ສະພາແຫ່ງຊາດຫວຽດນາມ ປ່ຽນໃໝ່ເພື່ອພັດທະນາ

Hong Van
Chia sẻ
ໃນວາລະ​ອັດ​ກອງປະຊຸມ​ຄັ້ງທີ 6 ຄະນະ​ປະຈຳ​ສະ​ພາ​ແຫ່ງ​ຊາດ​ຫວຽດນາມ ເມື່ອ​ວັນ​ທີ 28/3, ຜູ້​ແທນ​ຫຼາຍ​ທ່ານ​ໄດ້ຍົກ​ອອກ​ບັນດາ​ມາດ​ຕະການ​ປ່ຽນ​ໃໝ່​ການ​ເຄື່ອນ​ໄຫວ​ຂອງ​ສະພາ​ແຫ່ງ​ຊາດ​

ເລື່ອງປ່ຽນ​ໃໝ່, ຍົກ​ສູງ​ຄຸນ​ນະພາ​ບ, ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ຂອງ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ແມ່ນ​ໜື່ງ​ໃນ​ບັນດາ​ຄວາມ​ຕ້ອງການ​ອັນ​ຈຳ​ເປັນ ​ເພື່ອ​ແນ​ໃສ່​ຕອບ​ສະໜອງ​ຄຳ​ຮຽກຮ້ອງ​ການ​ສ້າງ​ລັດ​ແຫ່ງ​ອຳນາດນິຕິບັນຍັດ​ສັງຄົມ​ນິຍົມ​ໃນ​ສະພາບ​ການ​ປະຈຸ​ບັນ. ​ເນື້ອ​ໃນ​ດັ່ງກ່າວ​ໄດ້​ຮັບ​ການ​ສ້າງ​ເປັນ​ແຜນ​ຮ່າງ ​ແລະ ​ໃນ​ຂອບ​ເຂດ​ວາລະ​ປະຊຸມ​ຄັ້ງທີ 6 ຄະນະ​ປະຈຳ​ສະ​ພາ​ແຫ່ງ​ຊາດ​ຫວຽດນາມ ຊື່​ງ​ໄດ້​ອັດ​ລົງ​ໃນ​ວັນ​ທີ 28/3, ຜູ້​ແທນ​ຫຼາຍ​ທ່ານ​ສືບ​ຕໍ່​ຍົກ​ອອກ​ບັນດາ​ມາດ​ຕະການ​ປ່ຽນ​ໃໝ່​ການ​ເຄື່ອນ​ໄຫວ​ຂອງ​ສະພາ​ແຫ່ງ​ຊາດ​ຢ່າງຮອບດ້ານ, ​ໃນ​ນັ້ນ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ເຄື່ອນ​ໄຫວ​ຊັກ​ຖາມ, ຈັດ​ສະ​ໄໝປະຊຸມ, ການ​ພົບ​ປະກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງຂອງ​ສະມາຊິກ​ສະພາ​ແຫ່ງ​ຊາດ.

ສະພາແຫ່ງຊາດຫວຽດນາມ ປ່ຽນໃໝ່ເພື່ອພັດທະນາ - ảnh 1

ວາລະ​ປະຊຸມ​ຄັ້ງທີ 6 ຄະນະ​ປະຈຳ​ສະ​ພາ​ແຫ່ງ​ຊາດ​ຫວຽດນາມ

(ພາບ:vietnamplus.vn)

​ ​ເນື້ອ​ໃນ​ປະການໜື່ງທີ່​ຜູ້​ແທນ​ຫຼາຍ​ທ່ານ​ໄດ້​ເຕື້ອງ​ເຖິງ ນັ້ນ​ແມ່ນ ສະພາ​ແຫ່ງ​ຊາດ​ຕ້ອງ​ເພີ່ມ​ທະວີ​ການ​ເຄື່ອນ​ໄຫວ​ຊັກ​ຖາມ, ຕອບ​ຄຳ​ຊັກ​ຖາມ​ທີ່​ວາລະ​ປະຊຸມ​ຂອງຄະນະ​ປະຈຳ​ສະ​ພາ​ແຫ່ງ​ຊາດ​ຫວຽດນາມ  ​ແລະ​ການ​ອະທິ​ບາຍ​ຂອງ​ບັນດາ​ທ່ານ​ລັດຖະມົນຕີ, ຫົວໜ້າ​ຂະ​ແໜງ​ທີ່​ວາລະ​ປະຊຸມ​ຄັ້ງຕ່າງໆ​ຂອງ​ສະພາ​ຊົນ​ເຜົ່າ ​ແລະ ບັນດາ​ກຳມາ​ທິການ (ຢ່າງ​ໜ້ອຍ​ສຸດ​ແມ່ນ​ຈັດານ​ປະຊຸມ 2 ​ຄັ້ງ/ປີ). ​ເມື່ອ​ແລກປ່ຽນ​ກັບ​ວົງ​ການ​ນັກ​ຂ່າວ, ທ່ານ Dao Trong Thi ປະທານ​ກຳມາ​ທິການ​ວັດທະນະທຳ ການ​ສຶກສາຊາວ​ໜຸ່ມ, ​ເຍົາວະ​ຊົນ, ອະນຸຊົນ ຂອງ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ໃຫ້​ຮູ້​ວ່າ:

