ຫວຽດນາມອະນຸລັກຮັກສາ ແລະ ພັດທະນາສິລະປະຟ້ອນພື້ນເມືອງ

Ngoc Anh
Chia sẻ
(VOVWORLD) -ຟ້ອນພື້ນເມືອງແມ່ນປະເພດສິລະປະທີ່ມີມາແຕ່ດົນນານທີ່ສຸດໃນສິລະປະຟ້ອນຫວຽດນາມ. ຟ້ອນພື້ນເມືອງບໍ່ພຽງແຕ່ ຕອບສະໜອງຄວາມຕ້ອງການຮັບຊົມຂອງຜູ້ນິຍົມສິລະປະ ແລະ ການປະດິດຄິດສ້າງໃນຊີວິດທາງດ້ານຈິດໃຈຂອງປະຊາຊົນເທົ່ານັ້ນ, ຫາກຍັງສະແດງໃຫ້ເຫັນສີສັນ ວັດທະນະທຳທີ່ເປັນເອກະລັກຂອງຊາດອີກດ້ວຍ. ໃນສະພາບການທີ່ຫວຽດນາມ ພວມສ້າງພື້ນຖານວັດທະນະທຳທີ່ກ້າວໜ້າ ແລະ ເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳຂອງຊາດ, ຂະແໜງວັດທະນະທຳ ຫວຽດນາມ ໃຫ້ຄວາມເອົາໃຈໃສ່ເປັນພິເສດເຖິງວຽກງານອະນຸລັກຮັກສາ ແລະ ເສີມຂະຫຍາຍບັນດາສິ່ງທີ່ຍອດຍິ່ງຂອງປະເພດສິລະປະນີ້
ຫວຽດນາມອະນຸລັກຮັກສາ ແລະ ພັດທະນາສິລະປະຟ້ອນພື້ນເມືອງ - ảnh 1ວາດຟ້ອນແຊຂອງເຜົ່າຜູ້ໄທໃນແຂວງເຊີນລາ

    ຫວຽດນາມ ມີ 54 ຊົນເຜົ່າ ແລະ ແຕ່ລະເຜົ່າລ້ວນແຕ່ມີວາດຟ້ອນພື້ນເມືອງສະເພາະຂອງຕົນ. ບັນດາວາດຟ້ອນພື້ນເມືອງໄດ້ກຳເນີດມາຈາກການດຳເນີນຊີວິດ, ອອກແຮງງານ, ການຜະລິດ, ບັນດາສາຍພົວພັນສັງຄົມຂອງແຕ່ລະວົງຄະນາຍາດຊຸມຊົນນັ້ນ ສະແດງໃຫ້ເຫັນຄວາມປະດິດຄິດສ້າງ ແລະ ຄວາມປານີດຂອງວົງຄະນະຍາດຊຸມຊົນນັ້ນ. ນອກຈາກຈຸດທີ່ເປັນເອກະລັກສະເພາະທາງດ້ານວັດທະນະທຳຂອງບັນດາເຜົ່າ,  ຟ້ອນພື້ນເມືອງຍັງມີຄວາມເປັນເອກະລັກທາງດ້ານວັດທະນະທຳເຂດແຄ້ວນອີກດ້ວຍ. ຕາມນັ້ນແລ້ວ ວາດຟ້ອນຂອງຊາວເຂດ ເຕິຍງວຽນ ມີຄວາມອ່ອນໂຍນ. ບັນດາເຜົ່າເຂດ ເຕິຍບັກ ໝາຍເຖິງເຂດທາງທິດຕາເວັນຕົກພາກເໜືອ ພັດນິຍົມການຟ້ອນລຳທຳເພງທີ່ຟົດຟື້ນມ່ວນຊື່ນ. ສຳລັບວາດຟ້ອນຂອງຊາວ ຫວຽດນາມ ຢູ່ເຂດທົ່ງພຽງພາກເໜືອ ພັດມີຄວາມອ່ອນຊ້ອຍ ແລະ ຊັກຊ້າ. ຊາວເຜົ່າເມື່ອງມີຟ້ອນສາບ, ການເຄື່ອນໄຫວສະແດງສິລະປະພື້ນເມືອງ... ສ່ວນຊາວເຜົ່າຜູ້ໄທກໍ່ມີການຟ້ອນແຊກຸບ, ຟ້ອນແຊຜ້າແພ. ສ່ວນຊາວເຜົ່າຂະແມ ກໍ່ມີຟ້ອນໄຊອຳ, ຟ້ອນໂຣມວົງ. ຊາວເຜົ່າເອເດ ກໍ່ມີຟ້ອນກອງ ຟ້ອນຄ້ອງ. ພ້ອມກັນນັ້ນກໍ່ມີວາດຟ້ອນແບບເຫຼື້ອມໃສຄື ຟ້ອນໃນພິທີເຂົ້າຊົງຂອງຊາວ ຫວຽດນາມ, ຟ້ອນປະດັບຍົດຂອງຊາວເຜົ່າຢ້າວ, ຟ້ອນໃນພະລາດຊະວັງ

