ບັນດາເຈົ້າໜ້າທີ່ G7 ເຂົ້າຮ່ວມກອງປະຊຸມ |
G7 (ລວມມີ: ອັງກິດ, ອາເມລິກາ, ເຢຍລະມັນ, ຍີ່ປຸ່ນ, ຝລັ່ງ, ການາດາ ແລະ ອີຕາລີ) ໄດ້ສວມບົດບາດສຳຄັນໃນການສ້າງເປັນຮູບປະທຳ, ປັບປຸງໂຄງປະກອບ ແລະ ການບໍລິຫານທົ່ວໂລກ. G7 ຍັງໄດ້ເຕົ້າໂຮມສຽງເວົ້າ, ສ່ອງແສງທັດສະນະທີ່ຄ້າຍຄືກັນ ແລະ ຜົນປະໂຫຍດຂອງບັນດາປະເທດພັດທະນາໃນການແກ້ໄຂບັນດາບັນຫາລວມກ່ຽວກັບຄວາມໝັ້ນຄົງສາກົນ ແລະ ຊຸກຍູ້ການປຶກສາຫາລືແກ້ໄຂສິ່ງທ້າທາຍທົ່ວໂລກ.
ສ້າງຫຼັກໝັ້ນລວມໃນການປະທະກັນຢູ່ເຂດຕາເວັນອອກກາງ
ໜຶ່ງໃນບັນດາຜົນສຳເລັດຂອງກອງປະຊຸມຄັ້ງນີ້ແມ່ນເລື່ອງບັນດາຝ່າຍສະແດງ “ຫຼັກໝັ້ນເປັນເອກະພາບ” ຂອງ G7 ກ່ຽວກັບການປະທະກັນຢູ່ຕາເວັນອອກກາງ. ນີ້ແມ່ນຖະແຫຼງການສະບັບທີສອງໂດຍ G7 ໄດ້ຍົກອອກມາກ່ຽວກັບບັນຫານີ້ ນັບແຕ່ເວລາການປະທະກັນລະຫວ່າງຂະບວນການອິດສະລາມ ຮາມາດ ແລະ ອິດສະຣາແອນ ເກີດຂຶ້ນແຕ່ວັນທີ 7 ຕຸລາ. ໃນຖະແຫຼງການດັ່ງກ່າວ, ຄຽງຄູ່ກັບການກ່າວປະນາມບັນດາການບຸກໂຈມຕີ, ຮຽກຮ້ອງຕ້ອງປ່ອຍຕົວປະກັນໃຫ້ເປັນອິດສະຫຼະໃນທັນທີແລ້ວ. G7 ຍັງໄດ້ເນັ້ນໜັກເຖິງຄວາມຈຳເປັນຕ້ອງມີການກະທຳຮີບດ່ວນເພື່ອແກ້ໄຂວິກິດການມະນຸດສະທຳ, ຮຽກຮ້ອງບັນດາຝ່າຍອະນຸຍາດໃຫ້ເຄື່ອນໄຫວຊ່ວຍເຫຼືອມະນຸດສະທຳ, ປົກປ້ອງສາມັນຊົນ, ເຄົາລົບກົດໝາຍສາກົນອີກດ້ວຍ.
ບັນດາສະມາຊິກ G7 ເນັ້ນໜັກເຖິງຄວາມສຳຄັນຂອງການເຄົາລົບ ປະຕິບັດຕາມກົດໝາຍວ່າດ້ວຍມະນຸດສະທຳສາກົນ ໃນການປະທະກັນທີ່ພວມເກີດຂຶ້ນຢູ່ຕາເວັນອອກກາງ. ບັນດາລັດຖະມົນຕີການຕ່າງປະເທດກຸ່ມ G7 ກໍ່ໃຫ້ຄຳໝັ້ນສັນຍາສົມທົບກັນຢ່າງແໜ້ນແຟ້ນກັບບັນດາຝ່າຍເພື່ອກະກຽມໃຫ້ແກ່ບັນດາມາດຕະການຍາວນານ, ຍືນຍົງສຳລັບເຂດ ກາຊາ, ເນັ້ນໜັກເຖິງຄວາມສຳຄັນຂອງມາດຕະການສອງລັດ, ຮັບປະກັນໃຫ້ແກ່ປະຊາຊົນ ປາແລດສະຕິນ ແລະ ອິດສະຣາແອນ ດຳລົງຊີວິດຢູ່ຮ່ວມກັນໃນສັນຕິພາບ, ສະຫງົບສຸກ ແລະ ຍອມຮັບນຳກັນ, ແມ່ນວິທີໜຶ່ງດຽວ ເພື່ອບັນລຸໄດ້ພື້ນຖານສັນຕິພາບມີສະຖຽນລະພາບ ແລະ ຍາວນານ.
