ດ້ວຍທີ່ຕັ້ງຍຸດທະສາດທີ່ສຳຄັນ, ອາຊີ - ປາຊີຟິກ ພວມນັບມື້ນັບກາຍເປັນບໍລິເວນເກີດການແກ່ງແຍ້ງດ້ານຍຸດທະສາດລະຫວ່າງບັນດາປະເທດມະຫາອຳນາດ. ດ້ວຍບົດບາດແມ່ນເວທີປາໄສເປີດເຜີຍ, ກະຈ່າງແຈ້ງ ແລະ ຮອບດ້ານ, EAS ໄດ້ຮັບການສ້າງຕັ້ງເພື່ອປຶກສາຫາລືບັນດາບັນຫາເສດຖະກິດ, ການເມືອງ ແລະ ຍຸດທະສາດໃຫຍ່ລວມ ເພື່ອແນໃສ່ຊຸກຍູ້ສັນຕິພາບ, ສະຖຽນລະພາບ ແລະ ຄວາມວັດທະນາຖາວອນຢູ່ອາຊີຕາເວັນອອກ. ເຖິງວ່າບັນດາປະເທດສະມາຊິກອາດຈະມີຄວາມແຕກຕ່າງກັນກ່ຽວກັບແບບວິທີກໍ່ຕາມ, ແຕ່ EAS ພັດບໍ່ມີຄວາມບໍ່ລົງລອຍກັນກ່ຽວກັບບັນດາເປົ້າໝາຍໃຫຍ່ທີ່ໄດ້ວາງອອກ.
ຜົນສຳເລັດໃນການດຶງດູດການເຂົ້າຮ່ວມຂອງບັນດາປະເທດມະຫາອຳນາດ
ໂດຍໄດ້ຮັບການຈັດຕັ້ງເປັນຄັ້ງທຳອິດໃນເດືອນ 12/2005, ຢູ່ມາເລເຊຍ, ດ້ວຍການເຂົ້າຮ່ວມຂອງ 16 ປະເທດ (10 ປະເທດອາຊຽນ ແລະ ຈີນ, ຍີ່ປຸ່ນ, ສ.ເກົາຫຼີ, ອິນເດຍ, ອົດສະຕາລີ ແລະ ນິວຊີແລນ), EAS ໄດ້ສວມບົດບາດແມ່ນເວທີປາໄສໃຫ້ບັນດາການນຳຂັ້ນສູງ ໄດ້ເຈລະຈາກ່ຽວກັບບັນດາບັນຫາຍຸດທະສາດ, ດ້ານການເມືອງ ແລະ ເສດຖະກິດທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ ເພື່ອແນໃສ່ຊຸກຍູ້ສັນຕິພາບ, ສະຖຽນລະພາບ ແລະ ຄວາມວັດທະນາຖາວອນຢູ່ອາຊີຕາເວັນອອກ. EAS ໄດ້ຈັດຕັ້ງປະຈຳປີ ແລະ ເຄື່ອນໄຫວບົນພື້ນຖານບັນດາຫຼັກການ ແລະ ແບບວິທີຂອງອາຊຽນ. ປີ 2010 ແມ່ນຂີດໝາຍບາດກ້າວຫັນປ່ຽນໃໝ່ເມື່ອກອງປະຊຸມ EAS ຄັ້ງທີ 5 ທີ່ດຳເນີນຢູ່ຮ່າໂນ້ຍ ໄດ້ຕົກລົງຮັບເອົາ ອາເມລິກາ ແລະ ລັດເຊຍ ເປັນສະມາຊິກຂອງ EAS ຢ່າງເປັນທາງການ, ຍົກຍອດຈຳນວນສະມາຊິກຂຶ້ນເປັນ 18 ປະເທດ. ດ້ວຍການຕົກລົງເປີດກວ້າງສະມາຊິກ, EAS ໄດ້ກາຍເປັນເວທີປາໄສຮ່ວມມືຢູ່ໃນລະດັບສູງກວ່າ ແລະ ມີຂອບຂະໜາດກວ້າງກວ່າຢູ່ພາກພື້ນ.
