ໂຄງການ “ບາດກ້າວເດີນຂອງປຶ້ມ” ແລະ ການແຜ່ກະຈາຍວັດທະນະທຳການອ່ານໃນໂຮງຮຽນ

Thu Hang
Chia sẻ
(VOVWORLD) -ໂຄງການ “ບາດກ້າວເດີນຂອງປຶ້ມ” ໄດ້ເລີ່ມຜັນຂະຫຍາຍຢູ່ນະຄອນ ຫ໋າຍຟ່ອງ ແຕ່ເດືອນ ພຶດສະພາ ປີ 2020. ດ້ວຍສານທີ່ວ່າ “ແຕ່ລະໜ້າໃນປຶ້ມ ແມ່ນບາດກ້າວໜຶ່ງ” ໂຄງການໄດ້ມີບັນດາການເຄື່ອນໄຫວທີ່ອຸດົມສົມບູນຫຼາຍຮູບຫຼາຍແບບ ແນໃສ່ສົ່ງເສີມການອ່ານປຶ້ມຢ່າງມີວິທະຍາສາດ, ຍົກສູງວັດທະນະທຳການອ່ານ ໃນໝູ່ນັກຮຽນນັກສຶກສາເທື່ອລະກ້າວ
ໂຄງການ “ບາດກ້າວເດີນຂອງປຶ້ມ” ແລະ ການແຜ່ກະຈາຍວັດທະນະທຳການອ່ານໃນໂຮງຮຽນ - ảnh 1ຮູບແບບຫໍສະໝຸດໃນຫ້ອງຮຽນຢູ່ນະຄອນຫາຍຟ່ອງ

     ມີບົດເຂົ້າຮ່ວມການເສັງເກືອບ 1.000 ບົດຂອງພວກນ້ອງນັກຮຽນ ໃນໂຄງການ “ບາດກ້າວເດີນຂອງປຶ້ມ” ແນະນຳບັນດາຄວາມຮູ້ໃນປຶ້ມ ເຊິ່ງໄດ້ຖືກແຕ່ງຫຍໍ້ດ້ວຍຄວາມຮູ້ສຶກອັນລຽບງ່າຍຈິງໃຈຂອງພວກນ້ອງນັກຮຽນ ຈາກນັ້ນຈຶ່ງໄດ້ແຜ່ກະຈາຍໃນບັນດາຫ້ອງຮຽນ, ໂຮງຮຽນ ແລະ ປຸກລຸກຄວາມນິຍົມມັກອ່ານປຶ້ມຂອງພວກນ້ອງນັກຮຽນ. ນ້ອງ ເລແທັງເງິນ ສັງກັດຫ້ອງ ມໍ2 ໂຮງຮຽນມັດທະນຍົມຕອນຕົ້ນ ໂງຢາຕຶ ເມື່ອງ ຮົ່ງບ່າງ ນະຄອນ ຫ໋າຍຟ່ອງ ເວົ້າວ່າ:

   “ພາຍຫຼັງທີ່ໄດ້ອ່ານປຶ້ມແລ້ວ ນ້ອງເຫັນວ່າເຮົາມີຄວາມເຂົ້າໃຈສ່ວນໃດສ່ວນໜຶ່ງກ່ຽວກັບຄວາມຮູ້ໃນສັງຄົມ, ວັດທະນະທຳຂອງປະເທດອຶື່ນໆໃນໂລກ. ນ້ອງກໍ່ໄດ້ຖ່າຍທຳວິດີໂອ ເພື່ອແນະນຳໃຫ້ໝູ່ເພື່ອນກ່ຽວກັບປຶ້ມ ທີ່ເຮົາໄດ້ອ່ານ, ແນະນຳບາງເນື້ອໃນຕົ້ນຕໍກ່ຽວກັບປຶ້ມ ເພື່ອໃຫ້ໝູ່ເພື່ອນມີຄວາມເຂົ້າໃຈເລິກກວ່າ”.