ເລື່ອງບັນດາລັດຖະມົນຕີການຕ່າງປະເທດ G7 ເຫັນດີເປັນເອກະພາບຫຼັກໝັ້ນລວມໃນບັນຫາການປະທະກັນຢູ່ ຕາເວັນອອກກາງ ໄດ້ຮັບຖືວ່າແມ່ນຜົນສຳເລັດພົ້ນເດັ່ນທີ່ກອງປະຊຸມຄັ້ງນີ້. ຍ້ອນວ່າ, ມາຮອດປະຈຸບັນ, ອາເມລິກາ ຍັງຄັດຄ້ານຄຳຮຽກຮ້ອງຢຸດຍິງ ແຕ່ພຽງສະໜັບສະໜູນຄຳສັ່ງ “ຢຸດຍິງເພື່ອມະນຸດສະທຳ” ຍ້ອນຖືວ່າ ອິດສະຣາແອນ ມີສິດປ້ອງກັນຕົວ. ແຕ່ເຖິງຢ່າງໃດກໍ່ຕາມ, ບັນດາປະເທດອື່ນໃນ G7 ມີຫຼັກໝັ້ນທີ່ກົງກັນຂ້າມ. ໃນຂະນະນັ້ນ, ຍີ່ປຸ່ນ, ເຊິ່ງເປັນປະເທດເຈົ້າພາບຈັດກອງປະຊຸມ G7, ແມ່ນປະເທດພັນທະມິດທີ່ໃກ້ຊິດຂອງ ອາເມລິກາ, ພັດເດີນຕາມນະໂຍບາຍການຕ່າງປະເທດທີ່ສົມດຸນກັບບັນດາປະເທດ ຕາເວັນອອກກາງ.
ກ່ອນໜ້ານັ້ນ, ເດືອນ ຕຸລາ ປີນີ້, ທີ່ການປ່ອນບັດຢູ່ສະມັດຊາໃຫຍ່ ສປຊ, ໃນຈຳນວນ 7 ປະເທດສະມາຊິກ G7, ມີພຽງ ອາເມລິກາ ປ່ອນບັດຕ້ານ ແລະ ຝລັ່ງ ປ່ອນບັດສະໜັບສະໜູນຄຳຮຽກຮ້ອງຢຸດຍິງມະນຸດສະທຳໃນທັນທີ, ໃນຂະນະທີ່ ຍີ່ປຸ່ນ, ອັງກິດ, ອີຕາລີ, ເຢຍລະມັນ ແລະ ການາດາ ໄດ້ປ່ອນບັດຂາວ. ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນວ່າ: ຫຼັກໝັ້ນລະຫວ່າງບັນດາປະເທດ G7 ກ່ຽວກັບການປະທະກັນຢູ່ເຂດກາຊາ ຍັງມີຄວາມແຕກຕ່າງກັນ. ຍ້ອນເຫດນັ້ນ, ເລື່ອງບັນດາປະເທດສະມາຊິກ G7 ຍົກອອກສຽງເວົ້າລວມຢ່າງຈະແຈ້ງກ່ຽວກັບສະພາບການປະຈຸບັນຢູ່ເຂດກາຊາ ທີ່ກອງປະຊຸມຄັ້ງນີ້, ໄດ້ສະແດງລັກສະນະຫຍັບມໍ່ເຂົ້າກັນຂອງກຸ່ມ G7 ໃນການແກ້ໄຂບັນດາສິ່ງທ້າທາຍ.
ພາບປະກອບ |
ຢັ້ງຢືນການຮ່ວມມືແກ້ໄຂບັນດາສິ່ງທ້າທາຍລວມ
ນອກຈາກບັນຫາການປະທະກັນລະຫວ່າງ ຮາມາດ - ອິດສະຣາແອນ ແລ້ວ, ບັນດາລັດຖະມົນຕີການຕ່າງປະເທດ G7 ກໍ່ເຫັນດີເຫັນພ້ອມກ່ຽວກັບຄວາມສຳຄັນຂອງການຮັກສາ ແລະ ປັບປຸງຄວາມເປັນລະບຽບຮຽບຮ້ອຍສາກົນຢ່າງເສລີ ແລະ ເປີດອົກເປີດໃຈຢູ່ພາກພື້ນ ອາຊີ - ປາຊີຟິກ, ໂດຍອີງໃສ່ຂໍ້ກຳນົດຂອງກົດໝາຍ, ພ້ອມທັງເນັ້ນໜັກບັນດາຄວາມມານະພະຍາຍາມພຽງລຳພັງຝ່າຍດຽວ ເພື່ອແນໃສ່ປ່ຽນແປງສະພາບການຕົວຈິງ ຈະບໍ່ໄດ້ຮັບການຍອມຮັບຢູ່ສະຖານທີ່ໃດໆໃນໂລກ.
