ໂຮງລະຄອນທາງອອນລາຍ, ທ່າອ່ຽງສະແດງສິລະປະແບບໃໝ່

Thu Hoa
Chia sẻ
(VOVWORLD) -               ເມື່ອໂລກລະບາດໂຄວິດ - 19 ໄດ້ເກີດຂຶ້ນຢູ່ ຫວຽດນາມ ຄືນໃໝ່, ການເຄື່ອນໄຫວສະແດງສິລະປະໄດ້ຖືກຢຸດສະງັກອີກຄັ້ງໜຶ່ງ. ເລື່ອງລາວກ່ຽວກັບການສ້າງໂຮງລະຄອນທາງອອນລາຍ, ເປັນຂົວເຊື່ອມຕໍ່ລະຫວ່າງສິລະປະ ແລະ ຜູ້ຊົມສືບຕໍ່ພົ້ນເດັ່ນຂຶ້ນ ດ້ວຍການເຄື່ອນໄຫວຫຼາຍຢ່າງ. ນີ້ບໍ່ພຽງແຕ່ແມ່ນວິທີການແກ້ໄຂ ຍ້ອນສະພາບເວທີສະແດງໂດຍກົງ ຖືກຢຸດສະງັກເທົ່ານັ້ນ ເປັນທີ່ຈະແຈ້ງແລ້ວວ່າ ນີ້ໄດ້ກາຍເປັນທ່າອ່ຽງຂອງຍຸກສະໄໝໃໝ່ ເພາະສະນັ້ນ ຄວນມີຍຸດທະສາດລົງທຶນຢ່າງລະອຽດ ແລະ ເປັນແບບແຜນ.
ໂຮງລະຄອນທາງອອນລາຍ, ທ່າອ່ຽງສະແດງສິລະປະແບບໃໝ່  - ảnh 1 ພາບປະກອບ

  ເພື່ອຮັບປະກັນຄວາມປອດໄພ ໃນປ້ອງກັນສະກັດກັ້ນໂຄວິດ - 19, ເມື່ອເດືອນ 8 ປີ 2020 , ວົງດົນຕີປະສານສຽງ ຫວຽດນາມ ຕ້ອງໄດ້ລົບລ້າງລາຍການສະແດງຢູ່ໂຮງລະຄອນໃຫຍ່ ຮ່າໂນ້ຍ,  ພ້ອມກັນນັ້ນກໍ່ໄດ້ຜັນຂະຫຍາຍລາຍການສະແດງຄອນເສີດ ທີ່ໄດ້ອອກທາງອອນລາຍ ຜ່ານສື່ສັງຄົມ ຢູຕູດ ແລະ ເຟສບຸກ. ພາຍຫຼັງເຫດການນີ້ ວົງດົນຕີປະສານສຽງ ຫວຽດນາມ ໄດ້ລົງທຶນຍົກລະດັບຫ້ອງຝຶກແອບໃຫ້ກາຍເປັນຫ້ອງປະສານສຽງຕາມມາດຕະຖານ, ຮັບໃຊ້ແກ່ການເຄື່ອນໄຫວສະແດງທາງອອນລາຍ. ກ່ອນນີ້ເປັນເວລາໜຶ່ງເດືອນເຕັມ, ວົງດົນຕີປະສານສຽງ ໄດ້ມີລາຍການສະແດງ ໂດຍໄດ້ສະເໜີຕົວຫ້ອງປະສານສຽງດົນຕີ ແລະ ຮູບການປະສານດົນຕີທາງອອນລາຍຂອງວົງດົນຕີ.

