ໂຄສົກ ກຽນເກື່ອງ - ສຳນຽງອ່ານພິເສດຂອງ ວິທະຍຸກະຈາຍສຽງຫວຽດນາມ

Ngoc Anh
Chia sẻ
(VOVWORLD) -ໂຄສົກ ກຽນເກືອງ ແມ່ນໜຶ່ງໃນບັນຜູ້ມີສຳນຽງອ່ານພິເສດຂອງ VOV ໃນຊຸມປີທຳການຕໍ່ຕ້ານ ຕ້ານຈັກກະພັດອາເມລິກາ ເພື່ອກູ້ຊາດ ແລະ ໃນໄລຍະຕໍ່ມາ, ຂະນະທີ່ປະເທດຊາດມີສັນຕິພາບ. ທ່ານຫາກໍ່ເຖິງແກ່ມໍລະນະກຳ ແຕ່ຊື່ສຽງສຳນຽອ່ານຂອງທ່ານຍັງຄົງຍືນຍົງຄົງຕົວກັບການເວລາ ອັນໄດ້ສ້າງຄວາມປະທັບໃຈອັນເລິກເຊິ່ງ ໃນໝູ່ຜູ້ຟັງ ວິທະຍຸກະຈາຍສຽງຫວຽດນາມ. 
ໂຄສົກ ກຽນເກື່ອງ - ສຳນຽງອ່ານພິເສດຂອງ ວິທະຍຸກະຈາຍສຽງຫວຽດນາມ - ảnh 1ໂຄສົກ ກຽນເກື່ອງ

    ໂຄສົກ ກຽນເກື່ອງ ເກີດປີ 1932 ຢູ່ ຮ່າໂນ້ຍ. ທ່ານເຂົ້າຮ່ວມການປະຕິວັດນັບແຕ່ປີ 1945. ພາຍຫຼັງເຂົ້າຮ່ວມບັ້ນຮົບເຂດ ເຕິຍບັກ, ຮອດປີ 1958 ທ່ານໄດ້ມາເຮັດວຽກຢູ່ ວິທະຍຸກະຈາຍສຽງຫວຽດນາມ ແລະ ໄດ້ກາຍເປັນໂຄສົກທີ່ມີຊື່ສຽງ. ຍ້ອນສຳນຽງອ່ານສຳລັບບົດວິຈານການເມືອງຂອງໂຄສົກ ກຽນເກື່ອງນັ້ນ, ບັນດາບົດວິເຄາະວິຈານທາງ ວິທະຍຸກະຈາຍສຽງຫວຽດນາມ ໃນຊຸມປີທຳການຕໍ່ຕ້ານ ໄດ້ກາຍເປັນສັນຍາລັກໃຫ້ແກ່ ກຳລັງແຮງຂອງການຕໍ່ສູ້ດ້ານແນວຄິດ ຜ່ານຄື້ນກະຈາຍສຽງ. ນັກຂ່າວ ດົ່ງແມັ້ງຮຸ່ງ ຫົວໜ້າພະແນກເລຂາບັນນາທິການຂອງ ວິທະຍຸກະຈາຍສຽງຫວຽດນາມ ໃຫ້ຮູ້ວ່າ:

“ໂຄສົກ ການເກື່ອງ ແມ່ນຄົນສຸພາບ, ມີສຳນຽງອ່ານແບບອ່ອນໂຍນ, ແຕ່ສຳນຽງເວົ້າຂອງທ່ານພັດມີຄວາມເຂັ້ມແຂງ ຂ້ຽວຂາດ. ຍ້ອນເຫດນີ້ເອງ ເມື່ອທ່ານອ່ານບັນດາບົດເຄາະວິຈານການເມືອງທາງ ວິທະຍຸກະຈາຍສຽງຫວຽດນາມ ເພື່ອຕໍ່ສູ້ໃນການຕໍ່ຕ້ານ ຍາດເອົາເອກະລາດ ກໍ່ໄດ້ສະແດງໃຫ້ເຫັນກຳລັງແຮງພາຍໃນຂອງປະຊາຊົນ, ແຕ່ທີ່ຈິງແລ້ວ ນັ້ນກໍ່ແມ່ນສຽງເວົ້າອັນຊອບທຳ ສຽງເວົ້າຂອງຊາດຫວຽດນາມ ທີ່ສົ່ງເຖິງພໍ່ແມ່ພີ່ນ້ອງຢູ່ພາຍໃນປະເທດ ແລະ ສາກົນ”.