G7 ໄດ້ສະໜັບສະໜູນສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ໃຈກາງ ແລະ ສາມັກຄີ, ຊຸກຍູ້ການຮ່ວມມືທີ່ເໝາະສົມກັບວິໄສທັດ ອາຊຽນ ກ່ຽວກັບ ມະຫາສະໝຸດອິນເດຍ ແລະ ປາຊີຟິກ. G7 ເຫັນດີເປັນເອກະພາບຄວາມສຳຄັນຂອງການສ້າງຕັ້ງການພົວພັນທີ່ມີສະຖຽນລະພາບ ແລະ ສ້າງສັນກັບ ຈີນ, ຢັ້ງຢືນບົດບາດສຳຄັນຂອງສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) 1982 ໃນການສ້າງກອບນິຕິກຳຄອບງຳທຸກການເຄື່ອນໄຫວຢູ່ທະເລ ແລະ ມະຫາສະໝຸດ.
ສຳລັບການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ, G7 ຢັ້ງຢືນຫຼັກໝັ້ນສັນຕິພາບໃນການຈັດແບ່ງບັນດາມາດຕະການລົງໂທດແນ່ໃສ່ລັດເຊຍ, ພ້ອມທັງພ້ອມກັບບັນດາຄູ່ຮ່ວມມືສາກົນຊຸກຍູ້ບັນດາຄວາມມານະພະຍາຍາມຟື້ນຟູສັນຕິພາບໃຫ້ແກ່ ຢູແກຼນ. G7 ຢັ້ງຢືນຄືນຄວາມຕັດສິນໃຈເພີ່ມທະວີການຮ່ວມມືກັບບັນດາປະເທດ ອາຊີກາງ ເພື່ອແກ້ໄຂບັນດາສິ່ງທ້າທາຍໃນພາກພື້ນ; ຊຸກຍູ້ການຮ່ວມສຳພັນການຄ້າ ແລະ ພະລັງງານ, ການເຊື່ອມຕໍ່ ແລະ ຄົມມະນາຄົມທີ່ຍືນຍົງ. ບັນດາລັດຖະມົນຕີການຕ່າງປະເທດ G7 ໄດ້ໃຫ້ຄຳໝັ້ນສັນຍາສ້າງຄວາມສາມັກຄີສາກົນນອກ G7 ເພື່ອແກ້ໄຂບັນດາສິ່ງທ້າທາຍທົ່ວໂລກທີ່ກ້ວາງຂວາງກ່ວາ, ຄື: ການປ່ຽນແປງຂອງດິນຟ້າອາກາດ, ການຫລຸດຜ່ອນອາວຸດນິວເຄຼຍ ແລະ ຄວາມສະເໝີພາບລະຫວ່າງຍິງ - ຊາຍ, ລວມມີໂຄງການດຳເນີນງານກ່ຽວກັບແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງ.
ບັນດາໝາກຜົນທີ່ກອງປະຊຸມລັດຖະມົນຕີການຕ່າງປະເທດ G7 ຫາກໍ່ຈັດຕັ້ງຢູ່ ຍີ່ປຸ່ນ ບັນລຸໄດ້ຜົນສຳເລັດໃດໜຶ່ງໃນການຮັດແຄບຊ່ອງຫວ່າງລະຫວ່າງບັນດາປະເທດສະມາຊິກ ກ່ຽວກັບບັນດາມາດຕະການສຳລັບບັນດາບັນຫາຮ້ອນເຮັ່ງໃນທົ່ວໂລກ. ພາຍຫຼັງບັນດາຄຳໝັ້ນສັນຍາ, ປະຊາຄົມສາກົນຫວັງວ່າ G7 ຈະຍົກອອກບັນດາການກະທຳລະອຽດເພື່ອປະຕິບັດບັນດາຄຳໝັ້ນສັນຍານີ້, ເປັນຕົ້ນແມ່ນບັນດາປະເທດທີ່ກ່ຽວຂ້ອງໂດຍກົງເຖິງການປະທະກັນ. ການຮ່ວມມືຂອງບັນດາຝ່າຍກ່ຽວຂ້ອງໄດ້ສວມບົດບາດທີ່ບໍ່ອາດຂາດໄດ້ໃນຄວາມມານະພະຍາຍາມ G7 ເພື່ອຊອກຫາມາດຕະການສັນຕິພາບຢ່າງວ່ອງໄວໃນບັນດາການປະທະກັນເວົ້າສະເພາະກໍ່ຄືມາດຕະການແກ້ໄຂບັນດາສິ່ງທ້າທາຍທີ່ມີລັກສະນະທົ່ວໂລກເວົ້າລວມ.