          ໃນສັງຄົມທີ່ທັນສະໄໝ ມໍລະດົກຟ້ອນພື້ນເມືອງຍັງມີບົດບາດທີ່ສຳຄັນຕໍ່ການພັດທະນາຂອງຂະແໜງຟ້ອມອາຊີບ ຫວຽດນາມ. ດັ່ງນັ້ນເລື່ອງອະນຸລັກຮັກສາສືບທອດເສີມຂະຫຍາຍຄຸນຄ່າຂອງຟ້ອມພື້ນເມືອງ ໄດ້ຮັບຄວາມເອົາໃຈໃສ່ຊຸກຍູ້ ຈາກບັນດາຂະແໜງການທີ່ມີໜ້າທີ່ຮັບຜິດຊອບ. ທ່ານ ນາງ ເຈືອງທິງອກບິກ ຫົວໜ້າພະແນກນັກສະແດງຟ້ອນສັງກັດສະຖາບັນຟ້ອນ ຫວຽດນາມ ມີຄຳເຫັນດັ່ງນີ້:

       “ຂອດທຳອິດຂອງການອະນຸລັກຮັກສາ ແມ່ນຕ້ອງເກັບຮັກສາຄົ້ນຄວ້າ ແລະ ກຳແໜ້ນຕົ້ນກຳເນີດ, ຮີດຄອງປະເພນີ ແລະ ຈັງຫວະຕ່າງໆໃນສິລະປະຟ້ອນພື້ນເມືອງ. ຢາກອະນຸລັກນັ້ນກໍ່ຕ້ອງມີຄວາມລຸລ່ວງຄົບຊຸດໃນການຄຸ້ມຄອງ ແລະ ຜັນຂະຫຍາຍປະຕິບັດ. ຄວນຈັດຕັ້ງບັນດາກອງປະຊຸມສຳມະນາ ຊຸດຝຶກອົບຮົມ ແລະ ເຊື້ອເຊີນບັນດາອາຈານທີ່ມີລະດັບວິຊາສະເພາະສູງ ເພື່ອຖ່າຍທອດລະດັບຄວາມຮູ້ກ່ຽວກັບສິລະປະບັນດາເຜົ່າ ໃຫ້ແກ່ຜູ້ເຮັດວຽກງານຟ້ອນຢ່າງຮອບດ້ານ ແລະ ເລິກເຊິ່ງກວ່າເກົ່າ

       ຕາມສິລະປິນປະຊາຊົນ ຫງວຽນວັນກວາງ ແລ້ວ ການທີ່ນຳວາດຟ້ອນພື້ນເມືອງຂອງບັນດາເຜົ່າເຂົ້າວາດຟ້ອນອາຊີບຢູ່ ຫວຽດນາມ ແມ່ນອີງໃສ່ບັນດາຫຼັກການພື້ນຖານເພື່ອຫຼີກລ້ຽງຄຸນຄ່າທີ່ມີມາແຕ່ດົນນານ ຂອງຟ້ອນພື້ນເມືອງຖືກສູນຫາຍໄປ. ສິລະປິນປະຊາຊົນ ຫງວຽນວັນກວາງ ໃຫ້ຮູ້ວ່າ:

      “ຢາກໃຫ້ທັນສະໄໝຄືແນວໃດກໍ່ຕາມ ແຕ່ບໍ່ອາດເຮັດໃຫ້ຮູບຊົງ, ພາສາ, ມູນເຊື້ອ ແລະ ສີສັນວັດທະນະທຳຂອງບັນດາເຜົ່າຖືກສູນເສຍໄປ. ສີສັນໂດຍສັງເກດໃນແງ່ມູມທາງດ້ານພາສາ ໝາຍຄວາມວ່າບັນດາຈັງຫວະຟ້ອນຖືກຫັນປ່ຽນໃຫ້ແທດເໝາະກັບຍຸກສະໄໝ ບໍ່ເຮັດໃຫ້ສີສັນຄຸນຄ່າຂອງເຜົ່ານັ້ນຖືກສູນເສຍໄປ”.

      ຜ່ານບັນດາເສັ່ນຄົນ, ປະເພດສິລະປະທີ່ເປັນເອກະລັກນີ້ ນັບມື້ຄວນໄດ້ຮັບການຮັກສາ ແລະ ພັດທະນາຢ່າງແຂງແຮງ. ທ່ານນາງ ເຈືອງທິງອກບິກ ໃຫ້ຮູ້ຕື່ມອີກວ່າ:

       “ຟ້ອນພື້ນເມືອງບັນດາເຜົ່າ ຍາມໃດກໍ່ຕ້ອງຮັກສາບົດບາດທີ່ສຳຄັນຂອງຕົນເອງ, ແມ່ນໂສມໜ້າຂອງປະເທດຊາດ ແມ່ນກຳລັງແຮງອ່ອນ, ແມ່ນກຳລັງໜູນແກ່ການພັດທະນະນາຂອງພື້ນຖານເສດຖະກິດ, ເພີ່ມທະວີອິດທິພົນຊື່ສຽງ ແລະ ທີ່ຕັ້ງບົດບາດຂອງ ຫວຽດນາມ ໃນສາຍພົວພັນສາກົນ. ແລະ ຫວຽດນາມ ມີຄວາມເອກອ້າງທະນົງໃຈ ຕໍ່ພື້ນຖານວັດທະນະທຳພື້ນເມືອງຂອງຕົນ”.

     ຮັກສາຄຸນຄ່າສີສັນວັດທະນະທຳຂອງບັນດາວາດຟ້ອນພື້ນເມືອງບັນດາເຜົ່າ, ຄວນມີຈິນຕະນາການ ແລະ ວິໄສທັດຍຸດທະສາດແກ່ການພັດທະນາຂະແໜງຟ້ອງ ຫວຽດນາມ ໂດຍອີງໃສ່ຟື້ນຖານຟ້ອນພື້ນເມືອງ. ໃນນັ້ນການລົງທຶນທາງດ້ານການເງິນ ພິເສດແມ່ນການລົງທຶນເພື່ອໃຫ້ກຳລັງສິລະປິນ ປະດິດຄິດແຕ່ງຢ່າງບໍ່ຢຸດຢັ້ງ, ຍົກສູງຄຸນນະພາບວິຊາສະເພາະ, ນຳສິລະປະຟ້ອນພື້ນເມືອງຂຶ້ນສູ່ລະດັບສູງໃໝ່ ແມ່ນການເຄື່ອນໄຫວຢ່າງແທດຈິງ. ນີ້ກໍ່ແມ່ນບັນດາວິທີການແກ້ໄຂທີ່ມີປະສິດທິຜົນເພື່ອອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າທີ່ເປັນເອກະລັກ  ຂອງຟ້ອມພື້ນເມືອງບັນດາເຜົ່າ ຫວຽດນາມ ໃນສະພາບການປັດຈຸບັນ.

ຕອບກັບ