       ແລະ ກໍ່ໃນທ່າອ່ຽງດັ່ງກ່າວ, ໂຮງລະຄອນ ຕ໋ວຍແຈ໋, ໂຮງລະຄອນ ຫວຽດນາມ, ໂຮງລະຄອນຕຸກກະຕາ ທັງລອງ, ໂຮງລະຄອນຟ້ອນລຳທຳເພງ ຫວຽດນາມ ພ້ອມກັບບັນດາກອງສິລະປະກອນອື່ນໆ ໃນໄລຍະທີ່ຜ່ານມາ ໄດ້ສ້າງສື່ສັງຄົມ ຢູຕູດ ແລະ ເຟສບຸກ ເພື່ອອອກບັນດາລາຍການທີ່ໄດ້ບັນທຶກພາບ, ເທບວີດີໂອແນະນຳບັນດາລາຍການສະແດງ, ຂຶ້ນແຜນການສະແດງທາງອອນລາຍໂດຍຍາວນານ. ສັງເກດລວມແລ້ວ ບັນດານັກສິລະປິນ ຫວຽດນາມ ກໍ່ລ້ວນແຕ່ສະໜັບສະໜູນ ວິທີການສະແດງສິລະປະທາງອອນລາຍນີ້. ມີບາງຄົນສະແດງຄວາມໃນໃຈວ່າ:

      “ລາຍການສະແດງສິລະປະທາງອອນລາຍ ໄດ້ນຳມາເຊິ່ງທ່າໄດ້ປຽບຢ່າງໃຫຍ່ຫຼວງໃຫ້ແກ່ຕົນເອງ ເຮົາມີຜູ້ຊົມຫຼາຍພໍສົມຄວນໄດ້ເປີດເບິ່ງຢ່າງຫຼວງຫຼາຍທີ່ສຸດ ແລະ ມີຈຳນວນຫຼາຍກວ່າ ເມື່ອທຽບໃສ່ເວລາເຮົາທຳການສະແດງບົນເວທີສະແດງຕົວຈິງ. ອິດທິພົນຊື່ສຽງການແຜ່ຂະຫຍາຍຂອງພວກເຮົາ ແມ່ນກວ້າງຂວາງກວ່າເກົ່າ”.

       “ນີ້ກໍ່ແມ່ນກາລະໂອກາດທີ່ດີ ເພື່ອໃຫ້ພວກເຮົາແນະນຳດ້ານດົນຕີ, ວິທີຮັບຟັງດົນຕີຕາມແບບວິທີອື່ນ”.

     ໂດຍແມ່ນຜູ້ຊົມຕິດຕາມບັນດາລາຍການສະແດງສິລະປະທາງອອນລາຍຄື “ຄວາມເຊື່ອໝັ້ນ”; “ສຽງດົນຕີເຊື່ອມຕໍ່”; “ຫວຽດນາມອົງອາດກ້າແກ່ນ”… ນາງ ຫວູແທັງຖຸຍ ຢູ່ຮ່າໂນ້ຍ ເປີດເຜີຍວ່າ:

      “ບັນດາລາຍການສະແດງທາງອອນລາຍ ນັບມື້ນັບມີຄວາມສົມບູນແບບ ແລະ ໄດ້ຮັບການປະຕິບັດຢ່າງເປັນອາຊີບກວ່າເກົ່າ ຜູ້ຊົມຍັງໄດ້ກະທົບຕອບກັບນັກສິລະປິນ, ໄດ້ລະດົມກຳລັງໃຈແກ່ເຂົາເຈົ້າຜ່ານທາງອອນລາຍ. ນັກສິລະປິນດີເລີດ ຮວ່າງຕຸ່ງ ສັງກັດໂຮງລະຄອນ VOV ເວົ້າວ່າ:

     “ຂ້າພະເຈົ້າຄິດວ່າໃນຍຸກສະໄໝເຕັກໂນໂລຢີດີຈີຕອນ, ລາຍການສະແດງທາງອອນລາຍ ແມ່ນການກຳນົດທິດໃໝ່ໃຫ້ແກ່ນັກສິລະປິນ  ແລະ ທົ່ວສັງຄົມ ແລະ ບັນດາສື່ສັງຄົມໃນປັດຈຸບັນ ແມ່ນຊ່ອງສື່ສານດີທີ່ສຸດ ໃຫ້ແກ່ທ່າອ່ຽງລວມ. ນີ້ແມ່ນທ່າອຽງໜຶ່ງທີ່ພາໃຫ້ພວກຂ້າພະເຈົ້າຕ້ອງປ່ຽນແປງຮູບພາບ ແລະ ວິທີສຳຜັດກັບຜູ້ຊົມ ແລະ ຜູ້ຟັງ”.

