ລະຄອນດົນຕີ “ນິທານເລົ່າຂານປາກຕໍ່ປາກ” - ສິ່ງທີ່ໃໝ່ອ່ຽມ ສຳລັບບັນດາເລື່ອງລາວແຕ່ປາງກ່ອນ

Le Phuong
Chia sẻ
(VOVWORLD) -ວັນທີ 16 ຫາ 17 ກັນຍາ ທີ່ຈະມາເຖິງນີ້ ຢູ່ສູນສິລະປະ ເອົາເກີ ຮ່າໂນ້ຍ ພວກເດັກໃນນະຄອນຫຼວງ ຈະມີໂອກາດເຊື່ອມຕົວເຂົ້າກັບໂລກນິທານທີ່ໃໝ່ອ່ຽມ ຜ່ານບົດລະຄອນດົນຕີ “ນິທານເລົ່າຂານປາກຕໍ່ປາກ”. ບົດລະຄອນດົນຕີນີ້ຖືກຫັນມາຈາກປຶ້ມທີ່ມີຊື່ດຽວກັນຂອງຜູ້ແຕ່ງ ກວຽນເຈິ່ນ ໂດຍສູນບຳລຸງສ້າງ ແລະ ສິລະປະ FFC ປະຕິບັດ.  ລາຍການສະແດງລະຄອນດົນຕີໄດ້ເຕົ້າໂຮມ  ນັກສະແດງອາຊີບ ແລະ ສະໝັກຫຼິ້ນເກືອບ 200 ຄົນ ເຊິ່ງສ່ວນຫຼາຍແມ່ນພວກນ້ອງອະນຸຊົນ . ນີ້ຈະເປັນຂອງຂວັນທີ່ມີຄວາມໝາຍສຳລັບພວກເດັກ  ໃນໂອກາດບຸນໄຫວ້ພະຈັນ ວັນເພງເດືອນ 8
ລະຄອນດົນຕີ “ນິທານເລົ່າຂານປາກຕໍ່ປາກ”  - ສິ່ງທີ່ໃໝ່ອ່ຽມ ສຳລັບບັນດາເລື່ອງລາວແຕ່ປາງກ່ອນ - ảnh 1ກວຽນເຈິ່ນ - ບົດລະຄອນດົນຕີ “ນິທານເລົ່າຂານປາກຕໍ່ປາກ”

      ບົດລະຄອນ “ນິທານເລົ່າຂານປາກຕໍ່ປາກ” ຖືກແຕ່ງໂດຍອີງໃສ່ແນວຄວາມຄິດຂອງ ກວຽນເຈິ່ນ ເຊິ່ງໄດ້ເລົ່າເຖິງເລື່ອງຫຼົງທາງເຂົ້າໃນໂລຂອສອງເອື້ອຍນ້ອງ ທີກາ ແລະ ທີຮວະ.  ນັ້ນແມ່ນແຫ່ງຂອງບັນດາຕົວລະຄອນແຫ່ງເທບນິຍາຍຄື   ແທັ໊ງຢ໊ອງ, ມາຍອັນຕຽນ, ເຊີນຕິງ, ທຸ໋ຍຕິງ... ການພະເນຈອນຂອງ ທີກາ ແລະ ທີຮວະ ໄດ້ເປີດບັນດາເລື່ອງລາວນິທານທີ່ເປັນເອກະລັກ ເຕັມໄປດ້ວຍສີສັນ ແລະ ຖືກຕົວລະຄອນເລົ່າຄືນເອງ. ຕາມນັກສະແດງ ມີຣາ ຜູ້ຮ່ວມແຕ່ງບົດລະຄອນດົນຕີ “ນິທານເລົ່າຂານປາກຕໍ່ປາກ” ແລ້ວ ການພົບປະກັບບັນດາຕົວລະຄອນແຕ່ລະຄັ້ງ ກໍ່ແມ່ນບັນດາເລື່ອງລາວຖືກເລົ່າຜ່ານຫຼາຍປະເພດ ແລະ ວິທີສະແດງທີ່ແຕກຕ່າງກັນຄື ເຕັ້ນລຳ, ຟ້ອນ, ຂັບຮ້ອງ ແລະ ປະສານສຽງ. ນັກສະແດງ ມີຣາ ເວົ້າວ່າ:

       “ຕົວລະຄອນແຕ່ລະຄົນໃນເລື່ອງນິທານ ກໍ່ລ້ວນແຕ່ມີບົດຮຽນ ແລະ ຄຸນຄ່າທາງດ້ານວັດທະນະທຳມະນຸດສະເພາະ. ເລື່ອງລາວ ແຕ່ລະເລື່ອງກໍ່ມີລັກສະນະພິເສດຂອງຕົວລະຄອນນັ້ນ. ຍົກຕົວຢ່າງຄື ມາຍອັນຕຽມ ກໍ່ມີລັກສະນະພິເສດ ແມ່ນສາມາດກໍ່ຮ່າງສ້າງຕົວດ້ວຍຕົນເອງ, ມີທັກສະໃນການຄົງຕົວ, ແທັ໊ງຢ໊ອງ ແມ່ນການຍົກສູງຈິດໃຈສຸຂະພາບ ເພື່ອຕີສັດຕູ”.

