ຮັກສາມໍລະດົກກຸງເກົ່າ ເຫວ້ ໃຫ້ຄົນລຸ້ນຫຼັງ

Vinh Phong
Chia sẻ
(VOVWORLD) -ກຸ່ມປູຊະນີຍະສະຖານກຸງເກົ່າ ເຫວ້ ແມ່ນມໍລະດົກເປັນວັດຖຸທຳອິດຂອງ ຫວຽດນາມ ຖືກອົງການUnescoຮັບຮອງແມ່ນມໍລະດົກໂລກ. ນັບແຕ່ເວລາໄດ້ຮັບການຮັບຮອງເມື່ອເດືອນທັນວາ ປີ 1993 ເປັນເວລາ 30 ປີ, ກຸ່ມປູຊະນີຍະສະຖານກຸງເກົ່າເຫວ້ແມ່ນໜຶ່ງໃນບັນດາເຂດປູຊະນີຍະສະຖານໄດ້ຮັບການອະນຸລັກຮັກສາຢ່າງມີປະສິດທິຜົນທີ່ສຸດນັບທັງທາງດ້ານໂຄງສ້າງກໍ່ຄືບັນດາກິດຈະກຳມໍລະດົກບໍ່ເປັນວັດຖຸອື່ນໆ
ຮັກສາມໍລະດົກກຸງເກົ່າ ເຫວ້ ໃຫ້ຄົນລຸ້ນຫຼັງ - ảnh 1ປະຕູໂຂງ ເງາະມົນ ຂອງພະລາດຊະວັງເຫ້ວ

    ກ່ອນຈຸດເວລາໄດ້ຮັບການຮັບຮອງແມ່ນມໍລະດົກວັດທະນະທຳໂລກ, ກຸ່ມປູຊະນີຍະສະຖານກຸງເກົ່າ ເຫວ້ມີປະມານ 850 ກິດຈະກຳສະຖາປັດຕະຍະກຳແຕ່ມີພຽງ 460 ກິດຈະກຳຍັງມີຄຸນນະພາບສ່ວນບັນດາປູຊະນີຍະສະຖານອື່ນໆໄດ້ຖືກເສື່ອມຄຸນນະພາບແລະ 80% ບັນດາກິດຈະກຳແມ່ນຕ້ອງໄດ້ຮັບການບູລະນະປະຕິສັງຂອນຢ່າງຮີບດ່ວນ.ລັດຖະບານຫວຽດນາມໄດ້ເຊັນອະນຸມັດແຜນຜັງອະນຸລັກແລະເສີມຂະຫຍາຍຄຸນຄ່າປູຊະນີຍະສະຖານກຸງເກົ່າເຫວ້ໄລຍະປີ 1996  - 2010 ດ້ວຍຍອດເງິນລົງທຶນ 720 ຕື້ດົ່ງ ເພື່ອຮັກສາບູລະນະປະຕິສັງຂອນຫຼາຍກວ່າ 80 ກິດຈະກຳທີ່ສຳຄັນ. ຕໍ່ຈາກນັ້ນ ລັດຖະບານໄດ້ເຊັນອະນຸມັດປັບປຸງແຜນຜັງອະນຸລັກ ແລະ ເສີມຂະຫຍາຍຄຸນຄ່າປູຊະນີຍະສະຖານກຸງເກົ່າເຫວ້ໄລຍະ 2010 – 2020 ດ້ວຍຍອດເງິນລົງທຶນຫຼາຍກວ່າ 2.300 ຕື້ດົ່ງ ເພື່ອບູລະນະປະຕິສັງຂອນຫຼາຍກວ່າ 170 ກິດຈະກຳ. ຍ້ອນແນວນັ້ນ ປູຊະນີຍະສະຖານຫຼາຍແຫ່ງທີ່ຖືກເສື່ອມຄຸນນະພາບ ມາຮອດປັດຈຸບັນໄດ້ຮັບການຟື້ນຟູ. ນາງໂຮ່ງອກແອັງທື ແຂກທ່ອງທ່ຽວມາຈາກນະຄອນໂຮ່ຈີມິນ ເປີດເຜີຍວ່າ:

      “ການບູລະນະປະຕິສັງຂອນແມ່ນຈຳເປັນທີ່ສຸດເພື່ອອະນຸລັກບັນດາປູຊະນີຍະສະຖານ. ຜ່ານນັ້ນລຸ້ນຄົນໃນປັດຈຸບັນສາມາດເຂົ້າໃຈແຈ້ງກ່ຽວກັບປະຫວັດສາດຂອງປະເທດຊາດ”. 

