ກາລະໂອກາດ ແລະ ສິ່ງທ້າທາຍຈາກການປະຕິວັດອຸດສາຫະກຳ 4.0 ເພື່ອພັດທະນາ

Huyen
Chia sẻ
(VOVWORLD) - ການປະຕິວັດອຸດສາຫະກຳ 4.0 ພວມນຳມາເຊິ່ງການປ່ຽນແປງຢ່າງໃຫຍ່ຫຼວງ, ບໍ່ພຽງແຕ່ກ່ຽວກັບດ້ານເສດຖະກິດເທົ່ານັ້ນ ຫາກຍັງນັບທັງດ້ານວັດທະນະທຳ, ສັງຄົມ ຢ່າງຮອບດ້ານ ສຳລັບທຸກໆປະເທດອີກດ້ວຍ

ຫວຽດນາມ ພວມເລີ່ມກ້າວເຂົ້າສູ່ໄລຍະແຫ່ງການພັດທະນາ ແລະ ເຊື່ອມໂຍງໃໝ່, ຕາມນັ້ນແລ້ວ, ການຫັນເປັນອຸດສາຫະກຳຕາມທິດທັນສະໄໝໄດ້ກຳນົດແມ່ນຈຸດສຸມຂອງຍຸດທະສາດການພັດທະນາແຫ່ງຊາດ. ເພື່ອຊອກຫາບັນດາຮູບແບບເສດຖະກິດໃໝ່ ແລະ ການບໍລິຫານໃນຍຸກສະໄໝດີຈີຕອນ, ຊຸກຍູ້ວິວັດການຫັນປະເທດຊາດເປັນປະເທດອຸດສາຫະກຳ ແລະ ທັນສະໄໝ ນັ້ນ, ຫວຽດນາມ ເອົາໃຈໃສ່ເປັນພິເສດເຖິງການຮ່ວມມືສາກົນ, ໃນນັ້ນ ໄດ້ເຂົ້າຮ່ວມບັນດາລະບອບລະບຽບການຮ່ວມມືພາກພື້ນ, ລະຫວ່າງພາກພື້ນເຊິ່ງເວທີປາໄສເສດຖະກິດໂລກ WEF ເປັນຕົວຢ່າງໜຶ່ງ. ປະຈຸບັນ, ຫວຽດນາມ ພວມຕັ້ງໜ້າກະກຽມໃຫ້ກອງປະຊຸມ WEF ASEAN ເຊິ່ງຈະດຳເນີນໃນເດືອນກັນຍາ ປີ 2018, ຢູ່ຮ່າໂນ້ຍ.

        ການປະຕິວັດອຸດສາຫະກຳ 4.0 ພວມນຳມາເຊິ່ງການປ່ຽນແປງຢ່າງໃຫຍ່ຫຼວງ, ບໍ່ພຽງແຕ່ກ່ຽວກັບດ້ານເສດຖະກິດເທົ່ານັ້ນ ຫາກຍັງນັບທັງດ້ານວັດທະນະທຳ, ສັງຄົມ ຢ່າງຮອບດ້ານ ສຳລັບທຸກໆປະເທດອີກດ້ວຍ. ສຳລັບ ຫວຽດນາມ ແລ້ວ, ການປະຕິວັດການຜະລິດໃໝ່ອາດຈະນຳມາໃຫ້ ຫວຽດນາມ ກາລະໂອກາດຫຼາຍຢ່າງເພື່ອຍູ້ໄວການຫັນປະເທດເປັນອຸດສາຫະກຳ, ທັນສະໄໝ, ພ້ອມກັນນັ້ນກໍ່ນຳມາເຊິ່ງບັນດາສິ່ງທ້າທາຍສຳລັບວິວັດແຫ່ງການພັດທະນາອີກດ້ວຍ.

