ຕໍ່ສູ້ປົກປ້ອງຜົນປະໂຫຍດແຫ່ງຊາດໂດຍສັນຕິວິທີ

Lê Văn Bình- Thu Hoa
Chia sẻ
(VOVWORLD) -    ດ້ວຍບັນດາການເຄື່ອນໄຫວໃນຕົວຈິງຢູ່ເຂດບ້າຍຕືຈິງ ໃນຊຸມວັນຜ່ານມາ, ຈີນໄດ້ລະເມີດບັນດາຂໍ້ກຳນົດຂອງສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982, ລະເມີດເຂດເສດຖະກິດພິເສດ ແລະ ສິດອຳນາດສານຂອງຫວຽດນາມ ຢູ່ເຂດທະເລແຫ່ງນີ້.
ຕໍ່ສູ້ປົກປ້ອງຜົນປະໂຫຍດແຫ່ງຊາດໂດຍສັນຕິວິທີ - ảnh 1(ທ່ານນາງເລທິທູຮັ່ງ, ໂຄສົກກະຊວງການຕ່າງປະເທດຫວຽດນາມ)

ການຕໍ່ສູ້ປົກປ້ອງຜົນປະໂຫຍດແຫ່ງຊາດໂດຍສັນຕິວິທີ ແມ່ນເສັ້ນທາງທີ່ຫວຽດນາມ ໄດ້ເລືອກເຟັ້ນໃນປະຈຸບັນ. ບົດຂຽນຂອງເລວັນບິ່ນ, ນັກຂ່າວວິທະຍຸກະຈາຍສຽງຫວຽດນາມ.

  ຫວ່າງແລ້ວນີ້, ທ່ານນາງເລທິທູຮັ່ງ, ໂຄສົກກະຊວງການຕ່າງປະເທດຫວຽດນາມ ໄດ້ເນັ້ນໜັກວ່າ “ໃນຊຸມວັນຜ່ານມາ, ກຸ່ມກຳປັ່ນສຳຫຼວດໄຮ່ຢາງ 08 ຂອງຈີນ ໄດ້ມີການກະທຳລະເມີດເຂດເສດຖະກິດພິເສດ ແລະ ໄຫຼ່ທະວີບຫວຽດນາມ ຢູ່ເຂດທິດໃຕ້ທະເລຕາເວັນອອກ. ນີ້ແມ່ນເຂດທະເລຂອງຫວຽດນາມ, ໄດ້ລະບຸຢ່າງຖືກຕ້ອງຕາມບັນດາຂໍ້ກຳນົດຂອງສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982 ໂດຍຫວຽດນາມ ແລະ ຈີນ ລ້ວນແຕ່ແມ່ນສະມາຊິກ. ຫວຽດນາມ ໄດ້ພົບປະ ແລະ ແລກປ່ຽນກັບຝ່າຍຈີນ ເປັນຫຼາຍຄັ້ງແລ້ວຢູ່ບັນດາຊ່ອງທາງທີ່ແຕກຕ່າງກັນ, ສົ່ງຈົດໝາຍທາງການຄັດຄ້ານ, ເດັດດ່ຽວຮຽກຮ້ອງໃຫ້ຢຸດຕິບັນດາການກະທຳລະເມີດໃນທັນທີ, ຖອນກຳປັ່ນທັງໝົດອອກຈາກເຂດທະເລຫວຽດນາມ; ເຄົາລົບສິດອຳນາດອະທິປະໄຕ, ສິດອຳນາດສານຂອງຫວຽດນາມ ເພື່ອສາຍພົວພັນສອງປະເທດ ແລະ ສະຖຽນລະພາບ, ສັນຕິພາບຢູ່ພາກພື້ນ”.

ຕໍ່ສູ້ປົກປ້ອງຜົນປະໂຫຍດແຫ່ງຊາດໂດຍສັນຕິວິທີ - ảnh 2ກຳປັ່ນສຳຫຼວດໄຮ່ຢາງ 08 ຂອງຈີນ

(ພາບ: Gulf Times)

ປະຕິບັດອະທິປະໄຕບົນພື້ນຖານກົດໝາຍສາກົນ

    ກ່ຽວກັບການປະພຶດຂອງບັນດາກຳລັງປະຕິບັດກົດໝາຍຫວຽດນາມ ຢູ່ພື້ນທີ່ຕົວຈິງນັ້ນ, ໂຄສົກກະຊວງການຕ່າງປະເທດຫວຽດນາມ ໃຫ້ຮູ້ວ່າ: “ບັນດາກຳລັງປະຕິບັດໜ້າທີ່ຢູ່ທະເລຂອງຫວຽດນາມ ສືບຕໍ່ຜັນຂະຫຍາຍຫຼາຍມາດຕະການທີ່ເໝາະສົມ ປະຕິບັດອະທິປະໄຕ, ສິດອຳນາດອະທິປະໄຕ ແລະ ສິດອຳນາດສານໂດຍສັນຕິວິທີ: ຖືກຕ້ອງຕາມກົດໝາຍ ເພື່ອແນໃສ່ປົກປັກຮັກສາເຂດທະເລຫວຽດນາມ”.

