ການເຈລະຈາລະຫວ່າງອີຣານ ແລະ P5+1 ຍາກທີ່ຈະບັນລຸຜົນສຳເລັດໄດ້

Ánh Huyền
Chia sẻ
 (vovworld)-  ​ວັນ​ທີ 7/11, ຢູ່​ເຊີແນວ ປະ​ເທດ​ສະ​ວິດ, ​ໄດ້​ຈັດ​ຮອບ ເຈລະຈາ​ລະຫວ່າງ​ອີຣານ ​ແລ​ະ ກຸມ P5+1 (ຊື່​ງລວມມີ 5 ປະ​ເທດ​ປະຈຳ​ສະພາ​ຄວາມໝັ້ນຄົງ ສປຊ ​ແລະ ​ເຢັຍລະ​ມັນ)​. ເຖິງ​ວ່າ​ໄດ້​ປະກົດມີ​ບາງ​ສັນຍານ​ອັນ​ຕັ້ງໜ້າກ່ອນ​ການ​ເຈລະຈາ​ກໍ່ຕາມ ​ແຕ່​ຫາງ​ສຽງ​ຍັງ​ຖື​ວ່າ....

 (vovworld)-  ​ວັນ​ທີ 7/11, ຢູ່​ເຊີແນວ ປະ​ເທດ​ສະ​ວິດ, ​ໄດ້​ຈັດ​ຮອບ ເຈລະຈາ​ລະຫວ່າງ​ອີຣານ ​ແລ​ະ ກຸມ P5+1 (ຊື່​ງລວມມີ 5 ປະ​ເທດ​ປະຈຳ​ສະພາ​ຄວາມໝັ້ນຄົງ ສປຊ ​ແລະ ​ເຢັຍລະ​ມັນ)​. ເຖິງ​ວ່າ​ໄດ້​ປະກົດມີ​ບາງ​ສັນຍານ​ອັນ​ຕັ້ງໜ້າກ່ອນ​ການ​ເຈລະຈາ​ກໍ່ຕາມ ​ແຕ່​ຫາງ​ສຽງ​ຍັງ​ຖື​ວ່າ: ຍັງ​ມີ​ສິ່ງ​ກີດຂວາງ​ຫຼາຍ​ຢ່າງ​ເພື່ອ​ໃຫ້​ຝ່າຍ​ຕ່າງໆ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ວາງ​ອອກ​ຍຸດ​ທະ​ສາດ​ຍາວ​ນານ​ເພື່ອ​ປັບປຸງ​ການ​ພົວພັນ​ສອງ​ຝ່າຍ​ຕາມ​ທິດໝັ້ນຄົງ.

ການເຈລະຈາລະຫວ່າງອີຣານ ແລະ P5+1 ຍາກທີ່ຈະບັນລຸຜົນສຳເລັດໄດ້ - ảnh 1

ອາວຸດ​ຂອງ​ອີຣານ

 (ພາບ: Guardian)

    ຈຸດ​ສຸ​ມຂອງ​ການ​ປຶກສາ​ຫາລື​ທີ່​ຈັດ​ຂຶ້ນຢູ່​ເຊີ​ແນວ ປະ​ເທດ​ສະ​ວິດ​ໃນ​ວັນ​ທີ 7-8/11 ​ແມ່ນລາຍ​ລະອຽດ​ບັນດາ​ບາດກ້າວ​ໂດຍອີຣານ ສະ​ເໜີ​ທີ່ກ່ຽວຂ້ອງ​ເຖິງ​ແຜນການ​ເສີມ​ທາດ​ຢູຣາ​ນຽມ ຊື່​ງ​ເຕຮາ​ຣານ ​ໄດ້​ປະຕິບັດ​ນັບ​ແຕ່​ຫຼາຍ​ປີຜ່ານມາ. ຕາມ​ນັ້ນ​ແລ້ວ, ອີຣານ ພ້ອມ​ແລ້ວ​ທີ່​ຈະ​ຢຸດຕິ​ການ​ເສີມທາດ​ຢູຣາ​ນຽມ 20%, ຈຳກັດ​ການ​ເສີມທາດ​ຢູຣາ​ນຽມ 5%, ຫລຸດຜ່ອນຈຳນວນ​ເຄື່ອງ​ຈັກ​ພົ້ນ​ສູນ​ພວມ​ເຄື່ອນ​ໄຫວ….​ຊ້ຳບໍ່​ໜຳ, ພ້ອມ​ແລ້ວ​ທີ່​ຈະ​ອະນຸຍາດ​ໃຫ້​ບັນດາ​ນັກ​ສັງ​ເກດ​ການ ສປຊ ​ເຂົ້າ​ໄປກວດກາ​ບັນດາຮາກ​ຖານ​ນິວ​ເຄຼຍຂອງ​ປະ​ເທດ​ນີ້ໂດຍ​ບັງ​ເອີນ​. ​​ເພື່ອ​ຕອບ​ສະ​ນອງ​ສິ່ງ​ດັ່ງ​ກ່າວ, ອີຣານ ຊຸກຍູ້​ປະຊາ​ຄົມ​ໂລກ ລົບ​ລ້າງ​ຄຳ​ສັ່ງ​ຂວ້ຳບາດທີ່​ມີ​ຕໍ່​ຕົນ​ເອງ.