ພ້ອມກັບການເສັງ ແນະນຳກ່ຽວກັບປຶ້ມ, ບັນດາຮູບແບບຫໍສະໝຸດ ໄດ້ຖືກກໍ່ຂຶ້ນໃນບັນດາໂຮງຮຽນຢູ່ 15 ເມືອງຂອງນະຄອນ ຫ໋າຍຟ່ອງ. ພວກນ້ອງນັກຮຽນມີຄວາມຫ້າວຫັນ ປະກອບສ່ວນປຶ້ມຫົວໜຶ່ງເຂົ້າໃນຫໍສະໝຸດຂອງຫ້ອງຮຽນ, ພາຍຫຼັງໄລຍະໜຶ່ງທາງໂຮງຮຽນ ກໍ່ໄດ້ໃຫ້ແລກປ່ຽນປຶ້ມລະຫວ່າງຫ້ອງຮຽນນຳກັນ ແລະ ເປີດກວ້າງກວ່າອີກ ແມ່ນລະຫວ່າງບັນດາໂຮງຮຽນໃນນະຄອນ ແລະ ບັນດາແຂວງນະຄອນອື່ນໆ. ດ້ວຍຮູບແບບນີ້ມີປຶ້ມອ່ານກວ່າ 1.300.000 ຫົວ ແລະ ດ້ວຍເກືອບ 32.000 ຕູ້ປຶ້ມໃນບັນດາຫໍສະໝຸດ ໄດ້ຖືກພວກນ້ອງນັກຮຽນຢູ່ນະຄອນ ຫ໋າຍຟ່ອງ ພັດປ່ຽນກັນອ່ານ. ທ່ານ ຮອງສາສະດາຈານ ປອ ຄູດີເດັ່ນ ເລກວັກຕ໊ຽນ ຫົວໜ້າພະແນກການສຶກສາ ແລະ ບຳລຸງສ້າງນະຄອນ ຫ໋າຍຟ່ອງ ໃຫ້ຮູ້ວ່າ:

“ປຶ້ມອ່ານໄດ້ນຳມາເຊິ່ງຄວາມຍຸຕິທຳ, ເຖິງວ່າພວກນ້ອງນັກຮຽນຢູ່ໃຈກາງນະຄອນ ຫຼື ເຂດປະສົບກັບຄວາມຫຍຸ້ງຍາກກໍ່ຕາມ ແຕ່ພວກນ້ອງນັກຮຽນກໍ່ມີໂອກາດເທົ່າທຽມກັນ ເພື່ອສຳຜັດກັບປຶ້ມອ່ານຕ່າງໆ. ວ່າງແລ້ວນີ້ພວກຂ້າພະເຈົ້າກໍ່ໄດ້ເປີດບັນດາຊຸດຝຶກອົບຮົມ ໃຫ້ແກ່ນັກຮຽນ ແລະ ຄູອາຈານ ກ່ຽວກັບທັກສະການອ່ານປຶ້ມ ເພື່ອໃຫ້ພວກນ້ອງເພີ່ມຄວາມນິຍົມມັກອ່ານປຶ້ມຫຼາຍຂຶ້ນ ທັງນີ້ກໍ່ໄດ້ຊ່ວຍໃຫ້ພວກນ້ອງມີລວງເລິກທາງດ້ານຈິດວິນຍານ, ລວງກວ້າງກ່ຽວກັບລະດັບຄວາມຮູ້ ເພື່ອໃຫ້ພວກນ້ອງຮ່ຳຮຽນດີກວ່າ ແລະ ຮູ້ວິທີວາງແຜນກຳນົດໃຫ້ແກ່ອະນາຄົດຂອງຕົນ”.

