ນະໂຍບາຍອາລັກຂາກະສິກຳຂອງອາເມລິກາ ກໍ່ຄວາມຫຍຸ້ງຍາກໃຫ້ແກ່ການສົ່ງອອກປາຈາ

Thu Hoa
Chia sẻ
(vovworld)- ວັນ​ທີ 7/2/2014, ສະພາ​ແຫ່ງ​ຊາດ ອາ​ເມ​ລິ​ກາ ​ໄດ້​ຮັບຮອງ​ເອົາ​ກົດໝາຍ​ວ່າ​ດ້ວຍ​ກະສິກຳ(FarmBill)

(vovworld)- ວັນ​ທີ 7/2/2014, ສະພາ​ແຫ່ງ​ຊາດ ອາ​ເມ​ລິ​ກາ ​ໄດ້​ຮັບຮອງ​ເອົາ​ກົດໝາຍ​ວ່າ​ດ້ວຍ​ກະສິກຳ(FarmBill) ດ​້ວຍບັນດາ​ຂໍ້​ມາດຕາ​ອາລັກ​ຂາ​ກະສິກຳ​ພາຍ​ໃນ​ປະ​ເທດ. ສິ່ງ​ດັ່ງກ່າວ​ໄດ້​ເຮັດ​ໃຫ້​ວົງ​ເງິນ​ສົ່ງ​ອອກ​ປາຈາ​ຂອງ​ຫວຽດນາມ​ ​ໄປ​ຍັງ​ອາ​ເມ​ລິ​ກາ ຫລຸດ​ລົງ ​ແລະ ຫນອງ​ລ້ຽງ​ປາ​ຫລາຍ​ແຫ່ງ​ຂອງ​ບັນດາ​ຄອບຄົວ​ຢູ່​ເຂດ​ທົ່ງພຽງ​ແມ່ນ​ນຳ້ຂອງ​ທາງ​ພາກ​ໃຕ້​ຫວຽດນາມ​ ອາດ​ຈະ​ຖືກ​ລົບ​ລ້າງ. ​ໃນ​ລາຍການ​ສະຖານະ​ການ​ການ​​ເມືອງ​ພາກ​ນີ້, ​ພວກ​ເຮົາ​ຂໍ​ແນະນຳ​ບົດ​ທີ່​ພາດ​ຫົວ​ເລື່ອງ​ວ່າ: ນະ​ໂຍບາຍ​ອາລັກຂາ​ກະສິກຳ​ຂອງ​ອາ​ເມ​ລິ​ກາ​ກໍ່​ຄວາມ​ຫຍຸ້ງຍາກ​​ໃຫ້​ແກ່ການ​ສົ່ງ​ອອກ​ປາຈາ.

ນະໂຍບາຍອາລັກຂາກະສິກຳຂອງອາເມລິກາ ກໍ່ຄວາມຫຍຸ້ງຍາກໃຫ້ແກ່ການສົ່ງອອກປາຈາ - ảnh 1
ປາຈາຢູ່ ພາກໃຕ້ຫວຽດນາມ
ພາບປະກອບ:bptv.vn

