ຄວາມເສລີໃນການເຊື່ອຖືສາສະຫນາຢູ່ ຫວຽດນາມ ແມ່ນຄວາມເປັນຈິງບໍ່ອາດເສກສັນປັ້ນແຕ່ງໄດ້

Thu Hoa
Chia sẻ
ໃນ​ບົດ​ລາຍ​ງານກ່ຽວ​ກັບ​ຄວາມ​ເສລີ​ໃນ​ການ​ເຊື່ອ​ຖື​ສາສະຫນາ​ສາກົນ​ປີ 2011 ​ໂດຍ​ຊວງ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ ປະກາດ​​ເມື່ອ​ວັນ​ທີ 30/7 ຜ່ານ​ມາ ​​ຖື​ວ່າ: ລັດຖະບານ ຫວຽດນາມ  ບໍ່​ສະ​ແດງ​ໃຫ້​ເຫັນທ່າ​ອ່ຽງປັບປຸງ ຫລື​ຖອຍຫລັງ ​ໃນ​ການ​ປົກ​ປ້ອງ​ສິດ​ເສລີ​ໃນ​ການ​ເຊື່ອ​ຖື​ສາສະຫນາ

(vovworld) - ​​ໃນ​ບົດ​ລາຍ​ງານກ່ຽວ​ກັບ​ຄວາມ​ເສລີ​ໃນ​ການ​ເຊື່ອ​ຖື​ສາສະຫນາ​ສາກົນ​ປີ 2011 ​ໂດຍ​ຊວງ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ ປະກາດ​​ເມື່ອ​ວັນ​ທີ 30/7 ຜ່ານ​ມາ ​​ຖື​ວ່າ: ລັດຖະບານ ຫວຽດນາມ  ບໍ່​ສະ​ແດງ​ໃຫ້​ເຫັນທ່າ​ອ່ຽງປັບປຸງ ຫລື​ຖອຍຫລັງ ​ໃນ​ການ​ປົກ​ປ້ອງ​ສິດ​ເສລີ​ໃນ​ການ​ເຊື່ອ​ຖື​ສາສະຫນາ. ​ເຖິງ​ວ່າ​ໄດ້​ຮັບ​ຮູ້​ບັນດາ​ຜົນງານ​ຂອງ​ຫວຽດນາມ​ໃນ​ການ​ຮັບປະກັນ​ສິດ​ເສລີ​ໃນ​ການ​ເຊື່ອ​ຖື​ສາສະຫນາ, ການ​ເຫລື້ອມ​ໃສ​ ຂອງ​ປະຊາຊົນ​ກໍ​ຕາມ, ບົດ​ລາຍ​ງານ​ດັ່ງກ່າວ​ຍັງ​ຄົງ​ມີ​ບັນດາ​ຂໍ້​ສັງ​ເກດ​ບໍ່​ພາວະ​ວິ​ໄສ, ​ໂດຍ​ອີງ​ໃສ່​ຂໍ້​ມູນ​ຂ່າວ​ສານທີ​່ຜິດ​ເຂ​ວກ່ຽວ​ກັບ​ສະພາບ​ການ​ຢູ່ ຫວຽດນາມ, ບໍ່​ຊຸກຍູ້​ການ​ພັດທະນາສາຍ​ພົວພັນ​ລະຫວ່າງ ຫວຽດນາມ ​ແລະ ອາ​ເມ​ລິ​ກາ​.

ຄວາມເສລີໃນການເຊື່ອຖືສາສະຫນາຢູ່ ຫວຽດນາມ ແມ່ນຄວາມເປັນຈິງບໍ່ອາດເສກສັນປັ້ນແຕ່ງໄດ້ - ảnh 1
ໂບດ ດຶກບ່າ ຢູ່ ນະຄອນ ໂຮ່ຈິມີນ
ພາບ:internet