  ບັນດາ​ສັນຍານ​ຕັ້ງໜ້າ

   ກ່ອນ​ການ​ເຈລະຈາ, ອິຣານ ​ໄດ້​ສະ​ແດງ​ເຈດ​ຕະນາ​ດີ ​ແລະ ຄວາມ​ເຂັ້ມງວດ​ໃນ​ການ​ຊອກ​ຫາ​ມາດ​ຕະການ​ຮອບດ້ານ​ເພື່ືອ​ແນ​ໃສ່​ຢຸດຕິ​ສະພາບ​ການ​​ເຄັ່ງ​ຕຶງ​ກ່ຽວຂ້ອງ​ເຖິງ​ໂຄງການ​ນິີວ​ເຄຼຍທີ່​ກໍ່​ຄວາມ​ໂຕະ​ຖຽງ​ກັນ​ຂອງ​ຕົນ. ວັນ​ທີ 6/11, ນັກ​ເຈລະຈາ​ອັນ​ດັບ​ໜຶ່ງ​ຂອງ​ອິຣານ, ທ່ານລັດຖະມົນຕີ​ການ​ຕ່າ​ງປະ​ເທດ Mohammad Javad Zarif ​ໄດ້​ສະ​ແດງ​​ຄວາມ​ເຊື່ອໝັ້ນວ່າ: ຝ່າຍ​ຕ່າງໆອາດ​ຈະ​ຊຸກຍູ້​ການ​ເຈລະຈາ ​ແລະ ​ເລິ່ມຕົ້ນວິວັດ​ການ​ເຮັດ​ວຽກ​​ເພື່ອຈຸດໝາຍ​ລວມ, ພ້ອມ​ທັງ​ຢັ້ງຢືນ​ວ່າ: ອີຣານ ພ້ອມ​ແລ້ວ​ທີ່​ຈະ​ “ສວມ​ບົດບາດ​ໃໝ່“ ​ໃນ​ເວທີ​ສາກົນ. ກ່ອນ​ໜ້ານັ້ນ, ຜູ້ອຳນວຍການ​ອົງການ​ພະລັງງານ​ປະລະມານູ​ອີຣານ Salehi ກໍ່​ປະ​ກາດ​ວ່າ: ອີຣານ ພ້ອມ​ແລ້ວ​ທີ່​ຈະ​ຮ່ວມ​ມື​ໂດຍ​ບໍ່​ມີ​ເງື່ອນ​ໄຂ​ກັບອົງການ​ພະລັງງານ​ປະລະມານູສາກົນ​ກ່ຽວ​ກັບ​ບັນດາ​ບັນຫາ​ທີ່​ຍັງ “ຄົງ​ຄ້າງ“ ຊຶ່ງກ່ຽວຂ້ອງ​ເຖິງ​ໂຄງການ​ນິວ​ເຄຼຍຂອງ​ອີຣານ.

 ການເຈລະຈາລະຫວ່າງອີຣານ ແລະ P5+1 ຍາກທີ່ຈະບັນລຸຜົນສຳເລັດໄດ້ - ảnh 2

ທ່ານລັດຖະມົນຕີ​ການ​ຕ່າ​ງປະ​ເທດອີຣານ

 Mohammad Javad Zarif

(ພາບ: AFP)

