ເສີມຂະຫຍາຍຄຸນຄ່າວັດທະນະທຳທະເລໝູ່ເກາະຫວຽດນາມ

Chia sẻ
(VOVWORLD) -      ຫວຽດນາມ ມີຝັ່ງທະເລຍາວກວ່າ 3.260 ກິໂລແມັດ ຈາກເມືອງມ໋ອງກ້າຍ ແຂວງກວາງນິງ ຫາ ຮ່າຕຽນແຂວງກຽນຢາງ ແລະ ເກາະນ້ອຍໃຫຍ່ນັບພັນແຫ່ງ. ດ້ວຍຈຸດພິເສດຂອງທີ່ຕັ້ງພູມສາດ, ຜ່ານຂະບວນວິວັດແຫ່ງການດຳລົງຊີວິດໂດຍຕິດພັນກັບທະເລ, ຊາວຫວຽດນາມ ມີລະບົບມໍລະດົກວັດທະນະທຳທາງທະເລ, ໝູ່ເກາະທີ່ຫຼາກຫຼາຍສີສັນ ດ້ວຍວັດທະນະທຳທີ່ເປັນວັດຖຸ ແລະ ບໍ່ເປັນວັດຖຸຫຼາຍປະເພດ
ເສີມຂະຫຍາຍຄຸນຄ່າວັດທະນະທຳທະເລໝູ່ເກາະຫວຽດນາມ - ảnh 1ພິທີໄຂງານບຸນໄຫວ້ບູຊາທະເລໝີລອງປີ 2023

     ຕອນຄ່ຳວັນທີ 27 ມິຖຸນາຢູ່ເທດສະບານໝີລອງເມືອງເກົ່າງາງແຂວງຈ໋າວິງໄດ້ຈັດງານບຸນໄຫວ້ບູຊາທະເລໝີລອງປີ 2023. ນີ້ແມ່ນງານບຸນອັນເປັນປະເພນີເຊິ່ງຊາວປະມົງເຂດທະເລຈ໋າວິງເຄີຍຈັດຕັ້ງໃນແຕ່ລະປີເພື່ອສະແດງຄວາມຮູ້ບຸນຄຸນຂອງຊາວປະມົງຕໍ່ທະເລພ້ອມທັງພາວະນາໃຫ້ທະເລບໍ່ເກີດພະຍຸລົມແຮງ, ທະເລມີປາກຸ້ງຢ່າງຫຼວງຫຼາຍ ນຳຊີວິດທີ່ອີ່ມໝຳສຳລານໃຫ້ແກ່ປະຊາຊົນ. ປີນີ້ພ້ອມກັບຂັ້ນຕອນຈັດພິທີ, ຂັ້ນຕອນຈັດບຸນຂອງງານບຸນໄຫວ້ບູຊາທະເລໝີລອງກໍ່ມີການເຄື່ອນໄຫວທີ່ເປັນເອກະລັກຫຼາຍຢ່າງ. ທ່ານເລິມຫິວຟຸກຮອງຫົວໜ້າພະແນກວັດທະນະທຳກິລາແລະທ່ອງທ່ຽວແຂວງຈ໋າວິງໃຫ້ຮູ້ວ່າ:

   “ງານບຸນໄຫວ້ບູຊາທະເລໝີລອງແມ່ນຈຸດທີ່ເປັນເອກະລັກສະເພາະມີສີສັນວັດທະນະທຳຂອງພໍ່ແມ່ພີ່ນ້ອງເຂດທະເລ. ການເຄື່ອນໄຫວຂອງງານບຸນໄດ້ຊ່ວຍໃຫ້ແຂກທ່ອງທ່ຽວທັງຢູ່ໃກ້ ແລະໄກ, ບັນດາບໍລິສັດທ່ອງທ່ຽວສາມາດຂຸດຄົ້ນແລະນຳແຂກທ່ອງທ່ຽວມາຢ້ຽມຊົມທັດສະນະສຶກສາ”.