        ຄວາມ​ຈິງ​ກ່ຽວ​ກັບ​ຄວາມ​ເສລີ​ໃນ​ການ​ເຊື່ອ​ຖື​ສາສະຫນາ​ຢູ່ ຫວຽດນາມ ​ໄດ້​ຮັບ​ການ​ຮັບ​ຮູ້​ຈາກ​ບັນດາ​ນັກ​ການ​ເມືອງ, ວົງ​ການ​​ເຈົ້າ​ຫນ້າ​ທີ່​ຮັບຜິດຊອບ​ບັນດາສາສະຫນາ ອາ​ເມ​ລິ​ກາ ທີ່​ເຄີຍ​ມາ​ຢ້ຽມຢາມຫວຽດນາມ. ທ່ານ  Michael Lewis Cromartie ຮອງ​ປະທານ​ຄະນະ​ກຳມະການ​ຄວາມ​ເສລີ​ໃນ​ການ​ເຊື່ອ​ຖື​ສາສະຫນາ​ສາກົນ​ອາ​ເມ​ລິ​ກາ ພາຍຫລັງ​ການ​ຢ້ຽມຢາມ​ຫວຽດນາມ ​ເມື່ອ​ເດືອນ 5/2010 ​ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ: “ຄວາມ​ເສລີ​ໃນ​ການ​​ເຄື່ອນ​ໄຫວສາສະຫນາ, ການ​ເຫລື້ອມ​ໃສ​ ຢູ່ ຫວຽດນາມ ​ໄດ້​ຮັບ​ການ​ເປີດ​ກວ້າງ ​ແລະ ມີ​ຄວາມ​ກ້າວຫນ້າຫລາຍ​ຢ່າງ, ມີ​ຫລາຍ​ຈຸດ​ດີ​​ເປັນ​ຫນ້າ​ຊື່ນ​ຊົມ”. ທ່ານ Michael Lewis Cromartie ​ໃຫ້​ຮູ້​ວ່າ: ການ​ຢ້ຽມຢາມ ຫວຽດນາມ ຄັ້ງ​ທີ 2​ ​ໃນ​ປີ 2007 ພາຍຫລັງ​ການ​ຢ້ຽມຢາມ ຄັ້ງ​ທຳ​ອິດ​ເມື່ອ​ປີ 2007 ​ເພ່ືອ​ຮັບ​ຟັງ ​ແລະ ຊອກ​ຮູ້​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ສາສະຫນາ​ຂອງ ຫວຽດນາມ ​ໄດ້​ຊ່ວຍ​ໃຫ້​ທ່ານ​ເຫັນ​ໄດ້​ຢ່າງ​ຈະ​ແຈ້ງ ​ແລະ ມີ​ຄວາມ​ປະ​ທັບ​ໃຈ​ຕໍ່​ການ​​ເປີດ​ກວ້າງ​ສະ​ຖານ​ທີ່​ບູຊາ ​ແລະ ຮາກ​ຖານ​ສາສະຫນາ​ຢູ່ ຫວຽດນາມ. ທ່ານ​ເຫັນ​ໄດ້​ວ່າ: ລັດຖະບານ ຫວຽດນາມ ຢາກ​ເປີດ​ກວ່າງ​ຄວາມ​ເສລີ​ໃນ​ການ​ເຊື່ອ​ຖື​ສາສະຫນາ​ກວ່າ​ອີກ ​ແລະ ມີ​ຄວາມ​ມານະ​ພະຍາຍາມ​ຫລາຍ​ຢ່າງ​ເພື່ອ​ຢັ້ງຢືນ​ທັດສະນະ​ນີ້. ຜູ້​ຄົນ​ທັງຫລາຍ​ຍັງ​ຈືດີ​ວ່າ: ​ເດືອນ 12 ປີ 2011, ກ່ອນທີ່ກະຊວງ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ ປະກາດ​ບົດ​ລາຍ​ງານກ່ຽວ​ກັບ​ຄວາມ​ເສລີ​ໃນ​ການ​ເຊື່ອ​ຖື​ສາສະຫນາ​ສາກົນ​ປີ 2010, ຫລວງ​ພໍ່ Bob Roberts ​ເຈົ້າ​ອະທິການ​ບໍດີ​ໂບດ​ຂ່າວ​ປະ​ເສີດ Northwood ຢູ່ Southlake ລັດ Texas ​ໄດ້​ເນັ້ນ​ຫນັກ​ຕໍ່​ຫນ້າສາສະ​ນິກະ​ຊົນ​ນັບ​ພັນ​ຄົນ​ທີ່​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ການ​ເຊື່ອ​ຖື​ສາສະຫນາ​ທົ່ວ​ໂລກ (Global Faith Forum) ວ່າ: “ບັນດາ​ນັກ​ກອມ​ມູນິດ ຫວຽດນາມ ​ເຄົາລົບ​ຄວາມ​ເສ​ລີ​ໃນ​ການ​ເຊື່ອ​ຖື​ສາສະຫນາ ​ແລະ ຫວຽດນາມ ​ແມ່ນ​ປະ​ເທດ​ມີ​ຫລາຍ​ສາສະຫນາ ດ້ວຍ​ຈຳນວນ​ປະຊາກອນກວ່າ 80% ​ມີ​ການ​ເຫລື້ອມ​ໃສສາສະຫນາ. ​ແລະ​ກໍ​ໃນ​ໂອກາດ​ນີ້, ທ່ານ Faleomaveaga ສະມາຊິກ​ສະພາ​ຕຳ່ອາ​ເມ​ລິ​ກາ, ປະທານ​ອະນຸ​ກຳມະການ​ກ່ຽວ​ກັບ ອາຊີ ປາຊີ​ຟີ​ກ ​ແລະ ສິ່ງ​ແວດ​ລ້ອມ​ທົ່ວ​ໂລກ ສັງກັດ​ກຳມາ​ທິກ​ານການ​ຕ່າງປະ​ເທດ - ສະພາ​ຕຳ່​ອາ​ເມ​ລິ​ກາ ​ເມື່ອ​ຕອບ​ສຳພາດ​ຕໍ່​ນັກ​ຂ່າວ ວິທະຍຸ​ກະຈາຍສຽງ​ຫວຽດນາມ ປະຈຳ ວໍ​ຊິງ​ຕັນ ​ໃຫ້​ຮູ້​ວ່າ:

        “​ເມື່ອ​ມາ​ຢ້ຽມຢາມ ຫວຽດນາມ,​ ຂ້າພະ​ເຈົ້າ​ໄດ້​ເຂົ້າ​ຮ່ວມ​ພິທີ​ກຳຂອງ​ຊາວ​ຄຼິດຢູ່​​ໃຈກາງ​ນະຄອນ ​ໂຮ່ຈິ​ມີນ ​ແລະ ຂ້າພະ​ເຈົ້າ​ເຫັນວ່າ​ບໍ່​ມີ​ແຫ່ງ​ໃດ​ທີ່ປະຊາຊົນ​ຖືກ​ຫ້າມ​ຍ້ອນ​ເຫດຜົນ​ເຫ​ລື້​ອມ​ໃສ​ສາສະຫນາ. ພວກ​ຂ້າພະ​ເຈົ້າ​ກໍ​ໄດ້​ຈັດການ​ເຄື່ອນ​ໄຫວ​​ສາສະຫນາ​ຈຳນວນ​ຫນຶ່ງ ຢູ່ ຫວຽດນາມ ​ແຕ່​ບໍ່​ຖືກ​ລັດຖະບານ ຫວຽດນາມ ຂັດຂວາງ​ແຕ່​ຢ່າງ​ໃດ​ເລີຍ. ຜ່ານ​ສິ່ງ​ຕ່າງໆ​ທີ່​ຂ້າພະ​ເຈົ້າ​ໄດ້​ຮູ້ຈັກ ​ກໍ​ຄື​ຜ່ານການ​ຢ້ຽມຢາມ ຫວຽດນາມ ຄັ້ງ​ຕ່າງໆ ນັ້ນ ຂ້າພະ​ເຈົ້າ​ບໍ່​ມີ​ຍາມ​ໃດ​ທີ່ຄິດ​ວ່າ​ອຳນາດ​ການ​ປົກຄອງ ຫວຽດນາມ ປາບ​ປາມ​ຜູ້​ເຊື່ອ​ຖື​ສາສະຫນາ.”

