ໜໍ່ຂຽວເທິງຫີນ-ຄຳສົມມະນາຄຸນເດືອນ ກໍລະກົດ ຢູ່ຮ່ອງຮອຍສະຖານຄຸກ ຮວ່າລໍ່

Ngoc Anh
Chia sẻ
(VOVWORLD) -ເດືອນກໍລະກົດນີ້ ຄະນະຄຸ້ມຄອງຮ່ອງຮອຍສະຖານຄຸກ ຮວ່າລໍ່ ທີ່ນະຄອນຫຼວງ ຮ່າໂນ້ຍ ແນະນຳຕໍ່ມວນຊົນກ່ຽວກັບງານວາງສະແດງ ຫົວຂໍ້ “ໜໍ່ຂຽວເທິງຫີນ” ເນື່ອງໃນໂອກາດລະນຶກ 76 ປີແຫ່ງວັນທະຫານເສຍອົງຄະ ນັກຮົບເສຍສະຫຼະຊີວິດເພື່ອຊາດ ຄືວັນທີ  27 ກໍລະກົດ ປີ 1947 - ວັນທີ 27 ກໍລະກົດ ປີ 2023. 
ໜໍ່ຂຽວເທິງຫີນ-ຄຳສົມມະນາຄຸນເດືອນ ກໍລະກົດ ຢູ່ຮ່ອງຮອຍສະຖານຄຸກ ຮວ່າລໍ່ - ảnh 1ວາດພາບເຖິງການເຄື່ອນໄຫວຂອງນັກຮຽນນັກສຶກສາ ທຳການຕໍ່ຕ້ານຢູ່ ຮ່າໂນ້ຍ ໃນຊຸມປີ 1949 - 1950

    ງານວາງສະແດງ ແມ່ນຄຳສົມມະນາຄຸນຕໍ່ຊາວໜຸ່ມ ເຍົາວະຊົນ ສອງພາກເໜືອໃຕ້, ບັນດາຜູ້ທີ່ໄດ້ຮ່ວມແຮງຮ່ວມໃຈ ສ້າງຂະບວນການຕໍ່ສູ້ຢ່າງຟົດຟື້ນ ເສຍສະຫຼະເລືອດເນື້ອ ໃນການຕໍ່ຕ້ານ ເພື່ອຍາດຊິງເອົາເອກະລາດ ອິດສະຫຼະພາບມາໃຫ້ປະເທດຊາດ. ງານວາງສະແດງ ຫົວຂໍ້ “ໜໍ່ຂຽວເທິງຫີນ” ຖືກໄຂຂຶ້ນເມື່ອວັນທີ 20 ກໍລະກົດ ຢູ່ຮ່ອງຮອຍສະຖານຄຸກ ຮວ່າລໍ່ ທີ່ ຮ່າໂນ້ຍ, ໃນເຫດການ, ແຂກມາຢ້ຽມຊົມຈະໄດ້ຫວນຄຶນຊຸມວັນເດືອນປີແຫ່ງປະຫວັດສາດ ຜ່ານການວາດພາບເຖິງການເຄື່ອນໄຫວຂອງນັກຮຽນນັກສຶກສາ ທຳການຕໍ່ຕ້ານຢູ່ ຮ່າໂນ້ຍ ໃນຊຸມປີ 1949 - 1950. ງານວາງສະແດງໄດ້ສ້າງຄວາມປະທັບໃຈຢ່າງແຮງໃຫ້ແກ່ຜູ້ຊົມ ພິເສດແມ່ນບັນດານັກປະຕິວັດຜູ້ອະວຸໂສ, ບັນດາອະດີດນັກໂທດການເມືອງຢູ່ຄຸກ ຮວ່າລໍ່ ແລະ ຄ້າຍກັກຂັງສະເລີຍເສິກ ຝູກວັກ, ບັນດາອະດີດນັກຮຽນທຳການຕໍ່ຕ້ານຢູ່ ຮ່າໂນ້ຍ ໄລຍະ 1947 - 1954, ບັນດາອະດີດສະມາຊິກກອງສືບຂ່າວເຍົາວະຊົນ ບາດຊັດ. ທ່ານ ໂດ໊ກວາຈຸງ ປີນີ້ອາຍຸ 90 ປີ ໄດ້ເວົ້າຄວາມໃນໃຈສູ່ຟັງວ່າ:

       “ຂ້າພະເຈົ້າມີຄວາມຕື້ນຕັນໃຈທີ່ສຸດ ເມື່ອໄດ້ຫວນຄືນຄາວໄວໜຸ່ມຂອງຕົນ. ໃນຊຸມວັນນັ້ນ ສອງອ້າຍນ້ອງຂ້າພະເຈົ້າໄດ້ອະນຸຍາດນຳຄອບຄົວ ອາສາສະໝັກເຂົ້າຮ່ວມການຕໍ່ຕ້ານ. ຂ້າພະເຈົ້າເຄື່ອນໄຫວໃນສອງອົງການ. ພາຍຫຼັງທີ່ກອງ ບາດຊັດ ແຕກທະລາຍ, ຂ້າພະເຈົ້າເຂົ້າຮ່ວມການເຄື່ອນໄຫວໃນອົງການນັກຮຽນຕໍ່ຕ້ານ. ເຮືອນພວກຂ້າພະເຈົ້າແມ່ນຮາກຖານ ພິມເອກະສານ ໜັງສືພິມ, ພິມໃບປິວຕໍ່ຕ້ານ”.

     ງານວາງສະແດງ ໜໍ່ຂຽວເທິງຫີນ ລວມມີສາມພາກ. ສຳລັບພາກ “ໄວໜຸ່ມຢູ່ຄ້າຍຄຸມຂັງ” ລວມມີບັນດາຮູບຖ່າຍ ເອກະສານກ່ຽວກັບການປະກອບສ່ວນຂອງໄວໜຸ່ມ ເຍົາວະຊົນ ແລະ ນັກຮຽນນັກສຶກສາທຳການຕໍ່ຕ້ານ. ສ່ວນພາກມີເນື້ອໃນ “ແປວໄຟຕໍ່ຕ້ານ” ແຂກມາຢ້ຽມຊົມ ຈະໄດ້ຫວນຄືນຊຸມວັນເດືອນປີທຳການຕໍ່ຕ້ານ ຕ້ານຈັກກະພັດອາເມລິກາ ເມື່ອໄວໜຸ່ມພາກໃຕ້ຫ້າວຫັນຕໍ່ສູ້ ເພື່ອທວງເອົາສັນຕິພາບດ້ວຍການຢຸດຮຽນ, ແຫ່ຂະບວນປະທ້ວງ, ເຂົ້າຮ່ວມຂະບວນການຂັບຮ້ອງໃຫ້ພໍ່ແມ່ພີ່ນ້ອງຂ້າພະເຈົ້າຟັງ. ສ່ວນພາກສຸດທ້າຍທີ່ມີຫົວຂໍ້ “ຄວາມຊົງຈຳທີ່ບໍ່ອາດຈືດຈາງ” ແມ່ນຮູບພາບບັນດາຊາວໜຸ່ມເຍົາວະຊົນ ພາຍຫຼັງທີ່ໄດ້ພົ້ນອອກຈາກຄຸກ ສືບຕໍ່ເຂົ້າຮ່ວມການເຄື່ອນໄຫວປະຕິວັດ ປະກອບສ່ວນໃຫ້ແກ່ພາລະກິດຕໍ່ສູ້ປົດປ່ອຍຊາດ ສ້າງສາ ແລະ ພັດທະນາປະເທດຊາດ. ຜູ້ນຳທ່ຽວຊົມໃນງານວາງສະແດງ ເວົ້າວ່າ:

      “ຫຼາຍຂະບວນການຕໍ່ສູ້ຢ່າງດູເດືອດ ຈາກຂະບວນການຕໍ່ສູ້ຢຸດຮຽນ ໄດ້ຮຽກຮ້ອງໃຫ້ຜູ້ກຳອຳນາດສົ່ງຄວາມຄວາມເສລີໃຫ້ໃຫ້ແກ່ນັກຮຽນນັກສືກສາພາກເໜືອ, ຂະບວນການ “ຂັບຮ້ອງໃຫ້ພໍ່ແມ່ພີ່ນ້ອງຂ້າພະເຈົ້າຟັງ”…  ບັນດາຂະບວນນີ້ເອງ ໄດ້ປະກອບລະດົມກຳລັງໃຈໃຫ້ແກ່ ຂະບວນການປະຕິວັດຢູ່ ຫວຽດນາມ ແລະ ດຶງດູດປະຊາຊົນຫຼາຍຊັ້ນຄົນເຂົ້າຮ່ວມ”.

     ມາຊົມງານວາງສະແດງ, ສາດສະດາຈານ ຄູປະຊາຊົນ ຫວູເຢືອງນິງ ກໍ່ໄດ້ມີໂອກາດຫວນຄືນອະນຸສອນຊຸມວັນເດືອນປີ ທີ່ທ່ານພ້ອມກັບເພື່ອນຮ່ວມກົມກອງເຂົ້າຮ່ວມຂະບວນການຕໍ່ສູ້ ຂອງນັກຮຽນນັກສຶກສາ ຮ່າໂນ້ຍ. ທ່ານ ຫວູເຢືອງນິງ ໃຫ້ຮູ້ວ່າ:

      “ພາຍໃຕ້ການຊີ້ນຳຂອງບັນດາອົງການລັບຂອງພັກ ແລະ ຂອງຂະບວນການນັກຮຽນນັກສຶກສາ, ພວກຂ້າພະເຈົ້າໄດ້ສົ່ງ  ຂໍ້ມູນຂ່າວສານໃນການຕໍ່ຕ້ານ. ຂ້າພະເຈົ້າຍັງຈື່ດີຊຸມວັນນັ້ນ ພວກຂ້າພະເຈົ້າໄດ້ສົ່ງຂ່າວຄະນະຜູ້ແທນຂອງສາທາລະນະລັດປະຊາທິປະໄຕ ຫວຽດນາມ ເຂົ້າຮ່ວມກອງປະຊຸມ ເຊີແນວ ບັງຄັບໃຫ້
ຝຣັ່ ຕ້ອງເຊັນຍັນຍາ ເຊີແນວ ແລະ ຖອນກຳລັງອອກຈາກ ຫວຽດນາມ, ເຫດການໄດ້ສ້າງຂະບວນການຢ່າງຟົດຟື້ນທົ່ວນັກຮຽນັກສຶກສາ. ຂ້າພະເຈົ້າມີຄວາມຕື້ນຕັນໃຈທີ່ສຸດ ເມື່ອໄດ້ຮັບຊົມຮູບຖ່າຍເອກະສານ ເຊິ່ງໄດ້ຫວນຄືນໄລຍະປະຫວັດສາດ ເຊິ່ງໃນນັ້ນພວກເຂົ້າພະເຈົ້າໄດ້ປະກອບສ່ວນໜຶ່ງອັນນ້ອຍໆ  ທັງເປັນໂອກາດຫວນຄືນອະນຸສອນໃນໄລຍະໜຶ່ງເປັນຊາວໜຸ່ມ”.

      ບັນດາຮູບຖ່າຍເອກະສານ ວັດຖຸພັນທີ່ນຳມາວາງສະແດງທີ່ງານວາສະແດງ  “ໜໍ່ຂຽວເທິງຫີນ” ໄດ້ແນະນຳຕໍ່ມວນຊົນໄລຍະໜຶ່ງທຳການຕໍ່ສູ້ຢ່າງອົງອາດກ້າແກ່ນຂອງໄວໜຸ່ມ ຫວຽດນາມ. ງານວາງສະແດງຖືກດຳເນີນຮອດວັນທີ  30 ກັນຍາ ຢູ່ຮ່ອງຮອຍສະຖານປະຫວັດສາດຄຸກ ຮວ່າລໍ່ ເຮືອນ ເລກທີ 1 ຖະໜົນ ຮວ່າລໍ່ ຮ່າໂນ້ຍ.

ຕອບກັບ