ກອງປະຊຸມລະດູບານໃໝ່ IMF – WB ປຶກສາຫາລືທິດກ້າວເດີນຂອງເສດຖະກິດໂລກ

Quang Dung
Chia sẻ
(VOVWORLD) - ໂດຍແມ່ນໜຶ່ງໃນຈຳນວນ 2 ກອງປະຊຸມປະຈຳປີໃຫຍ່ທີ່ສຸດຂອງ IMF ແລະ WB, ກອງປະຊຸມລະດູບານໃໝ່ຂອງ 2 ອົງການການເງິນໃຫຍ່ໄດ້ປຶກສາຫາລືໃນຫຼາຍຫົວຂໍ້
ກອງປະຊຸມລະດູບານໃໝ່ IMF – WB ປຶກສາຫາລືທິດກ້າວເດີນຂອງເສດຖະກິດໂລກ - ảnh 1ທ່ານນາງ Kristalina Georgieva, ຫົວໜ້າຝ່າຍບໍລິຫານ IMF
(ພາບ: THX/TTXVN)

        ກອງປະຊຸມລະດູບານໃໝ່ຂອງບັນດາການນຳການເງິນທົ່ວໂລກ, ໂດຍກອງທຶນເງິນຕາສາກົນ (IMF) ແລະ ທະນາຄານໂລກ (WB) ຈັດຂຶ້ນ ແຕ່ວັນທີ 21 26 ເມສາ 2025, ຢູ່ນະຄອນຫຼວງ ວໍຊິງຕັນ, ອາເມລິກາ. ໃນສະພາບທີ່ເສດຖະກິດໂລກມີການຜັນແປຫຼາຍຢ່າງ, ກອງປະຊຸມໄດ້ຮັບຄວາມຫວັງວ່າ ຈະນຳມາເຊິ່ງສັນຍານຊີ້ໃຫ້ເຫັນຢ່າງຈະແຈ້ງກວ່າກ່ຽວກັບການເຕີບໂຕທົ່ວໂລກໃນປີນີ້.

        ໂດຍແມ່ນໜຶ່ງໃນຈຳນວນ 2 ກອງປະຊຸມປະຈຳປີໃຫຍ່ທີ່ສຸດຂອງ IMF ແລະ WB, ກອງປະຊຸມລະດູບານໃໝ່ຂອງ 2 ອົງການການເງິນໃຫຍ່ໄດ້ປຶກສາຫາລືໃນຫຼາຍຫົວຂໍ້, ຈາກເສດຖະກິດໂລກຕະຫຼອດຮອດບັນດານະໂຍບາຍການຄຸ້ມຄອງພາກລັດທົ່ວໂລກ ຫຼື ການແກ້ໄຂບັນດາຜົນຮ້າຍຢ້ອນຫຼັງຈາກການປະທະກັນຢູ່ປະເທດຈຳນວນໜຶ່ງ.

ຄຳຖາມກ່ຽວກັບຄວາມຊຸດໂຊມ

        ໂດຍໄດ້ຈັດຂຶ້ນໃນສະພາບການຄ້າທົ່ວໂລກພວມຜ່ານຜ່າບັນດາການຜັນແປຢ່າງແຮງ ຍ້ອນນະໂຍບາຍພາສີອາກອນໃໝ່ຂອງອຳນາດການປົກຄອງ ອາເມລິກາ, ກອງປະຊຸມລະດູບານໃໝ່ IMF – WB ຈະຕ້ອງຕອບຄຳຖາມໃຫຍ່ທີ່ວ່າ ພື້ນຖານເສດຖະກິດໂລກອາດຈະຖືກຕົກເຂົ້າສູ່ສະພາບຊຸດໂຊມໃນປີນີ້ຄືຫຼາຍການຄາດຄະເນກ່ອນໜ້ານັ້ນຫຼືບໍ່? ທ່ານນາງ Kristalina Georgieva, ຫົວໜ້າຝ່າຍບໍລິຫານ IMF ໄດ້ຍົກອອກຄຳຕອບສ່ວນໜຶ່ງໃນວັນທີ 17 ເມສາ, ທີ່ກອງປະຊຸມຖະແຫຼງຂ່າວກ່ອນຈັດກອງປະຊຸມລະດູບານໃໝ່. ຕາມທ່ານນາງແລ້ວ, ໂດຍບໍ່ຫົວຊາຕໍ່ບັນດາຜົນສະທ້ອນຈາກການຈັດວາງພາສີອາກອນຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ເຖິງລະດັບເຕີບໂຕທົ່ວໂລກ, ເສດຖະກິດທົ່ວໂລກຍັງອາດສາມາດຫຼີກລ່ຽງສະພາບຊຸດໂຊມ.