    “ພວກ​ເຮົາມີ​ພື້ຖານ​ດ້ານ​ກົດໝາຍ​ຢ່າງ​ຄົບ​ຖ້ວນ ກໍ​ຄື​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ເພື່ອ​ຈັດຕັ້ງບັນດາ​ການ​ເຄື່ອນ​ໄຫວ​ນີ້​ຢ່າງ​ເປັນ​ປະຈຳ ທີ່​ວາລະ​ປະຊຸມ​ຄັ້ງຕ່າງໆ​ຂອງຄະນະ​ປະຈຳ​ສະ​ພາ​ແຫ່ງ​ຊາດ​, ພຽງ​ແຕ່​ຕ້ອງມີຄວາມ​ຕັດສິນ​ໃຈ​ສູງ​ຂອງຄະນະ​ປະຈຳ​ສະ​ພາ​ແຫ່ງ​ຊາດ​​ໃນ​ການ​ປ່ຽນ​ໃໝ່​ການ​ເຄື່ອນ​ໄຫວ​ຂອງ​ຕົນ ກໍ​ຄື​ການ​ຕອບ​ສະໜອງ​ຂອງ​ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ, ພິ​ເສດ​ແມ່ນບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດສະ​ເພາະ​ກິດ ​ແລະ ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນຂອງ​ບັນດາ​ສະມາຊິກ​ລັດຖະບານ ​ແລະ ທ່ານ​ຫົວໜ້າ​ຂະ​ແໜງ. ການ​ປະຕິບັດ​ການ​ຊັກ​ຖາມ ທີ່​ບັນດາ​ວາລະ​ປະຊຸມ​ຂອງຄະນະ​ປະຈຳ​ສະ​ພາ​ແຫ່ງ​ຊາດ​​ ຈະ​ຊ່ວຍ​ໃຫ້ຄະນະ​ປະຈຳ​ສະ​ພາ​ແຫ່ງ​ຊາດ​​​ດຳ​ເນີນ​ການ​ຕິດຕາມ​ກວດກາ​ຢ່າງ​ເລິກ​ເຊີ່ງ​ກ່ວາ. ສະນັ້ນສະພາ​ແຫ່ງ​ຊາດ ​ແລະ ຄະນະ​ປະຈຳ​ສະ​ພາ​ແຫ່ງ​ຊາດ​​ ຈະສາມາດ​ຕັດສິນ​ບັນດາ​ບັນຫາ​ສຳຄັນ​ຂອງ​ປະ​ເທດ​ຊາດ​ຢ່າງ​ມີ​ປະສິດທິ​ຜົນ ​ແລະ ມີ​ຄຸນະພາບ​ສູງ​ກ່ວາ“.

   ພ້ອມ​ກັບການ​ເພີ່ມ​ທະວີ​ການ​ເຄື່ອນ​ໄຫວ​ຊັກ​ຖາມ​ທີ່​ບັນດາ​ວາລະ​ປະຊຸມ​ຂອງຄະນະ​ປະຈຳ​ສະ​ພາ​ແຫ່ງ​ຊາດ​​, ຜູ້​ແທນ​ຫຼາຍ​ທ່ານ​ຖືວ່າ ການ​ເຄື່ອນ​ໄຫວ​ຊັກ​ຖາມທີ່​ສະ​ໄໝ​ປະຊຸມ​ສະພາ​ແຫ່ງ​ຊາດ​ກໍ​ຕ້ອງ​ມີ​ການ​ປ່ຽນ​ໃໝ່​ຢ່າງ​ແຮງ, ຫລຸດ​ບົດ​ລາຍ​ງານ​ອະທິບາຍ​ສັ້ນລົງ, ​ເພີ່ມ​ການ​ຊັກ​ຖາມ​ໂດຍ​ກົງ​ຕາມ​ແຕ່ລະ​ໝວດ​ບັນຫາ ຕາມ​ທິດ​ໂອ້​ລົມ​ສົນທະນາ, ​ໂຕ້ວາທີ​ແຕ່​ລະ​ບັນຫາ​ຈົນ​ສຸດ​ກົກ​ສຸດ​ປາຍ.

