ຍົກ​ສູງ​ຄຸນຄ່າ​ຂອງ​ຕົ້ນ​ກາ​ເຟ ​ແລະ ພັດທະນາ​ເຂດ​​ເສດຖະກິດ​ ​ໄຕງວຽນ

Vinh Phong
Chia sẻ
(VOVWORLD) -ນັບແຕ່ດົນນານມາແລ້ວ ຕົ້າກາເຟ ໄດ້ມີທີ່ຕັ້ງສໍາຄັນເປັນພິເສດໃນການພັດທະນາເສດຖະກິດ-ສັງຄົມຂອງ ບັນດາແຂວງຢູ່ເຂດ ໄຕງວຽນ ຂອງຫວຽດນາມ. ໃນຂອບເຂດງານບຸນ ກາເຟ ບວນມາທວດ ຄັ້ງທີ 7 ປີ 2019 ທີ່ພວມດໍາເນີນໄປຢູ່ແຂວງດັກລັກ ໄດ້ມີການເຄື່ອນໄຫວຫຼາຍຢ່າງຄື ກອງປະຊຸມສໍາມະນາ, ໂຄສະນາ, ແນະນໍາບັນດາຜະລິດຕະພັນຂອງກາເຟ ຫວຽດນາມ.  ນີ້ແມ່ນໂອກາດເພື່ອໃຫ້ທ້ອງຖິ່ນ, ນັກຊ່ຽວຊານ ແລະ ວິສາຫະກິດຕ່າງໆ ໄດ້ພົບປະ, ແລກປ່ຽນບົດຮຽນ ແລະ ຊອກທິດທາງໃໝ່່ໃຫ້ ກາເຟ ຫວຽດນາມ ພັດທະນາແບບຍືນຍົງ.

ເນື້ອທີ່ປູກກາເຟຂອງຫວຽດນາມ ໃນປັດຈຸບັນ ບັນລຸກວ່າ 664.000 ha, ໃນນັ້ນ ສ່ວນໃຫຍ່ແມ່ນໄດ້ປູກຢູ່ 5 ແຂວງໃນເຂດໄຕງວຽນຄື: ກອນຕູມ, ຢາລາຍ, ດັກລັກ, ດັກນົງ ແລະເລີມດົງ. ສະມັດຕະພາບກາເຟຂອງ ຫວຽດນາມ ບັນລຸກວ່າ 1,5 ລ້ານໂຕນ/ປີ ແລະ ໄດ້ສົ່ງອອກໄປຍັງ 80 ປະເທດ ແລະ ເຂດແຄວ້ນ. ປີ 2018, ຫວຽດນາມ ໄດ້ສົ່ງອອກ 1,9 ລ້ານໂຕນ ດ້ວຍວົງເງິນສົ່ງອອກບັນລຸ 3,5 ຕື້ USD, ກວມເອົາ 14% ອັດຕາສ່ວນຂອງຕະຫຼາດ ແລະ ກວ່າ 10% ຂອງຍອດມູນຄ່າກາເຟ ສົ່ງອອກໄປຂາຍໃນທົ່ວໂລກ, ຢືນອັນດັບທີ 2 ໃນໂລກ. ເຖິງວ່າ ແມ່ນສິນຄ້າທີ່່ມີວົງເງິນສົ່ງອອກສູງໃນໝວດຜະລິດຕະພັນກະເສດຂອງຫວຽດນາມ ກໍຕາມ, ແຕ່ລະດັບເຕີບໂຕຂອງວົງເງິນສົ່ງອອກໃນໄລຍະ 2013 – 2017 ພຽງແຕ່ຢູ່ລະດັບສະເລ່ຍ 6,57%/ປີ. ສາຍເຫດຕົ້ນຕໍ ແມ່ນ ຖືກຜົນກະທົບຫຼາຍຢ່າງຈາກການຜັນປ່ຽນຂອງຕະຫຼາດກາເຟໂລກ, ມີຜະລິດຕະພັນຈໍານວນໜ້ອຍທີ່ບັນລຸມູນຄ່່າສ່ວນເກີນສູງ, ການສົ່ງອອກເມັດກາເຟກວມເອົາອັດຕາສ່ວນໃຫຍ່.