   ສິ່ງ​ກິດ​ຂວາງ​ໃນ​​ການ​ບັນລຸ​ປະສິດທິ​ຜົນ

   ​​ເຖິງ​ຢ່າງ​ໃດ​ກໍ່ຕາມ, ​ເສັ້ນທາງ​ຊອກ​ຫາ​ມາດ​ຕະການ​ທາງ​ການ​ທູດ​ຮອບດ້ານ​ໃຫ້​ແກ່​ບັນຫານິີວ​ເຄຼຍຂອງ​ອີຣານ ພວມ​ປະສົບ​ກັບ​ສິ່ງ​ກິດ​ຂວາງ​ຫຼາຍ​ຢ່າງ. ສິ່ງ​ກິດ​ຂວາງ​ໃຫ່ຍກ່ວາ​ໝູ່​ແມ່ນ​ສະພາ​ແຫ່ງ​ຊາດ​ອາ​ເມ​ລິ​ກາ ບໍ່​ມີ​ຄວາມ​ເປັນ​ເອກະ​ພາບ. ​ໃນ​ຂະນະ​ທີ່​ອຳນາດ​ການ​ປົກຄອງ Obama ພວມ​ມີ​ບັນດາ​ການ​ກະທຳ​ອ່ອນ​ໂຍນ​ກັບ​ເຕ​ເຮຣານ, ບັນດາ​ທ່ານ​ສະມາຊິກ​ລັດຖະສະພາ​ອາ​ເມ​ລິ​ກາ ຍັງ​ມີ​ຄວາມ​ລະ​ແວງ​ສົງ​ໃສຕໍ່​ເຈດ​ຕະນາ​ດີ​ຂອງອຳນາດ​ການ​ປົກຄອງ Hassan Rouhani  ​ແລະ ຢືນຢັນ​ວ່າ: ​“ໄພ​ນາບ​ຂູ່ດ້ານ​ການ​ທະຫານ​ທີ່​ແທ້​ຈິງ“ ພວມ​ໄດ້ຮັບ​ການ​ຊັ່ງຊາ ​ແລະ ບັນດາ​ມາດ​ຕະການ​ລົງ​ໂທດ​ຂອງ​ອາ​ເມ​ລິ​ກາ ​ໃນ​ປະ​ຈຸ​ບັນ ຕ້ອງ​ໄດ້​ສບຕໍ່​ປະຕິບັດ.

     ສິ່ງ​ກິດ​ຂວາງ​ຕໍ່​ໄປ​​ເຮັດ​ໃຫ້​ຮອບ​ເຈລະຈາ​ຄັ້ງນີ້​ຍາກ​ທີ່​ຈະ​ສ້າງ​ບາດກ້າວ​ບຸກທະລຸ​ໄດ້ ນັ້ນ​ແມ່ນ​ການ​ຄັດຄ້ານ​ຈາກ​ບັນດາ​ປະ​ເທດ​ພັນທະ​ມິດຂອງ​ອາ​ເມ​ລິ​ກາ. ບັນດາ​ປະ​ເທດ​ພັນທະ​ມິດຂອງ​ອາ​ເມ​ລິ​ກາ ຄື​ອິດສະຣາ​ແອນ ​ແລະ ອາຣາບີ ຊາ​ອຸດີ ຖື​ວ່າ: ອຳນາດ​ການ​ປົກຄອງ Obama ​ກ້າວ​ເດີນໄວ​​ເກີນ​ໄປ. ມາ​ຮອດ​ປະຈຸ​ບັນ, ລັດຖະບານ​ອິດສະຣາ​ແອນ ຍັງ​ຄົງ​ຮັກສາ​ທັດສະນະ​ລະ​ແວງ​ສົງ​ໃສ​ຕໍ່​ເຈດ​ຕະນາ​ດີ​ຂອງ​ອີຣານ ​ແລະ​ ຍາມ​ໃດ​ກໍ່ຢັ້ງຢືນ​ວ່າ​ອີຣານ ພວມ​ມີອາວຸດ​ນິວ​ເຄຼຍ. ອິດສະຣາ​ແອນ ຖື​ວ່າ: ວົງ​ການ​ເຈົ້າໜ້າ​ທີ່​ອີຣານ ພວມ​ຫຼອກ​ລວງ​ຝ່າຍ​ຕາ​ເວັນ​ຕົກ​ເພື່ອ​ທ້ວງ​ໂຍ້ຍານ​ບັນດາ​ຄຳ​ສັ່ງ​ຂວ້ຳບາດ, ​​ແຕ່​ໃນ​ຕົວ​ຈິງ​ຍັງຄົງ​ປະຕິບັດ​ບັນດາ​ໂຄງການ​ນິວ​ເຄຼຍຢູ່. ທ່ານ​ນາຍົກລັດຖະມົນຕີອິດສະຣາ​ແອນ Benjamin Netanyahu ຍັງ​ຢືນຢັນ​ວ່າ: ຕ້ອງ​ເສຍ​ເວລາ​ພຽງ 2,3 ອາທິດ, ອີຣານ ສາມາດ​ຜະລິດ 90% ປະລິມານ​ຢູຣານຽມ​ທີ່​ຈຳ​ເປັນ​ເພື່ອ​ຜະລິດ​ລູກລະ​ເບີດ​ນິວ​ເຄຼຍ​ໄດ້ ​ແລະ ຮຽກຮ້ອງ​ໃຫ້​ສະພາ​ຄວາມໝັ້ນຄົງ ສປຊ ຕ້ອງ​ມີ​ທ່າ​ທີ​ແຂງ​ກະດ້າງ​ກ່ວາ​ເພື່ອ​ຮັບປະກັນ​ວ່າ ອີຣານ ບໍ່​ມີ​ພາຫະນະ​ເພື່ອ​ຜະລິດລູກ​ລະ​ເບີດ​ນິວ​ເຄຼຍຢ່າງ​ແນ່ນອນ.

