ຂໍ້ຕົກລົງນິວເຄຼຍ ຂອງອີຣານ: ກາລະໂອກາດໃຫມ່, ສິ່ງທ້າທາຍເກົ່າ

Ba Thi
Chia sẻ
(VOVWORLD) - ດ້ວຍການສະແດງໃຫ້ເຫັນຄວາມສົນໃຈນັບມື້ນັບຈະແຈ້ງຂອງອຳນາດການປົກຄອງໃຫມ່ ຢູ່ ອາເມລິກາ, ບັນຫາ ນິວເຄຼຍ ຂອງອີຣານ ອີກຄັ້ງຫນຶ່ງໄດ້ກາຍເປັນບັນຫາໃຈກາງທີ່ຫາງສຽງສາກົນມີຄວາມສົນໃຈ. 

  ມີຫລາຍຂໍ້ສັງເກດໃຫ້ຮູ້ວ່າ: ຄວາມສາມາດກູ້ເອົາຂໍ້ຕົກລົງຊື່ງໄດ້ຮັບການລົງນາມ ເມື່ອປີ 2015 ພວມປືນຢູ່ຕໍ່ໜ້າໃນກາລະໂອກາດໃຫມ່ ດ້ວຍຄວາມສະດວກຫລາຍຢ່າງ. ເຖິງຢ່າງໃດກໍຕາມ ສິ່ງທ້າທາຍຕ້ອງຜ່ານຜ່າ ຍັງໃຫຍ່ຫລວງຢູ່, ເຊິ່ງຮຽກຮ້ອງໃຫ້ທຸກຝ່າຍກ່ຽວຂ້ອງຕ້ອງມານະພະຍາຍາມຫລາຍກວ່າອີກ.

ຂໍ້ຕົກລົງນິວເຄຼຍ ຂອງອີຣານ: ກາລະໂອກາດໃຫມ່, ສິ່ງທ້າທາຍເກົ່າ - ảnh 1ອີຣານ ເລີ່ມຕົ້ນເສີມທາດ ຢູຣານຽມ ຢູ່ລະດັບ 3 ຂອງບັນດາຈັກພົ່ນສູບທີ່ກ້າວຫນ້າ IR-2m ໃນໂຮງງານ ນິວເຄຼຍ ໃຕ້ດິນ ຢູ່ Natanz (ພາບ: AFP/TTXVN)

ວັນທີ 8 ມີນາ, ອົງການພະລັງງານປະລະມານູສາກົນ (IAEA) ແຈ້ງໃຫ້ບັນດາປະເທດສະມາຊິກ ຮັບຊາບວ່າ ອີຣານ ເລີ່ມຕົ້ນເສີມທາດ ຢູຣານຽມ ຢູ່ລະດັບ 3 ຂອງບັນດາຈັກພົ່ນສູບທີ່ກ້າວຫນ້າ IR-2m ໃນໂຮງງານ ນິວເຄຼຍ ໃຕ້ດິນ ຢູ່ Natanz. ນີ້ແມ່ນສັນຍານໃຫມ່ສະແດງໃຫ້ເຫັນວ່າ ອີຣານ ສືບຕໍ່ ລະເມີດຂໍ້ຕົກລົງນິວເຄຼຍ ຊື່ງໄດ້ລົງນາມເມື່ອປີ 2015 ກັບ ກຸ່ມ P5+1. ການກະທຳນີ້ ອີກຄັ້ງຫນຶ່ງສະແດງໃຫ້ເຫັນຄວາມສັບສົນຂອງວິວັດການແກ້ໄຂບັນຫານິວເຄຼຍ ຂອງອີຣານ ເຖິງວ່າ ຈະມີຫລາຍສັນຍານຕັ້ງຫນ້າທີ່ກ່ຽວຂ້ອງເຖິງບັນຫານີ້ໄດ້ເກີດຂຶ້ນຢ່າງຕໍ່ເນື່ອງໃນໄລຍະມໍ່ໆມານີ້.