        ຕາມ​ກົດໝາຍ​ວ່າ​ດ້ວຍ​ກະສິກຳ​ທີ່​ຫາ​ກໍ່​ໄດ້​ຮັບ​ການ​ປະກາດ​ໃຊ້, ປາຈາ ​ແມ່ນປະ​ເພດ​ສິນຄ້າ​ຖືກ​ຜົນ​ສະທ້ອນຢ່າງ​ຫນັກຫນ່ວງ​ຈາກ​ບັນດາ​ຮົ້ວ​ກີດຂວາງ​ດ້ານ​ເຕັກນິກ​ໃຫມ່ ​ໂດຍ​ກະຊວງ​ກະສິກຳ ອາ​ເມ​ລິ​ກາ ຍົກ​ອອກ​ໃນ 2 ​ເດືອນ​ຈະ​ມາ​ເຖິງ. ຕາມ​ນັ້ນ​ແລ້ວ, ບົດບາດ​ຫນ້າ​ທີ່​ຕິດຕາມ​ກວດກາ ປາ​ຫນັງ, ​ໃນ​ນັ້ນ ມີ​ປາຈາ ​ແລະ ປາ​ບາ​ຊາ ຂອງ​ຫວຽດນາມ,​ເຊິ່ງກ່ອນ​ນີ້​ແມ່ນ​ອົງການ​ຄຸ້ມ​ຄອງ​ກາ​ນຢາ ​ແລະ ອາຫານ(FDA) ຮັບຜິດຊອບ, ​ແຕ່​ປະຈຸ​ບັນ ​​ກະຊວງ​ກະສິກຳ​ອາ​ເມ​ລິ​ກາ ​​ແມ່ນ​ອົງການຕິດຕາມ​ກວດກາ. ຄຽງ​ຄູ່​ກັນ​ນັ້ນ,​ ນອກຈາກ​ການ​ກວດກາ​ຄຸນ​ນະພາ​ບຫລັກ​ອະນາ​ໄມ​ຄວາມ​ປອດ​ໄພ​ດ້ານ​ອາຫານ​ແລ້ວ, ອາ​ເມ​ລິ​ກາຍັງກວດກາ​ທັງ​ເຂດ​ລ້ຽງ​ປາ​ຂອງ​ຫວຽດນາມ ອີກ.

        ກົດໝາຍ​ສະບັບ​ດັ່ງກ່າວ​ໝາຍ​ຄວາມ​ວ່າ​ເພີ່ມ​ການອາລັກຂາ​​ແກ່​ຜະລິດ​ຕະພັນ​ກະ​ເສດ​ຂອງ​ອ​າ​ເມ​ລິ​ກາ

