ສະພາແຫ່ງຊາດ ຫວຽດນາມ ຢັ້ງຢືນການເຂົ້າຮ່ວມຢ່າງຕັ້ງຫນ້າ ແລະ ມີຄວາມຮັບຜິດຊອບໃນສະຫະພັນລັດຖະສະພາໂລກ

Chia sẻ

(VOVWORLD) -ແຕ່ວັນທີ 14 17 ກັນຍາ, ສະພາແຫ່ງຊາດ ຫວຽດນາມ ເປັນເຈົ້າພາບຈັດຕັ້ງກອງປະຊຸມສະມາຊິກລັດຖະສະພາຫນຸ່ມທົ່ວໂລກ ຄັ້ງທີ 9 ດ້ວຍຫົວຂໍ້: “ບົດບາດຂອງໄວຫນຸ່ມໃນການຊຸກຍູ້ການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ ຜ່ານການຫັນເປັນດິຈີຕອນ ແລະ ນະວັດຕະກຳ”. ເຫດການນີ້ ສືບຕໍ່ຢັ້ງຢືນການເຂົ້າຮ່ວມຢ່າງຕັ້ງຫນ້າ, ມີຄວາມຮັບຜິດຊອບ, ເປັນເຈົ້າການຂອງ ຫວຽດນາມ ໃນສະຫະພັນລັດຖະສະພາໂລກ (IPU); ພ້ອມທັງສະແດງໃຫ້ເຫັນຄວາມເອົາໃຈໃສ່, ຖືເປັນສຳຄັນຂອງ ຫວຽດນາມ ຕໍ່ຊາວຫນຸ່ມ ແລະ ບັນດາບັນຫາລວມທົ່ວໂລກຂອງໄວຫນຸ່ມປະຈຸບັນ.

ນີ້ແມ່ນເຫດການການພົວພັນຕ່າງປະເທດລັດຖະສະພານາໆຊາດທີ່ສຳຄັນຊື່ງໄດ້ຈັດຂຶ້ນໃນປີນີ້ ບໍ່ພຽງແຕ່ປະກອບສ່ວນຢັ້ງຢືນທີ່ຕັ້ງບົດບາດຂອງສະພາແຫ່ງຊາດ ຫວຽດນາມ, ຊື່ງແມ່ນສະມາຊິກທີ່ມີຄວາມຮັບຜິດຊອບໃນສະຫະພັນລັດຖະສະພາໂລກເທົ່ານັ້ນ ຫາກຍັງແມ່ນບາດກ້າວສືບຕໍ່ຫັນແນວທາງການຕ່າງປະເທດຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ ເປັນລະອຽດ, ນຳ ຫວຽດນາມ ພັດທະນາ ແລະ ເຊື່ອມໂຍງເຂົ້າກັບສາກົນ.

ເສີມຂະຫຍາຍບົດບາດຂອງການພົວພັນຕ່າງປະເທດລັດຖະສະພາຢ່າງແຮງກວ່າ

ໃນຊຸມປີຜ່ານມາ, ສະພາແຫ່ງຊາດ ຫວຽດນາມ ໄດ້ຜັນຂະຫຍາຍ ແລະ ເສີມຂະຫຍາຍບົດບາດຂອງການພົວພັນຕ່າງປະເທດລັດຖະສະພາຢ່າງເຂັ້ມແຂງ, ສືບຕໍ່ນຳ ຫວຽດນາມ ເຂົ້າໃກ້ກັບເພື່ອນມິດສາກົນກວ່າ, ປະກອບສ່ວນເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ, ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ພ້ອມກັນມຸ່ງເຖິງອະນາຄົດໃນພື້ນຖານອັນຫນັກແຫນ້ນ ແມ່ນຜົນປະໂຫຍດຂອງປະຊາຊົນ, ການພັດທະນາຢ່າງມີສະຖຽນລະພາບ, ຍືນຍົງຂອງແຕ່ລະປະເທດ.