        ພ້ອມກັບບັນດາປະເທດໃນພາກພື້ນ ອາຊຽນ, ໃນຊຸມປີມໍ່ໆມານີ້, ລະດັບການພັດທະນາເສດຖະກິດຂອງ ຫວຽດນາມ ພວມໄດ້ຮັບການຕີລາຄາວ່າ ໄວ, ໂດຍບໍ່ຫົວຊາຕໍ່ບັນດາວິກິດການໃນໄລຍະຜ່ານມາ, ແຕ່ເຖິງຢ່າງໃດກໍ່ຕາມ, ກໍ່ຄືກັນກັບບັນດາປະເທດໃນພາກພື້ນ, ຫວຽດນາມ ຄວນກຳນົດວິໄສທັດໃໝ່ສຳລັບວິວັດການເຊື່ອມໂຍງ, ຊອກຮູ້ບັນດາຮູບແບບເສດຖະກິດໃໝ່ ແລະ ການບໍລິການໃນຍຸກສະໄໝດີຈີຕອນ, ຊອກຫາກຳລັງໜູນ ແລະ ບັນດາການດຳເນີນທຸລະກິດຮູບແບບໃໝ່ໃນຍຸກສະໄໝການປະຕິວັດອຸດສາຫະກຳ 4.0.

ໜູນຊ່ວຍ ຫວຽດນາມ ພັດທະນາພື້ນຖານເສດຖະກິດກຸ້ມຕົນເອງໃນອະນາຄົດ

       ຕໍ່ໜ້າບັນດາສິ່ງທ້າທາຍທີ່ພວມປະກົດອອກນັ້ນ, ເວທີປາໄສເສດຖະກິດໂລກໄດ້ຮັບຖືວ່າແມ່ນຄູ່ຮ່ວມມືສຳຄັນເພື່ອໃຫ້ ຫວຽດນາມ ແບ່ງປັນວິໄສທັດ, ການກຳນົດນະໂຍບາຍ. ດ້ວຍຜົນສະທ້ອນທົ່ວໂລກ ແລະ ທັງແມ່ນອົງການປອດການເມືອງນັ້ນ, WEF ແມ່ນເຄືອຂ່າຍບັນດາຄູ່ຮ່ວມມືນັບພັນວິສາຫະກິດ, ກຸ່ມບໍລິສັດ, ສະຖາບັນຄົ້ນຄ້ວາແຖວໜ້າທົ່ວໂລກໃນທຸກຂົງເຂດ. ການຮ່ວມມື WEF - ຫວຽດນາມ ໄດ້ຮັບການສ້າງຕັ້ງແຕ່ປີ 1989, ແຕ່ວ່າ 2 – 3 ປີມໍ່ໆມານີ້, ການພົວພັນຮ່ວມມືນີ້ຈຶ່ງມີຄວາມຄືບໜ້າຫຼາຍຢ່າງ, ພິເສດແມ່ນພາຍຫຼັງທີ່ 2 ຝ່າຍໄດ້ລົງນາມຂໍ້ຕົກລົງຮ່ວມມື “ພັດທະນາພື້ນຖານເສດຖະກິດ ຫວຽດນາມ ກຸ້ມຕົນເອງໃນອະນາຄົດ”. ຕາມນັ້ນແລ້ວ, WEF ໃຫ້ຄຳໝັ້ນສັນຍາໜູນຊ່ວຍ ຫວຽດນາມ ໃນ 6 ຂົງເຂດ. ວັນທີ 27 ມິຖຸນາ, ທ່ານ Borge Brende, ປະທານເວທີປາໄສເສດຖະກິດໂລກ ກ່າວຄຳເຫັນທີ່ກອງປະຊຸມຢູ່ຮ່າໂນ້ຍ ໄດ້ເວົ້າວ່າ:

        “ຂ້າພະເຈົ້າຖືວ່າ, ສິ່ງດັ່ງກ່າວແມ່ນອີງໃສ່ສ່ວນໜຶ່ງຂອງສາຍເຫດແມ່ນບັນດາປະເທດ ແລະ ວິສາຫະກິດສາກົນນັບມື້ນັບຖື ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນ. ຫວຽດນາມ ແມ່ນປະເທດພວມພັດທະນາ ໄດ້ສ້າງຄວາມດຶງດູດອັນໃຫຍ່ຫຼວງ. ເຖິງວ່າຍັງມີສິ່ງທ້າທາຍບາງຢ່າງກ່ຽວກັບເສດຖະກິດກໍ່ຕາມ ແຕ່ການຟື້ນຕົວຂອງ ຫວຽດນາມ ພາຍຫຼັງວິກິດການການເງິນແມ່ນດີພໍສົມຄວນ, ລະດັບການເຕີບໂຕມີຄວາມປະທັບໃຈ ແມ່ນ 7%/ປີ. ແຕ່ເຖິງຢ່າງໃດກໍ່ຕາມ, ຫວຽດນາມ ແມ່ນປະເທດມີລະດັບລາຍຮັບປານກາງ ແລະ ຈະບໍ່ໄດ້ຮັບທຶນ ODA ໃນໄລຍະຈະມາເຖິງ, ຫວຽດນາມ ຕ້ອງມີຄູ່ຮ່ວມມືທັງພາກລັດ - ເອກະຊົນຕື່ມອີກ ແລະ WEF ແມ່ນອົງການສາກົນຕາງໜ້າໃຫ້ສິ່ງດັ່ງກ່າວ.”

ກາລະໂອກາດ ແລະ ສິ່ງທ້າທາຍຈາກການປະຕິວັດອຸດສາຫະກຳ 4.0 ເພື່ອພັດທະນາ - ảnh 1ທ່ານ Borge Brende, ປະທານເວທີປາໄສເສດຖະກິດໂລກ ກ່າວຄຳເຫັນທີ່ກອງປະຊຸມຢູ່ຮ່າໂນ້ຍ 

(ພາບ: AFP/TTXVN)

        ປະຈຸບັນ, ຫວຽດນາມ ແມ່ນຄູ່ຮ່ວມມືທຳອິດ ເຊິ່ງ WEF ຢາກລົງນາມໃນສັນຍາຮ່ວມມືພາກລັດ - ເອກະຊົນ (PPP). ຖ້າວ່າຮູບແບບນີ້ບັນລຸຜົນສຳເລັດນັ້ນ ຈະໄດ້ຮັບການທະວີຄູນໃນອາຊຽນ ແລະ ຄາດຄະເນວ່າ ຂໍ້ຕົກລົງຮ່ວມມືນີ້ຈະໄດ້ຮັບການລົງນາມໃນກອງປະຊຸມ WEF – ASEAN ຢູ່ຮ່າໂນ້ຍ ໃນເດືອນ ກັນຍາ ປີນີ້.