ຍົກ​ສູງ​ຄຸນຄ່າ​ຂອງ​ຕົ້ນ​ກາ​ເຟ ​ແລະ ພັດທະນາ​ເຂດ​​ເສດຖະກິດ​ ​ໄຕງວຽນ - ảnh 1 ສະມັດຕະພາບກາເຟຂອງ ຫວຽດນາມ ບັນລຸກວ່າ 1,5 ລ້ານໂຕນ/ປີ ແລະ ໄດ້ສົ່ງອອກໄປຍັງ 80 ປະເທດ ແລະ ເຂດແຄວ້ນ (ພາບ:vneconomy.vn)

ກາເຟພິເສດຂອງເຂດ - ທິດທາງໃໝ່ຂອງ ກາເຟ ຫວຽດນາມ

        ເພື່ອຍົກສູງຄຸນນະພາບຂອງກາເຟ, ຫວຽດນາມ  ໄດ້ ແລະ ກໍາລັງເອົາໃຈໃສ່ເປັນພິເສດເຖິງການພັດທະນາຄຸນະພາບ, ຍິ່ງໄປກວ່ານັ້ນ ແມ່ນມຸ່ງໄປເຖິງການພັດທະນາຕະຫຼາດກາເຟພິເສດຂອງເຂດ. ປັດຈຸບັນ, ອັດຕາສ່ວນຂອງປະເພດກາເຟພິເສດຂອງເຂດນີ້ ກວມເອົາປະມານ 2% ລວມຍອດປະລິມານກາເຟຂອງໂລກ. ເຖິງວ່າ ມີອັດຕາສ່ວນຕໍ່າກໍຕາມ ແຕ່ນໍາມາເຊິ່ງມູນຄ່າສ່ວນເກີນສູງ, ທົບ 5 ຫາ 10 ເທົ່າ ອີງຕາມກາເຟແຕ່ລະປະເພດ. ທີ່ກອງປະຊຸມສໍາມະນາກ່ຽວກັບການພັດທະນາກາເຟພິເສດຂອງຫວຽດນາມ, ເຊິ່ງເປັນການເຄື່ອນໄຫວທີ່ນອນໃນຂອບເຂດ ງານບຸນກາເຟ ບວນມາທວດ ຄັ້ງທີ 7 ປີ 2019, ທ່ານ ຈິ້ງດຶກມິນ, ປະທານສະຫະສະມາຄົມກາເຟ ບວນມາທວດ, ໃຫ້ຮູ້ວ່າ: ທີ່ແຂວງດັກລັກ, ໃນລະດູການ 2017 – 2018, ສະຫະສະມາຄົມ ກາເຟ ບວນມາທວດ ໄດ້ເອົາຕົວຢ່າງກາເຟຢູ່ເຂດສະໜອງວັດຖຸດິບຈໍານວນ 130 ຕົວຢ່າງ ເພື່ອໃຫ້ບັນດານັກຊ່ຽວຊານຊິມ ແລະ ຕີລາຄາຄຸນນະພາບ. ຜົນອອກມາແມ່ນ ມີ 10% ຕົວຢ່າງກາເຟບັນລຸ 80 ຄະແນນຂຶ້ນໄປ ແລະ ສາມາດຜະລິດເປັນຜະລິດຕະພັນກາເຟພິເສດຂອງເຂດໄດ້. ນີ້ແມ່ນທິດທາງໃໝ່ ເພື່ອແນໃສ່ຍົກລະດັບຄຸນຄ່າຂອງເຄື່ອງໝາຍການຄ້າໃຫ້ ກາເຟ ທີ່ມີໃບຢັ້ງຢືນຕົ້ນກໍາເນີດແມ່ນ ບວນມາທວດ. ພ້ອມກັນນັ້ນ, ການປະກົດຕົວຂອງກາເຟພິເສດຂອງເຂດ ຍັງປະກອບສ່ວນຍົກສູງປະສິດທິຜົນເສດຖະກິດໃຫ້ແກ່ຜູ້ປູກກາເຟອີກດ້ວຍ. ທ່ານ ຈິ້ງດຶກມິນ ຢັ້ງຢືນວ່າ: ເລື່ອງພັດທະນາກາເຟພິເສດຂອງເຂດຈະປະກອບສ່ວນຍົກລະດັບເຄື່ອງໝາຍການຄ້າໃຫ້ກາເຟ ຫວຽດນາມ, ຍົກສູງປະສິດທິຜົນເສດຖະກິດໃຫ້ແກ່ຜູ້ປູກຕົ້ນກາເຟ.