ພ້ອມກັບບັນດາຮູບແບບຫໍສະໝຸດ, ຢູ່ໂຮງຮຽນຫຼາຍແຫ່ງໃນນະຄອນ ຫ໋າຍຟ່ອງ ຍັງມີບັນດາວິທີເຮັດທີ່ດີ ບັນລຸປະສິດທິຜົນ ແນໃສ່ປຸກລຸກ ແລະ ລ້ຽງດູ ເສີມຂະຫຍາຍວັດທະນະທຳການອ່ານໃຫ້ແກ່ພວກນ້ອງນັກຮຽນ. ໂຮງຮຽນມັດທະຍົມຕອນປາຍ ຫ່າງຫ໋າຍ ຢູ່ນະຄອນ ຫ໋າຍຟ່ອງ ໄດ້ນຳຊົ່ວໂມງອ່ານປຶ້ມເຂົ້າໃນຫຼັກສູດການສອນຢູ່ໂຮງຮຽນ, ແຕ່ລະອາທິດ ຈະມີກຸ່ມນັກຮຽນບັນລະຍາຍກ່ຽວກັບປຶ້ມທີ່ໄດ້ອ່ານ, ພວກນ້ອງນັກຮຽນຈົດບັນທຶກປະຈຳວັນ ໃນການອ່ານປຶ້ມຂອງຕົນ, ນ້ອງ ຫງວຽນທິຮົ່ງງອກ ນັກຮຽນຫ້ອງ ມ6 ໂຮງຮຽນມັດທະຍົມຕອນປາຍ ຫ່າງຫາຍ ໃຫ້ຮູ້ວ່າ:

 “ເມື່ອກ່ອນນີ້ ເວລາອ່ານປຶ້ມຂອງພວກນ້ອງ ຖືກຈຳກັດທີ່ສຸດ ຍ້ອນການຮ່ຳຮຽນກໍ່ຕ້ອງໃຊ້ເວລາຫຼາຍ. ແຕ່ໂຊກດີທີ່ທາງໂຮງຮຽນ ໄດ້ປຸກລະດົມການອ່ານປຶ້ມ ພວກນ້ອງກໍ່ໄດ້ອ່ານປຶ້ມໃນເວລາພັກຜ່ອນ ລະຫວ່າງຊົ່ວໂມງຮຽນ, ໃນເວລາດຳເນີນຊີວິດ ໄດ້ແບ່ງປັນນຳກັນ ກ່ຽວກັບບັນດາປຶ້ມທີ່ດີ ທີ່ມ່ວນ ເພື່ອເພີ່ມຄວາມຮູ້ທີ່ໃໝ່ອ່ຽມ”.

 ຕາມໂຄງການ  “ບາດກ້າວເດີນຂອງປຶ້ມ” ຄວາມຮັກທາງດ້ານວັດທະນະທຳການອ່ານ ແລະ ການແບ່ງປັນຄວາມຮັກແພງຂອງບັນດາພວກນ້ອງນັກຮຽນຢູ່ ຫ໋າຍຟ່ອງ ໄດ້ຖືກແຜ່ກະຈ່າຍໄປຍັງບັນດາໂຮງຮຽນເຂດພູສູງ ໃນແຂວງ ອຽນບ໊າຍ. ມາຮອດປັດຈຸບັນ ໂຄງການດັ່ງກ່າວ ໄດ້ເຊື່ອມຕໍ່ ແລະ ມອບປຶ້ມກວ່າ 1.000 ຫົວໃຫ້ແກ່ບັນດາໂຮງຮຽນ ໃນນະຄອນ ອຽນບ໊າຍ ແລະ ເມືອງ ໝູ່ກັງຈ໋າຍ. ໂຄງການ  “ບາດກ້າວເດີນຂອງປຶ້ມ” ບໍໍ່ພຽງແຕ່ປຸກລຸກ ຂະຫຍາຍວັດທະນະທຳການອ່ານໃນໝູ່ນັກຮຽນນັກສຶກສາເທົ່ານັ້ນ ຫາກຍັງປະກອບສ່ວນແຜ່ກະຈາຍສານທີ່ດີງາມ ເຊື່ອມຕໍ່ບັນດາຄວາມຮັກແພງໃນການດຳລົງຊີວິດຂອງນັກຮຽນແຕ່ລະຄົນ. ຜ່ານນັ້ນ ກໍ່ໄດ້ສ້າງສຳພາລະອັນໜັກແໜ້ນ ເພື່ອໃຫ້ພວກນ້ອງນັກຮຽນນັກສຶກສາ ກ້າວເຂົ້າສູ່ພາລະກິດຂອງຕົນ. 

ຕອບກັບ