        ​ດ້ວຍບັນດາ​ຂໍ້​ມາດຕາຂອງ​ກົດໝາ​ຍສະບັບ​ດັ່ງກ່າວ, ກະຊວງ​ກະສິກຳ​ອາ​ເມ​ລິ​ກາ ຈະ​ໝູນ​ໃຊ້​ມາດຕະຖານ​ກຳນົດ​ປາ​ຫນັງ​ຂອງ​ບັນດາ​ປະ​ເທດ​ສົ່ງ​ອອກ​ໄປ​ຍັງ​ຕະຫລາດ ອາ​ເມ​ລິ​ກາ. ຕາມ​ນັ້ນ​ແລ້ວ, ຕ້ອງ​ຕອບ​ສະຫນອງບັນດາມາດຕະຖານ​ຂອງ ​ສິນຄ້າປະ​ເພດ​ນີ້​ທີ່​ຜະລິດ​ຢູ່ ອາ​ເມ​ລິ​ກາ, ນັບ​ແຕ່​ຂັ້ນ​ຕອນການ​ຜະລິດ​, ລ້ຽງ​ປູກ, ຄຸນ​ນະພາ​ບຜະລິ​ດຕະພັນ​ຕະຫລອດ​ຮອດ​ການ​ຫຸ້ມ​ຫໍ່ ​ແລະ ການສົ່ງ​ອອກ. ​ ສິ່ງ​ດັ່ງກ່າວ​ຈະເຮັດ​ໃຫ້​ປະຊາຊົນ​ລ້ຽງ​ປາ​ຫນັງ​ຢູ່​ບັນດາ​ປະ​ເທດ, ​ໃນ​ນັ້ນ ມີ​ຊາວ​ກະສິກອນ​ລ້ຽງ​ປາຈາ​ຢູ່ ຫວຽດນາມ ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ວ່າ​ ​ເມື່ອ​ຕ້ອງ​ສ້າງ​ລະບົບ​ຜະລິດ​ຕາມ​ມາດຕະຖານ​ຄື​ຢູ່ ອາ​ເມ​ລິ​ກາ ​ແລະ ດ້ວຍ​ຂໍ້ກຳນົດທີ່​ວ່າ, ຕ້ອງ​ກວດກາ​ຢັ້ງຢືນນັບ​ແຕ່ຕົ້ນ​ກຳ​ເນີ​ດ, ມີ​ວິ​ສາ​ຫະກິດ​ຫລາຍ​ແຫ່ງ​ຢູ່​​ປະ​ເທດຕ່າງໆ ຍາກ​ທີ່​ຈະ​ຕອບ​ສະຫນອງ​ຄຳ​ຮຽກຮ້ອງ​ຕ້ອງການ​ດັ່ງກ່າວ​ໄດ້.  ​ໃນ​ຂະນະ​ນັ້ນ, ການ​ກວດກາ​ຢັ້ງຢືນດັ່ງກ່າວ​ບໍ່​​ມີ​ສ່ວນກ່ຽວຂ້ອງ​​ເຖິງ​ຄຸນ​ນະພາ​ບ, ຄວາມ​ປອດ​ໄພ​ດ້ານ​ສະບຽງ​ອາຫານ, ຊ່ື​ງ​ແມ່ນ​ເງື່ອນ​ໄຂ​ທີ່​ອາ​ເມ​ລິ​ກາ​ ​ເຄີຍ​ຖື​ເປັນ​​ເຫດຜົນ​ເພື່ອ​ກີດຂວາງ​ປະ​ເພດ​ສິນຄ້າ​ປາຈາ​ ນຳ​ເຂົ້າ​ຕະຫລາດ​ອາ​ເມ​ລິ​ກາ ​ໃນ​ໄລຍະ​ຜ່ານ​ມາ. ​ເວົ້າ​ແນວ​ອື່ນ,       ບັນດາ​ຜູ້​ລ້ຽງ​ປາ​ຫນັງ ຢູ່ ອາ​ເມ​ລິ​ກາ ​ແມ່ນ​ບັນດາ​ເປົ້າ​ໝາຍ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດອັນໃຫຍ່​ຫລວງ ຈາກ​ກົດໝາຍ​ສະບັບ​ດັ່ງກ່າວ. ຫນຶ່ງ​ໃນ​ບັນດາ​ປະ​ເທດ​ຖືກ​ຜົນ​ສະ​ທ້ອນ​ຈາກ​ຂໍ້​ມາດຕາ​ດັ່ງກ່າວ ນັ້ນ​ແມ່ນ​ຫວຽດນາມ, ຊື່​ງ​ແມ່ນປະ​ເທດ​ກວມ​ເຖິງ 30% ອັດ​ຕາ​ສ່ວນ​ນ​ຳ​ເຂົ້າ​ບັນດາ​ຜະລິ​ດຕະພັນ​ປາ​ຫນັງ​​ຢູ່ຕະຫລາດ​ອາ​ເມ​ລິ​ກາ. ທ່ານ ​ເຈືອງ​ດີງ​ແຮ່​ວ, ຮອງ​ເລ​ຂາ​ທິການ​ໃຫຍ່​ສະຫະ​ສະມາຄົມ​ປຸງ​ແຕ່ງ ​ແລະ ສົ່ງ​ອອກ ສິນ​ໃນ​ນຳ້​ຫວຽດນາມ ​ໃຫ້​ຮູ້​ວ່າ:

        “ການ​ສົ່ງ​ອອກ​ປາຈາ ພວມ​ປະ​ເຊີນ​ຫນ້າ​ກັບ​ຄວາມ​ຫຍຸ້ງຍາກ​ຫລາຍ​ຢ່າງ, ພິ​ເສດ ​ແມ່ນ​ການ​ຫລຸດ​ລົງ​ຂອງ​ບັນດາ​ອັດຕາ​ສ່ວນ​ຕະຫລາດ​ທີ່​ເປັນ​ຈຸດ​ສຸມ ​ໃນ​ຂະນະ​ທີ່​ຕະຫລາດ​ອາ​ເມ​ລິ​ກາ ພວມ​ປະ​ເຊີນ​ຫນ້າ​ກັບ​ບັນດາ​ບັນຫາ​ກ່ຽວ​ກັບ​ການ​ຕ້ານ​ການ​ຂາຍ​ບຸບ​ລາຄາ. ນອກນັ້ນ ລາຄາປາຈາພາຍ​ໃນ​ປະ​ເທດ ກໍມີການເຫນັງຕີງ ສະນັ້ນ ບໍ່ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ຜູ້ລ້ຽງປາຈາໄດ້.”