EAS ບັນລຸຜົນສຳເລັດເມື່ອເຕົ້າໂຮມໄດ້ບັນດາປະເທດໃຫຍ່ພ້ອມກັນເຂົ້າຮ່ວມຊຸກຍູ້ການເຈລະຈາ, ຮ່ວມມື ແລະ ສ້າງຄວາມໄວ້ເນື້ອເຊື່ອໃຈ ບົນພື້ນຖານເຄົາລົບ ແລະ ແບ່ງປັນບັນດາຫຼັກການ ແລະ ມາດຕະຖານການປະພຶດລວມ. EAS ກໍ່ສວມບົດບາດສຳຄັນເຂົ້າໃນການສ້າງຂອບເຂດດ້ານການເມືອງທີ່ສະດວກໃຫ້ແກ່ເລື່ອງຊຸກຍູ້ການຮ່ວມມືໃນບັນດາຂົງເຂດບຸລິມະສິດລວມລະຫວ່າງອາຊຽນ ກັບບັນດາຄູ່ຮ່ວມມື. ໂດຍແມ່ນເວທີປາໄສເຈລະຈາຍຸດທະສາດລະດັບສູງ ສະນັ້ນມີຫຼາຍຫົວຂໍ້, ເນື້ອໃນ ແລະ ຂົງເຂດຮ່ວມມືສຳຄັນໄດ້ນຳເຂົ້າໂຄງການດຳເນີນງານຂອງ EAS. ພ້ອມກັບການສ້າງ ແລະ ແບ່ງປັນບັນດາລະບຽບຫຼັກການມາດຕະຖານການປະພຶດໃນການພົວພັນລະຫວ່າງບັນດາປະເທດ, ຮັບມືກັບສິ່ງທ້າທ້າຍຕໍ່ຄວາມໝັ້ນຄົງ, EAS ຍັງເພີ່ມທະວີການພົວພັນດ້ານເສດຖະກິດຢ່າງຮອບດ້ານ, ສິ່ງແວດລ້ອມ ແລະ ການປ່ຽນແປງຂອງດິນຟ້າອາກາດ, ສາທາລະນະສຸກ, ພະລັງງານ, ການສຶກສາ, ການເງິນ, ການຄຸ້ມຄອງໄພທຳມະຊາດ, ການເຊື່ອມຕໍ່ອາຊຽນ, ການຄ້ຳປະກັນດ້ານສະບຽງອາຫານ, ຄວາມໝັ້ນຄົງທາງທະເລ ແລະ ການຮ່ວມມືພັດທະນາ.
ບັນລຸບັນດາບາດກ້າວຢ່າງແທດຈິງ
ນັບແຕ່ໄດ້ຮັບການຈັດຕັ້ງເປັນຄັ້ງທຳອິດເມື່ອປີ 2005, EAS ໄດ້ປະຕິບັດສຳເລັດບົດບາດຕາມເປົ້າໝາຍທີ່ໄດ້ວາງອອກເປັນຢ່າງດີ, ນັ້ນແມ່ນການສຳເລັດແກ້ໄຂບັນດາການພົວພັນລະຫວ່າງປະເທດຕ່າງໆໃນພາກພື້ນ, ຊ່ວຍເພີ່ມທະວີການຮ່ວມມື ແລະ ການເຈລະຈາ ເພື່ອຜົນປະໂຫຍດລວມ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ, ຮັບປະກັນລັກສະນະກະຈາງແຈ້ງ ແລະ ການຄາດຄະເນບັນດາການຜັນແປໃນພາກພື້ນໂດຍໄວ. ໃນໄລຍະ 10 ປີຜ່ານມາ, EAS ບັນລຸໄດ້ບັນດາບາດກ້າວໃນ 6 ຂົງເຂດບຸລະມະສິດຄື: ພະລັງງານ, ການສຶກສາ, ການເງິນ, ສາທາລະນະສຸກທົ່ວໂລກ, ການຄຸ້ມຄອງໄພພິບັດທຳມະຊາດ ແລະ ສິ່ງແວດລ້ອມ, ໜູນຊ່ວຍການເຊື່ອມຕໍ່ອາຊຽນ, ພິເສດແມ່ນຊຸກຍູ້ການຮ່ວມມືດ້ານການຄ້າໃນພາກພື້ນ. ສັນຍາຄູ່ຮ່ວມມືເສດຖະກິດທົ່ວພາກພື້ນ (RCEP) ເຊິ່ງການນຳ 16 ປະເທດໄດ້ເຫັນດີເລີ່ມເຄື່ອນໄຫວການເຈລະຈາເມື່ອປີ 2012, ມຸ່ງໄປເຖິງເປົ້າໝາຍບັນລຸໄດ້ຂໍ້ຕົກລົງຮ່ວມສຳພັນດ້ານເສດຖະກິດທັນສະໄໝຮອບດ້ານ, ມີຄຸນນະພາບສູງ, ຕ່າງຝ່າຍຕ່າງມີຜົນປະໂຫຍດ, ສ້າງເງື່ອນໄຂເປີດກວ້າງດ້ານການຄ້າ ແລະ ການລົງທຶນໃນພາກພື້ນກວ່າອີກ, ປະກອບສ່ວນໃຫ້ແກ່ການເຕີບໂຕດ້ານເສດຖະກິດທົ່ວໂລກ. ມາຮອດປະຈຸບັນ, RCEP ໄດ້ຜ່ານຮອບເຈລະຈາ 10 ຄັ້ງ ແລະ ພວມມານະພະຍາຍາມໃຫ້ສຳເລັດໂດຍໄວ. ຖ້າຫາກໄດ້ຮັບການລົງນາມ, ຂໍ້ຕົກລົງດ້ານການຄ້າເສລີພາກພື້ນນີ້ ຈະສ້າງກຸ່ມເສດຖະກິດດ້ວຍຈຳນວນພົນລະເມືອງປະມານ 3,4 ຕື້ຄົນ ແລະ ວົງເງິນການຄ້າມີມູນຄ່າ 10,600 ຕື້ USD, ກວມເອົາ 30% ປະລິມານການຄ້າທົ່ວໂລກ.