        “ຫວຽດນາມ ກ້າວເຂົ້າສູ່ຕະຫຼາດກາເຟພິເສດຂອງເຂດແມ່ນຊ້າພໍສົມຄວນ. ເຖິງວ່າ ພວກເຮົາໄປຕາມຫຼັງກໍຕາມ ແຕ່ພວກເຮົາໄດ້ຖອດຖອນບົດຮຽນ, ຈາກນັ້ນ ຜະລິດກາເຟພິເສດຂອງເຂດຖືກຕ້ອງຕາມມາດຕະຖານຂອງຕະຫຼາດ. ອັນໄດ້ສ້າງກໍາລັງໜູນໃຫ້ແກ່ຜູ້ຜະລິດພັດທະນາກາເຟທີ່ມີຄຸນນະພາບສູງ ເພາະວ່າ ກາເຟມີຄຸນນະພາບສູງຈະມີລາຄາສູງກວ່າ. ຈາກສ່ວນບຸກຄົນທີ່ນໍາໜ້າໃນການຜະລິດກາເຟພິເສດຂອງເຂດຈະຍົກຄຸນນະພາບກາເຟ ຂອງ ກາເຟ ຫວຽດນາມ ຂຶ້ນໄປອີກຂັ້ນໃໝ່”.

        ສືບຕໍ່ຍົກສູງຄຸນຄ່າຂອງກາເຟຫວຽດນາມ

        ທີ່ງານບຸນກາເຟ ຄັ້ງທີ 7, ແຂວງດັກລັກ ໄດ້ໂຄສະນາ ແລະ ແນະນໍາບັນດານະໂຍບາຍກໍານົດທິດໃຫ້ແກ່ອົງການ, ສ່ວນບຸກຄົນພັດທະນາການຜະລິດ ແລະ ເຂົ້າຮ່ວມຕະຫຼາດກາເຟພິເສດຂອງເຂດ. ທ່ານ ຫງວຽນຫາຍນິງ, ຫົວໜ້າຄະນະຈັດຕັ້ງ ກາເຟ ບວນມາທວດ ປີ 2019, ໃຫ້ຮູ້ວ່າ: ຜ່ານບັນດາການເຄື່ອນໄຫວທີ່ງານບຸນ, ຫວຽດນາມ ຢາກໂຄສະນາ, ແຜ່ຂະຫຍາຍກາເຟພິເສດຂອງເຂດຢູ່ຕະຫຼາດພາຍໃນ ແລະ ຄ່່ອຍໆດຶງດູດບັນດາຕະຫຼາດອື່ນໆໃນໂລກ.

