ມີໂອ​ກາດ​ຕື່​ມ​ອີກ​ເພື່ອ​ເຊື່ອມ​ຕໍ່​ຂໍ້​ຕົກ​ລົງ​ນິວ​ເຄຼຍ​ ​ອີ​ຣານ

Ba Thi
Chia sẻ
(VOVWORLD) -   ວັນທີ 2 ກຸມພາທີ່ຜ່ານມາ, ຮອບເຈລະຈາທີ 9 ກ່ຽວກັບການຟື້ນຟູຂໍ້ຕົກລົງນິວເຄຼຍອີຣານ (ຫຼືຍັງເອີ້ນວ່າແຜນການເຄື່ອນໄຫວລວມຮອບດ້ານ JCPOA) ໂດຍອີຣານ ແລະ 6 ປະເທດມະຫາອຳນາດລົງນາມເມື່ອປີ 2015 ໄດ້ເຊື່ອມຕໍ່ຄືນໃໝ່ ຢູ່ນະຄອນຫຼວງວຽນ ປະເທດໂອຕາລິດ. ໜ້າສົນໃຈແມ່ນ ກ່ອນຮອບເຈລະຈາຄັ້ງໃໝ່, ອາເມລິກາ ໄດ້ປະຕິບັດບາດກ້າວເດີນທີ່ຖືກຖືວ່າ “ມີຜົນປະໂຫຍດ” ຕໍ່ວິວັດການເຈລະຈາ. ແຕ່ເຖິງແນວນັ້ນກໍ່ຕາມ, ຕາມບັນດານັກໄຈ້ແຍກແລ້ວ, ເພື່ອກ້າວໄປເຖິງຂໍ້ຕົກລົງຫຼັກແຫຼ່ງສຸດທ້າຍ, ທຸກຝ່າຍທີ່ກ່ຽວຂ້ອງ ຕ້ອງມີຄວາມມານະພະຍາຍາມຫຼາຍກ່ວາອີກ.
ມີໂອ​ກາດ​ຕື່​ມ​ອີກ​ເພື່ອ​ເຊື່ອມ​ຕໍ່​ຂໍ້​ຕົກ​ລົງ​ນິວ​ເຄຼຍ​ ​ອີ​ຣານ - ảnh 1

 ຮອບເຈລະຈາກ່ຽວກັບການຟື້ນຟູນິວເຄຼຍອີຣານ ຢູ່ວຽນ-ໂອຕາລິດ (ພາບ: IRNA/TTXVN)

   ຮອບເຈລະຈາຄັ້ງຫຼ້າສຸດ ແມ່ນຮອບເຈລະຈາຄັ້ງທີ 2 ຖືກຈັດຂຶ້ນໃນປີ 2022 ລະຫວ່າງ ອີຣານ ແລະ P5+1 (ລວມມີ ອາເມລິກາ, ອັງກິດ, ຝະລັ່ງ, ລັດເຊຍ, ຈີນ ແລະ ເຢຍລະມັນ). ສິ່ງທີ່ກີດຂວາງ ເຮັດໃຫ້ຮອບເຈລະຈາຜ່ານມາ ບໍ່ສາມາດບັນລຸໄດ້ຂໍ້ຕົກລົງສຸດທ້າຍ ຍັງຄົງແມ່ນຄວາມບໍ່ລົງລອຍກັນດ້ານທັດສະນະພື້ນຖານລະຫວ່າງ ອາເມລິກາ ແລະ ອີຣານ ກ່ຽວກັບບັນຫາລົບລ້າງຄຳສັ່ງລົງໂທດ. ວັນທີ 4 ກຸມພາ, ອຳນາດການປົກຄອງອາເມລິກາ ໄດ້ຕົກລົງຈັດວາງຄຳສັ່ງລົງໂທດຕ້ານ ອີຣານ. ນີ້ຖືກຖືວ່າ ແມ່ນບາດກ້າວເດີນທີ່ຕັ້ງໜ້າ, ມີຜົນປະໂຫຍດໃຫ້ແກ່ການເຈລະຈາ ຊື່ງບັນດາຝ່າຍມີຂໍ້ສັງເກດອັນດຽວກັນວ່າ ພວມຢູ່ໃນໄລຍະຕັດສິນ.