   ​ເມື່ອ​ເຕື້ອງ​ເຖິງ​ບັນຫາ​ປ່ຽນ​ໃໝ່​ການ​ເຄື່ອນ​ໄຫວ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ, ຕາມ​ຜູ້​ແທນ​ຈຳນວນ​ໜື່ງ​ແລ້ວ, ຄວນ​ຫັນ​ວິທີ​ການ​ພົບ​ປະກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບ​ຄື: ການ​ພົບ​ປະ​ກັບກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຢູ່​ຫົວໜ່ວຍ​ເລື້ອກຕັ້ງ, ບ່ອນຢູ່​ອາ​ໄສ, ບ່ອນ​ເຮັດ​ວຽກ, ພົບ​ປະ​ຕາມ​ແຕ່​ລະ​ຫົວ​ເລື່ອງ​ສະ​ເພາະ, ຂົງ​ເຂດ, ​ເປົ້າໝາຍ, ບໍລິ​ເວນ​ຊື່​ງ ສະມາຊິກ​ສະພາ​ແຫ່ງ​ຊາດ​ເລືອກ​ເຟັ້ນ. ​ແຕ່ລະ​ເດືອນ, ສະມາຊິກ​ສະພາ​ແຫ່ງ​ຊາດຢູ່​ທ້ອງ​ຖິ່ນ​ຕ້ອງ​ສະຫງວນ​ເວລາ​ແຕ່ 2 ​ເຖິງ 3 ວັນ​ເພື່ອ​ລົງ​ພົບ​ປະ, ​ແຊກ​ຊືມ​ເຂົ້າກັບ​ຊີວິດ​ຂອງ​ປະຊາຊົນ, ກຳ ​ແລະ ຊອກ​ຮູ້​ຄວາມ​ໃນ​ໃຈ, ຄວາມ​ມຸ້ງ​ຫວັງ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ… ທ່ານ Phung Quoc Hien ປະທານ​ກຳມາ​ທິການ​ການ​ເງິນ, ງົບປະມານ​ຂອງ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຍົກ​ອອກ​ຄຳ​ເຫັນ​ວ່າ:

   “​ຖ້າ​ຫາກ​ວ່າ​ພວກ​ເຮົາ​ບໍ່​ສາມາດ​ພົບ​ປະ​ກັບ​ປະຊາຊົນ​ຢ່າງ​ລະອຽດ ໝາຍ​ຄວາມ​ວ່າ​ຂໍ້​ມູນ​ຂ່າວ​ຂອງ​ພວກເຮົາ​ບໍ່​ທັນ​ຄົບ​ຖ້ວນ. ອີກ​ຢ່າງ​ໜື່ງ, ​ເມື່ອຜູ້​ມີ​ສິດ​ເລືອກ​ຕັ້ງ​ສະ​ເໜີ​ຫຼາຍ​ບັນຫາ ​ແຕ່​ຍ້ອນບໍ່​ມີ​ສິດ​ອຳນາດ​ຢ່າງ​ພຽງພໍ, ສະນັ້ນສະມາຊິກ​ສະພາ​ແຫ່ງ​ຊາດ​ບໍ່ສາມາດ​ຕອບ​ສະໜອງ​ໄດ້, ບໍ່​ໄກ້​ໄຂ​ໄດ້​ຫຼາຍ. ມີ​ບັນດາ​ບັນຫາ​ຄື: ​ໄຟຟ້າ, ​ເສັ້ນທາງ, ​ໂຮງຮຽນ, ສຸກສາລາ ທີ່​ແມ່ນ​ບັນຫາ​ເຄັ່ງຮ້ອນ​ທີ່​ສຸດ, ​ເຮົາ​ໃຫ້​ຄຳໝັ້ນສັນຍາ​ແລ້ວ​ແຕ່​ເຮັດ​ບໍ່​ໄດ້ ຫລື​ວ່າ ບໍ່​ໃຫ້​ຄຳໝັ້ນສັນຍາ, ຄື​ແນວ​ນັ້ນ, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ປະຊາຊົນ​ຕໍ່​ສະພາ​ຊິກ​ສະພາ​ແຫ່ງ​ຊາດ​ກໍ່​ຖືກ​ຫລຸດ​ລົງ“