  ວົງການ​ນັກ​ໄຈ​ແຍກ​ຖື​ວ່າ: ຫຼັກໝັ້ນຂອງ​ອິດສະຣາ​ແອນ ຈະ​ແມ່ນ​ບັນຫາ​ໃຫ່ຍ​ໃນ​ວິວັດ​ການ​ແກ້​ໄຂ​ໂຄງການ​ນິວ​ເຄຼຍຂອງ​ອີຣານ. ນັບ​ທັງ​ໃນຂະນະ​ທີ່​ບໍ່​​ມີ​ພັນທະ​ມິດ​ໜູນ​ຫຼັງອີກ​ແລ້ວ, ອິດສະຣາ​ແອນ ຍັງ​ສາມາດ​ບຸກ​ໂຈມ​ຕີ​ອີຣານ ພຽງ​ລຳພັງ​ຝ່າຍ​ດຽວ ​ແລະ ນີ້​ຈະ​ແມ່ນ​ຄວາມ​ອັນຕະລາຍ​ທີ່​ແທ້​ຈິງສຳລັບ​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ສາກົນ​ໃນ​ການ​ແກ້​ໄຂ​ບັນຫາ​ຂອງ​ອີຣານ ​ໂດຍ​ສັນຕິ​ວິທີ.

ຍາກ​ທີ່​ຈະ​ສາມາດ​ບັນລຸບາດກ້າວ​ບຸກທະລຸ​ໄດ້

  ບໍ່​ອາດ​ປະຕິ​ເສດ​ຄວາມ​ຈິງ​ທີ່​ວ່າ: ທັງ​ອາ​ເມລິ​ກາ ​ແລະ ອີຣານ ລ້ວນ​ແຕ່​ປາດ​ຖະໜາ​ຢາກ​ຊຸກຍູ້​ການ​ເຈລະຈາ​ນິວ​ເຄຼຍ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ແຕ່ລະ​ຝ່າຍ. ສະນັ້ນ, ການ​ເຈລະຈາ​ຄັ້ງນີ້​ລະຫວ່າງ​ອີຣານ ​ແລະ ກຸ່ມ P5+1 ​ແມ່ນ​ໂອ​ກາດ​ທີ່​ດີ​ສຳລັບ​ທັງ​ອີຣານ ​ແລະ ຝ່າຍ​ຕາ​ເວັນ​ຕົກ ຍ້ອນ​ວ່າ​ຝ່າຍ​ຕ່າງໆ​ສາມາດ​ນຳ​ໃຊ້​​ໂອກາດເພື່ອ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ປັບປຸງ​ການ​ພົວພັນ​ລະຫວ່າງ​ອີຣານ ​ແລະ ປະຊາ​ຄົມ​ໂລກ. ​ແຕ່​ໜ້າ​ເສຍດາຍ, ບັນດາ​ສິ່ງ​ກິດ​ຂວາງ​ໃນ​ປະຈຸ​ບັນ​ໄດ້​ເຮັດ​ໃຫ້ຫາ​ງສຽງ​ຍາກ​ທີ່​ຈະ​ມີ​ຄວາມ​ປະ​ເອີ​ບ​ໃຈ​ກ່ຽວ​ກັບ​ບາດ​ກ້າວ​ບຸກທະລຸ​ໃນ​ການ​ເຈລະຈາ​ຄັ້ງນີ້, ຍ້ອນ​ຄວາມລະ​ແວງ​ສົງ​ໃສ​ລະຫວ່າງ​ອາ​ເມ​ລິ​ກາ ​ແລະ ປະ​ເທດ​ສາທາລະນະ​ລັດ​ ອີຣານ ທີ່​ມີ​ມາ​ແຕ່​ດົນ​ນານນີ້ຍາກ​ທີ່​ຈະ​ລົບ​ລ້າງ​ໄດ້​ໂດຍ​ໄວ./.

 

 

ຕອບກັບ