ການພົວພັນຕ່າງປະເທດຂອງລັດຖະສະພາ ໄດ້ພ້ອມກັບການພົວພັນຕ່າງປະເທດຂອງພັກ, ລັດ, ປະຊາຊົນ, ພ້ອມກັນປະກອບສ່ວນສ້າງສະພາບແວດລ້ອມແຫ່ງສັນຕິພາບ, ຮັບໃຊ້ພາລະກິດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດ. ໃນຈຸດເວລານີ້ ບັນດາການເຄື່ອນໄຫວພົວພັນຕ່າງປະເທດ ໄດ້ຫັນຈຸດສຸມມາເປັນການແບ່ງປັນຂໍ້ລິເລີ່ມ, ເສີມຂະຫຍາຍບົດບາດຫລັກແຫລ່ງ, ເປັນເຈົ້າການ, ຕັ້ງຫນ້າຂອງລັດຖະສະພາບັນດາປະເທດ ປະກອບສ່ວນສ້າງ, ປັບປຸງກົດໝາຍ ເພື່ອພ້ອມກັບລັດຖະບານເຂົ້າຮ່ວມການຟື້ນຟູພັດທະນາເສດຖະກິດ ແລະ ແກ້ໄຂບັນດາບັນຫາຂອງພາກພື້ນ ແລະ ໂລກຢ່າງມີປະສິດທິຜົນ.

ຊຸກຍູ້ການປະກອບສ່ວນຂອງບັນດາສະມາຊິກລັດຖະສະພາຫນຸ່ມກວ່າອີກ

ປີ 2010 ມະຕິສະບັບຫນຶ່ງມີລັກສະນະບາດລ້ຽວ ກ່ຽວກັບ “ການເຂົ້າຮ່ວມຂອງຊາວຫນຸ່ມໃນວິວັດທະນາການປະຊາທິປະໄຕ” ໂດຍໄດ້ຮັບຮອງເອົາທີ່ກອງປະຊຸມສະມັດຊາໃຫຍ່ລັດຖະສະພາໂລກ (IPU 122). ປີ 2023 ສະຫະພັນລັດຖະສະພາໂລກ ໄດ້ສ້າງຕັ້ງເວທີປາໄສສະມາຊິກລັດຖະສະພາຫນຸ່ມ, ເພື່ອແນໃສ່ເພີ່ມທະວີການເຂົ້າຮ່ວມນັບທັງຈຳນວນ ແລະ ຄຸນນະພາບຂອງຊາວຫນຸ່ມໃນບັນດາລັດຖະສະພາ ແລະ ໃນ  IPU.

ກົນໄກກອງປະຊຸມນີ້ ແມ່ນເຕົ້າໂຮມບັນດາສະມາຊິກລັດຖະສະພາຫນຸ່ມໃນໂລກ ເພື່ອແກ້ໄຂບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ ແລະ ມາຮອດປະຈຸບັນ ໄດ້ຜ່ານການຈັດຕັ້ງເປັນ 8 ຄັ້ງແລ້ວ. ກອງປະຊຸມສະມາຊິກລັດຖະສະພາຫນຸ່ມທົ່ວໂລກ ຄັ້ງທີ 9 ໂດຍສະພາແຫ່ງຊາດ ຫວຽດນາມ ຈັດຕັ້ງ ຈະດຳເນີນຢູ່ ຮ່າໂນ້ຍ ແຕ່ວັນທີ 14 – 17 ກັນຍາ ໂດຍຢັ້ງຢືນບົດບາດ ແລະ ຄວາມຮັບຜິດຊອບຂອງສະພາແຫ່ງຊາດ ຫວຽດນາມ ຢ່າງແຮງໃນສະຫະພັນລັດຖະສະພາໂລກ.

ເພື່ອແນໃສ່ສືບຕໍ່ເສີມຂະຫຍາຍສຽງເວົ້າຂອງໄວຫນຸ່ມໃນການແກ້ໄຂສິ່ງທ້າທາຍທົ່ວໂລກ, ກອງປະຊຸມຄັ້ງນີ້ ຈະສຸມໃສ່ເຂົ້າໃນບົດບາດຂອງໄວຫນຸ່ມໃນການຊຸກຍູ້ການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງຜ່ານການຫັນເປັນດິຈີຕອນ ແລະ ນະວັດຕະກຳ. ນີ້ແມ່ນເນື້ອໃນທີ່ເໝາະສົມກັບທ່າອ່ຽງປະຈຸບັນ ແລະ ໄດ້ຮັບຖືວ່າແມ່ນບຸລິມະສິດຂອງຫລາຍປະເທດ.