        “ຄັ້ງນີ້ ພວກຂ້າພະເຈົ້າຈະພັດທະນາຕະຫຼາດກາເຟພິເສດຂອງເຂດ. ນີີ້ແມ່ນຄວາມຕ້ອງການບໍລິໂພກ ແລະ ທ່າອ່ຽງຂອງໂລກ. ທີສອງ, ພວກຂ້າພະເຈົ້າຢາກພັດທະນາກາເຟພິເສດຂອງເຂດ ເພາະວ່າ ມີມູນຄ່າສ່ວນເກີນສູງ. ຖ້າຫາກພວກເຮົາປູກຕົ້ນກາເຟ ແລະ ສົ່ງອອກກາເຟຫຼາຍຄືແນວນີ້ ແຕ່ບໍ່ເອົາໃຈໃສ່ເຖິງ ອັດຕາສ່ວນກາເຟພິເສດຂອງເຂດນັ້ນ ຜູ້ທີ່ຖືກຜົນສະທ້ອນທີ່ສຸດ ແມ່ນຊາວກະສິກອນ. ດັ່ງນັ້ນ, ໃນຄັ້ງນີີ້, ພວກຂ້າພະເຈົ້າຢາກໂຄສະນາຕະຫຼາດກາເຟເອກະລັກສະເພາະ ເພື່ອໃຫ້ສາກົນຮູ້ໄດ້ວ່າ ຫວຽດນາມ ແມ່ນປະເທດສົ່ງອອກກາເຟໃຫຍ່ອັນດັບທີ 2 ຂອງໂລກ ແຕ່ກໍຍັງມີກາເຟພິເສດຂອງເຂດ”.

        ທ່ານ ຈິ້ງດຶກມິນ, ປະທານສະຫະສະມາຄົມ ກາເຟ ບວນມາທວດ,ຖືວ່າ: ເພື່ອໃຫ້ກາເຟ ໄຕງວຽນ ສາມາດພັດທະນາຢ່າງແຮງກວ່າອີກ ແລະ ບືນຕົວອອກຂອບຂະໜາດໃນປັດຈຸບັນໄດ້ນັ້ນ, ຮຽກຮ້ອງຕ້ອງມີຍຸດທະສາດພັດທະນາແບບຍືນຍົງ, ຮອບດ້ານ ແລະ ຍາວນານ.

        “ສໍາລັບການຊອກຫາວິທີເພື່ອຍົກສູງຄຸນຄ່່າຂອງກາເຟຫວຽດນາມ, ສິ່ງສໍາຄັນ ແມ່ນເຊື່ອມຕໍ່ການແລກປ່ຽນການຄ້າໂດຍກົງລະຫວ່າງ ຜູ້ຜະລິດ ແລະ ສ່ວນບຸກຄົນທີ່່ມີຄວາມຕ້ອງການຊື້ກາເຟພິເສດຂອງເຂດ. ທີສອງແມ່ນ ສ້າງກໍາລັງໜູນໃຫ້ແກ່ຜູ້ຜະລິດ ໃຫ້ຜະລິດອອກກາເຟທີ່ມີຄຸນນະພາບສູງ. ທີສາມແມ່ນ ສ້າງຕະຫຼາດຄົບວົງຈອນນັບແຕ່ການຜະລິດຕະຫຼອດຮອດການບໍລິໂພກ ບໍ່ພຽງແຕ່ຢູ່ພາຍໃນປະເທດເທົ່ານັ້ນ ຫາກຍັງອອກສູ່ຕ່າງປະເທດອີກດ້ວຍ.”

        ເລື່ອງຊອກຫາບັນດາທິດທາງໃໝ່ເພື່ອຍົກສູງຄຸນຄ່າຂອງຜະລິດຕະພັນ, ຍູ້ແຮງການສົ່ງອອກຂອງສິນຄ້າກາເຟ ແມ່ນເປົ້າໝາຍຂອງບັນດາແຂວງເຂດ ໄຕງວຽນ ໄດ້ວາງອອກ, ໃນນັ້ນ ມີການພັດທະນາສິ້ນຄ້າກາເຟພິເສດຂອງເຂດ. ພ້ອມກັບບັນດາຍຸດທະສາດພັດທະນາຮອບດ້ານ ແລະ ຍາວນານຂອງລັດຖະບານ ເພື່ອໃຫ້ກາເຟ ສືບຕໍ່ແມ່ນໜຶ່ງໃນບັນດາຜະລິດຕະພັນຫຼັກແຫຼ່ງຂອງປະເທດ, ປະກອບສ່ວນພັດທະນາເສດຖະກິດ, ສັງຄົມ ແລະ ເຂດໄຕງວຽນ, ກໍຄືຊ່ວຍຜູ້ປູກກາເຟສ້າງຄວາມຮັ່ງມີໃນດິນແດນແຫ່ງນີ້./.

ຕອບກັບ