ຜູ້ກຳກັບການສະແດງ ດັ້ງເຢິດມິງ ໄດ້ຮັບລາງວັນໃຫຍ່ບຸ່ຍຊວນຝາຍ - ເພື່ອຄວາມຮັກຮ່າໂນ້ຍຄັ້ງທີ 16 |
ລາງວັນໃຫຍ່ບຸ່ຍຊວນຝາຍ - ເພື່ອຄວາມຮັກຮ່າໂນ້ຍຄັ້ງທີ 16 ເຊິ່ງທ່ານໄດ້ຮັບເມື່ອວັນທີ 5 ຕຸລາທີ່ຜ່ານມາແມ່ນຄວາມເບີກບານໃຈອັນໃຫຍ່ຫຼວງສຳລັບຜູ້ກຳກັບສະແດງດັ້ງເຢິດມິງ. ນີ້ກໍ່ແມ່ນຈຸດເວລາດຳເນີນ “ເດືອນຮູບເງົາດັ້ງເຢິດມິງ”. ຜູ້ກຳກັບການສະແດງດັ້ງເຢິດມີງເປີດເຜີຍວ່າ:
“ຮ່າໂນ້ຍແມ່ນຄວາມຮັກຂ້າພະເຈົ້າແມ່ນແຫ່ງທີ່ຂ້າພະເຈົ້າມີຄວາມຜູ້ກພັນມາເປັນເວລາກວ່າ 60 ປີ. ລາງວັນບຸ່ຍຊວນຝາຍ - ເພື່ອຄວາມຮັກຮ່າໂນ້ຍເຊິ່ງຂ້າພະເຈົ້າໄດ້ຮັບຄັ້ງນີ້ກໍ່ເປັນການຮັບຮູ້ໃຫ້ແກ່ຄວາມຮັກນີ້ໃນຈິດໃຈຂອງຂ້າພະເຈົ້າ. ຄວາມຮັກນີ້ໄດ້ສະແດງອອກຜ່ານຮູບເງົາເຊິ່ງຂ້າພະເຈົ້າໄດ້ສ້າງຂຶ້ນກ່ຽວກັບຮ່າໂນ້ຍ”.
ໃນພາລະກິດຮູບເງົາເຊິ່ງປະກອບດ້ວຍຫຼາຍຮູບເງົາທີ່ມີຊື່ສຽງທັງຢູ່ພາຍໃນປະເທດແລະສາກົນ, ສິລະປິນປະຊາຊົນດັ້ງເຢິດມິງ ໄດ້ມີຮູບເງົາ 5 ເລື່ອງກ່ຽວກັບຮ່າໂນ້ຍແລະຊາວຮ່າໂນ້ຍຄື: “ຮ່າໂນ້ຍຍາມລະດູໜາວປີ 1946”; “ລະດູໝາກສີດາ”; “ກັບຄືນເມືອ” “ຢ່າຈູດເຜົາ” ແລະໃນມໍ່ໆມານີ້ແມ່ນຮູບເງົາທີ່ມີຊື່ວ່າ “ດອກຊ້ອນ”.
ຮູບເງົາແຕ່ລະເລື່ອງກໍ່ເປັນຂີດໝາຍຄວາມສຳເລັດຜົນຂອງທ່ານອາດຈະເວົາເຖິງຄືຮູບເງົາທີ່ມີຊື່ວ່າ “ຮ່າໂນ້ຍຍາມລະດູໜາວປີ 1946” ເຊິ່ງໄດ້ຖືກສາຍທີ່ງານມະຫາກຳຮູບເງົາໂຕໂຣນໂຕເມື່ອເດືອນທັນວາປີ 1997 ແລະ ງານມະຫາກຳຮູບເງົາສາກົນສິງກະໂປເມືອເດືອນເມສາປີ 1998. ຮູບເງົາ “ລະດູໝາກສີດາ” ໄດ້ຮັບລາງວັນດອກບົວຄຳທີ່ງານມະໂຫລານຮູບເງົາເມື່ອປີ 2001…ນັກກະວີ ບັງຫວຽດ ປະທານສະພາໃຫ້ຄະແນນແກ່ລາງລາງວັນບຸ່ຍຊວນຝາຍ - ເພື່ອຄວາມຮັກຮ່າໂນ້ຍຄັ້ງທີ 16 ຖືວ່າ:
“ຈາກຮູບເງົາ “ຮ່າໂນ້ຍຍາມລະດູໜາວປີ 1946” ຕະຫຼອດຮອດບັນດາຮູບເງົາໃນໄລຍະຕໍ່ມາຂອງດັ້ງເຢິດມິງ ກໍ່ລ້ວນແຕ່ສະແດງໃຫ້ເຫັນຄວາມຮັກຮ່າໂນ້ຍຢ່າງເລິກເຊິ່ງ. ຊີວິດຂອງຜູ້ກຳກັບການສະແດງດັ້ງເຢິດມິງໄດ້ຕິດພັນກັບຮ່າໂນ້ຍ ດັ່ງນັ້ນແຕ່ລະແງ່ມູມໃນຮູບຂອງທ່ານກໍ່ລ້ວນແຕ່ມີລົມຫາຍໃຈຂອງຮ່າໂນ້ຍເຊິ່ງໄດ້ເລີ່ມຈາກຄວາມຮກຮ່າໂນ້ຍ”.