        “ບັນດາສິ່ງທີ່ພວກເຮົາພວມເຫັນປະຈັກຕາແມ່ນພື້ນຖານເສດຖະກິດພວມເຄື່ອນໄຫວຢ່າງແທ້ຈິງ. ຕະຫຼາດແຮງງານຍັງເຂັ້ມແຂງພໍສົມຄວນ. ແລະສິ່ງສຳຄັນທີ່ສຸດທີ່ພວກເຮົາຕ້ອງສົນໃຈ, ນັ້ນແມ່ນລະບົບການເງິນຍັງຢືນຢູ່ຢ່າງໝັ້ນຄົງ ໂດຍບໍ່ຫົວຊາຕໍ່ຄວາມເຄັ່ງຕຶງ. ເປັນຫຍັງຈຶ່ງມີບັນດາສິ່ງນັ້ນ? ນັ້ນແມ່ນພາຍຫຼັງວິກິດການການເງິນທົ່ວໂລກ (ປີ 2008), ມີຫຼາຍນະໂຍບາຍໄດ້ປະຕິບັດ ເພື່ອສ້າງກຳລັງແຮງໃຫ້ແກ່ລະບົບຮັບມືກັບບັນດາຈຸດເວລາຄືໃນປະຈຸບັນ”.

        ໃນການຄາດຄະເນແງ່ຫວັງເສດຖະກິດທົ່ວໂລກຫຼ້າສຸດທີ່ໄດ້ປະກາດໃນທ້າຍປີ 2024, IMF ຄາດຄະເນເສດຖະກິດໂລກບັນລຸລະດັບເຕີບໂຕ 3,3% ໃນປີ 2025 ແລະ 2026, ໃນຂະນະທີ່ໄຟເງິນເຟີ້ຄິດສະເລ່ຍທົ່ວໂລກໃນປີ 2025 ໄດ້ຮັບການຄາດຄະເນວ່າຢູ່ລະດັບ 4,2% ແລະ ປີ 2026 ແມ່ນ 3,5%. ຄຳໃຫ້ຂໍ້ສັງເກດໃນອາທິດກ່ອນຜ່ານສື່ສັງຄົມອອນລາຍສ່ວນຕົວ (blog), ທ່ານ Pierre-Olivier Gourinchas, ຫົວໜ້ານັກຊ່ຽວຊານເສດຖະກິດຂອງ IMF ຖືວ່າ, ຜົນສະທ້ອນຂອງບັນດາຄວາມເຄັ່ງຕຶງດ້ານການຄ້າປະຈຸບັນໃນໂລກອາດຈະເຮັດໃຫ້ໄພເງິນເຟີ້ທົ່ວໂລກເພີ່ມຂຶ້ນໃນໄລຍະສັ້ນໆ, ຈາກນັ້ນອາດສາມາດເຮັດໃຫ້ລະດັບເຕີບໂຕທົ່ວໂລກຕ່ຳກວ່າການຄາດຄະເນກ່ອນໜ້ານັ້ນ, ແຕ່ຈະບໍ່ຮອດລະດັບຖືກຕົກເຂົ້າສູ່ສະພາບຊຸດໂຊມ.

        ເຖິງຢ່າງໃດກໍ່ຕາມ, ບັນດາການນຳ ແລະ ນັກຊ່ຽວຊານ IMF ກໍ່ຖືວ່າ, ເຖິງວ່າເສດຖະກິດໂລກຍັງສາມາດທົນທານດີຕໍ່ບັນດາການຜັນແປໃນປະຈຸບັນ, ສິ່ງສຳຄັນແມ່ນຕ້ອງຢຸດຕິສະພາບວິຕົກກັງວົນທີ່ແກ່ຍາວຂອງບັນດານັກລົງທຶນໂດຍໄວ. ຕາມທ່ານນາງ Kristalina Georgieva, ບັນດາຄວາມວິຕົກກັງວົນກ່ຽວກັບສະພາບເສດຖະກິດໂລກຊຸດໂຊມຄືໃນປະຈຸບັນ ແມ່ນເລີ່ມມາຈາກບັນຫາແນວຄິດຈິດຕະເປັນຕົ້ນ.

        “ສິ່ງສຳຄັນແມ່ນ ຕ້ອງຫຼຸດຜ່ອນທຸກສິ່ງທີ່ສ້າງແນວຄິດຈິດຕະດັ່ງກ່າວຢ່າງໄວ. ສິ່ງທີ່ຂ້າພະເຈົ້າຮ່ຳຮຽນໄດ້ຜ່ານບັນດາວິກິດການແມ່ນແນວຄິດຈິດຕະ, ຄວາມຮັບຮູ້ກໍ່ມີຄວາມສຳຄັນຄືໃນຕົວຈິງ. ສະພາບຕົວຈິງອາດຈະດີທີ່ສຸດ ແຕ່ຄວາມຮັບຮູ້ມີການປ່ຽນແປງຕາມທິດຫຍໍ້ທໍ້ ສິ່ງນັ້ນຈະກໍ່ຜົນເສຍຫາຍ”.

