ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ |
ໃນຖະແຫລງການຄັດຄ້ານບົດລາຍງານປະຈຳປີ 2016 ກ່ຽວກັບສິດເສລີໃນການເຊື່ອຖືສາສະຫນາໂລກຂອງກະຊວງການຕ່າງປະເທດ ອາເມລິກາ, ໂຄສົກກະຊວງການຕ່າງປະເທດຫວຽດນາມ ໄດ້ຢືນຢັນຢ່າງຈະແຈ້ງນະໂຍບາຍສະເຫມີຕົ້ນສະເຫມີປາຍຂອງລັດຫວຽດນາມ ແມ່ນເຄົາລົບ ແລະ ຮັບປະກັນບັນດາສິດເສລີໃນການເຫລື້ອມໃສ, ສິດເສລີໃນການເຊື່ອຖືສາສະຫນາຂອງປະຊາຊົນ.
ປະຊາຊົນໄດ້ຊົມໃຊ້ບັນດາສິດເສລີໃນການເຊື່ອຖືສາສະຫນາ, ການເຄື່ອນໄຫວສາສະຫນາຢ່າງຄົບຖ້ວນ
ປະຈຸບັນ, ຫວຽດນາມ ມີ 38 ອົງການສາສະຫນາ, ມີສາສະນີກະຊົນກວ່າ 24 ລ້ານຄົນ, 80.000 ຍົດສັກຕຳແຫນ່ງ ແລະ 26.000 ສະຖານທີ່ບູຊາ ຂອງບັນດາສາສະຫນາທີ່ເຊື່ອມເຂົ້າຫວຽດນາມ ນັບແຕ່ພັນປີ ຫລື ຫາກໍ່ສ້າງຕັ້ງໃຫມ່ພຽງປະມານ 20 ປີ. ຄາດວ່າ ພົນລະເມືອງຫວຽດນາມ ປະມານ 95% ມີການເຄື່ອນໄຫວສາສະຫນາ. ແຕ່ລະປີ ມີ 8.500 ງານບຸນສາສະຫນາຫລື ການເຊື່ອຖືສາສະຫນາລະດັບຊາດ ແລະ ທ້ອງຖິ່ນ ໄດ້ຖືກຈັດຂຶ້ນ. ນັບແຕ່ລັດຖະທຳມະນູນປີ 1946, 1959, 1980, 1992 ຕະຫລອດຮອດລັດຖະທຳມະນູນປີ 2013, ບັນດາສິດເສລີໃນການເຫລື້ອມໃສ, ສາສະຫນາຂອງພົນລະເມືອງຫວຽດນາມ ລ້ວນແຕ່ໄດ້ຮັບການເຄົາລົບ ແລະ ຮັບປະກັນຈາກລັດ. ພິເສດ ໃນລັດຖະທຳມະນູນປີ 2013, ສິດເສລີໃນການເຫລື້ອມໃສ, ສາສະຫນາ ໄດ້ຮັບການກຳນົດແມ່ນຕິດພັນກັບສິດທິມະນຸດ, ສະນັ້ນ ໄດ້ຮັບປະກັນໃຫ້ດີກວ່າ.
ເພື່ອແນໃສ່ຫັນລັດຖະທຳມະນູນປີ 2013 ເປັນລະບອບກົດໝາຍ, ປີ 2016 ສະພາແຫ່ງຊາດຫວຽດນາມ ໄດ້ຮັບຮອງເອົາ ກົດໝາຍວ່າດ້ວຍການເຫລື້ອມໃສສາສະຫນາປີ 2016 ດ້ວຍຫລາຍຈຸດໃຫມ່ ຮັບປະກັນສິດເສລີໃນການເຫລື້ອມໃສສາສະຫນາຂອງພົນລະເມືອງໃຫ້ດີກວ່າ. ສິດເສລີໃນການເຫລື້ອມໃສສາສະຫນາ ໄດ້ຮັບການເປີດກວ້າງ ກາຍເປັນ “ສິດຂອງທຸກຄົນ” ຫາກບໍ່ສະເພາະຂອງພົນລະເມືອງຫວຽດນາມເທົ່ານັ້ນ. ສິດເສລີໃນການເຫລື້ອມໃສສາສະຫນາຂອງຊາວຕ່າງປະເທດ ຢູ່ ຫວຽດນາມ ກໍ່ໄດ້ຮັບການ ປົກປ້ອງ ຈາກລັດຫວຽດນາມ. ກົດໝາຍວ່າດ້ວຍການເຫລື້ອມໃສສາສະຫນາປີ 2016 ຊີ້ແຈ້ງວ່າ: “ຊາວຕ່າງປະເທດ ອາໄສຢູ່ຫວຽດນາມ ຕາມກົດໝາຍ ໄດ້ຮັບການເຄົາລົບ ແລະ ປົກປ້ອງສິດເສລີໃນການເຫລື້ອມໃສ, ສາດສະຫນາຈາກລັດຫວຽດນາມ, ຫ້າມບັນດາການກະທຳຈຳແນກການປະພຶດ ຍ້ອນເຫດຜົນການເຫລື້ອມໃສ, ສາສະຫນາ, ບັງຄັບ, ຈອບອອຍ ຫລື ກີດຂວາງຜູ້ອື່ນເຊື່ອຖື ຫລື ບໍ່ເຊື່ອຖືສາສະຫນາ”. ທຸກການກຳນົດກ່ຽວກັບສິດເສລີໃນການເຫລື້ອມໃສ, ສາສະຫນາຂອງຫວຽດນາມ ແມ່ນເໝາະສົມກັບກົດໝາຍສາກົນກ່ຽວກັບສິດທິມະນຸດ.