        ມີຄວາມ​ຈິງ​ບໍ່​ອາດ​ປະຕິ​ເສດ​ໄດ້, ນັ້ນ​ແມ່ນ ຫວຽດນາມ ​ແມ່ນ​ປະ​ເທດ​ມີ​ຫລາຍ​ສາສະຫນາ ດ້ວຍຜູ້​ເຊື່ອ​ຖື​ສາສະຫນາ​ກາ​​ເກືອບ 22 ລ້ານ​ຄົນ, ຜູ້​ທີ່ມີ​ຍົດ​ສັກ​ຕຳ​ແຫນ່​ງ​​ໃນ​ສາສະຫນາເກືອບ 80.000 ​ແຫ່ງ ​ແລະ ຮາກ​ຖານ​ບູຊາ ​ເກືອບ 24.000 ຄົນ. ​ໃນຫລາຍ​ປີຜ່ານມາ, ​ເມື່ອ​ລັດຖະບັນຍັດ​ກ່ຽວ​ກັບ​ການ​ເຫລື້ອມ​ໃສສາສະຫນາ, ເຂົ້າ​ສູ່​ຊີວິດ​ຕົວ​ຈິງ ​ມີ 16 ອົງການ​ສາສະຫນາ​ໄດ້​ຮັບ​ການ​ຮັບ​ຮູ້​ຖານະນິຕິບຸກຄົນ,ອັນ​ໄດ້ຍົກ​ຍອດ​ຈຳນວນ​ອົງການ​ສາສະຫນາ​ທີ່​ໄດ້​ຮັບ​ການ​ຮັບ​ຮູ້​ຈາກ​ລັດ ຢ່າງ​ເປັນ​ທາງ​ການ​ ​ຂຶ້ນ​ເຖິງ 32 ອົງການ.  ​ໃນ​ບົດ​ລາຍ​ງານ​ກ່ຽວ​ກັບ​ຄວາມ​ເສລີ​ໃນ​ການ​ເຊື່ອ​ຖື​ສາສະຫນາ​ສາກົນ​ປີ 2011, ກະຊວງ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ ກໍ​ຍອມຮັບ​ວ່າ: ລັດຖະບານ ຫວຽດນາມ ​ໄດ້​ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ບັນດາ​ສາສະຫນາ​ກໍ່ສ້າງ​ຮາກ​ຖານ​ບູຊາ​ແຫ່ງ​ໃຫມ່​ຕື່ມ​ອີກ​ນັບ​ຮ້ອຍ​ແຫ່ງ, ຮັບ​ຮູ້​ 2 ກຸ່ມສາສະຫນາ​ໃຫມ່​ໃນ​ທົ່ວ​ປະ​ເທດ, ອະນຸຍາດ​ຈົດ​ທະບຽນ​ຫລາຍ​ຄະນະ​ສາສະຫນາ​ໃຫມ່, ອະນຸຍາດ​​ເປ​ີດກວ້າງ​ບັນດາ​ການ​ເຄື່ອນ​ໄຫວ​ກຸສົນ ​ແລະ ອະນຸຍາດ​ໃຫ້​ດຳ​ເນີນ​ພິທີກຳ​ດ້ວຍ​ຂອບ​ຂະຫນາດ​ໃຫຍ່​ກວ່າ.
 

ຄວາມເສລີໃນການເຊື່ອຖືສາສະຫນາຢູ່ ຫວຽດນາມ ແມ່ນຄວາມເປັນຈິງບໍ່ອາດເສກສັນປັ້ນແຕ່ງໄດ້ - ảnh 2
“ຄວາມ​ເສລີ​ໃນ​ການ​​ເຄື່ອນ​ໄຫວສາສະຫນາ ຢູ່ ຫວຽດນາມ ​ໄດ້​ຮັບ​ການ​ເປີດ​ກວ້າງ

        ກ່ຽວ​ກັບ​ດ້ານ​ກົດໝາຍ, ກໍ​ເຊັ່ນ​ດຽວ​ກັບ​ຫລາຍ​ປະ​ເທດ​ອື່ນ, ຢູ່ ຫວຽດນາມ ບັນດາ​ສາສະຫນາ​ລ້ວນ​ແຕ່​ມີ​ຄວາມ​ສະ​ເໝີ​ພາບຕໍ່​ກັນ. ບໍ່​ມີ​ເລື່ອງ ຜູ້​ເຊື່ອ​ຖື​ສາສະຫນາ​​ ​ໄດ້​ຮັບ​ບຸລິ​ສະ​ສິດ​ກວ່າ​ຜູ້​ບໍ່​ເຊື່ອ​ຖື​ສາສະຫນາ​. ບໍ່​ມີ​ເລື່ອງ ສາສະຫນາ​ໃດ​ຫນຶ່ງ​ຮຽກຮ້ອງ​​ໃຫ້ລັດ ຕ້ອງ​ປະຕິບັດ​ຕາມ​ຮູບ​ແບບ​ສາສະຫນາ​ຢູ່​ຕ່າງປະ​ເທດ. ກໍ​ຄື​ບັນດາ​ຂົງ​ເຂດ​ການ​ເມືອງ, ​ເສດຖະກິດ, ວັດທະນະທຳ, ສັງຄົມ,​ຄວາມ​ແຕກ​ຕ່າງ​ກ່ຽວ​ກັບ​ຮູບ​ແບບ​ເວົ້າ​ລວມ, ຄວາມ​ສຳນຶກກ່ຽວກັບ​ການ​​ເຫລື້ອ​ໃສ​ສາສະຫນາ​ເວົ້າ​ສະ​ເພາະ ລະຫວ່າງ​ບັນດາ​ປະ​ເທດ ​ແມ່ນ​ສິ່ງ​ທຳ​ມະ​ດາ. ທັດສະນະ​ຂອງ ຫວຽດນາມ ກ່່ຽວກັບ​ບັນຫາ​ນີ້ ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງວ່າ: ກະຊວງ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາບໍ່​ຄວນ ​ແລະ ບໍ່​ມີ​ສິດ​ຈັດ​ວາງ​ຮູບ​ແບບ​ຄວາມ​ເສລີ​ໃນ​ການ​ເຊື່ອ​ຖື​ສາສະຫນາ​ຂອງ​ອາ​ເມ​ລິ​ກາ​ໃຫ້​ແກ່ບັນດາ​ປະ​ເທດ​ອື່ນ,​ ​ໃນ​ນັ້ນ ມີ ຫວຽດນາມ. ທ່ານ Dang Tai Tinh ຫົວຫນ້າ​ກົມ​ຮ່ວມ​ມື​ສາກົນ, ສັງກັດ​ຄະນະ​ສາສະຫນາ​ລັດຖະບານ ຊີ້​ແຈງ​ວ່າ:

        “ຂ້າພະ​ເຈົ້າ​ຄິດ​ວ່າ ​ແຕ່ລະ​ປະ​ເທດ, ​ແຕ່ລະ​ເຂດ, ​ແຕ່​ລະ​​ເຂດ​ແຄ້ວ​ນ ລ້ວນ​ແຕ່​ມີ​ຮີດຄອງ​ປະ​ເພນີ​ແຕກຕ່າງ​ກັນ ​ແລະ ມີ​ພື້ນຖານ​ວັດທະນະທຳ​​ແຕກຕ່າງ​ກັນ. ​ແລະ ຢາກ​ມີ​ຄວາມ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ ​ແມ່ນຕ້ອງ​ເຂົ້າ​ໃຈ​ພື້ນຖານ​ວັດທະນະທຳ,​ ຮີດຄອງ​ປະ​ເພນີ​ຂອງ​ປະ​ເທດ, ​ເຂດ​ແຄ້ວ​ນນັ້ນ ກໍ​ຄື​ການ​ກຳນົດ​ຂອງ​ກົດໝາຍ​ຢູ່​ແຕ່ລະ​ປະ​ເທດ, ບົນ​ພື້ນ​ຖານ​ລັດຖະທຳ​ມະນູນ,​ກົດ​ໝາຍສາກົນ ກໍ​ຄື​ນຳ​ນຽມ​ສາກົນ. ບໍ່​ຄວນ​​ເອົາ​ທຳນຽມ​ຂອງ​ປະ​ເທດ​ນີ້ ຈັດ​ວາງ​ໃຫ້​ປະ​ເທດ​ອື່ນ, ​ເຮັດ​ຄື​ແນວ​ນັ້ນ​ກໍ​ເປັນ​ການຍາກ​ທີ່​ຈະ​ໂອ້​ລົມ​ສົນທະນາ​ນຳ​ກັນ​ໄດ້.”

         ​ໃນ​ການ​ປະຊຸມ​ຈັດ​ຂຶ້ນ​ຢູ່ ວໍ​ຊິງ​ຕັນ ​ເມື່ອ​ວັນ​ທີ 17/11/2011, ທ່ານ​ນາງ​ລັດຖະ​ມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ Hilary Clinton ຖະ​ແຫລ​ງວ່າ: ຄວາມ​ເສລີ​ໃນ​ການ​ເຊື່ອ​ຖື​ສາສະຫນາ ທັງ​ເປັນ​ສິດ​ພື້ນຖານ​ຂອງ​ມະນຸດ, ທັງ​ເປັນ​ປັດ​ໄຈ​ຈຳ​ເປັນ​ໃຫ້​ແກ່​ສັງຄົມທີ່ມີ​ສະຖຽນ​ລະ​ພາບ, ສັນຕິພາບ ​ແລະ ວັດທະນາ​ຖາວອນ. ສິ່ງ​ທີ່​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ ຍົກ​ອອກ​ມາ ກໍ​ແມ່ນ​ສິ່ງ​ທີ່​ຫວຽດນາມ ​ໄດ້ ​ແລະ ພວມ​ປະຕິບັດ. ​ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ ຄວາມ​ເສລີ​ໃນ​ການ​ເຊື່ອ​ຖື​ສາສະຫນາ​ຢູ່ ຫວຽດນາມ ​ໄດ້​ຮັບ​ການ​ຮັບ​ຮູ້​ຈາກ​ຊາວ ອາ​ເມ​ເລິ​ກາ​ເອງ ​​ແລະ ​ແມ່ນ​ຄວາມ​ເປັນ​ຈິງ​ບໍ່​ອາດ​ປະຕິ​ເສດ​ໄດ້./.

ຕອບກັບ