ການອຸປະຖຳ ແລະ ສ້າງສາຄືນໃໝ່

        ເພື່ອແນໃສ່ຫຼີກລ່ຽງເລື່ອງກອງປະຊຸມລະດູບານໃໝ່ IMF – WB ປີ 2025 ຖືກສົງຄາມພາສີອາກອນໃນປະຈຸບັນຄອບງຳ, ມີຫຼາຍຫົວຂໍ້ອື່ນ, ຄື: ໂຄງການອຸປະຖຳ, ການລົງທຶນຈາກຕ່າງປະເທດເຂົ້າພາຍໃນປະເທດ ແລະ ລົງລ້າງໜີ້ສຳລັບບັນດາພື້ນຖານເສດຖະກິດທຸກຍາກກວ່າ; ນະໂຍບາຍກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ; ໜູນຊ່ວຍບັນດາປະເທດທີ່ພວມຢູ່ ແລະ ພາຍຫຼັງການປະທະກັນ… ກໍ່ນອນໃນໂຄງການດຳເນີນງານ. ໜຶ່ງໃນບັນດາຫົວຂໍ້ທີ່ໜ້າສົນໃຈນັ້ນແມ່ນ ການຟື້ນຟູບັນດາບ້ວງເງິນໜູນຊ່ວຍຂອງ IMF ແລະ WB ໃຫ້ແກ່ ຊີຣີ. ໃນນັ້ນ, UNDP ມີແຜນການສະໜອງແຫຼ່ງການເງິນມີມູນຄ່າ 1,3 ຕື້ USD ໃຫ້ແກ່ ຊີຣີ ພາຍໃນເວລາ 3 ປີຈະມາເຖິງ.

        “ຂ້າພະເຈົ້າຄິດວ່າ, ວາລະປຶກສາຫາລືໂຕະມົນບໍ່ພຽງແຕ່ແມ່ນບັນຫາການເງິນ, ຫາກສຳຄັນກວ່ານັ້ນແມ່ນ ສັນຍານຂອງການສະໜັບສະໜູນ ແລະ ຄວາມສາມັກຄີ, ພິເສດເມື່ອໄດ້ຮັບການຊຸກຍູ້ຈາກ WB ແລະ ລັດຖະບານ ອາຣັບເບຍ ຊະອຸດີ. ເລື່ອງນີ້ໄດ້ສົ່ງສານເຖິງໂລກ ແລະ ປະຊາຊົນ ຊີຣີ ວ່າ ເຂົາເຈົ້າພວມມີລະບອບການເງິນໃຫຍ່ ພ້ອມແລ້ວທີ່ຈະໃຫ້ການໜູນຊ່ວຍ”.

        ໜຶ່ງໃນບັນດາປະເທດອື່ນກໍ່ອາດຈະດຶງດູດຄວາມສົນໃຈໃນບັນດາການປຶກສາຫາລືທີ່ກອງປະຊຸມລະດູບານໃໝ່ປີນີ້ແມ່ນ ອາກຊັງຕິນ. ຕົ້ນເດືອນ ເມສາ ນີ້, ອາກຊັງຕິນ ບັນລຸໄດ້ຂໍ້ຕົກລົງກູ້ຢຶມເງິນ 20 ຕື້ USD ຈາກ IMF ເພື່ອສ້າງໂຄງສ້າງໜີ້ສິນຄືນໃໝ່ ແລະ ຍົກສູງກຳລັງຄວາມສາມາດໃຫ້ແກ່ທະນາຄານສູນກາງຂອງປະເທດນີ້. ກົງກັນຂ້າມ, ມີຫົວຂໍ້ທີ່ເປັນມູນເຊື້ອອື່ນໆຂອງກອງປະຊຸມ IMF – WB ຫວ່າງມໍ່ໆມານີ້, ຄື: ການຊຸກຍູ້ການເງິນສີຂຽວໃຫ້ແກ່ບັນດາປະເທດພວມພັດທະນາ, ສ້າງໂຄງສ້າງໜີ້ສິນໃຫ້ບັນດາປະເທດທຸກຍາກຄືນໃໝ່… ອາດຈະມົວຈາງໄປທີ່ກອງປະຊຸມຄັ້ງນີ້.

ຕອບກັບ