ການດຳລົງຊີວິດທາງດ້ານສາສະໜາໃນຂອບເຂດກົດໝາຍແຫ່ງຊາດ
ສະພາບຕົວຈິງຢູ່ທຸກໆປະເທດ, ບັນດາກຳລັງທີ່ເປັນປໍລະປັກຍາມໃດກໍ່ຢາກແຕກແຍກ ສາສະໜາ ອອກຈາກການຄຸ້ມຄອງຂອງລັດ. ຢູ່ ຫວຽດນາມ, ມີບັນດາເປົ້າໝາຍໄດ້ກຳນົດວ່າ “ຄວາມເສລີທາງດ້ານສາສະໜາ” ແມ່ນ “ສະນວນລະເບີດ” ເພື່ອຕ້ານ ຫວຽດນາມ ດັ່ງນັ້ນຫັນມາເປັນລັກສະນະທົ່ວໂລກ, ລັກສະນະເຜີຍແຜ່ຢ່າງທົ່ວເຖິງຂອງບັນດາສິດໃນຂົງເຂດສາສະໜາດ້ວຍຖ້ອຍທຳນອງ: “ສິດທິມະນຸດສູງກ່ວາປະຊາທິປະໄຕ”. ບັນດາເປົ້າໝາຍນີ້ສວຍໃຊ້ບັນດາກໍລະນີເກີດຂຶ້ນໃນຊີວິດການເປັນຢູ່, ການດຳເນີນຊີວິດຂອງພໍ່ແມ່ປະຊາຊົນເຊື່ອຖືສາສະໜາ, ການເຄື່ອນໄຫວເຊື່ອຖືສາສະໜາ ແລະ ການຜັນຂະຫຍາຍການປະຕິບັດນະໂຍບາຍເຊື່ອຖືສາສະໜາກ່ຽວຂ້ອງເຖິງການບຸກເບີກພື້ນທີ່, ຊົດເຊີຍທີ່ດິນ, ສະຖານທີ່ບູຊາຂອງອຳນາດການປົກຄອງທຸກຂັ້ນ ເພື່ອຍຸຍົງສົ່ງເສີມມະຫາຊົນ, ສາສະນິກກະຊົນ ມ້າງເພທຳລາຍຊັບສິນ, ຕ້ານຜູ້ປະຕິບັດກົດໝາຍ, ກໍ່ຄວາມວຸ້ນວາຍທຳລາຍຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ກີດຂວາງການຄົມມະນາຄົມຢູ່ທ້ອງຖິ່ນ.
