ຍູ້ແຮງການຮ່ວມມືພັດທະນາລະຫວ່າງບັນດາແຂວງຊາຍແດນ ຫວຽດນາມ-ລາວ

VOV-Hong Van
Chia sẻ

ກອງ​ປະຊຸມ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສະພາ​ແຫ່ງ​ຊາດ​ຫວຽດນາມ-ລາວ ໄດ້​ດຳ​ເນີນ​ໄປ​​ຢູ່​ແຂວງ​ເຊີນ​ລາ ທາງ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ ຫວຽດນາມ.

 ​( vovworld ) – ການ​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງບັນດາ​ແຂວງ​ຊາຍ​ແດນ ຫວຽດນາມ-ລາວ ​ແມ່ນ​ໜ້າ​ທີ່​ສຳຄັນ​ໃນ​ການ​ປັບປຸງ​ສາຍພົວພັນ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີງາມ​ລະຫວ່າງ​ສອງ​ປະ​ເທດ, ປະກອບສ່ວນ​ຮັກສາ​ເສັ້ນຊາຍ​ແດນ​​ແຫ່ງສັນຕິພາບ, ສະຖຽນລະ​ພາບ​ຢ່າງໝັ້ນຄົງ. ການ​ນຳ​ສອງ​ປະ​ເທດໄດ້​ຢັ້ງຢືນສິ່ງ​ດັ່ງກ່າວ​ອີກ​ເທື່ອ​ໜື່ງ​ ​ໃນ​ກອງ​ປະຊຸມ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສະພາ​ແຫ່ງ​ຊາດ​ຫວຽດນາມ-ລາວ ຊື່​ງ​ໄດ້​ດຳ​ເນີນ​ໄປ​ໃນຕົ້ນອາທິດ​ຢູ່​ແຂວງ​ເຊີນ​ລາ ທາງ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ ຫວຽດນາມ.

ຍູ້ແຮງການຮ່ວມມືພັດທະນາລະຫວ່າງບັນດາແຂວງຊາຍແດນ ຫວຽດນາມ-ລາວ - ảnh 1

​ໄຂກອງ​ປະຊຸມ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສະພາ​ແຫ່ງ​ຊາດ​ຫວຽດນາມ-ລາວ

(ພາບ:vov.vn)

​  ໂດຍ​ແມ່ນ 1 ​ໃນ​ຈຳນວນ 10 ​ແຂວງ​ຂອງ ຫວຽດນາມ ມີ​ເສັ້ນຊາຍ​ແດນ​ຮ່ວມ​ກັບປະ​ເທດ ສປປ ລາວ, ​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ, ​ແຂວງ​ພູດ​ອຍ​ເຊີນ​ລາ ​ໄດ້​ປະກາດ​ໃຊ້​ບັນດາ​ນະ​ໂຍບາຍ​ຊຸກຍູ້​ການ​ຮ່ວມ​ມື​ກັບ​ອຳນາດ​ການ​ປົກຄອງ​ບັນດາ​ແຂວງ​ພາກ​ເໜືອ​ຂອງ​ລາວ​ໃນ​ທຸ​ກຂົງ​ເຂດ. ຕາມ​ທ່ານ Thao Xuan Sung ​ເລຂາ​ຄະນະ​ພັກ​ແຂວງ​ເຊີນ​ລາ ​ແລ້ວ, ປະຊາຊົນ​ເຂດ​ຊາຍ​ແດນ​ຂອງ​ແຂວງ​ເຊີນ​ລາ ​ແລະ ​ແຂວງ​ຕ່າງ​ຂອງ ສປປລາວ ​ໄດ້​ເປັນ​ເຈົ້າການ​ຊ່ວຍ​ເຫຼືອ​ຊື່​ງກັນ ​ແລະ ກັນ​ໃນ​ການ​ພັດທະນາ​ເສດຖະກິດ, ຍົກກ​ສູງ​ຊີວິດ​ການ​ເປັນ​ຢູ່, ພ້ອມ​ກັນ​ກໍ່ສ້າງ​ເສັ້ນຊາຍ​ແດນ​ແຫ່ງ​ສັນຕິພາບ, ມິດຕະພາບ, ກໍ່ສ້າງ​ເຂດ​ຊາຍ​ແດນທີ່​ມີ​ສະຖຽນ​ລະ​ພາບ ​ແລະ ພັດທະນາ:

    “​ແຂວງ​ເຊີນ​ລາ ​ໄດ້​ລົງ​ນາມ​ໃນ​ເອກະສານ​ຮ່ວມ​ມື​ຮອບດ້ານ​​ໃນ​ຂົງ​ເຂດການ​ເມືອງ, ​ເສດຖະກິດ, ວັດທະນະທຳ, ສັງຄົມ, ການ​ປ້ອງ​ກັນຊາ​ດກັບ 8 ​ແຂວງ​ທາງ​ພາກ​ເໜືອ​ຂອງ​ລາວ. ສອງ​ຝ່າຍ​ໄດ້​ໂຄສະນາ​ກ່ຽວ​ກັບ​ມູນ​ເຊື້ອ​ສາມັກຄີ​ມິດຕະພາບ​ແບບ​ພິ​ເສດ, ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ ຫວຽດນາມ-ລາວ ​ໃຫ້​ແກ່​ປະຊາຊົນ​ບັນດາ​ເຜົ່າ​ເປັນ​ປະຈຳ, ພ້ອມ​ກັນ​ປະຕິບັດ​ສັນຍາ​ກ່ຽວ​ກັບ​ຂໍ້​ກຳນົດ​ເສັ້ນຊາຍ​ແດນ​ແຫ່ງ​ຊາດ ຫວຽດນາມ-ລາວ ​ແລະ ບັນດາ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ຂອງ​ພັກ, ລັດຖະບານ​ສອງ​ປະ​ເທດ ​ໃຫ້​ເປັນ​ຢ່າງ​ດີ. ພິ​ເສດ, ​ໃນ​ໄລຍະ​ທີ່​ຜ່ານ​ມາ, ສອງ​ຝ່າຍ​ໄດ້​ພ້ອມ​ກັນ​​ເປັນເອກະ​ພາບ​ກ່ຽວ​ກັບບັນດາ​ແຜນ​ນະ​ໂຍບາຍ, ມາດ​ຕະການ​ສຳຄັນ, ທັບ​ມ້າງທຸກ​ກົນອຸບາຍ​ມ້າງ​ເພທຳລາຍ, ປະກອບສ່ວນ​ຮັກສາ​ຄວາມ​ສະຫງົບ​ປອດ​ໄພ, ສະຖຽນ​ລະ​ພາບ​ດ້ານການ​​ເມືອງ​ໃນ​ເຂດ​ຊາຍ​ແດນ, ປັບປຸງ​ນ້ຳ​ໃຈ​ສາມັກຄີ​ມິດຕະພາບ​ແບບ​ພິ​ເສດ ຫວຽດນາມ-ລາວ​ໃຫ້​ໜັກ​ແໜ້ນ​ກ່ວາ​ອີກ“.