ບັນດາສັນຍານຕັ້ງຫນ້າ

ກ່ອນທີ່ IAEA ແຈ້ງໃຫ້ຊາບນັ້ນ, ມີຫລາຍສັນຍານປະເອີບໃຈກ່ຽວກັບ ຄວາມສາມາດເປີດກາລະໂອກາດຟື້ນຟູ ແລະ ປະຕິບັດແຜນການເຄື່ອນໄຫວຮ່ວມຮອບດ້ານ ( JCPOA).ໃນນັ້ນ ຫນ້າສົນໃຈ ແມ່ນບັນດາການກະທຳຈາກອຳນາດການປົກຄອງໃຫມ່ ຂອງອາເມລິກາ. ລະອຽດຄື: ວົງການເຈົ້າຫນ້າທີ່ຂັ້ນສູງ ອາເມລິກາ, ໃນນັ້ນ ມີທ່ານປະທານາທິບໍດີ Joe Biden ໄດ້ຢັ້ງຢືນເປັນຫລາຍຄັ້ງວ່າ ຈະຊຸກຍູ້ການປະຕິບັດ JCPOA, ຕ່າວປິ້ນນະໂຍບາຍຖອນ ອາເມລິກາ ອອກຈາກຂໍ້ຕົກລົງນີ້ ຕາມຂໍ້ຕົກລົງຂອງອະດີດປະທານາທິບໍດີ Donald Trump. ວັນທີ 4 ມີນາ ຜ່ານມາ, ໂຄສົກກະຊວງການຕ່າງປະເທດ ອາເມລິກາ ທ່ານ Ned Price ຖະແຫລງວ່າ: ວໍຊິງຕັນ ລໍຄອຍຄວາມພ້ອມຂອງ ອີຣານ ໃນການເຂົ້າຮ່ວມການເຈລະຈາຄັ້ງຕ່າງໆເພື່ອແນໃສ່ບັນລຸຄວາມຄືບຫນ້າທີ່ຈະແຈ້ງຕໍ່ບັນດາບັນຫາໃນໂຄງການນິວເຄຼຍ ຂອງ ເຕເຮຣານ.

ໃນຂະນະນັ້ນ ບັນດາຝ່າຍກ່ຽວຂ້ອງອື່ນໆຄື: ອີຢູ ຊື່ງນຳຫນ້າແມ່ນ ຝລັ່ງ ແລະ ເຢຍລະມັນ ກໍ່ເລັ່ງ ອີຣານ ແລະ ບັນດາຝ່າຍທີ່ຍັງເຫລືອ ຢ່າງຕໍ່ເນື່ອງວ່າ ຕ້ອງເຄົາລົບ ແລະ ປະຕິບັດ ຂໍ້ຕົກລົງ. ທ່ານ Mikhail Ulyanov ຜູ້ຕາງຫນ້າປະຈຳຂອງ ລັດເຊຍ ຢູ່ບັນດາອົງການສາກົນ ມີສຳນັກງານ ປະຈຳ ວຽນ ປະເທດ ໂອຕາລິດ ຖະແຫລງໃນວັນທີ 7 ມີນາວ່າ ມົດສະກູ ພ້ອມແລ້ວທີ່ຈະຮ່ວມມືກັບ ອາເມລິກາ ແລະ ບັນດາປະເທດ ເຂົ້າຮ່ວມການລົງນາມ JCPOA ເພື່ອຟື້ນຟູຂໍ້ຕົກລົງນີ້.

ສ່ວນທ່ານ ລັດຖະມົນຕີການຕ່າງປະເທດ ອີຣານ Mohammad Javad Zarif ຢັ້ງຢືນໃນວັນທີ 5 ມີນາວ່າ ຈະຍົກອອກແຜນການເຄື່ອນໄຫວ “ມີລັກສະນະສ້າງສັນ” ທີ່ກ່ຽວຂ້ອງເຖິງໂຄງການນິວເຄຼຍ ຂອງ ເຕເຮຣານ. ຖະແຫລງການ ຂອງທ່ານ ລັດຖະມົນຕີການຕ່າງປະເທດ Zarif ໄດ້ຍົກອອກມາພາຍຫລັງ ບັນດາແຫລ່ງຂ່າວທາງການທູດ ເອີລົບ ເຜີຍໃຫ້ຮູ້ວ່າ: ໃນຊຸມມື້ມໍ່ໆມານີ້ ອີຣານ ສະແດງອອກບັນດາສັນຍານຕັ້ງຫນ້າສຳລັບການສະເຫນີ ຈັດຕັ້ງບັນດາການເຈລະຈາບໍ່ເປັນທາງການກ່ຽວກັບໂຄງການນິວເຄຼຍ ຂອງ ເຕເຮຣານ.