   ງານບຸນໄຫວ້ບູຊາທະເລໝີລອງແມ່ນໜຶ່ງໃນຈຳນວນ 195 ງານບຸນປະເພນີຢູ່ບັນດາເຂດທະເລໝູ່ເກາະຫວຽດນາມ. ພ້ອມກັບລະບົບບັນດາງານບຸນປະເພນີ, 28 ແຂວງແລະນະຄອນທີ່ມີທະເລຢູ່ ຫວຽດນາມກໍ່ຍັງມີຫຼາຍກວ່າ 150 ໝູ່ບ້ານອາຊີບຫັດຖະກຳແຄມທະເລດ້ວຍມໍລະດົກວັດທະນະທຳອາຫານການກິນວັດທະນະທຳການນຸ່ງຖື, ວັດທະນະທຳການພັກຢູ່ອາໄສ, ການຟ້ອນລຳທຳເພງ... ໃນຊຸມປີມໍ່ໆມານີ້ບັນດາຮີດຄອງປະເພນີງານບຸນເຂດທະເລໝູ່ເກາະ ຫວຽດນາມ  ໄດ້ຮັບການລົງທຶນຟື້ນຟູໃຫ້ກາຍເປັນການເຄື່ອນໄຫວວັດທະນະທຳທີ່ເປັນເອກະລັກຂອງຊາວປະມົງເຂດທະເລ. ນັ້ນແມ່ນບັນດາງານບຸນຕິດພັນກັບອາຊີບທະເລ, ດ້ວຍບັນດາປະເພດມໍລະດົກວັດທະນະທຳບໍ່ເປັນວັດຖຸທີ່ພົ້ນເດັ່ນຄືງານບຸນພາວະນາໃຫ້ການປະມົງໄດ້ຮັບຜົນດີ, ງານບຸນໄຫວ້ບູຊາປາວານ, ງານບຸນຊົນຄວາຍໂດ່ເຊີນ, ງານບຸນວິຫານດົກເກືອກ, ງານບຸນວິຫານບ່າຈ້ຽວ... ເປັນຄັ້ງທຳອິດມາຢ້ຽມຢາມເກາະຫຼີເຊີນແຂວງກວ໋າງຫງາຍ,  ອ້າຍເຈິ່ນແທັງເໝິນ ໃຫ້ຮູ້ວ່າ:

   “ກວ໋າງຫງາຍບໍ່ພຽງແຕ່ມີຝັ່ງທະເລທີ່ງົດງາມດ້ວຍບັນດາທິວທັດທຳມະຊາດທີ່ເປັນເອກະລັກ. ມາຢາມກວ໋າງຫງາຍຂ້າພະເຈົ້າມີໂອກາດໄດ້ຄົ້ນຫາບັນດາຈຸດທີ່ເປັນເອກະລັກຂອງມໍລະດົກວັດທະນະທຳທະເລໝູ່ເກາະຕິດພັນກັບອະທິປະໄຕໝູ່ເກະ ຮວ່າງຊາແລະເຈື່ອງຊາ, ວັດທະນະທຳຊາຮວິ່ງ, ກຳປັ່ນບູຮານຈົມໃຕ້ນ້ຳ...ພ້ອມກັນນັ້ນກໍ່ມີສາງວັດທະນະທຳພື້ນເມືອງທີ່ເປັນເອກະລັກອື່ນໆ”.

ເຂດທະເລໝູ່ເກາະຫວຽດນາມຍັງມີປູຊະນີຍະສະຖານຫຼາຍກວ່າ 1.000 ແຫ່ງໄດ້ຮັບການຢັ້ງຢືນ. ບັນດາປູຊະນີຍະສະຖານປະຫວັດສາດວັດທະນະທຳແລະທິວທັດທຳມະຊາດກໍ່ມີຫຼາຍຮູບຫຼາຍສີອຸດົມສົມບູນທັງເຂັ້ມຂົ້ນໄປດ້ວຍລົມຫາຍໃຈຂອງທະເລທັງຕິດພັນກັບອູ່ວັດທະນະທຳຢູ່ດິນຕໍ່ແຜ່ນເຊິ່ງເປັນການຢັ້ງຢືນຄຸນງາມຄວາມດີໃນການເປີດກວ້າງ ສ້າງສາປະເທດຊາດຂອງຄົນລຸ້ນກ່ອນໆ. ນັ້ນແມ່ນບັນດາກິດຈະກຳກໍ່ສ້າງຕິດພັນກັບການເຫຼື້ອມໃສສາສະໜາໄຫວ້ບູຊາຜູ້ທີ່ມີຄຸນງາມຄວາມດີໃນການຕີສັດຕູເພື່ອປົກປັກຮັກສາເຂດທະເລໝູ່ເກາະ ຊ່ວຍໃຫ້ປະຊາຊົນຄົ້ນຫາທະເລໝູ່ເກາະຫຼືຮັບໃຊ້ຄວາມຕ້ອງການດ້ານຈິດວິນຍານຂອງຊາວປະມົງ. ທ່ານງຽມຈ້ອງລວານ ຮອງປະທານຄະນະກຳມະການປະຊາຊົນຕາແສງຈ໋າໂກ໋ ນະຄອນໝອງກ໊າຍໃຫ້ຮູ້ວ່າ :