    ບໍ່ພຽງ​ແຕ່​ຢູ່​ເຊີນ​ລາ ​ເທົ່າ​ນັ້ນ, ​ໃນ​ໄລຍະ​ຜ່ານ​ມາ, ທ້ອງ​ຖິ່ນ​ຕ່າງໆ​ຂອງ ຫວຽດນາມ ກໍ​ໄດ້​ເພີ່ມ​ທະວີ​ສາຍ​ພົວພັນ​ມິດຕະພາບ, ນ້ຳ​ໃຈ​ສາມັກ​ຄີ, ການ​ຮ່ວມ​ມື, ສະໜິດ​ຕິດ​ພັນ, ຮັບປະກັນ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ໃນ​ເຂດ​ຊາຍ​ແດນ​ຕິດ​ກັບ ສປປລາວ ທີ່​ມີ​ລວງ​ຍາວ​ກ່ວາ 2000 ກມ. ສອງ​ຝ່າຍ​ໄດ້​ສົມທົບ​ກັນ​ເປັນ​ຢ່າງ​ດີ​ໃນ​ການ​ສ້າງ​ບັນດາ​ຄຸ້ມ​ບ້ານ​ຢູ່​ເຂດ​ຫ່າງ​ໄກ​ສອກຫຼີກ, ​ເຂດ​ຊາຍ​ແດນ, ປະກອບສ່ວນ​ລົບ​ລ້າງ​ຄວາມ​ອຶດ​ຫີ​ວ ຫລຸ​ຜ່ອນ​ຄວາມທຸກ​ຍາກ, ຍົກ​ສູງ​ຊີວິດ​ດ້ານ​ວັດຖຸ ​ແລະ ຈິດ​ໃຈ​ໃຫ້​ແກ່​ປະຊາຊົນ​ຢູ່​ເຂດ​ຊາຍ​ແດນ. ​ໄປ​ຄຽງ​ຄູ່​ກັນນັ້ນ, ທ້ອງ​ຖິ່ນ​ຕ່າງໆ​ກໍ​ໄດ້​ຍູ້​ແຮງ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ​ໃນ​ເຂດ​ຊາຍ​ແດນ, ຊື່​ງ​ແມ່ນ​ມາດ​ຕະການ​ສຳຄັນ​ເພື່ອ​ພັດທະນາ​ເສດຖະກິດ​ສັງຄົມ​ຢູ່​ເຂດ​ຊາຍ​ແດນ ກໍ​ຄື​ສວມ​ບົດບາດ​ສຳຄັນ​ໃນ​ການ​ແລກປ່ຽນ​ດ້ານ​ການ​ຄ້າ ​ແລະ ການ​ຜະລິດ​ລວມ, ພິ​ເສດ​ແມ່ນ​ໃນ​ສະພາບ​ການ​ສອງ​ປະ​ເທດ​ສ້າງ​ໂຄງການ​ພັດທະນາ​​ເຄື​ຍຂ່າຍ ຕະຫຼາດ​ຊາຍ​ແດນ ຫວຽດນາມ-ລາວ ຮອດ​ປີ 2020. ນີ້​ຖືກ​ຖື​ວ່າ ​ແມ່ນ​ກຳລັງ​ໜູນ​ທີ່​ແຂງ​ແຮງ ບໍ່​ພຽງ​ແຕ່​ໃຫ້​ແກ່​ການ​ຄ້າ​ຊາຍ​ແດນ ຫວຽດນາມ-ລາວ ​ເທົ່າ​ນັ້ນ, ຫາກ​ຍັງ​ໄດ້​ໜູນ​ຊ່ວຍ​ຢ່າງ​ຕັ້ງໜ້າ​ໃຫ້​ແກ່​ບັນດາ​ໂຄງການ​ລົງທຶນ​ລະຫວ່າງ​ສອງ​ປະ​ເທດ​ອີກ​ດ້ວຍ. ສິ່ງ​ດັ່ງກ່າວ​ໄດ້​ພິສູດ​​ໃຫ້​ເຫັນ​ວ່າ: ໃນ​ປີ 2011, ການ​ຄ້າ​ ຫວຽດນາມ-ລາວ ​ໄດ້​ມີ​ການຈະ​ເລີ​ນ​ເຕີບ​ໂຕ​ຢ່າງ​ແຮງ​ດ້ວຍ​ລະດັບ 49,8% ​ເມື່ອທຽບກັບ​ກ່ອນນີ້, ບັນລຸ​ກ່ວາ 700 ລ້ານ​ໂດ​ລາ​ສະຫະລັດ. ທ່ານ Tran Van Hang ປະທານ​ກຳມາ​ທິການ​ການ​ຕ່າງປະ​ເທດ ສະພາ​ແຫ່ງ​ຊາດ ຫວຽດນາມ ​ໃຫ້​ຮູ້​ວ່າ:

   “​ພວກ​ຂ້າພະ​ເຈົ້າຕີ​ລາຄາ​ສູງ ​ແລະ ຊົມ​ເຊີຍ​ຄວາມ​ມານະ​ພະຍາຍາມ​ຂອງ​ບັນດາ​ທ້ອງ​ຖິ່ນ​ສອງ​ປະ​ເທດ ທີ່​ໄດ້​ຮ່ວມ​ມື​ນຳ​ກັນ​ຢ່າງ​ແໜ້ນ​ແຟ້ນ, ມີ​ປະສິດທິ​ຜົນ​ໃນ​ການ​ກໍ່ສ້າງ​ເສັ້ນຊາຍ​ແດນ​ແຫ່ງ​ສັນຕິພາບ, ມິດຕະພາບ, ປະກອບສ່ວນ​ສຳຄັນ ຊຸກຍູ້​ການ​ຮ່ວມ​ມື, ລົງທຶນ​ດ້ານ​ການ​ຄ້າ, ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ເພື່ອ​ໃຫ້​ປະຊາຊົນ​ຢູ່​ຕາມເຂດ​ຊາຍ​ແດນ​ຂອງສອງ​ປະ​ເທດດຳລົງ​ຊີວິດ, ດຳ​ເນີນ​ທຸລະ​ກິດ, ​ໄປມາ​ຊ່ວຍ​ເຫຼືອ​ຊື່​ງກັນ ​ແລະ ກັນ“