ເປັນທີ່ຈະແຈ້ງແລ້ວວ່າ ເລື່ອງຟື້ນຟູ JCPOA ພວມໄດ້ຮັບຄວາມສົນໃຈຈາກຫລາຍຝ່າຍກ່ຽວຂ້ອງ, ເປີດຄວາມຫວັງວ່າ ບັນຫານີ້ຈະສືບຕໍ່ໄດ້ຮັບການຊຸກຍູ້ ແຕ່ຍັງມີບັນດາສິ່ງກີດຂວາງ ແລະ ທ້າທາຍຮ້າຍແຮງ.

ສິ່ງກີດຂວາງ ແລະ ທ້າທາຍ

ຕາມວົງການນັກໄຈ້ແຍກແລ້ວ, ຮົ້ວກີດຂວາງໃຫຍ່ສຸດເພື່ອຟື້ນຟູ JCPOA ກໍ່ຄືການຊຸກຍູ້ການປະຕິບັດຂໍ້ຕົກລົງນີ້ ແມ່ນມາດຕະການແກ້ໄຂຊື່ງບັນດາຝ່າຍໄດ້ຍົກອອກມາເປັນຫລາຍຄັ້ງ. ມາຮອດປະຈຸບັນ ທັງອາເມລິກາ ແລະ ອີຣານ ລ້ວນແຕ່ຍັງບໍ່ທັນປ່ຽນແປງຫລັກໝັ້ນຂອງຕົນໃນບັນຫານີ້. ອາເມລິກາ ຍັງຄົງສືບຕໍ່ຕາມຫລັກໝັ້ນ: ອີຣານ ຕ້ອງເຄົາລົບບັນດາຄຳໝັ້ນສັນຍາໃນຂໍ້ຕົກລົງກ່ອນ ແລ້ວຈຶ່ງພິຈາລະນາຍົກເລິກການຂວ້ຳບາດ. ທັດສະນະນີ້ ໂດຍແມ່ນທ່ານ ລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ຢັ້ງຢືນຄືນເມື່ອວັນທີ 4 ມີນາ ຜ່ານມາ ດ້ວຍຄຳຖະແຫລງວ່າ ວໍຊິງຕັນຈະຜ່ອນຜັນບັນດາມາດຕະການລົງໂທດ ຖ້າຫາກ ເຕເຮຣານ ເຄົາລົບບັນດາຄຳໝັ້ນສັນຍາໃນຂໍ້ຕົກລົງຢ່າງແທ້ຈິງ.

ກົງກັນຂ້າມ ອີຣານ ກໍ່ຮັກສາທັດສະນະຢ່າງດັດດ່ຽວວ່າ: ບັນດາຄຳສັ່ງລົງໂທດຕ້ອງຍົກເລີກກ່ອນທີ່ຈະດຳເນີນການເຈລະຈາ. ຖະແຫລງການຫລ້າສຸດໃນວັນທີ 8 ມີນາ, ທ່ານ ລັດຖະມົນຕີການຕ່າງປະເທດ ອີຣານ Mohammad Javad Zarif  ໄດ້ຢັ້ງຢືນວ່າ ອີຣານ ຈະຟື້ນຟູບັນດາມາດຕະການ ຊື່ງປະເທດນີ້ ໄດ້ຮັບຮອງເອົາ ເພື່ອແນໃສ່ຫລຸດຜ່ອນພັນທະໃນຂໍ້ຕົກລົງ ຖ້າຫາກ ຝ່າຍ ອາເມລິກາ ຍົກເລີກບັນດາມາດຕະການລົງໂທດຕ້ານ ອີຣານ ຢ່າງມີປະສິດທິຜົນ.

ເລື່ອງ ອາເມລິກາ ແລະ ອີຣານ ເດັດດ່ຽວ ຮັກສາຫລັກໝັ້ນແຕກຕ່າງກັນຂອງຕົນ ໄດ້ສ່ອງແສງເຫັນວ່າ ສອງຝ່າຍຍັງບໍ່ທັນສ້າງຄວາມເຊື່ອໝັ້ນເຊິ່ງກັນ ແລະ ກັນໄດ້. ສິ່ງນີ້ຮຽກຮ້ອງໃຫ້ທຸກຝ່າຍ ຕ້ອງມານະພະຍາຍາມດ້ວຍການກະທຳຫລາຍຢ່າງທີ່ມີເຈດຕະນາດີກວ່າອີກ ຈຶ່ງຈະສາມາດ ຟື້ນຟູ ຂໍ້ຕົກລົງ JCPOA ໄດ້.

ຕອບກັບ