​ຕໍ່​ອະນາຄົດ​ຂອງ​ກຸ່ມ.

ສ້າງເອີລົບເປັນອົງການໜຶ່ງດຽວ: ຄວາມໄວ້ເນື້ອເຊື່ອໃຈຫລຸດລົງ - ảnh 2

ພັກ​ແນວ​ໂຮມ​ຊົນ​ຊາດ​ຂອງ​ທ່າ​ນນາງ Marine Le Pen​ໄດ້​ຮັບ​ໄຊຊະນະ​ຢູ່​ຝະລັ່ງ

 (ພາບ: http://dantri.com.vn)

ໝາກຜົນ​ທີ່​ແນ່ນອນ​ຂອງ​ການ​ຂາດ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ

​    ຕົວ​ຈິງ​ເຫັນ​ວ່າ, ອັດຕາ​ສ່ວນຜູ້​ມີ​ສິດ​ເລືອກ​ຕັ້ງ​ເຂົ້າຮ່ວມ​ການ​ເລືອກ​ຕັ້ງ EP ຄັ້ງນີ້​ແມ່ນ​ຢູ່​ໃນ​ລະດັບ​ຕ່ຳ​ສຸດ, ກວມ​ພຽງ 43% ​ໃນ​ຈຳນວນ​ຜູ້​ມີ​ສິດ​ເລືອ​ກຕັ້ງປະມານ 400 ລ້ານ​ຄົນ​ຂອ​ງປະທ​ດ ສະ​ມາ​ຊິກ EU ທັງ​ໝົດ 28 ປະ​ເທດ​ເທົ່າ​ນັ້ນ. ຫລຸດ​ລົງ​ຢ່າງ​ແຮງ​ເມື່ອ​ທຽບ​ກັບ​ການ​ເລືອ​ກຕັ້ງຄັ້ງກ່ອນ.

   ນັບ​ແຕ່​ເກີດ​ວິ​ກິດ​ການ​ເສດຖະກິດ-​ການ​ເງິນ​ໂລກ​ເປັນ​ເວລາ​ກ່ວາ 5 ປີ, ປະຊາຊົນ EU ບໍ່​ທັນ​ເຫັນ​​ສັນຍານ​ຕັ້ງໜ້າ​ຈາກ​ບັນດາ​ລະບອບ​ການ​ເມືອງ​ໃນ EU ກໍ່​ຄື​ໃນ​ແຕ່​ລະ​ລັດຖະບານ​ຂອງ​ເຂົາ​ເຈົ້າ. ລາຄາ​ສິນຄ້າ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ, ​ເກີດ​ໄພ​ຫວ່າງ​ງານ, ພາສີ​ອາກອນ​ເພີ່ມ​ຂຶ້ນ​ໃນ​ຂະນະ​ທີ່​ສະຫວັດດີ​ການ​ສັງຄົມ​ຫລຸດ​ລົງ…. ປະຊາຊົນ​ບໍ່ພໍ​ໃຈ ​ແລະ ຖີ້ມ​ໂທດ​ໃຫ້ການ​ນຳ EU ນັ້ນ​ແມ່ນ​ສາຍ​ເຫດ​ກໍ່​ໃຫ້​ເກີດ​ວິ​ກິດ​ການ. ບັນດາ​ພັກ​ຂວາ​ຈັດ​ກວມ​​ອັດຕາ​ສ່ວນ​ສະໜັບ​ສະ​ຫນູນສູງ​ໃນ​ການ​ເລືອກ​ຕັ້ງລັດຖະສະພາ​ເອີ​ລົບ (EP) ​ທີ່​ຜ່ານ​ມາແມ່ນຄຳ​ຕອບ​ທີ່​ຈະແຈ້ງ​ທີ່​ສຸດ, ສະ​ແດງ​ໃຫ້​ເຫັນ​ວ່າ: ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງຕໍ່​ອົງການ​ EU ໜຶ່ງ​ດຽວຖືກຫລຸດ​ລົງ