ບັນດາສັນຍານທີ່ຕັ້ງໜ້າ

  ໃນແຈ້ງການເມື່ອວັນທີ 4 ກຸມພາ, ອຳນາດການປົກຄອງອາເມລິກາ ໄດ້ຕົກລົງລົບລ້າງບາງຄຳສັ່ງລົງໂທດສຳຄັນຕ້ານ ອີຣານ. ຕາມນັ້ນແລ້ວ, ອະນຸຍາດໃຫ້ບັນດາບໍລິສັດຕ່າງປະເທດ ເຂົ້າຮ່ວມບາງໂຄງການພົນລະເຮືອນ ຢູ່ບັນດາໂຮງງານພະລັງງານນິວເຄຼຍ ແລະ ເຕົ່າຜະລິດນິວເຄຼຍຢູ່ ອີຣານ. ກະຊວງການຕ່າງປະເທດ ອາເມລິກາ ອະທິບາຍວ່າ ເລື່ອງຟື້ນຟູຂໍ້ຕົກລົງຫຼີກເວັ້ນຄຳສັ່ງລົງໂທດ ຈະຊ່ວຍຊຸກຍູ້ບັນດາການເຈລະຈາຢູ່ວຽນ ປະເທດໂອຕາລິດ ເພື່ອແນໃສ່ກູ້ເອົາຂໍ້ຕົກລົງ JCPOA.

ມີໂອ​ກາດ​ຕື່​ມ​ອີກ​ເພື່ອ​ເຊື່ອມ​ຕໍ່​ຂໍ້​ຕົກ​ລົງ​ນິວ​ເຄຼຍ​ ​ອີ​ຣານ - ảnh 2

 ທ່ານລັດຖະມົນຕີການຕ່າງປະເທດ ອີຣານ Hossein Amir-Abdollahian (ພາບ: IRNA/TTXVN)

   ໃນທັນທີ, ລັດອິດສະລາມ ອີຣານ ໄດ້ອອກສຽງຊົມເຊີຍການກະທຳຂອງ ອາເມລິກາ. ສຳນັກຂ່າວສານ ISNA ຂອງອີຣານ ໄດ້ຄັດສະເໜີຄຳເວົ້າຂອງທ່ານ Hossein Amir-Abdollahian ລັດຖະມົນຕີການຕ່າງປະເທດອີຣານ ຖະແຫຼງເມື່ອວັນທີ 5 ກຸມພາ ໂດຍເນັ້ນຫນັກວ່າ ການລົບລ້າງບາງສຳຄັ່ງລົງໂທດ ໄດ້ສະແດງໃຫ້ເຫັນເຈດຕະນາດີຂອງ ອາເມລິກາ.

   ການຜັນແປທີ່ຕັ້ງໜ້ານີ້ ເຮັດໃຫ້ນັກໄຈ້ແຍກຫຼາຍຄົນ ແລະ ວົງການເຈົ້າໜ້າທີ່ບັນດາຝ່າຍ ມີບັນດາຂໍ້ໃຫ້ສັງເກດທີ່ປະເອີບໃຈ ວ່າຮອບເຈລະຈາປະຈຸບັນ ອາດຈະບັນລຸໝາກຜົນທີ່ດີ. ທ່ານ Josep Borrell, ຜູ້ຕາງໜ້າຂັ້ນສູງຂອງ ອີຢູ ຮັບຜິດຊອບກ່ຽວກັບນະໂຍບາຍຄວາມໝັ້ນຄົງ ແລະ ການຕ່າງປະເທດ ໄດ້ສະແດງຄວາມຫວັງວ່າ ບັນດາຝ່າຍຈະບັນລຸໄດ້ໝາກຜົນໂດຍໄວ. ໃນຂະນະນັ້ນ, ວັນທີ 7 ກຸມພາ, ກະຊວງການຕ່າງປະເທດ ອາເມລິກາ ໄດ້ໃຫ້ຂໍ້ສັງເກດວ່າ ບັນດາການເຈລະຈາປະຈຸບັນກັບ ອີຣານ ອາດຈະພາໄປເຖິງການບັນລຸໄດ້ຂໍ້ຕົກລົງສະບັບໜຶ່ງ. ຊ້ຳບໍ່ໜຳ, ເຈົ້າໜ້າທີ່ອາເມລິກາ ບໍ່ເຜີຍຊື່ທ່ານໜຶ່ງ ເຊື່ອໝັ້ນວ່າ ບັນດາຝ່າຍໃກ້ຈະບັນລຸໄດ້ຂໍ້ຕົກລົງສະບັບໜຶ່ງ.