ຕໍ່ສູ້ປົກປ້ອງຜົນປະໂຫຍດແຫ່ງຊາດໂດຍສັນຕິວິທີ - ảnh 3                    (ທ່ານປະລິນຍາເອກ ເຈິ່ນກົງຈຸກ)

ຕາມທ່ານປະລິນຍາເອກ ເຈິ່ນກົງຈຸກ ອະດີດຫົວໜ້າຄະນະຊາຍແດນລັດຖະບານ, ຄຳຢັ້ງຢືນຂອງທ່ານນາງໂຄສົກກະຊວງການຕ່າງປະເທດຫວຽດນາມ ເລທິທູຮັ່ງ ໄດ້ຊີ້ໃຫ້ເຫັນຫຼັກໝັ້ນທາງດ້ານນິຕິທຳ ແລະ ແຜນນະໂຍບາຍດ້ານການເມືອງຂອງຫວຽດນາມ ແມ່ນຖືກຕ້ອງ, ສະແດງໃຫ້ເຫັນເຈດຕະນາດີຂອງປະເທດສະມາຊິກໜຶ່ງທີ່ມີຄວາມຮັບຜິດຊອບຂອງສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982. ທ່ານປະລິນຍາເອກ ເຈິ່ນກົງຈຸກ ກ່າວວ່າ:

     ກ່ຽວກັບດ້ານນິຕິທຳການເມືອງສຳລັບບັນດາບັນຫາພວມເກີດຂຶ້ນຢູ່ເຂດທະເລຕາເວັນອອກ, ຂ້າພະເຈົ້າຖືວ່າ ບັນດາປະຕິກິລິຍາຂອງຫວຽດນາມ ໃນດ້ານການຕ່າງປະເທດ ແລະ ໃນພື້ນທີ່ທີ່ກ່ຽວຂ້ອງເຖິງເຫດການຕືຈິງ ນັ້ນ, ຫວຽດນາມ ກໍ່ມີຫຼັກໝັ້ນທີ່ແຂງແກ່ນຢ່າງຈະແຈ້ງ ແຕ່ພ້ອມກັນນັ້ນກໍ່ສະແດງໃຫ້ເຫັນເຈດຕະນາດີຂອງຫວຽດນາມ ແລະ ທຸກສິ່ງທຸກຢ່າງທີ່ພວມເກີດຂຶ້ນຈົນມາຮອດປະຈຸບັນນີ້, ຫວຽດນາມ ໄດ້ເຮັດຄືແນວນັ້ນອາດເວົ້າໄດ້ວ່າ ແມ່ນດີທີ່ສຸດແລ້ວ, ເຊິ່ງບໍ່ປະໃຫ້ເກີດບັນດາບັນຫາກໍ່ຄວາມສັບສົນ ທີ່ບໍ່ສາມາດຄວບຄຸມໄດ້.

ປົກປ້ອງຜົນປະໂຫຍດແຫ່ງຊາດໂດຍສັນຕິວິທີ

    ມາຮອດຈຸດເວລານີ້, ຫວຽດນາມ ໄດ້ເດັດດ່ຽວຜັນຂະຫຍາຍຫຼາຍມາດຕະການທີ່ເໝາະສົມເພື່ອຕໍ່ສູ້ຢູ່ສະຖານທີ່ເກີດເຫດ. ກະຊວງການຕ່າງປະເທດຫວຽດນາມ ໄດ້ສົ່ງຈົດໝາຍທາງການຄັດຄ້ານການເຄື່ອນໄຫວຢ່າງຜິດພາດຂອງກຸ່ມກຳປັ່ນໄຮ່ຢາງ 08 ເຖິງຝ່າຍຈີນ ແລ້ວ, ໄດ້ນຳໃຊ້ຫຼາຍຊ່ອງທາງການທູດອື່ນໆ ເພື່ອຕິດຕໍ່ກັບຈີນ. ນັ້ນແມ່ນບາດກ້າວເດີນທຳອິດ ໃນການຕໍ່ສູ້ດ້ວຍສັນຕິວິທີຕາມການກຳນົດຂອງກົດບັດ ສປຊ. ທ່ານປະລິນຍາເອກ ຮ່ວາງຫວຽດ ອາຈານສອນຢູ່ມະຫາວິທະຍາໄລນະຄອນໂຮ່ຈີມິນ ຕີລາຄາວ່າ:

  ບັນດາມາດຕະການສັນຕິພາບ ທີ່ລະບຸໃນກົດບັດ ສປຊ ທີໜຶ່ງແມ່ນດ້ວຍການເຈລະຈາລະຫວ່າງຝ່າຍຕ່າງໆ. ຫວຽດນາມ ໄດ້ສົ່ງຈົດໝາຍທາງການເຖິງຈີນ 3 ຄັ້ງແລ້ວ ແລະ ໄດ້ນຳໃຊ້ຫຼາຍຊ່ອງທາງ ທາງການທູດສຳຄັນ ເພື່ອພົວພັນກັບຝ່າຍຈີນ. ມາດຕະການທີສອງແມ່ນໃຊ້ຝ່າຍທີ 3 ເພື່ອເຂົ້າຮ່ວມວິວັດການເຈລະຈາ ແລະ ມາດຕະການແກ້ໄຂໂດຍກົງ.

   ທ່ານຮອງສາດສະດາຈານ, ປະລິນຍາເອກ ຫງວຽນບາຢຽນ ຫົວໜ້າພາກວິຊາກົດໝາຍສາກົນ, ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ ຢືນຢັນວ່າ: ເຂດບ້າຍ ຕືຈິງ ນອນໃນເຂດເສດຖະກິດພິເສດຂອງຫວຽດນາມ ຢ່າງຊິ້ນເຊິງ. ການເຄື່ອນໄຫວຂອງຈີນ ຢູ່ເຂດນີ້ແມ່ນຝືນກັບກົດໝາຍຢ່າງຊີ້ນເຊິງ. ບັນດາກຳລັງປະຕິບັດກົດໝາຍຂອງຫວຽດນາມ ໄດ້ ແລະ ພວມເດັດດ່ຽວຕໍ່ສູ້ໂຄສະນາສະຖານທີ່ດັ່ງກ່າວ. ໃນຂະນະຝ່າຍຈີນ ປະຕິເສດທຸກໆຄວາມມານະພະຍາຍາມດ້ານການທູດນັ້ນ, ຫວຽດນາມ ສາມາດນຳເຫດການນີ້ຂຶ້ນເຖິງ ສປຊ. ທ່ານຮອງສາດສະດາຈານ, ປະລິນຍາເອກ ຫງວຽນບາຢຽນ ເວົ້າວ່າ:

     ພວກເຮົາຕ້ອງນຳກໍລະນີນີ້ຂຶ້ນອົງການສາກົນແກ້ໄຂ, ເຊິ່ງອາດຈະແມ່ນ ສປຊ. ຖ້າຫາກວ່າທຸກໆຄວາມມານະພະຍາຍາມໃນການເຈລະຈາ ແລະ ພວກເຮົາໝົດຄວາມອົດທົນຂອງພວກເຮົາໝົດໄປນັ້ນແມ່ນຈະຟ້ອງຮ້ອງຈີນ ຂຶ້ນສານສາກົນ.

     ໃນຊຸມວັນມໍ່ໆມານີ້, ຫວຽດນາມ ໄດ້ນຳໃຊ້ທຸກໆມາດຕະການທາງການທູດເພື່ອພົວພັນກັບຈີນ, ສະເໜີໃຫ້ຖອນກຸ່ມກຳປັ່ນໄຮ່ຢາງ 08 ອອກຈາກເຂດເສດຖະກິດພິເສດຂອງຫວຽດນາມ, ເພື່ອແນໃສ່ປົກປ້ອງສາຍພົວພັນທາງການທູດຂອງສອງປະເທດ. ຖ້າຫາກວ່າ ຈີນ ບໍ່ຮັບຮູ້ເຈດຕະນາດີນີ້, ຫວຽດນາມ ອາດຈະນຳໃຊ້ບາດກ້າວຕໍ່ໄປໃນການຕໍ່ສູ້ໂດຍສັນຕິວິທີ ເພື່ອປົກປ້ອງຜົນປະໂຫຍດອັນຊອບທຳຂອງຕົນຢູ່ທະເລຕາເວັນອອກ.

ຕອບກັບ