   “ປັດຈຸບັນຊີວິດການເປັນຢູ່ຂອງປະຊາຊົນຈ໋າໂກ໋ ຍັງຄົງຮັກສາມູນເຊື້ອມາແຕ່ດົນນານຈາກຂະແໜງອາຊີບຫັດຖະກຳຕະຫຼອດຮອດບັນດາການເຄື່ອນໄຫວວັດທະນະທຳທີ່ມີມາແຕ່ດົນນານ. ບັນດາການເຄື່ອນໄຫວຖືກຈັດຂຶ້ນໃນແຕ່ລະວັນແມ່ນປັດໄຈປະກອບສ່ວນຮັກສາສີສັນບ້ານເກີດເມືອງນອນ ພ້ອມທັງຊຸກຍູ້ການເຄື່ອນໄຫວທ່ອງທ່ຽວໃນບໍລິເວນ”.

    ບັນດາມໍລະດົກວັດທະນະທຳໃນເຂດທະເລໝູ່ເກາະຫວຽດນາມ ມີບົດບາດສຳຄັນໃນການກຳນົດບັນດາຄຸນຄ່າວັດທະນະທຳພື້ນເມືອງ ແລະຢັ້ງຢືນອະທິປະໄຕທີ່ສັກກາລະບູຊາຂອງປະເທດຊາດ. ໃນໄລຍະທີ່ຜ່ານມາລັດຫວຽດນາມໄດ້ເອົາໃຈໃສ່ເຖິງວຽກງານສຳຫຼວດ ກວດກາສ້າງສຳເນົາເອກະສານຢັ້ງຢືນບັນດາປູຊະນີຍະສະຖານຄົ້ນຄວ້າເກັບກຳມໍລະດົກວັດທະນະທຳບໍ່ເປັນວັດຖຸ. ທ່ານນາງຈິ້ງທິຖຸຍ ຮອງລັດຖະມົນຕີກະຊວງວັດທະນະທຳກິລາແລະທ່ອງທ່ຽວ ຊີ້ແຈ້ງວ່າ:

  “ກອງປະຊຸມຄັ້ງທີ 13 ຂອງພັກໄດ້ກຳນົດການພັດທະນາມະນຸດຢ່າງຮອບດ້ານແລະກໍ່ສ້າງພື້ນຖານວັດທະນະທຳຫວຽດນາມທີ່ກ້າວໜ້າເຂັ້ມຂົ້ນໄປດ້ວຍສີສັນຊາດເພື່ອວັດທະນະທຳກາຍເປັນກຳລັງແຮງພາຍໃນ, ເປັນກຳລັງໜູນພັດທະນາ ແລະ ປົກປັກຮັກສາປະເທດຊາດ”.

      ການອະນຸລັກຮັກສາບັນດາຄຸນຄ່າວັດທະນະທຳທະເລ, ໝູ່ເກາະ ໄດ້ປະກອບ ສ່ວນສ້າງເຂດວັດທະນະທຳທີ່ຫຼາກຫຼາຍສີສັນ, ເປັນເອກະລັກແລະອຸດົມ ສົມບູນ, ເຊື່ອມຕໍ່ລະຫວ່າງທັນສະໄໝ ແລະ ປະເພນີ; ເຮັດໃຫ້ປະຊາຊົນນັບມື້ນັບມີໂອກາດເຂົ້າເຖິງ ແລະ ຊົມໃຊ້ບັນດາຄຸນຄ່າວັດທະນະທຳທະເລ, ໝູ່ເກາະ... ດ້ວຍເຫດນັ້ນ, ການທ່ອງທ່ຽວວັດທະນະທຳທະເລ ແລະ ໝູ່ເກາະ ຫວຽດນາມ ນັບມື້ນັບພັດທະນາ, ປະກອບສ່ວນໂຄສະນາພາບພົດຂອງປະເທດຊາດແລະຊາວ ຫວຽດນາມຕໍ່ເພື່ອນມິດສາກົນພ້ອມທັງຢັ້ງຢືນອະທິປະໄຕ ເຂດທະເລ, ໝູ່ເກາະຂອງປະເທດຊາດ.

ຕອບກັບ