ກາລະໂອກາດໃຫ້ຫວຽດນາມເຂົ້າຮ່ວມການສ້າງລະບຽບການໃຫ້ ທົ່ວໂລກ

        ຕາມການຕີລາຄາຂອງນັກຊ່ຽວຊານເສດຖະກິດສາກົນບາງຄົນແລ້ວ, ນີ້ແມ່ນຮູບແບບການຮ່ວມມືໃໝ່ ທີ່ WEF ຄາດວ່າຈະຜັນຂະຫຍາຍຢູ່ ບັນດາປະເທດ ແລະ ຫວຽດນາມ ໄດ້ຄັດເລືອກເປັນປະເທດອອກສະໝັກທຳອິດ ເພື່ອສ້າງແບບຢ່າງການຮ່ວມມືໃໝ່. ຂໍ້ຕົກລົງວ່າດ້ວຍການຮ່ວມມືພາກລັດ - ເອກະຊົນລະຫວ່າງ WEF ແລະ ຫວຽດນາມ ແມ່ນກາລະໂອກາດທີ່ໃຫຍ່ຫຼວງ ເພື່ອໃຫ້ຫວຽດນາມຖອດຖອນບົດຮຽນຈາກບັນດານັກຊ່ຽວຊານຂອງ WEF, ເພື່ອແນໃສ່ນຳພື້ນຖານເສດຖະກິດຂອງຫວຽດນາມພັດທະນາຂຶ້ນສູ່ລະດັບສູງໃໝ່, ມີຄວາມເຂັ້ມແຂງ ແລະ ຍືນຍົງ. ພິເສດ, ດ້ວຍຂໍ້ຕົກລົງສະບັບດັ່ງກ່າວ, ຂົງເຂດບໍາລຸງສ້າງແຫຼ່ງຊັບພະຍາກອນມະນຸດ ຈະໄດ້ຮັບການໜູນຊ່ວຍຈາກ WEF ຢ່າງສຸດຂີດ, ຕາມນັ້ນ ພະນັກງານນັບພັນຄົນ ຈະມີໂອກາດສຶກສາຄົ້ນຄວ້າ, ເຝິກງານ, ເຮັດວຽກ, ສຳຜັດ ແລະ ຂຸດຄົ້ນບັນດາແຫຼ່ງກຳລັງ ທີ່ WEF ເປັນກຳມະສິດ ເພື່ອຮັບໃຊ້ການວາງແຜນກຳນົດນະໂຍບາຍພັດທະນາເສດຖະກິດ. ສຳລັບຝ່າຍຫວຽດນາມແລ້ວ, ທ່ານ ຢວານເມົ້າຢຽບ, ຮອງລັດຖະມົນຕີກະຊວງແຮງງານ ທະຫານເສຍອົງຄະ ແລະ ສັງຄົມ ໃຫ້ຮູ້ວ່າ ຫວຽດນາມກໍພວມຕັ້ງໜ້າ ຜັນຂະຫຍາຍບັນຫາດັ່ງກ່າວ.

        “ສັງກາດດີຈີຕອນ, ຫັນເປັນອັດຕະໂນມັດ, ການປະຕິວັດ 4.0 ແມ່ນຫົວຂໍ້ສົ່ງຜົນສະທ້ອນເຖິງບັນດາພື້ນຖານເສດຖະກິດທັງໝົດ. ຫວຽດນາມໄດ້ກະກຽມ, ບຳລຸງສ້າງບັນດາທັກສະໃໝ່ໃຫ້ຊາວຜູ້ອອກແຮງງານ ຮັບມືກັບບັນດາການກະທົບຂອງການປະຕິວັດ 4.0. ຕ້ອງຊຸກຍູ້ການສຶກສາ, ບຳລຸງສ້າງ ເພື່ອປະກອບຄວາມຮູ້, ບັນດາທັກສະໃໝ່ ເພື່ອສຳຜັດກັບກາລະໂອກາດຕ່າງໆ ເຊິ່ງການປະຕິວັດ 4.0 ນຳມາໃຫ້”.

         ໂດຍແມ່ນຄູ່ຮ່ວມມືທຳອິດທີ່ WEF ປາດຖະໜາຢາກຜັນຂະຫຍາຍຮູບແບບການຮ່ວມມືໃນສະພາບການປະຕິວັດ 4.0, ຫວຽດນາມພວມຊົມໃຊ້ສະພາບແວດລ້ອມເສດຖະກິດໃຫຍ່ດັ່ງກ່າວໂດຍໄວ ເພື່ອໂຄສະນາພາບພົດ, ປະກອບສ່ວນ ແລະ ສະແດງໃຫ້ເຫັນຄວາມຮັບຜິດຊອບໃນຄວາມມານະພະຍາຍາມຊຸກຍູ້ການເຕີບໂຕເສດຖະກິດຂອງໂລກ. ກອງປະຊຸມ WEF - ອາຊຽນ ຈະໄດ້ດຳເນີນໃນເດືອນກັນຍາຈະມາເຖິງ ຢູ່ຮ່າໂນ້ຍ ເຊິ່ງຫວຽດນາມພວມຕັ້ງໜ້າກະກຽມ ກໍຄືເພື່ອແນໃສ່ປະກອບສ່ວນເຂົ້າໃນຄາດໝາຍເຂົ້າຮ່ວມສ້າງລະບຽບການໃຫ້ ທົ່ວໂລກ.

ຕອບກັບ