     ໂດຍມີຄວາມແຕກຕ່າງກັບບັນດາບົດລະຄອນດົນຕີທີ່ທັນສະໄໝ, ບົດລະຄອນດົນຕີ “ນິທານເລົ່າຂານປາກຕໍ່ປາກ” ກໍ່ນຳໃຊ້ດົນຕີພື້ນເມືອງ ດ້ວຍຫຼາຍປະເພດເຄື່ອງດົນຕີຂອງບັນດາເຜົ່າ ການປະສານສຽງໂດຍນຳໃຊ້ເຄື່ອງດົນຕີພື້ນເມືອງ, ບັນດາທຳນອງເພງພື້ນເມືອງ ໄດ້ປະກົດໃນແຕ່ລະວັກແຕ່ລະຕອນ ໄດ້ສະແດງໃຫ້ເຫັນຈຸດພິເສດສະເພາະຂອງແຕ່ລະຕົວລະຄອນໃນເລື່ອງນິທານ. ທ່ານນາງ ຫ່ຽນແທັງ ຜູ້ກຳກັບການສະແດງລະຄອນດົນຕີ “ນິທານເລົ່າຂານປາກຕໍ່ປາກ”  ແບ່ງປັນວ່າ:

       “ພວກຂ້າພະເຈົ້າໄດ້ຮັບຄຳປຶກສາຂອງນັກຊ່ຽວຊານຫຼາຍຄົນ ກ່ຽວກັບຊົນເຜົ່າວິທະຍາ, ວັດທະນະທຳບັນດາເຜົ່າ. ບັນດານັກຊ່ຽວຊານໄດ້ຊ່ວຍໃຫ້ພວກຂ້າພະເຈົ້າ ໃນການສ້າງຕົວລະຄອນໃຫ້ເປັນຮູບປະທຳ ກໍ່ຄືນຳໃຊ້ດົນຕີໃນໄລຍະບັນດາເລື່ອງນີທານໄດ້ປະກົດຂຶ້ນ.  ຍົກຕົວຢ່າງຄື ມາຍອັນຕຽມ ຕິດພັນກັບດິນແດນ ງາເຊີນ ແຂວງ ແທັງຮວ໊າ, ພວກຂ້າພະເຈົ້າໄດ້ນຳສິລະປະຂັບຫໍ່ ແມ່ນ້ຳມ້າ ເຂົ້າໃນລະຄອນດົນຕີ. ພວກຂ້າພະເຈົ້າພະຍາຍາມເສີມຂະຫຍາຍ ນຳໃຊ້ເຄື່ອງດົນຕີຊົນເຜົ່າໃນບົດລະຄອນດົນຕີ”.

      ບົດລະຄອນດົນຕີຖືກແຕ່ງຂຶ້ນດ້ວຍຄວາມລະອຽດລະອໍ ການຈັດສ້າງເວທີສະແດງ, ການອອກແບບຊຸດອາພອນ,   ເລືອກເຟັ້ນເອົາດົນຕີ ແລະ ພິເສດແມ່ນການຄັດເລືອກເອົານັກສະແດງ. ໃນບົດລະຄອນດົນຕີ “ນິທານເລົ່າຂານປາກຕໍ່ປາກ”  ບັນດາຕົວລະຄອນໂດຍບັນດານັກສະແດງທີ່ມີຄວາມເກັ່ງກ້າສາມາດໃນຫຼາຍຂົງເຂດປະຕິບັດ. ເພື່ອນ ດິງເຈິ່ນແຄັ໊ງວີ ສວມບົດຕົວລະຄອນ ກ໊າມ ແບ່ງປັນວ່າ:

     “ຂ້າພະເຈົ້າຮູ້ສຶກວ່າຕົວລະຄອນນີ້ ພິເສດພໍສົມຄວນ ມັນແຕກຕ່າງກັບລະຄອນ ກ໊າມ ໃນເລື່ອງນະທານທີ່ເຄີຍໄດ້ຟັງ ນີ້ກໍ່ແມ່ນການທົດສອບສຳລັບຂ້າພະເຈົ້າເອງ ເມື່ອສວມບົດຕົວລະຄອນທີ່ໃໝ່ອ່ຽມ. ໃນບົດລະຄອນດົນຕີນີ້ ຕົວລະຄອນນີ້ແມ່ນຜູ້ໃຈດີ, ພວກເຮົາຈະເຫັນເຖິງດ້ານອື່ນຂອງ ກ໊າມ ນັ້ນແມ່ນຜູ້ໜຶ່ງມີຄວາມໄຝ່ຝັນ ແລະ ມີຄວາມພະຍາຍາມເພື່ອປະຕິບັດຄວາມໄຝ່ຝັນນັ້ັ້ນ”.

      ດ້ວຍເນື້ອໃນທີ່ໃໝ່ອ່ຽມ ດູດດື່ມ ຝາກຝັງບັນດາສານທີ່ມີຄວາມໝາຍກ່ຽວກັບການດຳລົງຊີວິດ, ບົດລະຄອນດົນຕີ “ນິທານເລົ່າຂານປາກຕໍ່ປາກ”  ບໍ່ພຽງແຕ່ແມ່ນຂອງຂວັນພິເສດ ທີ່ສະຫງວນໃຫ້ແກ່ພວກນ້ອງນ້ອຍ ໃນໂອກາດບຸນໄຫວ້ພະຈັນວັນເພງເດືອນ 8 ເທົ່ານັ້ນ ຫາກຍັງເປັນການປຸກລຸກການຂະຫຍາຍຕົວທາງດ້ານວັດທະນະທຳ ແລະ ຈິດວິນຍານຂອງຊາວ ຫວຽດນາມ ຈາກໂລກນິທານອີກດ້ວຍ

ຕອບກັບ