ຈຸດທີ່ພົ້ນເດັ່ນໃນການປະກອບອາຊີບເປັນໂຄສົກຂອງທ່ານ ກໍ່ແມ່ນຄວາມແຕກຕ່າງໂດຍພື້ນຖານກັບໂຄສົກຄົນອື່ນໆ ນັ້ນແມ່ນທ່ານພະຍາຍາມຫັນຈາກການອ່ານໄປສູ່ການເວົ້າ ການເລົ່າໃຫ້ຜູ້ຟັງຮັບຊາບ. ສິ່ງນີ້ກໍ່ບໍ່ແມ່ນງ່າຍຍ້ອນວ່າຕ້ອງຕິດຕາມເນື້ອໃນເອກະສານ ແລະ ເນື້ອໃນນັ້ນບໍ່ແມ່ນຕົນເອງເປັນຜູ້ຮຽບຮຽງ. ໃນຊຸມປີທຳສົງຄາມຍາດເອົາເອກະລາດ, ທ່ານຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງ ຫວຽດນາມ ເຈິ່ນເລີ່ມ ເຄີຍສະເໜີວ່າ ຕ້ອງມອບເຮືອນຢູ່ໃຫ້ແກ່ໂຄສົກ ກຽນເກື່ອງ ຢູ່ເຮືອນເລກທີ 5 ຖະໜົນ ເຈິ່ນຝູ ຮ່າໂນ້ຍ ເຊິ່ງຕັ້ງຢູ່ໃກ້ສຳນັກງານ ວິທະຍຸກະຈາຍສຽງຫວຽດນາມຢູ່ເຮືອນເລກທີ 58 ຖະໜົນ ກວ໊ານສື ຮ່າໂນ້ຍ ເພື່ອມີຄວາມສະດວກໃນການໄປເຮັດວຽກ. ໂຄສົກ ຫວຽດຮຸ່ງ ແບ່ງປັນວ່າ:

“ລຸງກຽນເກື່ອງ ແມ່ນຜູ້ມີບົດຮຽນປະສົບການໃນການປະກອບອາຊີບເປັນໂຄສົກ ແລະ ມີອິດທິພົນຊື່ສຽງຜ່ານຄື້ນຂອງ ວິທະຍຸກະຈາຍສຽງຫວຽດນາມ, ເປັນຕົ້ນແມ່ນໄລຍະປົດປ່ອຍພາກໃຕ້ ແລະ ໃນຊຸມປີແຫ່ງການຕໍ່ຕ້ານກູ້ຊາດ. ໂຄສົກ ກຽນເກື່ອງ ຍັງແມ່ນຜູ້ມີຄວາມຈິງໃຈ ຍາມໃດກໍ່ໃຫ້ຄວາມຊ່ວຍເຫຼືອພວກຂ້າພະເຈົ້າກ່ຽວກັບວິຊາສະເພາະ ແລະ ມີຄວາມໃກ້ຊິດສະໜິດສະໜົມກັບທຸກໆຄົນ”.

ໂຄສົກ ກຽນເກື່ອງ ຖືກອຸປະມາດັ່ງປຶ້ມວັດຈະນານຸກົມມີຊີວິດ. ທ່ານເມົາມົວ ແລະ ໄດ້ເກັບກຳວັດຈະນານຸກົມຫຼາຍເຫຼັ້ມ ແລະ ເຄີຍສະຫຼະເວລາເພື່ອຊອກຄົ້ນຫາ ຊອກຮູ້ເຖິງຮາກເຖິງກົກ ຂອງແຕ່ລະຄຳສັບ ອັນໄດ້ນຳມາເຊິ່ງຜົນປະໂຫຍດຫຼາຍຢ່າງໃຫ້ແກ່ອາຊີບເປັນໂຄສົກຂອງທ່ານ. ທ່ານ ເຈືອງກົ້ງຮວ່າ ອະດີດນັກຂ່າວ ວິທະຍຸກະຈາຍສຽງຫວຽດນາມ ຫວນຄືວ່າ:

  “ອ້າຍ ກຽນເກື່ອງ ພ້ອມກັບບັນດາໂຄສົກຄື  ຕວຽດມາຍ, ຫວຽດຄວາ, ເຟືອງຈີ ແມ່ນໂຄສົກລຸ້ນອ້າຍກົກຂອງ ວິທະຍຸກະຈາຍສຽງຫວຽດນາມ. ອ້າຍ ກຽນເກື່ອງ ກໍ່ມີສຳນຽງອ່ານໃສ ແລະ ແຈ້ງ. ໂດຍແມ່ນຄົນຄ່ຽມຄົມ ເຖິງວ່າອ້າຍແມ່ນໂຄສົກທີ່ໄດ້ຮັບກຽດໃນໄລຍະ ວິທະຍຸກະຈາຍສຽງຫວຽດນາມ ຕັ້ງໜ້າໂຄສະນາໃຫ້ແກ່ການຕໍ່ຕ້ານກູ້ຊາດຂອງຊາດ ຫວຽດນາມ”.

 ໂຄສົກ ກຽນເກື່ອງ ແມ່ນໜຶ່ງໃນບັນດາໂຄສົກສຽງຄຳຂອງ ວິທະຍຸກະຈາຍສຽງຫວຽດນາມ. ທ່ານພ້ອມກັບບັນດາໂຄສົກຄົນອື່ນໆໄດ້ກາຍເປັນສ່ວນໜຶ່ງໃນປະຫວັດຂອງ ວິທະຍຸກະຈາຍສຽງຫວຽດນາມ ປະກອບສ່ວນສ້າງເຄື່ອງໝາຍໃຫ້ແກ່ວິທະຍຸກະຈາຍສຽງແຫ່ງຊາດ. 

ຕອບກັບ