ລາງວັນປີກວ່າວຄຳ 2023: ເຊີດຊູບັນດາຮູບເງົາ, ນັກສະແດງດີເດັ່ນຂອງພື້ນຖານຮູບເງົາຫວຽດນາມ

Vinh Phong
Chia sẻ
(VOVWORLD) -ທ້າຍອາທິດທີ່ຜ່ານມາຄືວັນທີ 9 ກັນຍາ ຢູ່ ໂຮງລະຄອນດໍ໊ ທີ່ນະຄອນຍາຈາງໄດ້ດຳເນີນພິທີມອບລາງວັນປີກວ່າວຄຳໃຫ້ແກ່ບັນດາຮູບເງົາ, ນັກສິລະປິນ, ນັກສະແດງ ຜູ້ຜະລິດຮູບເງົາທີ່ດີເດັ່ນປີ 2023. ດ້ວຍຫົວຂໍ້: “ພ້າຫຸດ່າວເລື່ອງເຫຼືອມ” ງານປະກວດຊີງລາງວັນນີ້ ແມ່ນໂອກາດເພື່ອເຊີດຊູບັນດາຮູບເງົາເລື່ອງ, ຮູບເງົາໂທລະພາບ, ກິດຈະກຳຄົ້ນຄວ້າທິດສະດີຕຳນິວິຈານຮູບເງົາແລະບັນດາຜູ້ຜະລິດຮູບເງົາ ນັກສິລະປິນ ນັກສະແດງທີ່ດີເດັ່ນໃນແຕ່ລະປີຂອງຫວຽດນາມ
ລາງວັນປີກວ່າວຄຳ 2023: ເຊີດຊູບັນດາຮູບເງົາ, ນັກສະແດງດີເດັ່ນຂອງພື້ນຖານຮູບເງົາຫວຽດນາມ - ảnh 1ຮູບເງົາ “ຂີ້ເທົ່າເຫລືອງເຫຼື້ອມ” ຂອງຜູ້ກຳກັບການສະແດງ   ບຸ່ຍທາກຈວຽນ ໄດ້ຮັບລາງວັນປີກວ່າວຄຳ

     ງານປະກວດຊີງລາງວັນປີກວ່າວຄຳປີນີ້ ໄດ້ເຕົ້າໂຮມບັນດານັກສິລະປິນ ນັກສະແດງທີ່ມີຊື່ສຽງໃນຂົງເຂດຮູບເງົາໃນທົ່ວປະເທດ. ປີນີ້ໄດ້ດຶງດູດຮູບເງົາເກືອບ 160 ເລື່ອງເຂົ້າຮ່ວມງານປະກວດ ໃນນັ້ນຮູບເງົາເລື່ອງມີ 16 ເລື່ອງ. ທີ່ພິທີມອບລາງວັນ ຄະນະຈັດຕັ້ງໄດ້ມອບ 7 ລາງວັນປີກວ່າວຄຳ, 13 ລາງງັນປີກວ່າວເງິນໃຫ້ແກ່ບັນດາລາຍການເຊິ່ງລວມມີລາຍການທິດສະດີຕຳນິວິຈານຮູບເງົາ, ຮູບເງົາເລື່ອງແລະບັນດາສ່ວນບຸກຄົນທີ່ດີເດັ່ນໃນຮູບເງົາວິທະຍາສາດແລະຮູບເງົາເອກະສານ; ຮູບເງົາແລະສ່ວນບຸກຄົນດີເດັ່ນໃນຮູບເງົາກະຕູນ, ຮູບເງົາສັ້ນ; ນັກສະແດງຍິງຊາຍທີ່ດີເດັ່ນໃນຮູບເງົາໂທລະພາບ, ຮູບເງົາເລື່ອງ… ສຳລັບຮູບເງົາເລື່ອງ ລາງວັນປີກວ່າວຄຳແມ່ນໄດ້ແກ່ຮູບເງົາທີ່ມີຊື່ວ່າ “ຂີ້ເທົ່າເຫລືອງເຫຼື້ອມ” ຂອງຜູ້ກຳກັບການສະແດງ ບຸ່ຍທາກຈວຽນ ເຊິ່ງລາວໄດ້ຝັກໄຝ່ຮູບເງົາເລື່ອງນີ້ໃນເວລາເກືອບ 10 ປີ. ໂດຍໄດ້ເອົາສະພາວະຖ່າຍທຳຢູ່ບ້ານທີ່ທຸກຍາກແຄມທະເລເຂດແຫຼມກ່າເມົາ, ເນື້ອໃນຂອງຮູບເງົາສຸມໃສ່ແມ່ຍິງສາມຄົນທີ່ມີຊີວິດຄວາມຮັກພິເສດ. ຮູບເງົາເລື່ອງນີ້ໄດ້ພາຜູ້ຊົມຄົ້ນຫາຊີວິດປະຈຳວັນ ແນວຄິດຈິດໃຈຂອງປະຊາຊົນຜູ້ທຸກຍາກຢູ່ເຂດແມ່ນ້ຳລຳເຊ. ຜູ້ກຳກັບການສະແດງຮູບເງົາ ບຸ່ຍທາກຈວຽນ ແບ່ງປັນວ່າ:

      “ເປັນໜ້າພູມໃຈຂະນະທີ່ຮູບເງົາເລື່ອງນີ້ໄດ້ຮັບລາງວັນ ຂ້າພະເຈົ້າຂໍສະແດງຄວາມຂອບໃຈຕໍ່ບັນດາເພື່ອນຮ່ວມອາຊີບ ບັນດາຜູ້ໄດ້ຜະລິດຮູບເງົາເລື່ອງນີ້ ພ້ອມກັບຂ້າພະເຈົ້າ ໃນທາມກາງຄວາມຫຍຸ້ງຍາກຍ້ອນໂຄວິດ - 19 ຄຸກຄາມ. ພິເສດຂ້າພະເຈົ້າຂໍສະແດງຄວາມຂອບໃຈຕໍ່ຜູ້ຊົມທີ່ມີຄວາມຊົມຊອບຮູບເງົາເລື່ອງນີ້. ລາງວັນປີກວ່າວຄຳໄດ້ເປັນການລະດົມກຳລັງໃຈໃຫ້ແກ່ພວກຂ້າພະເຈົ້າຫຼາຍທີ່ສຸດ”.

       ສຳລັບປະເພດຮູບເງົາໂທລະພາບ, ຮູບເງົາເລື່ອງ “ແມ່ເຣີມ” ຂອງຜູ້ກຳກັບການສະແດງ ຫງວຽນເຟືອງດ່ຽນ ໄດ້ຮັບລາງວັນຄຳ. ຮູບເງົາເລື່ອງນີ້ໄດ້ເລົ່າເຖິງການດຳລົງຊີວິດຂອງບັນດາບຸກຄົນຢູ່ໝູ່ບ້ານທີ່ທຸກຍາກໃນເຂດບ້ານນາດ້ວຍເລື່ອງລາວໃນຊີວິດອັນລຽບງ່າຍ. ຜູ້ກຳກັບການສະແດງ ຫງວຽນເຟືອງດ່ຽນໃຫ້ຮູ້ວ່າ:

       “ໂດຍໄດ້ຮັບກຽດແລະເປັນໜ້າຕື້ນຕັນໃຈ ຂະນະທີ່ຮູບເງົາເລື່ອງນີ້ໄດ້ຮັບການເຊີດຊູໃນງານປະກວດຊີງລາງວັນປີກວ່າວຄຳ 2023. ຕາງໜ້າໃຫ້ຄະນະຜະລິດຮູບເງົາ, ຂ້າພະເຈົ້າຂໍຂອບໃຈຕໍ່ນັກສະແດງທຸກໆຄົນທີ່ໄດ້ສຸມຈິດສຸມໃຈໃຫ້ແກ່ຕົວລະຄອນຂອງຕົນເພື່ອສ້າງເປັນຮູບເງົາແມ່ເຣີມ”.       

        ລາງວັນປີກວ່າວຄຳປີນີ້ ຍັງເຊີດຊູນັກສິລະປິນ ຖາຍຮວ່າ ຂະນະທີ່ລາວໄດ້ຮັບລາງວັນນັກສະແດງຊາຍເອກທີ່ດີເດັ່ນທີ່ສຸດສຳລັບປະເພດຮູບເງົາໂທລະພາບ ແລະ ຮູບເງົາເລື່ອງ. ໃນຂະນະນັ້ນ ລາງວັນນັກສະແດງຍິງເອກທີ່ດີເດັ່ນໃນຮູບເງົາໂທລະພາບແມ່ນໄດ້ແກ່ ທູຈາງ ສວມບົດຕົວລະຄອນາງຍອດໃນຮູບເງົາເລື່ອງ “ນາງຍອດຢາກເອົາຜົວ”. ນັກສະແດງທູຈາງແບ່ງປັນວ່າ:

       “ຂ້າພະເຈົ້າມີຄວາມເປັນກຽດຢ່າງຍິ່ງ ຂະນະທີ່ໃນມື້ນີ້ໄດ້ຢືນເທິງເວທີນີ້. ຂອບໃຈນຳທີມງານໄດ້ຊ່ວຍໃຫ້ຮູບເງົາເລື່ອງນີ້ໄດ້ຮັບຄວາມຊົມຊອບຈາກຜູ້ຊົມເພື່ອໃຫ້ໃນວັນນີ້ ຂ້າພະເຈົ້າໄດ້ຮັບລາງວັນອັນດີເດັ່ນນີ້”.

     ຕາມບັນດານັກຄົ້ນຄວ້າ, ລາງວັນປີກວ່າວຄຳ 2023 ໄດ້ສ່ອງແສງເຖິງຄວາມຫຼາຍຫຼາຍສີສັນກ່ຽວກັບຫົວຂໍ້ແລະວິທີສະແດງຂອງບັນດາຜູ້ຜະລິດຮູບເງົາ ຫວຽດນາມ. ບັນດາຜູ້ຜະລິດຮູບເງົາ, ຜູ້ກຳກັບການສະແດງ, ນັກສິລະປິນນັກສະແດງໄດ້ມີບາດກ້າວກະໂດດຂັ້ນກ່ຽວກັບຫົວຂໍ້ ການສະແດງກໍ່ຄືມີຫົວຄິດປະດິດສ້າງໃນຂົງຂດສິລະປະ. ຮູບເງົາຫວຽດນາມພວມເຂົ້າເຖິງທ່າອ່ຽງປະດິດຄິດສ້າງແລະສິລະປະຮູບເງົາໂລກ ປະກອບສ່ວນນຳພື້ນຖານຮູບເງົາຫວຽດນາມພັດທະນາເທື່ອລະກ້າວ. 

ຕອບກັບ