ຊຸກຍູ້ບົດບາດຂອງບັນດາສະມາຊິກລັດຖະສະພາຫນຸ່ມຂອງຫວຽດນາມ

ບັນດາສະມາຊິກລັດຖະສະພາຫນຸ່ມຂອງຫວຽດນາມ ໄດ້ ແລະ ພວມເຂົ້າຮ່ວມຢ່າງຕັ້ງຫນ້າເຂົ້າໃນການເຄື່ອນໄຫວພົວພັນຕ່າງປະເທດລັດຖະສະພາ, ປະກອບສ່ວນຢ່າງແທດຈິງຢູ່ບັນດາເວທີປາໄສຫລາຍຝ່າຍ, ສອງຝ່າຍ. ພິເສດ ທີ່ກອງປະຊຸມຄັ້ງທີ 41 ຂອງສະມັດຊາໃຫຍ່ ລັດຖະສະພາອາຊີຕາເວັນອອກສ່ຽງໃຕ້, ສະພາແຫ່ງຊາດ ຫວຽດນາມ ເປັນຄັ້ງທຳອິດ ໄດ້ຍົກອອກຂໍ້ລິເລີ່ມຈັດຕັ້ງກອງປະຊຸມບໍ່ເປັນທາງການຂອງສະມາຊິກລັດຖະສະພາຫນຸ່ມ AIPA. ຂໍ້ລິເລີ່ມນີ້ໄດ້ຮັບຄວາມເຫັນດີເຫັນພ້ອມສູງ ແລະ ກໍ່ແມ່ນຂີດໝາຍປະຫວັດສາດທີ່ສຳຄັນໃນການສ້າງກົນໄກກອງປະຊຸມສະຫງວນໃຫ້ແກ່ສະມາຊິກລັດຖະສະພາຫນຸ່ມ.

ໃນສະພາບການໂລກາພິວັດທີ່ດຳເນີນຢ່າງເຂັ້ມແຂງ, ກອງປະຊຸມສະມາຊິກລັດຖະສະພາຫນຸ່ມທົ່ວໂລກ ຄັ້ງທີ 9 ສືບຕໍ່ປະກອບສ່ວນພັດທະນາເຄືອຂ່າຍ, ຄວາມສາມັກຄີ ແລະ ຍົກສູງກຳລັງຄວາມສາມາດ, ເປີດກວ້າງວິທີສຳຜັດຂອງຊາວຫນຸ່ມ, ສະມາຊິກລັດຖະສະພາຫນຸ່ມສຳລັບບັນຫາທົ່ວໂລກ ພ້ອມທັງປະກອບສ່ວນຢ່າງຕັ້ງຫນ້າໃຫ້ແກ່ການເຄື່ອນໄຫວການຕ່າງປະເທດຫລາຍຝ່າຍຂອງຫວຽດນາມໃນປີນີ້. ຜ່ານກອງປະຊຸມ, ບັນດາສະມາຊິກລັດຖະສະພາຫນຸ່ມ ຫວຽດນາມ ດ້ວຍຄວາມເກັ່ງກ້າສາມາດ, ພູມປັນຍາ ແລະ ຄວາມຮັບຜິດຊອບ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງຫນ້າເພື່ອຫັນເປົ້າໝາຍ ເພື່ອສະພາແຫ່ງຊາດຫວຽດນາມ ແລະ ເພື່ອສະຫະພັນລັດຖະສະພາ ມີການປ່ຽນແປງໃຫມ່ ແລະ ມີຄວາມຮັບຜິດຊອບສຳລັບບັນດາບັນຫາ ທີ່ໄດ້ ແລະ ພວມເກີດຂຶ້ນໃນທົ່ວໂລກໃຫ້ປະກົດຜົນເປັນຈິງ.

ຕອບກັບ