        ຫນອງລ້ຽງປາ ແລະ ໂຮງງານປຸງແຕ່ງປາຈາ ຢູ່ ຫວຽດນາມ ທັງໝົດ ຕ້ອງຍົກລະດັບ ​ແລະ ຖືກ​ກວດກາ​ຢ່າງ​ເຂັ້ມ​ງວດ​ ຕາມ​ມາດຕະຖານ ຂອງອາ​ເມ​ລີ​ກາ, ຖ້າ​ຢາກ​​ເຮັດ​ໃຫ້ຜະລິ​ດຕະພັນ​ປາຈາ​ສົ່ງ​ໄປ​ຂາຍ​ຢູ່​ຕະຫລາດ​ອາ​ເມ​ລິ​ກາ​ໄດ້. ຕາມ​ຫລັກການ​ແລ້ວ, ກະຊວງ​ກະສິກຳ ອາ​ເມ​ລິ​ກາ ຈະຕ້ອງ​ປະກາດ​ເງື່ອນ​ໄຂ​ລະອຽດ ​ເພື່ອ​ປະຕິບັດ ກົດໝາຍ​ດັ່ງກ່າວ ​ໃນ​ເວລາ 60 ວັນ ນັບ​ແຕ່​ວັນ​ທີ 7/2/2014 ​ເປັນ​ຕົ້ນ​ໄປ.

        ​ເຖິງ​ວ່າຂະ​ແຫນງ​ປຸງ​ແຕ່ງອາຫານ​ສົ່ງ​ອອກ​ຂອງ​ຫວຽດນາມ ​ໄດ້​ມີ​ການ​ຄິດ​ໄລ່​ລ່ວງ​ຫນ້າ ​ແລະ ມີ​ການ​ກະກຽມ​ແລ້ວ​ກໍ່ຕາມ, ​​ແຕ່​ເມື່ອ​ກົດໝາຍ​ດັ່ງກ່າວ​ມີ​ຜົນ​ສັກສິດ, ຫວຽດນາມ ຍັງ​ຄົງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຈຳນວນ​ຫນຶ່ງ ​ໃນ​ໄລຍະ​ຕົ້ນ ​ແລະ ການ​ສົ່ງ​ອອກ​ສິນ​​ໃນ​ນຳ້​​ໄປ​ຍັງ​ຕະຫລາດ ອາ​ເມ​ລິ​ກາ ອາດ​ຈະ​ຖືກ​ຊັກ​ຊ້າ​​ໄວ້.  ສິ່ງ​ດັ່ງກ່າວ​​ແມ່ນ​ຮຽກຮ້ອງ​ໃຫ້​ຂະ​ແຫນງ​ສົ່ງ​ອອກ​ສິນ​ໃນ​ນຳ້ຂອງ​ຫວຽດນາມ ຕ້ອງ​ຜ່າ​ນຜ່າຄວາມ​ຫຍຸ້ງຍາກ ພ້ອມ​ທັງ​ຍູ້​ແຮງ​ການ​ສ້າງ​ໂຄງ​ປະກອບ​ການ​ຜະລິດ​ຄືນ​ໃຫມ່​ເພື່ອ​ຮັບ​ມື​ກັບ​ຄຳ​ຮຽກຮ້ອງ​ຂອງ​ຕະຫລາດ​ການ​ຄ້າ​ໂລກ. ທ່ານ ຫງວຽນ​ຫື​ວຢູງ, ຮອງ​ປະທານ​ສະຫະ​ສະມາຄົມ​ປຸງ​ແຕ່ງ ​ແລະ ສົ່ງ​ອອກ​ສິນ​ໃນ​ນຳ້​ຫວຽດນາມ ຢືນຢັນ​ວ່າ:

        “ບັນດາ​ວິ​ສາ​ຫະກິດ​ຕ້ອງ​ມີ​ຂໍ້​ມູນ​ຂ່າວສານ​ກ່ຽວ​ກັບປະ​ເພດ​ສິນຄ້າ​ຢ່າງ​ຈະ​ແຈ້ງ, ຕົວຢ່າງ​ຄື: ​ກາ​ໝາຍ​ສິນຄ້າ, ຄວາມ​ປອດ​ໄພ, ​ຫລັກ​ອະນາ​ໄມ​ດ້ານ​ອາຫານ, ໂລກລະບາດ. ທີ​ສອງ ປະ​ຊາ​ຄົມ​ວິ​ສາ​ຫະກິດ ຕ້ອງ​ມີ​ຂໍ້​ມູນ​ຂ່າວສານ, ​ເວລາ​ນັ້ນ ພວກ​​ເຮົາ​ຈຶ່ງສາມາດຫລີກ​ລ້ຽງ​ຄວາມ​ສ່ຽງ ​ແລະ ຜົນ​ສະທ້ອນບໍ່​ດີ​​ເຖິງປາຈາ​ຂອງ​ຫວຽດນາມ.”

        ປີ 2013, ຍອດ​ປະລິມານ​ປາຈາຂອງ ຫວຽດນາມ ທີ່ສົ່ງ​ອອກ​ຕະຫຼາດໂລກ ບັນລຸ​ມູນ​ຄ່າ 1,8 ຕື້ USD. ​ໃນ​ນັ້ນຕະຫລາດ ອາ​ເມ​ລິ​ກາ ​ກວມ 27-33% ຍອດ​ວົງ​ເງິນ​ສົ່ງ​ອອກ​ສິນ​ໃນ​ນຳ້ຂອງ​ຫວຽດນາມ ​ເວົ້າ​ລວມ ​ແລະ ປາຈາ​ເວົ້າ​ສະ​ເພາະ. ​ແຕ່​ດົນ​ນານ​ມາ​ແລ້ວ,​ ຫວຽດນາມ ສົ່ງ​​ເສີມ​ຊາວ​ກະສິກອນ ​ແລະ ວິ​ສາ​ຫະກິດ ປະຕິບັດ​ການ​ລ້ຽງ​ປູກ​ສິນ​ໃນ​ນຳ້ ຕາມ​ບັນດາ​ມາດຕະຖານ Viet GAP, Global GAP, ASC. ສະ​ນັ້ນ, ຖ້າ​ຫາກ​ມີ​ການ​ດັດ​ປັບ​ ​​ການ​ຄຸ້ມ​ຄອງ, ການ​ສົ່ງ​ອອກ, ການຈັດ​ຕັ້ງ​ຢັ້ງຢືນຢ່າງ​ເໝາະ​ສົມ.. ປາຈາ​ຂອງ​ຫວຽດນາມ ຍັງ​ຄົງ​ຕອບ​ສະຫນອງ​ບັນດາ​ຄຳ​ຮຽກຮ້ອງ​ສ່ົງ​ອອກ​ໄປ​ຍັງ​ຕະຫລາດ​ອາ​ເມ​ລິ​ກາ​ໄດ້ຢ່າງ​ພຽງພໍ. ການ​ສ້າງ ​ແລະ ຜັນ​ຂະຫຍາຍ​ແຜນການ​ກະກຽ​ມ​ເພື່ອຕອບ​ສະຫນອງ​ບັນດາ​ຂໍ້​ກຳນົດ​ໃຫມ່​ຂອງ​ກົດໝາຍ​ວ່າ​ດ້ວຍກະສິກຳ​ປີ 2014​, ແມ່ນ​ໜ້າ​ທີ່ຂອງ​ບັນດາ​ວິ​ສາ​ຫະກິດ ຫວຽດນາມ​ໃນປະຈຸ​ບັນ​ ​ເພື່ອ​ຮັກສາ​ໃຫ້​ໄດ້​ອັນ​ດັບ​ທີຫນຶ່ງ, ​ກ່ຽວ​ກັບ​ການ​ສົ່ງ​ອອກ​ປາຈາ​ເຂົ້າ​ຕະຫລາດ​ອາ​ເມ​ລິ​ກາ.

ຕອບກັບ