ດັ້ງເຢິດມິງເກີດປີ1938 ຢູ່ແຂວງເທື່ອທຽນເຫວ້. ສຳລັບເຫວ້ແລ້ວທ່ານພຽງດຳລົງຊີວິດໃນຊຸມວັນເດືອນປີຄາວເຍົາໄວ. ໃນຂະນັ້ນທ່ານໄດ້ຕິດພັນກັບຮ່າໂນ້ຍໃນຕະຫຼອດ 60 ປີທີ່ຜ່ານມາ. ຮ່າໂນ້ຍເອງໄດ້ສ້າງເປັນສິລະປິນດັ້ງເຢິດມິງເຊິ່ງແມ່ນຜູ້ປະກອບອາຊີບເຮັດຮູບເງົາ
ໃນຮູບເງົາເລື່ອຕ່າງໆຂອງດັ້ງເຢິດມິງ ຜູ້ຊົມສາມາດເຫັນນະຄອນຫຼວງຮ່າໂນ້ຍໃນໄລຍະກ່ອນນີ້ມີຄວາມສະຫງົບສຸກດ້ວຍຊາວຮ່າໂນ້ຍທີ່ລື້ງເຄີຍ. ສຳລັບທ່ານແລ້ວ ເມື່ອເຮັດຮູບເງົາກ່ຽວກັບຮ່າໂນ້ຍ ສິ່ງທີ່ສຳຄັນທີ່ສຸດແມ່ນຕ້ອງເວົ້າເຖິງທາງໃນຂອງຊາວຮ່າໂນ້ຍຢັ້ງຢືນຄວາມງາມທາງດ້ານຈິດວິນຍານຂອງຊາວຮ່າໂນ້ຍ. ຜູ້ກຳກັບການສະແດງ ດັ້ງເຢິດມິງ ໄດ້ແບ່ງປັນກ່ຽວກັບດອກຊ້ອນເຊິ່ງແມ່ນຂອງຂວັນທີ່ທ່ານໄດ້ສະຫງວນໃຫ້ແກ່ຮ່າໂນ້ຍເມື່ອມີອາຍຸ 80 ປີປາຍວ່າ
:”ນີ້ແມ່ນຮູບເງົາທີ່ເວົ້າເຖິງຊາວຮ່າໂນ້ຍ ເຊິ່ງແມ່ນບັນດາຜູ້ທີ່ໃນແຕ່ລະວັນພວກເຮົາໄດ້ພົບຢູ່ຕາມຖະໜົນຫົນທາງດ້ວຍຄວາມສຸກຄວາມໂສກເສົ້າຄາມເປັນຫວ່ງເປັນໄຍໃນຊີວິດ. ເຂົາເຈົ້າແມ່ນບັນດາຜູ້ໄດ້ສ້າງແຫຼ່ງບັນດານໃຈໃຫ້ແກ່ພວກຂ້າພະເຈົ້າເພື່ອສາມາດສ້າງຮູບເງົານີ້ໄດ້”.
ດ້ວຍຄວາມຜູກພັນ ຄວາມເຂົ້າໃຈ ແລະ ຄວາມຮັກຮ່າໂນ້ຍເປັນເວລາ 60 ປີ, ອະນຸສອນເຫຼົ່ານັ້ນໄດ້ເຮັດໃຫ້ທ່ານມີຄວາມສະດຸ້ງໃຈແລະທ່ານໄດ້ສະແດງອອກຜ່ານບັນດາຮູບເງົາຂອງທ່ານໃນນັ້ນຮ່າໂນ້ຍຖືກວາດພາບແບບລຽບງ່າຍແຕ່ປຽບເໝືອນຮູບພາບຫຼາກຫຼາຍສີສັນເຮັດໃຫ້ຜູ້ຊົມຢາກຄົ້ນຫາຊອກຮູຄວາມງາມທີ່ຊ້ອນແຝງຢູ່ພາຍໃນ.