ບາງຮູບພາບໃນຮູບເງົາເລື່ອງ “ຍາມໃດຮອດເດືອນຕຸລາ” |
ຕາມບັນດານັກຊ່ຽວຊານແລ້ວ, ຮູບເງົາເອກະສານ, ຮູບເງົາເລື່ອງມີສ່ວນກ່ຽວຂ້ອງຢ່າງສະໜິດແໜ້ນເຖິງວິວັດທະນາການປະຫວັດສາດ ການເມືອງ, ວັດທະນະທຳ ເສດຖະກິດ ວິທະຍາສາດຂອງປະເທດຊາດ. ຮູບເງົາເອກະສານ ກໍ່ປຽບເໝືອນຮູບພາບຂອງປະເທດຊາດ ແລະ ຊາວຫວຽດນາມ, ແຕ່ຮູບເງົາເອກະສານຖືກຜະລິດດ້ວຍວັດຖຸທີ່ມີອາຍຸຖືກຈຳກັດ ຕ້ອງການມີການຮັກສາຢ່າງເຄັ່ງຄັດ ກໍ່ຄືການລົງທຶນໂດຍບໍ່ຈຳກັດນັບທັງເງິນທຶນ ແລະ ເຫື່ອແຮງຂອງມະນຸດ. ດັ່ງນັ້ນ ການເກັບຮັກສາບັນດາຮູບເງົາເອກະສານເຫຼົ່ານີ້ຄວນໄດ້ຮັບຖືເປັນສຳຄັນແຖວໜ້າ. ຜູ້ກຳກັບການສະແດງ ຫງວຽນຮວ່າງດຽບ ມີຄຳເຫັນດັ່ງນີ້:
“ຮູບເງົາແມ່ນປະເພດມໍລະດົກວັດຖຸເອກະສານທີ່ມີຈຸດພິເສດສະເພາະ ມີພາສາຂອງມັນ ນັ້ນແມ່ນພາສາ, ວັດສະດຸສິ່ງແວດລ້ອມຕ່າງຫາກ, ເງື່ອນໄຂເປັນຕາຍຂອງມັນກໍ່ມີຄວາມແຕກຕ່າງ. ດັ່ງນັ້ນ ການເກັບຮັກສາກໍ່ແຕກຕ່າງ ເມື່ອທຽບໃສ່ປະເພດອື່ນໆ. ອົງການຮັກສາສຳເນົາແຫ່ງລັດໄດ້ປະຕິບັດວຽກງານນີ້ເປັນຢ່າງດີ ແຕ່ການສືບຕໍ່ແຕ່ງຮູບເງົາເກົ່າເປັນຮູບເງົາໃໝ່ນັ້ນ, ບັນດານັກຊຽວຊານຢູ່ສະຖານບັນຮູບເງົາກໍ່ມີພະນັກງານບໍ່ພຽງພໍ, ເຂົາເຈົ້າສາມາດຊ່ວຍເຫຼືອວຽກງານນີ້ໄດ້ ຫຼື ບໍ່ ແລະ ລັດຈະມີງົບປະມານພຽງພໍ ຫຼື ບໍ່ ເພື່ອສືບຕໍ່ປະຕິບັດວຽກງານນີ້ ກໍ່ແມ່ນຄວາມສົນໃຈທີ່ສຸດ”.
ບັນດານັກຊ່ຽວຊານຖືວ່າ ການຫັນຮູບເງົາເປັນດີຈີຕອນ ກໍ່ແມ່ນວິທີການແກ້ໄຂຢ່າງຮີບດ່ວນ ຊ່ວຍຫຼຸດຜ່ອນແກ້ໄຂການສູນຫາຍຂອງຮູບເງົາທີ່ໄດ້ຖືກເສື່ອມຄຸນນະພາບ. ແຕ່ໃນພາກພື້ນອາຊີ, ຫວຽດນາມ ມີລະດັບຫັນຮູບເງົາເປັນດີຈີຕອນຊັກຊ້າກວ່າ ເມື່ອທຽບໃສ່ປະເທດອື່ນໆ. ນັກກຳກັບການສະແດງຮູບເງົາ ຫວຽນແທັງເວິນ ໃຫ້ຮູ້ວ່າ:
“ການຫັນຮູບເງົາເປັນດີຈີຕອນໄດ້ພຽງ 40%, ການຂາຍລິຂະສິດຮູບເງົາເຫຼົ່ານັ້ນ ໃຫ້ແກ່ຜູ້ຈຳໜ່າຍຮູບເງົາ ຜ່ານທາງເຄືອຂ່າຍອິນເຕີເນັດ, ດັ່ງນັ້ນ ຄວາມຕ້ອງການແມ່ນຕ່ຳທີ່ສຸດ ແຕ່ການຂາຍລິຂະສິດພຽງຮັບໃຊ້ທາງເຄືອຂ່າຍເທົ່ານັ້ນ. ການຫັນເປັນດີຈີຕອນ ພຽງແຕ່ແມ່ນການຈົດກ່າຍບັນທຶກຄືນ ແຕ່ບໍ່ແມ່ນການອະນຸລັກຮັກສາ. ສຳລັບການອະນຸລັກຮັກສາຢ່າງແທ້ຈິງກໍ່ຕ້ອງມີເຕັກໂນໂລຊີໃໝ່ ສາມາດເກັບຮັກສາຮູບພາບທີ່ງົດງາມທີ່ສຸດ ທີ່ໄດ້ເກັບຮັກສາໄວ້ໃນຄວາມຊົງຈຳຂອງທຸກໆຄົນ”.