     ທ່ານຟານວັນຕ໊ວນ ຮອງຜູ້ອຳນວຍການສູນອະນຸລັກປູຊະນີຍະສະຖານ    ກຸງເກົ່າ ເຫວ້ ໃຫ້ຮູ້ວ່າ ທາງຫົວໜ່ວຍໄດ້ສ້າງແຜນຜັງອະນຸລັກບູລະນະປະຕິສັງຂອນກຸ່ມປູຊະນີຍະສະຖານກຸງເກົ່າ ເຫວ້ເຖິງປີ 2030, ວິໄສທັດເຖິງປີ 2050 ເພື່ອຍືນສະເໜີຕໍ່ກະຊວງວັດທະນະທຳ ກິລາ ແລະ ທ່ອງທ່ຽວກວດກາ ແລະ ຍື່ນສະເໜີຕໍ່ນາຍົກລັດຖະມົນຕີເຊັນອະນຸມັດ. ທ່ານກ່າວວ່າ:

      “ແຜນຜັງນີ້ຈະເປັນພື້ນຖານກຳນົດທິດໃຫ້ແກ່ກິດຈະການອະນຸລັກ ແລະ ເສີມຂະຫຍາຍບັນດາຄຸນຄ່າກໍ່ຄືຈະແກ້ໄຂບັນດາບັນຫາທີ່ຍັງຄົງຄ້າງ. ພິເສດພວກຂ້າພະເຈົ້າຈະມີການດັດປັບບັນດາເຂດທີ່ຕ້ອງການປົກປັກຮັກສາຄື ເຂດທີໜຶ່ງ,ເຂດທີສອງ ແນໃສ່ສ້າຄວາມສະຫງົບໃຫ້ແກ່ປະຊາຊົນດຳລົງຊີວິດຢູ່ເຂດມໍລະດົກ, ເປັນພື້ນຖານໃຫ້ແກ່ການອະນຸລັກບູລະນະປະຕິສັງຂອນ ເສີມຂະຫຍາຍບັນດາຄຸນຄ່າຮັບໃຊ້ແກ່ການພັດທະນາເສດຖະກິດຂອງທ້ອງຖິ່ນ”.

      ຕາມການຕີລາຄາຂອງ  Unesco ແລ້ວ,ກິດຈະການອະນຸລັກປູຊະນີຍະສະຖານກຸງເກົ່າເຫວ້ໃນປັດຈຸບັນພວມຫັນໄປສູ່ການພັດທະນາແບບຍືນຍົງ. ທ່ານ    ກຣິດສະຕຽນ ມານຮາ ຫົວໜ້າຜູ້ຕາງໜ້າ Unesco ປະຈຳຫວຽດນາມ ໄດ້ຕີລາຄາວ່າ ມີຫຼາຍມໍລະດົກໄດ້ຮັບການຟື້ນຟູ. ນີ້ແມ່ນຜົນສຳເລັດຢ່າງແທ້ຈິງແລະກິດຈະການອະນຸລັກຍັງພວມສືບຕໍ່ປະຕິບັດ. ສ່ວນທ່ານຮອງສາດສະດາຈານ ປ,ອ   ດັ້ງວັນບ່າຍ ຮອງປະທານສະພາມໍລະດົກວັດທະນະທຳແຫ່ງຊາດຖືວ່າ:

      “ສູນອະນຸລັກປູຊະນີຍະສະຖານກຸງເກົ່າເຫວ້ ໄດ້ກາຍເປັນຕົວແບບຢູ່ອາຊີຕາເວັນອອກສຽງໃຕ້ ກ່ຽວກັບການອະນຸລັກມໍລະດົກສະຖາປັດຕະຍະກຳໄມ້. ບົດຮຽນຈາກການອະນຸລັກປູຊະນີຍະສະຖານ ສະຖາປັດຕະຍະກຳໄມ້ຂອງ ລາດຊະວັງເຫວ້ ກໍ່ແມ່ນຕົວຢ່າງທີ່ເປັນຕົວແບບ. ຈາກບ່ອນຖືກຕັ້ງຢູ່ໃນສະພາວະສຸກເສີມລະດັບສາກົນຕ້ອງຂົນຂວາຍຂະບວນການຊ່ວຍເຫຼືອພິເສດ ແຕ່ມາຮອດປັດຈຸບັນໄດ້ຫັນໄປສູ່ການພັດທະນາເປັນປົກກະຕິ.”

     ມາຮອດຈຸດເວລານີ້, ແຂວງເທື່ອທຽນເຫ້ວແມ່ນທ້ອງຖິ່ນພຽງແຫ່ງດຽວຂອງຫວຽດນາມ ແລະ ອາຊີຕາເວັນອອກສ່ຽງໃຕ້ທີ່ມີ 7 ມໍລະດົກທີ່ໄດ້ຮັບການຮັບຮອງຈາກ UNESCO. ໃນນັ້ນ, ມີ 5 ມໍລະດົກສະເພາະຂອງ ເຫ້ວ , ຊຶ່ງລວມມີກຸ່ມປູຊະນີຍະສະຖານກຸ່ງເກົ່າເຫ້ວ (1993 - ມໍລະດົກເປັນວັດຖຸ), ດົນຕີໃນລາດຊະວັງ ຫວຽດນາມ (2003 - ມໍລະດົກບໍ່ເປັນວັດຖຸ), 3 ມໍລະດົກວັດຖຸເອກະສານ ນັ້ນແມ່ນແມ່ພິມເອກະສານສະໄໝ ລາຊະວົງ ຫງວຽນ (2009) , ພະລາຊະດຳລັດສະໄໝ ລາດຊະວົງຫງວຽນ (2014) ແລະ ບົດກະວີໃນ ສະຖາປັດ ຕະຍະກຳລາຊະວັງເຫ້ວ (2016). ນອກນັ້ນ, ຍັງມີ 2 ມໍລະດົກຮ່ວມກັບບັນດາທ້ອງຖິ່ນອື່ນຄື: ສິລະປະຂັບບາຍຈອຍຢູ່ພາກກາງຫວຽດນາມ ແລະ ການເຫຼື້ອມໃສບູຊາພະແມ່ຂອງຊາວຫວຽດນາມ            

         ການອະນຸລັກມໍລະດົກວັດທະນະທຳເຫ້ວກໍ ແມ່ນການອະນຸລັກຮັກສາ ຊັບສົມບັດວັດທະນະທຳ ຂອງຊາດ, ປະກອບສ່ວນປົກປັກຮັກສາ ແລະ ເຮັດໃຫ້ສາງວັດທະນະທຳຂອງມວນມະນຸດເພີ່ມຄວາມອຸດົມສົມບູນຂຶ້ນຕື່ມ. ນີ້ແມ່ນບັນດາວຽກງານລະອຽດ ເພື່ອປະຕິບັດບັນດາຄຳໝັ້ນສັນຍາກັບ UNESCO ໃນການຄຸ້ມຄອງ, ປົກປັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າມໍລະດົກວັດທະນະທຳ, ເພີ່ມທະວີການຮ່ວມມື ຫວຽດນາມ - UNESCO ເພື່ອແນໃສ່ມຸ່ງໄປສູ່ການຮັກສາ ແລະ ອະນຸລັກມໍລະດົກໃຫ້ຄົນລຸ້ນຫຼັງ.

ຕອບກັບ