ຕ້ອງເນັ້ນໜັກວ່າ: ກໍ່ເຊັ່ນດຽວກັນກັບທຸກໆການເຄື່ອນໄຫວອື່ນໆຂອງສັງຄົມ, ບັນດາການດຳເນີນຊີວິດທາງດ້ານການເຊື່ອຖືສາສະໜາ ຢູ່ ຫວຽດນາມ ຫຼື ບໍ່ວ່າປະເທດໃດໆໃນໂລກ ກໍ່ລ້ວນແຕ່ຕ້ອງຢູ່ໃນຂອບກົດໝາຍຂອງລັດ. ບັນດາການກະທຳລະເມີດກົດໝາຍຂອງພົນລະເມືອງ (ເຖິງວ່າຖືສາສະໜາ ຫຼື ບໍ່ຖືສາສະໜາ) ກໍ່ລ້ວນແຕ່ໄດ້ຮັບການແກ້ໄຂຕາມລະບຽບກົດໝາຍ. ໃນຊຸມປີຜ່ານມາ, ຫວຽດນາມ ຜັນຂະຫຍາຍຫຼາຍມາດຕະການຕໍ່ສູ້, ສະກັດກັ້ນການເຄື່ອນໄຫວຂອງບັນດາອິດທິກຳລັງທີ່ເປັນປໍລະປັກ ຫຼື ບັນດາເປົ້າໝາຍທີ່ສວຍໃຊ້ສິດເສລີໃນການເຫຼື້ອມໃສ, ເຊື່ອຖືສາສະໜາ ເພື່ອລ່ວງລະເມີດຄວາມສະຫງົບຂອງຊາດ, ຄວາມເປັນລະບຽບຮຽບຮ້ອຍຄວາມປອດໄພທາງສັງຄົມ, ຕ້ານ, ມ້າງທຳລາຍລັດ.
ໄປຝືນກັບການພົວພັນຮ່ວມມື ຫວຽດນາມ - ອາເມລິກາ
ບັນດາບົດລາຍງານປະຈຳປີກ່ຽວກັບຄວາມເສລີສາສະໜາຂອງໂລກ, ໃນນັ້ນມີບັນຫາສາສະໜາຢູ່ ຫວຽດນາມ, ແມ່ນບົດລາຍງານປະຈຳປີໂດຍກະຊວງການຕ່າງປະເທດ ອາເມລິກາ ຮຽບຮຽງແຕ່ສະໄໝທຳສົງຄາມເຢັນ. ຄາວນັ້ນ, ຫວຽດນາມ ແລະ ອາເມລິກາ ຢູ່ໃນບັນດາລະບົບສັງຄົມສູ້ຢັນກັນ. ແຕ່ເຖິງຢ່າງໃດກໍ່ຕາມ, ປະຈຸບັນ, ຫວຽດນາມ ແລະ ອາເມລິກາ ໄດ້ກາຍເປັນຄູ່ຮ່ວມມືຮອບດ້ານ. ເອກະສານ “ຄູ່ຮ່ວມມືຮອບດ້ານ” ໂດຍປະມຸກລັດສອງ ປະເທດ ຫວຽດນາມ ແລະ ອາເມລິກາ ລົງລາຍເຊັນໃນປີ 2013 ໄດ້ຮັບຮູ້ຫຼັກການບັນດາຝ່າຍ “ເຄົາລົບ” ກົດບັດ ສປຊ ແລະ ລະບອບການເມືອງຂອງກັນ.
ເຖິງວ່າ, ບົດລາຍງານປະຈຳປີຂອງປີ 2016 ກ່ຽວກັບຄວາມເສລີເຊື່ອຖືສາສະໜາໃນໂລກຂອງກະຊວງການຕ່າງປະເທດ ອາເມລິກາ ມີການດັດປັບໃນພາກທີ່ຂຽນກ່ຽວກັບ ຫວຽດນາມ ແລ້ວກໍ່ຕາມ, ແຕ່ກໍ່ຍັງບໍ່ທັນສ່ອງແສງຖືກຕ້ອງກັບສະພາບການຕົວຈິງໃນຊີວິດ ການເຫຼື້ອມໃສ, ເຊື່ອຖືສາສະໜາຢູ່ ຫວຽດນາມ ເທື່ອ. ສິ່ງດັ່ງກ່າວບໍ່ພຽງແຕ່ໄປຝືນກັບການພົວພັນ “ຄູ່ຮ່ວມມືຮອບດ້ານ” ໂດຍບັນດາປະມຸກລັດ 2 ປະເທດ ໄດ້ລົງນາມຢູ່ແລ້ວ ເທົ່ານັ້ນ ຫາກຍັງໄດ້ກໍ່ຄວາມເສຍຫາຍເຖິງການພົວພັນລະຫວ່າງ 2 ປະເທດ ແລະ ນ້ຳໃຈຂອງ 2 ຊາດ, ກໍ່ຄວາມກີດຂວາງເຖິງການພົວພັນຮ່ວມມື ພວມ ຢູ່ໃນທ່າພັດທະນາລະຫວ່າງ ຫວຽດນາມ ແລະ ອາເມລິກາ ອີກດ້ວຍ.