ທ່ານ ປອ ເຈິ່ນຮວ່າຍ ນັກຄົ້ນຄວ້າທາງດ້ານມະນຸດວິທະຍາ ວັດທະນະທຳ ແລະ ມໍລະດົກວິທະຍາຖືກວ່າ ຫວຽດນາມ ຄວນຢັ້ງຢືນບັນດາລາຍຊື່ບັນດາຮູບເງົາເອກະສານອັນລ້ຳຄ່າ ເພື່ອແນໃສ່ນຳສະເໜີບັນດານະໂຍບາຍລະອຽດໃນການແຕ່ງເປັນຮູບເງົາໃໝ່ ແລະ ອະນຸລັກຮັກສາຮູບເງົາ. ທ່ານ ປອ ເຈິ່ນຮວ່າຍ ເວົ້າວ່າ:
“ນັບແຕ່ຊຸມປີ 1980, Unesco ໄດ້ມີຂໍ້ສະເໜີໃນການອະນຸລັກຮັກສາ ບັນດາຮູບພາບເອກະສານ ໃນນັ້ນມີບັນດາຮູບເງົາ. ຕໍ່ຈາກນັ້ນຮອດປີ 1992 Unesco ໄດ້ມີໂຄງການອະນຸລັກຮັກສາບັນດາມໍລະດົກ ວັດຖຸເອກະສານໃນໂຄງການ “ຄວາມຊົງຈຳຂອງໂລກ” ໃນນັ້ນບັນດາຮູບເງົາໄດ້ຮັບຖືວ່າ ເປັນໜຶ່ງໃນບັນດາແຫຼ່ງມໍລະດົກເອກະສານທີ່ສຳຄັນ ແລະ ຮູບເງົາຫຼາຍເລື່ອງໄດ້ຮັບການເຊີດຊູໃນໂຄງການອະນຸລັກຮັກສາມໍລະດົກເອກະສານນີ້”.
ເມື່ອເນັ້ນໜັກເຖິງຄວາມສຳຄັນຂອງລັດໃນວຽກງານອະນຸລັກຮັກສາຮູບເງົາເອກະສານ, ຮອງສາດສະດາຈານ ປອ ເຈິ້ນຈ້ອງເຢືອງ ສັງກັດສະຖາບັນຄົ້ນຄວ້າພາສາຫວຽດເດີມ ສະເໜີວ່າ:
“ວຽກງານອະນຸລັກຮັກສາຮູບເງົາເອະສານ ຫຼື ອະນຸລັກຮັກສາມໍລະດົກເວົ້າລວມ ຄວນຂຶ້ນກັບນະໂຍບາຍຂອງລັດ, ຕ້ອງການມີແຫຼ່ງກຳລັງທີ່ໃຫຍ່ຫຼວງພ້ອມກັບຄວາມເຫັນດີເຫັນພ້ອມທັງໝົດ. ຂ້າພະເຈົ້າຄິດວ່າ ຕ້ອງມີຍຸດທະສາດຈາກຂະແໜງຮູບເງົາ ເພື່ອມີຄຳປຶກສາດ້ານນະໂຍບາຍຕໍ່ພັກ ແລະ ລັດ ໃຫ້ແກ່ວຽກງານອະນຸລັກຮັກສາມໍລະດົກຮູບເງົາຢູ່ ຫວຽດນາມ”.
ພື້ນຖານຮູບເງົາ ຫວຽດນາມ ເຖິງວ່າຍັງຖືກຈຳກັດກໍ່ຕາມ ແຕ່ໄດ້ຮັບຄວາມສົນໃຈຈາກໂລກດ້ວຍຮູບເງົາທີ່ໂດດເດັ່ນຫຼາຍເລື່ອງ. ດັ່ງນັ້ນ ຫວຽດນາມ ແນ່ນອນວ່າ ຄວນມີມາດຕະການແກ້ໄຂໃນການຮັກສາແຕ່ງຮູບເງົາເກົ່າເປັນຮູບເງົາໃໝ່ ຍ້ອນແມ່ນມໍລະດົກເອກະສານພິເສດ ຄວນໄດ້ຮັບການອະນຸລັກຮັກສາຢ່າງຮີບດ່ວນ.