ຍັງມີສິ່ງກີດຂວາງຫຼາຍຢ່າງ ແລະ ຕ້ອງການຫຼາຍຄວາມມານະພະຍາຍາມຕື່ມອີກ

    ວັນທີ 7 ກຸມພາ, ໂຄສົກກະຊວງການຕ່າງປະເທດ ອາເມລິກາ ຊີ້ແຈ້ງວ່າ: “ຖ້າຫາກບັນລຸໄດ້ຂໍ້ຕົກລົງຈະແກ້ໄຂໄດ້ບັນດາຄວາມວິຕົກກັງວົນຫຼັກແຫຼ່ງຂອງທຸກໆຝ່າຍ ແມ່ນອາດຈະບັນລຸໄດ້ ແຕ່ຖ້າບໍ່ສາມາດປະຕິບັດສຳເລັດໃນອາທິດໜ້າ, ບັນດາຄວາມຄືບໜ້ານິວເຄຼຍຂອງອີຣານ ໃນປະຈຸບັນ ຈະເຮັດໃຫ້ພວກຂ້າພະເຈົ້າ ບໍ່ສາມາດກັບຄືນສູ່ຂໍ້ຕົກລົງ  JCPOA ໄດ້”. ສ່ວນທ່ານ Josep Borrell ຜູ້ຕາງໜ້າຂັ້ນສູງຂອງ ອີຢູ ຮັບຜິດຊອບກ່ຽວກັບນະໂຍບາຍຄວາມໝັ້ນຄົງ ແລະ ການຕ່າງປະເທດ ໄດ້ໃສ່ໃຈວ່າ ບາງຄວາມບໍ່ລົງລອຍກັນ ລະຫວ່າງບັນດາຝ່າຍຍັງຄົງຕົວຢູ່, ພິເສດແມ່ນລະຫວ່າງ ອາເມລິກາ ແລະ ອີຣານ. ຍ້ອນເຫດນັ້ນ, ຕາມທ່ານແລ້ວ, ບັນດາການເຈລະຈາປະຈຸບັນ, ເຖິງວ່າ ພວມຢູ່ໃນໄລຍະສຸດທ້າຍກໍ່ຕາມ ແຕ່ກໍ່ບໍ່ຮູ້ວ່າ ຈະແກ່ຍາວໃນເວລານານເທົ່າໃດ.

     ໃນຖະແຫຼງການຊົມເຊີຍເລື່ອງ ອາເມລິກາ ລົບລ້າງຄຳສັ່ງລົງໂທດນັ້ນ, ທ່ານລັດຖະມົນຕີການຕ່າງປະເທດ ອີຣານ Hossein Amir-Abdollahian ໄດ້ເນັ້ນໜັກວ່າ, ສິ່ງທີ່ລະບຸໃນເອກະສານແມ່ນບໍ່ທັນພຽງພໍເເທື່ອ ແລະ ທ່ານຍັງຮຽກຮ້ອງໃຫ້ ວໍຊິງຕັນ ຈົ່ງສະແດງເຈດຕະນາດີທີ່ຈະແຈ້ງກ່ວາອີກ ໃນບັນດາການກະທຳຕົວຈິງອື່ນໆ.

   ຕາມບັນດານັກໄຈ້ແຍກແລ້ວ, ເລື່ອງກ້າວໄປເຖິງການເຊື່ອມຕໍ່ຂໍ້ຕົກລົງ JCPOA ພວມມີເງື່ອນໄຂສະດວກແບບບໍ່ເຄີຍມີມາກ່ອນນັ້ນ, ໂດຍສະເພາະແມ່ນເຈດຕະນາດີຂອງສອງຝ່າຍຫຼັກແຫຼ່ງຄື ອາເມລິກາ ແລະ ອີຣານ. ອາດເວົ້າໄດ້ວ່າ, ຄວາມສາມາດບັນລຸໄດ້ຂໍ້ຕົກລົງແມ່ນມີຄວາມເປັນໄປໄດ້ ແຕ່ເພື່ອບັນລຸໄດ້ນັ້ນ ແມ່ນເລື່ອງລາວທີ່ແຕກຕ່າງກັນ. ຍັງມີສິ່ງທີ່ກີດຂວາງອັນໃຫ່ຍຫຼວງ, ໃນນັ້ນ, ບັນຫາສ້າງຄວາມໄວ້ເນື້ອເຊື່ອໃຈລະຫວ່າງບັນດາຝ່າຍ ຍັງແມ່ນສິ່ງທ້າທາຍຫຼາຍທີ່ສຸດ, ຮຽກຮ້ອງໃຫ້ທຸກໆຝ່າຍ ຕ້ອງມີຄວາມມານະພະຍາຍາມຫຼາຍກ່ວາອີກ ເພື່ອຜ່ານຜ່າໄດ້./.

ຕອບກັບ