ເສີມຂະຫຍາຍບົດບາດ ແລະ ການປະກອບສ່ວນຂອງ EAS ເຂົ້າໃນສັນຕິພາບແລະຄວາມໝັ້ນຄົງໃນພາກພື້ນ
ຜ່ານໄລຍະກວ່າ 10 ປີ, EAS ບໍ່ພຽງແຕ່ຮັກສາບົດບາດສຳຄັນໃນການໜູນຊ່ວຍອາຊຽນ ແກ້ໄຂບັນດາບັນຫາພາກພື້ນເທົ່ານັ້ນ, ຫາກຍັງຊ່ວຍແຕ່ລະປະເທດສະມາຊິກອາຊຽນ ແກ້ໄຂບັນດາບັນຫາຍຸດທະສາດທີ່ກ່ຽວຂອງເຖິງປະເທດຕົນຢ່າງມີປະສິດທິຜົນອີກດ້ວຍ. ບົດບາດສຳຄັນທີ່ສຸດຂອງ EAS ສຳລັບບັນດາປະເທດສະມາຊິກແມ່ນສະກັດກັ້ນການປະທະກັນ, ຮັບປະກັນຄວາມໝັ້ນຄົງ. EAS ໄດ້ສ້າງກົນໄກເຈລະຈາຫຼາຍຝ່າຍເພື່ອໃຫ້ບັນດາປະເທດສະມາຊິກຊອກຫາສຽງເວົ້າລວມ ໃນບັນດາຄວາມບໍ່ລົງລອຍກັນ, ແກ້ໄຂບັນດາການຂັດແຍ້ງໂດຍສັນຕິວິທີ. ໃນຕົວຈິງ, EAS ໄດ້ຍົກອອກຫຼາຍບັນຫາເພື່ອປຶກສາຫາລືລະຫວ່າງບັນດາປະເທດສະມາຊິກຄື: ມຽນມາ, ການປະທະກັນລະຫວ່າງໄທ - ກຳປູເຈຍ, ຄວາມໝັ້ນຄົງ ແລະ ຄວາມປອດໄພໃນການເດີນເຮືອຢູ່ທະເລຕາເວັນອອກ.
ໃນສະພາບທີ່ພາກພຶ້ນຍັງຂາດສະຖຽນລະພາບ, ກ້າວເຂົ້າສູ່ໄລຍະໃໝ່, EAS ຍັງສືບຕໍ່ຍົກສູງບົດບາດ ແລະ ການປະກອບສ່ວນຂອງຕົນເຂົ້າໃນສັນຕິພາບ ແລະ ຄວາມໝັ້ນຄົງຂອງພາກພື້ນ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ ແລະ ມີລັກສະນະກະຈ່າງແຈ້ງບົນພື້ນຖານເຄົາລົບບັນດາຫຼັກຖານ ແລະ ມາດຕະຖານການປະພຶດລວມ, ພິເສດແມ່ນຍົກສູງນ້ຳໃຈເຄົາລົບກົດໝາຍສາກົນ ກໍຄືເປັນເຈົ້າການຮັບມືກັບບັນດາສິ່ງທ້າທາຍທີ່ພວມວາງອອກຢ່າງມີປະສິດທິຜົນ.