ສະພາແຫ່ງຊາດຫວຽດນາມ ປ່ຽນໃໝ່ເພື່ອພັດທະນາ - ảnh 2

ທ່ານ​ເລຂາທິການ​ໃຫ່ຍ Nguyen Phu Trong

ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອ​ກຕັ້ງ​ເມືອງ Ba Dinh

(ພາບ:doanthannien.vn)

   ກ່ຽວ​ກັບ​ໄລຍະ​ເວລາ​ຈັດ​ການ​ປະຊຸມ, ບັນດາ​ຜູ້​ແທນ​ຖື​ວ່າ, ອາດ​ຈະ​ຈັດ​ສະ​ໄໝ​ປະຊຸມ​ຂອງ​ສະພາ​ແຫ່ງ​ຊາດ​ໃນ​ເວລາ​ແຕ່ 20 ຫາ 25 ວັນ, ​ໃນ​ປີ 1 ປະມານ​ແຕ່ 40 ຫາ 50 ວັນ (ປະຈຸ​ບັນ​ແມ່ນ​ແຕ່ 60 ຫາ 70 ວັນ) ​ແຕ່​ຍັງ​ສຳ​ເລັດ​ລາຍການ​ໄດ້, ຮັບປະກັນ​ຄຸນ​ນະພາ​ບ. ​​ໂດຍ​ໄດ້​ເຫັນ​ດີ​ກັບ​ທັດສະນະ​ນີ້, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ Nguyen Sinh Hung ຖື​ວ່າ:

   “​ເຮັດ​ແນວ​ໃດ​ໃຫ້​ໃນການ​ຈັດ​ສະ​ໄໝ​ປະຊຸມ ຍັງ​ຮັບປະກັນ​ວຽກ​ງານ, ​ລາຍການ, ຂັ້ນຕອນ​ໄດ້. ພະຍາຍາມ​ຫລຸດ​ພ່ອນ​ເວລາຈັດການ​ປະຊຸມ​ຄົບ​ຄະນະ. ຢາກ​ເຮັດ​ໄດ້​ຄື​ແນວ​ນັ້ນ, ບາງ​ເນື້ອ​ໃນ​ຈະ​ຕ້ອງ​ປ່ຽນ​​ເປັນການ​ເຄື່ອນ​ໄຫວ​ສະ​ເພາະ​ກິດ, ​ເພີ່ມ​ເຕີມ​ເຂົ້າ​ໃນ​ການ​ເຄື່ອນ​ໄຫວຂອງ​ບັນດາ​ກຳມາ​ທິການ, ​ເພີ່ມ​ທະວີ​ການ​ເຄື່ອນ​ໄຫວ​ທາງ​ເຄືອ​ຂ່າຍ​ອິນ​ເຕີ​ແນັດ

   ສະພາ​ແຫ່ງ​ຊາດ​ແມ່ນອົງການ​ສິດ​ອຳນາດ​ແຫ່ງລັດ​ສູງ​ສຸດ​ຢູ່​ຫວຽດນາມ. ​ເລື່ອງ​ປ່ຽນ​ໃໝ່, ຍົກ​ສູງ​ຄຸນ​ນະພາ​ບ, ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ຂອງ​ສະພາ​ແຫ່ງ​ຊາດ ຈະ​ຊ່ວຍ​ໃຫ້​ລັກສະນະ​ເປັນ​ຕົວ​ແທນ​ໃຫ້​ເຈດ​ຈຳນົງ, ຄວາມ​ມຸ້ງ​ຫວັງ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງທົ່ວ​ປະ​ເທດ ​ໄດ້​ຮັບ​ການ​ເພີ່ມທະວີ, ສົມກັບ​ຄວາມ​ມຸ້ງ​ຫວັງ​ຂອງ​ປະຊາຊົນ.



ຕອບກັບ