   ບົນ​ພື້ນຖານບັນດາ​ຜົນງານ​ທີ່​ບັນລຸ​ໄດ້​ໃນ​ການ​ຮ່ວມ​ມື​ລະຫວ່າງ​ບັນດ​າ ທ້ອງ​ຖິ່ນ​ເຂດ​ຊາຍ​ແດນ​ສອງ​ປະ​ເທດ, ທີ່ກອງ​ປະຊຸມ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສະພາ​ແຫ່ງ​ຊາດ​ຫວຽດນາມ-ລາວ, ສາມັກຄີ-​ມິດຕະພາບ, ບັນດາ​ຜູ້​ແທນ​ໄດ້​ສະ​ເໜີ​ໃຫ້​ສະພາ​ແຫ່ງ​ຊາດ​ສອງ​ປະ​ເທດ ຕ້ອງ​ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ກ່ວາ​ອີກ ​ເພື່ອ​ໜູນ​ຊ່ວຍ​ບັນດາ​ທ້ອງ​ຖິ່ນ​ມີ​ເສັ້ນຊາຍ​ແດນ​ຮ່ວມ ​ເພື່ອ​ສົ່ງ​ເສີມ​ພັດທະນາການ​ພົວພັນ​ດ້ານ​ເສດຖະກິດ​ກັບ​ຕ່າງປະ​ເທດ ​ໃນ​ເຂດ​ຊາຍ​ແດນ​ລະຫວ່າງ ຫວຽດນາມ-ລາວ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ Nguyen Xuan Phuc ​ເວົ້າວ່າ:

   “ການ​ຮ່ວມ​ມື​ດ້ານ​ການ​ສຶກສາ ບຳລຸງ​ສ້າງ ​ແລະ ການ​ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ ​ແມ່ນ​ໜ້າ​ທີ່​ຍຸດ​ທະ​ສາດ​ອັນ​ຍາວ​ນານ​ຂອງ​ສອງ​ປະ​ເທດ ​ເພື່ອ​ແນ​ໃສ່​ສ້າງ​ຖັນ​ແຖວ​ພະນັກງານ​ທີ່​ມີ​ຄວາມ​ສາມາດ​ຢ່າງ​ພຽງພໍ​, ຍົກ​ສຸງປະສິດທິ​ຜົນ​ແຫ່ງ​ການ​ຮ່ວມມືບົນ​ຫຼັກການ​ສະ​ເໝີ​ພາບ, ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ, ສ້າງ​ການ​ຫັນປ່ຽນ​ຢ່າງ​ແຮງ​ໃນ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ລະຫວ່າງ​ສອງ​ປະ​ເທດ, ສ້າງ​ເງື່ອ​ນໄຂ​ສະດວກ​ໃຫ້​ແກ່​ທອ້ງຖິ່ນ​ຕ່າງໆ​ໃນ​ເຂດ​ຊາຍ​ແດນ ​ແລະ ​ແຂວງ​ບໍ່​ມີຊາຍ​ແດນຕິດ​ຈອດ ມີ​ໂອກາດ​ຮ່ວມ​ມື​ຮອບດ້ານ, ພັດທະນາ​ເສດຖະກິດ ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ​ເພີ່​ມະວີ​ວຽກ​ງານປ້ອງ​ກັນຊາ​ດ, ກໍ່ສ້າງ​ເສັ້ນຊາຍ​ແດນ​ແຫ່ງ​ສັນຕິພາບ, ມິດຕະພາບ, ສະຖຽນ​ລະ​ພາບ​ຍາວ​ນານ“

ຍູ້ແຮງການຮ່ວມມືພັດທະນາລະຫວ່າງບັນດາແຂວງຊາຍແດນ ຫວຽດນາມ-ລາວ - ảnh 2

 ທ່ານ​ຮອງ​ນາຍົກລັດຖະມົນຕີ  Nguyen Xuan Phuc ​ເຂົ້າຮ່ວມ​ກອງ​ປະຊຸມ

(ພາບ:nguyenxuanphuc.net)

    ດ້ວຍ​ເສັ້ນຊາຍ​ແດນ​ຮ່ວມ ຫວຽດນາມ-ລາວ ທີ່​ມີ​ຄວາມ​ຍາວ​ທັງ​ໝົດ​ກ່ວາ 2000 ກມ ນັ້ນ, ​ເລື່ອງ​ຍູ້​ແຮງ​ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ແຂວງ​ຊາຍ​ແດນ ຈະ​ແມ່ນ​ກຳລັງ​ໜູນ​ເພື່ອ​ໃຫ້​ປະຊາຊົນ​ສອງ​ປະ​ເທດ ພັດທະນາ​ສາຍ​ພົວພັນ​ອັນ​ເປັນ​ມູນ​ເຊື້ອ, ມິດຕະພາບ​ອັນ​ດີງາມ ຊື່​ງການ​ນຳ​ສອງ​ປະ​ເທດ​ໄດ້​ເພີ່ມ​ພູນ​ຄູນ​ສ້າງຂຶ້ນ.

ຕອບກັບ