ແຂວງດ້ຽນບຽນຮັກສາເສີມຂະຫຍາຍສີສັນວັດທະນະທຳບັນດາເຜົ່າຢູ່ໂຮງຮຽນ

Vinh Phong
Chia sẻ
(VOVWORLD) -   ການນຳທຳນອງເພງພື້ນເມືອງທີ່ເປັນເອກະລັກຂອງຫຼາຍເຂດພາກ, ຫຼາຍຊົນເຜົ່າເຂົ້າໃນຫຼັກສູດການສອນຢູ່ໂຮງຮຽນແຫ່ງທີ່ມີນັກຮຽນສ່ວນຫຼາຍແມ່ນລູກຫຼານຂອງພໍ່ແມ່ພີ່ນ້ອງບັນດາເຜົ່າສ່ວນໜ້ອຍກໍ່ແມ່ນວິທີທີ່ມີຫົວຄິດປະດິດສ້າງຂອງຂະແໜງສຶກສາແຂວງດ້ຽນບຽນໃນຊຸມປີທີ່ຜ່ານມາ. ຜ່ານບັນດາຊົ່ວໂມງຮຽນພວກນ້ອງນັກຮຽນໄດ້ມີໂອກາດເຂົ້າໃຈແຈ້ງກວ່າກ່ຽວກັບວັດທະນະທຳມູນເຊື້ອທີ່ເປັນເອກະລັກສະເພາະຂອງພໍ່ແມ່ພີ່ນ້ອງເຜົ່າຕົນ ປະກອບສ່ວນຮັກສາສີສັນນັບແຕ່ຢູ່ໂຮງຮຽນ
ແຂວງດ້ຽນບຽນຮັກສາເສີມຂະຫຍາຍສີສັນວັດທະນະທຳບັນດາເຜົ່າຢູ່ໂຮງຮຽນ - ảnh 1ຊົ່ວໂມງຮຽນຂັບລຳທຳເພງພື້ນເມືອງຢູ່ໂຮງຮຽນມັດທະຍົມຕອນຕົ້ນຕາແສງ ນົວງາມ

     ບັນດາທຳນອງເພງທີ່ເປັນເອກະລັກຂອງຫຼາຍເຂດພາກຫຼາຍເຜົ່າຄືຜູ້ໄທ, ເຜົ່າມົ້ງ, ເຜົ່າລາວ ໂດຍອ້ານເອື້ອຍຄູສັງກັດໂຮງຮຽນມັດທະຍົມຕອນຕົ້ນຕາແສງ ນົວງາມເມືອງ ດ້ຽນບຽນ ແຂວງດ້ຽນບຽນ ໄດ້ເລືອກເອົາມາສອນຢູ່ຕາມຊົ່ວໂມງຮຽນໃຫ້ແກ່ນັກຮຽນ. ບັນດາເຄື່ອງດົນຕີພື້ນເມືອງຄືຂຸ່ຍ, ແຄນ… ຮັບໃຊ້ແກ່ການເຄື່ອນໄຫວນີ້ ໂດຍແມ່ນອ້າຍເອື້ອຍຄູໃນໂຮງຮຽນເກັບກຳ ເພື່ອຊ່ວຍນັກຮຽນໄດ້ຊອກຮູ້ກ່ຽວກັບຄວາມຫຼາກຫຼາຍສີສັນດ້ານວັດທະນະທຳບັນດາເຜົ່າຜ່ານດົນຕີ. ນ້ອງ ໂດ໊ທິກີມທື ສັງກັດໂຮງຮຽນມັດທະຍົມຕອນຕົ້ນຕາແສງ ນົວງາມ ໃຫ້ຮູ້ວ່າ:

    “ເມື່ອນ້ອງໄດ້ຮຽນກ່ຽວກັບບົດເພງຍ້ອງຍໍສັນລະເສີນບ້ານເກີດເມືອງນອນຂອງຕົນ, ນ້ອງຮູ້ສຶກມີຄວາມເອກອ້າງທະນົງໃຈ, ນ້ອງຮູ້ສຶກຮັກປູ່ຍ່າ ແລະ ພໍ່ແມ່ຫຼາຍກວ່າ”.

      ບໍ່ພຽງແຕ່ມີການເຄື່ອນໄຫວດ້ານດົນຕີເທົ່ານັ້ນ ສີສັນວັດທະນະທຳບັນດາເຜົ່າຍັງຖືກເຊື່ອມສານເຂົ້າໃນຊົ່ວໂມງຮຽນວິຈິດຕະກຳອີກດ້ວຍ. ບັນດາຮູບແຕ້ມໃນກ່ຽວກັບຄວາມງາມໃນການອອກແຮງງານທຳການຜະລິດຫຼືສະແດງອອກຜ່ານຊຸດອາພອນວາດຟ້ອນຂອງພວກນາງສາວບັນດາເຜົ່າໄດ້ຊ່ວຍໃຫ້ນັກຮຽນເພີ່ມຄວາມເຂົ້າໃຈກ່ຽວກັບຄວາມເປັນເອກະລັກຂອງວົງຄະນາຍາດບັນດາເຜົ່າໃນແຂວງ ດ້ຽນບຽນ. ນ້ອງ ຮ່າທິແທັງຖາວ ສັງກັດໂຮງຮຽນມັດທະຍົມຕອນຕົ້ນຕາແສງນົວງາມໃຫ້ຮູ້ວ່າ:

       “ຮຽນຫົວເລື່ອງຄວາມງາມໃນການອອກແຮງານນັ້ນ, ນ້ອງເຫັນວ່າຫົວເລື່ອງນີ້ໃກ້ຊິດຕິດແທດທີ່ສຸດ. ຮູບແຕ້ມຂອງນ້ອງກ່ຽວກັບນາງສາວພວມແບກເຂົ້າເມືອເຮືອນ. ຢູ່ທີ່ນີ້ບັນດາຄອບຄົວເກືອບທັງໝົດກໍ່ລ້ວນແຕ່ປູກເຂົ້າ ດັ່ງນັ້ັ້ນນ້ອງເຫັນວ່າ ການແບກເຂົ້າໄດ້ກາຍເປັນສິ່ງທີ່ໃກ້ຊິດຕິດແທດກັບຊີວິດຂອງຕົນ”.

     ໂຮງຮຽນມັດທະຍົມຕອນຕົ້ນຕາແສງນົວງາມມີເຖິງ 84%ຈຳນວນນັກຮຽນແມ່ນຊາວເຜົ່າສ່ວນໜ້ອຍ. ແຕ່ລະອາທິດນັກຮຽນຈະມີຕອນໜຶ່ງຕ້ອງນຸ່ງຊຸດອາພອນປະຈຳເຜົ່າແບບບັງຄັບ ເພື່ອໃຫ້ພວກນ້ອງນັກຮຽນສາມາດຊອກຮູ້ກ່ຽວກັບຈຸດຄວາມງາມອັນເປັນປະເພນີຂອງເຜົ່າຕົນ. ປັດຈຸບັນໂຮງຮຽນມັດທະຍົມຕອນຕົ້ນຕາແສງ ນົວງາມມີນັກຮຽນ 5 ເຜົ່າຄືເຜົ່າ ຜູ້ໄທ, ລາວ, ມົ້ງ, ກິງ ແລະ ຂະມຸ. ນອກຈາກນັ້ນບັນດການເຄື່ອນໄຫວຂະບວນການ, ການເຄື່ອນໄຫວປະຈຳວັນຖືກນຳເຂົ້າຫຼັກສູດການສອນຄືເກມຫຼິ້ນພື້ນເມືອງ, ວາດຟ້ອນປະຈຳເຜົ່າ, ຟ້ອນແຊເພື່ອຊ່ວຍພວກນ້ອງເຂົ້າໃຈແຈ້ງກວ່າກ່ຽວກັບສີສັນວັດທະນະທຳບັນດາເຜົ່າ. ເອື້ອຍຄູ ລູ່ທິອ໊ຽນ ໃຫ້ຮູ້ວ່າ:

      “ປັດຈຸບັນພວກນ້ອງນັກຮຽນ ໄດ້ຮຽນວິຊາວິຈິດຕະກຳຫຼາຍກວ່າ. ນີ້ແມ່ນການກຳນົດທິດວິຊາຊີບທີ່ມີຈິດຕະກຳ, ການອອກແບບຊຸດອາພອນ, ອອກແບບອຸດສາຫະກຳ. ພວກນ້ອງມີຄວາມເມົາມົວກັບວິຊານີ້ ແລະໄດ້ແຕ້ມກ່ຽວກັບໝູ່ບ້ານອາຊີບຂອງຕົນເອງ. ຢູ່ແຂວງດ້ຽນບຽນຊົນເຜົ່າຜູ້ໄທມີຫຼວງຫຼາຍແລະ ພົ້ນເດັ່ນຂຶ້ນແມ່ນຊຸດອາພອນປະຈຳເຜົ່າພ້ອມກັບວາດຟ້ອນແຊ. ດັ່ງນັ້ນໃນຊົວໂມງຮຽນທີ່ມີເນື້ອໃນກ່ຽວກັບເຜົ່າຜູ້ໄທນັ້ນ, ພວກເພື່ອນນັກຮຽນໃນຫ້ອງກໍ່ນຸ່ງຊຸດອາພອນເຜົ່າຜູ້ໄທ, ພວກນ້ອງເມົາມົວຮຽນທີ່ສຸດ”.

        ການປະສົມປະສານລະດັບຄວາມຮູ້ໃນຫຼັກສູດປຶ້ມແບບຮຽນດ້ວຍບັນດາເລື່ອງລາວກ່ຽວກັບບ້ານເກີດເມືອງນອນໝູ່ບ້ານຂອງ19ເຜົ່າພວມດຳລົງຊີວິດໃນບໍລິເວນກໍ່ແມ່ນວິທີເຮັດທີ່ດີ ຊ່ວຍນັກຮຽນເພີ່ມຄວາມເຂົ້າໃຈກ່ຽວກັບວັດທະນະທຳບັນດາເຜົ່າຂອງແຂວງ ດ້ຽນບຽນ. ຈາກນັ້ນເປັນການເສີມສ້າງຄວາມເອກອ້າງທະນົງໃຈ ສະຕິຮັກສາເສີມຂະຫຍາຍສີສັນວັດທະນະທຳຂອງພວກນ້ອງນັກຮຽນນັບແຕ່ເວລາເປັນນັກຮຽນ.

ຕອບກັບ