      ຕໍ່ໜ້າຜົນສະທ້ອນຈາກໂຄວິດ - 19, ພ້ອມກັບຄວາມຮຽກຮ້ອງຕ້ອງການປ່ຽນແປງໃໝ່ ການເຄື່ອນໄຫວສະແດງສິລະປະໃນອະນາຄົດ, ໃນເດືອນ ພຶດສະພາ ທີ່ຜ່ານມາ ທ່ານຮອງລັດຖະມົນຕີກະຊວງວັດທະນະທຳ ກິລາ ແລະ ທ່ອງທ່ຽວ ຕະກວາງດົງ ໄດ້ມີການເຮັດວຽກກັບການນຳກົມສິລະປະການສະແດງ ກ່ຽວກັບການຜັນຂະຫຍາຍ ສ້າງໂຮງລະຄອນທາງອອນລາຍ ແນໃສ່ແນະນຳບັນດາຮູບການ, ລາຍການສະແດງສິລະປະທີ່ເປັນເອກະລັກ ໃຫ້ແກ່ມວນຊົນບົນພື້ນຖານດີຈີຕອນ. ນັບແຕ່ນັ້ນມາຮອດປັດຈຸບັນ, ກົມສິລະປະການສະແດງ ແລະ ບັນດາກອງສິລະປະກອນ ໄດ້ປຶກສາຫາລື ແລະ ຂຶ້ນວິທີການສ້າງຮູບແບບນີ້. ນັກສິລລະປິນປະຊາຊົນ ຫງວຽນຕ໊ຽນຢຸ໊ງ ຜູ້ອຳນວຍການໂຮງລະຄອນຕຸກະຕາ ຫວຽດນາມ ຊີ້ແຈ້ງວ່າ:

     “ຂ້າພະເຈົ້າມີຄວາມຫວັງວ່າຈະມີໂຮງລະຄອນທາງອອນລາຍ ຂອງກະຊວງ ວັດທະນະທຳ ຫຼື ກົມສິລະປະການສະແດງ. ນີ້ປຽບເໝືອນເຄື່ອງໝາຍຂອງເວທີສະແດງ ຫວຽດນາມ ໂຮງລະຄອນສິລະປະ ໃນນັ້ນມີຫຼາຍປະເພດສິລະປະ ທີ່ໄດ້ແນະນຳຕໍ່ຜູ້ຊົມ ດ້ວຍເຄື່ອງໝາຍຂອງກົມສິລະປະການສະແດງ,  ປຽບເໝືອນໃບຢັ້ງຢືນວ່າ ບັນດາບົດເພງ, ລາຍການສະແດງສິລະປະຢູ່ທີ່ນີ້ ແມ່ນມີຄວາມເຂັ້ມງວດທີ່ສຸດ ແລະ ບັນດາສິລະປິນທີ່ທຳການສະແດງຢູ່ທີ່ນີ້ ເປັນມືອາຊີບທີ່ສຸດ”.

      ການສ້າງ ແລະ ພັດທະນາໂຮງລະຄອນທາງອອນລາຍ ແມ່ນບໍ່ສົ່ງຜົນສະທ້ອນເຖິງການເຄື່ອນໄຫວບົນເວທີສະແດງຕົວຈິງ, ຫາກຍັງນຳພື້ນຖານສິລະປະອອກຈາກຫ້ອງສະແດງຕົວຈິງ ພ້ອມທັງສາມາດຮັບໃຊ້ເປົ້າໝາຍຜູ້ຊົມ ຜູ້ຟັງໄດ້ຫຼາຍກວ່າອີກ ເຊິ່ງເປັນການປຸກລຸກຄວາມນິຍົມຊົມຊອບ ແລະ ກະຕຸກຊຸກຍູ້ເຂົາເຈົ້າໄປຊົມຢູ່ເວທີສະແດງຕົວຈິງ. ເພາະສະນັ້ນທາງກະຊວງ ຕ້ອງມີຍຸດທະສາດກໍ່ສ້າງໂຮງລະຄອນທາງອອນລາຍ ໄປຄຽງຄູ່ກັບການພັດທະນາການເຄື່ອນໄຫວທີ່ເວທີສະແດງຕົວຈິງ.

ຕອບກັບ