​ເລືອກ​ເຟັ້ນທິດ​ທາງ​ໃນ​ອະນາຄົດ

   ຕົວ​ຈິງ​ດັ່ງກ່າວ​ໄດ້​ເຮັດ​ໃຫ້ບັນດາ​ການ​ນຳ EU ມີ​ຄວາມ​ເປັນ​ຫ່ວງ​ກັງວົນ. ຊ້ຳບໍ່​ໜຳ, ທ່ານ​ນາຍົກລັດຖະມົນຕີຝະລັ່ງ Mamuel Valls ຖື​ວ່າ, ນີ້​ແມ່ນ​ການ​ສັ່ນ​ສະ​ເທືອ​ນດ້ານ​ການ​ເມືອງ​ຢູ່ EU. ບັນດາ​ນັກ​ການ​ເມືອງ​ໃຫ້​ຂໍ້​ສັງ​ເກດ​ວ່າ, ໝາກຜົນ​ການ​ເລືອກ​ຕັ້ງ EP ​ໄດ້​ສ່ອງ​ແສງ​ໃຫ້​​ເຫັນສະພາບ​ຂາດ​ສະຖຽນ​ລະ​ພາບ​ຍັງ​ໜັກໜ່ວງ​ກ່ວາ​ວິ​ກິດ​ການ​ເສດຖະກິດ​ການ​ເງິນ​ທີ່​ເຄີຍ​ທຳລາຍ​ພາກ​ພື້ນ​ໃຊ້​ສະກຸນ​ເງິນ​ເອີ​ໂຣ. ຫລັງຈາກ​ນັ້ນ, ບັນດາ​ການ​ນຳ EU ​ໄດ້​ຟ້າ​ວຟັ່ງຈັດການປະຊຸມ​ຢູ່ Brucssel ປະ​ເທດ​ແບນ​ຊິກ ​ເພື່ອ​ຮັບ​ມື​ກັບ​ບັນດາ​ຄວາມວິຕົກ​ກັງວົນ​ກ່ຽວ​ກັບ​ທ່າ​ອ່ຽງ​ແຍກ​ຕົວ​ເອົລົບ​ໃນ​ປະຈຸ​ບັນ ຊື່​ງມີ​ທີ່​ຕັ້ງທີ່​ແນ່ນອນ​ໃນ EP. EU ພວມ​ຢືນ​ຢູ່​ຕໍ່ໜ້າ​ສິ່ງ​ທ້າ​ທາຍ​ຕ້ອງ​ຍູ້​ແຮງ​ການ​ປະຕິ​ຮູບ, ການ​ປ່ຽນ​ແປງ​ໃໝ່.

  EU ພວມ​ຕ້ອງການ​ການ​ປະຕິ​ຮູບ​ຢ່າງ​ແຮງ, ມີ​ໄຫວ​ພີ​ບກ່ວາ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ການ​ເຄື່ອນ​ໄຫວ​ຂອງ​ບັນດາ​ລະບອບ​ຂອງ​ກຸ່ມ​ຈຶ່ງ​ສາມາດ​ນຳ​ມາ​ເຊິ່ງປະສິດທິ​ຜົນ​ໄດ້ ​ແລະ ​ເວລາ​ນັ້ນຈຶ່ງ​ນຳ​ມາ​ເຊິ່ງພະລັງ​ຊີວິດ​ໃໝ່, ການ​ປ່ຽນ​ແປງ​ທີ່​ຕັ້ງໜ້າ​ສຳລັບ​ພາກ​ພື້ນ​ນີ້.

  ​ແຕ່​ເຖິງ​ແນວ​ນັ້ນກໍ່ຕາມ, ດ້ວຍ​ການ​ປະກົດ​ຕົວ​ຂອງ​ບັນດາ​ບຸກຄົນ​ຂວາ​ຈັດ​ໃນ EP, ວິວັດ​ການ​ປະຕິ​ຮູບ​ນີ້​ແນ່ນອນ​ວ່າ​ຈະ​ດຳ​ເນີນ​ໄປ​ດ້ວຍ​ດີ​ຫຼື​ບໍ່? EU ຈະ​ສ້າງ​ໃຫ້​ມີ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ສູງ​ໃນ​ບັນດາ​ລະບອບຂອງ EU ກໍ່​ຄື​ລະຫວ່າງ​ການ​ນຳ​ບັນດາ​ປະ​ເທດ​ສະມາຊິກ​ຂອງ​ກຸ່ມ​ນີ້​ເອງ​ໄດ້​ຫຼື​ບໍ່? ​ເກືອ​ບຄື​ວ່າ​ຄຳ​ຕອບ​ກໍ່​ມີ​ຢູ່​ແລ້ວ. ດ້ວຍ​ແນວ​ຄິດ​ຄັດຄ້ານ​ການ​ສ້າງ​ເອີ​ລົບ​ເປັນ​ອົງການ​ໜຶ່ງ​ດຽວນັ້ນ, ຕາມ​ຂໍ້​ໃຫ້​ສັງ​ເກດ​​ແລ້ວ, ​ໃນ​ໄລຍະ​ຈະ​ມາ​ເຖິງ, ບັນດາ​ທັດສະນະ​ທີ່​ແຕກ​ຕ່າງ​ກັນ​ໃນ EP ອາດ​ຈະ​ກະທົບ​ເຖິງສົນທິສັນຍາ​ກ່ຽວ​ກັບ​ການ​ໄປມາ​ຢ່າງເສລີ, ການ​ເຄື່ອນ​ໄຫວ​ດ້ານ​ທະນາຄານ, ການ​ເງິນ​ໃນ EU ​ແລະ ພາ​ໃຫ້​ຂາດຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ໃນ EU. ພາຍ​ຫຼັງ​ຮັບ​ມື​ກັບ​ໜີ້​ສາທາລະນະ​ເປັນ​ເວລາ 5 ປີ, EU ພວມ​ກ້າວ​ເຂົ້າສູ່​ໄລຍະ​ຫຍຸ້ງຍາກ​ໃໝ່​ບົນ​ເສັ້ນທາງ​ເຫັນ​ດີ​ເຫັນ​ພ້ອມ ມຸ້ງ​ໄປ​ສູ່​ອະນາຄົດ./.

ຕອບກັບ