ມໍລະດົກວັດທະນະທຳ - ຊັບພະຍາກອນທີ່ລ້ຳຄ່າໃນການກໍ່ສ້າງຊົນນະບົດໃໝ່

Vinh Phong
Chia sẻ
(VOVWORLD) -ແຕ່ລະເຂດບ້ານນາຢູ່ຫວຽດນາມຍາມໃດກໍ່ຊ້ອນແຝງບັນດາຄຸນຄ່າທາງດ້ານວັດທະນະທຳທີ່ເປັນເອກະລັກເຊິ່ງແມ່ນປັດໄຈສ້າງລັກສະນະໝັ້ນຄົງ ແມ່ນຈິດວິນຍານຂອງແຕ່ລະໝູ່ບ້ານຫວຽດນາມ. ໃນຂະບວນວິວັດແຫ່ງການກໍ່ສ້າງຊົນນະບົດໃໝ່ໃນປັດຈຸບັນ, ບັນດາມໍລະດົກວັດທະນະທຳທີ່ມີມານັບພັນປີຂອງປະຊາຊົນເຂດຊົນນະບົດແມ່ນຊັບພະຍາກອນອັນລ້ຳຄ່າເພື່ອເສີມສ້າງບັນດາເຂດບ້ານນາທີ່ປ່ຽນແປງໃໝ່ ພັດທະນາ ມີຄວາມກົມກຽວລະຫວ່າອັນເກົ່າແລະອັນໃໝ່ ລະຫວ່າງປະເພນີແລະທັນສະໄໝ
ມໍລະດົກວັດທະນະທຳ - ຊັບພະຍາກອນທີ່ລ້ຳຄ່າໃນການກໍ່ສ້າງຊົນນະບົດໃໝ່ - ảnh 1ພາບປະກອບ

     ໃນການຜັນຂະຫຍາຍໂຄງການເປົ້າໝາຍແຫ່ງຊາດກ່ຽວກັບການກໍ່ສ້າງຊົນນະບົດໃໝ່ເປັນເວລາ 10 ກວ່າປີ, ນອກຈາກການປ່ຽນແປງໃໝ່ໂສມໜ້າເຂດຊົນນະບົດ, ຍົກສູງຊີວິດການເປັນຢູ່ໃຫ້ແກ່ປະຊາຊົນ, ຫວຽດນາມຍາມໃດກໍ່ໍ່ເອົາໃຈໃສ່ຮັກສາແລະເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳອັນເປັນປະເພນີຂອງຄົນລຸ້ນກ່ອນປະໄວ້ໃຫ້. ຕາມທ່ານນາງ ຫງວຽນທິເຟືອງເຈິມ ຫົວໜ້າສະຖາບັນຄົ້ນຄວ້າວັດທະນະທຳ, ສະຖາບັນບັນດິດວິທະຍາສາດສັງຄົມຫວຽດນາມ, ດ້ວຍໂຄງການຈຸດສຸມແຫ່ງຊາດທີ່ຜັນຂະຫຍາຍຢ່າງກວ້າງເລິກແມ່ນກໍ່ສ້າງຊົນນະບົດໃໝ່, ການອະນຸລັກເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳແມ່ນສິງທີ່ຈຳເປັນທີ່ສຸດ.

         “ບັນດາປະກົດການທາງດ້ານວັດທະນະທຳຢູ່ຊົນນະບົດ, ເມື່ອໄດ້ເຄື່ອນໄຫວໃນຊີວິດສັງຄົມຂອງຊາວກະສິກອນແມ່ນມີຄວາມໝາຍສຳລັບຊີວິດຂອງເຂົາເຈົ້າທີ່ສຸດ.ຈາກສາຍຕາຂອງຊາວກະສິກອນ, ພວກເຮົາຈະເຫັນວ່ານັ້ນແມ່ນແຫຼ່ງກຳລັງເພື່ອພັດທະນາ. ວັດທະນະທຳພື້ນເມືອງຍັງບໍ່ທັນມີຍາມໃດຂັດຂວາງການພັດທະນາ, ພຽງແຕ່ບໍ່ນຳໃຊ້ແຫຼ່ງກຳລັງທາງດ້ານວັດທະນະທຳເປັນຢ່າງດີທີ່ສຸດໃຫ້ແກ່ການພັດທະນາວັດທະນະທຳເທົ່ານັ້ນ”.

       ວັດທະນະທຳຊົນນະບົດແມ່ນຊັບພະຍາກອນພັດທະນາ, ເພາະສະນັ້ນໃນໄລຍະທີ່ຜ່ານມາຫວຽດນາມໄດ້ເອົາໃຈໃສ່ກໍ່ສ້າງຊົນນະບົດໃໝ່ມຸ່ງໄປສູ່ເປົ້າໝາຍຮັກສາບັນດາຄຸນຄ່າທາງດ້ານວັດທະນະທຳພື້ນເມືອງເຊິ່ງປູ່ຍ່າຕາຍາຍໄດ້ປະໄວ້ໃຫ້. ທ່ານຮອງສາດສະດາຈານ ປອ ບຸ່ຍຊວນດິ໊ງ ສັງກັດສະຖາບັນຊົນເຜົ່າວິທະຍາຫວຽດນາມຖືວ່າ ໃນການດຳລົງຊີວິດຢູ່ຊົນນະບົດ, ພິທີກຳ ການເຫຼື້ອມໃສ, ຈິດວິນຍານພື້ນເມືອງ, ຖ້າຫາກວ່າຮູ້ເສີມຂະຫຍາຍຈະກາຍເປັນຈຸດວັດທະນະທຳ ທີ່ເຂັ້ມຂົ້ນດ້ວຍລັກສະນະວັດທະນະທຳມະນຸດ ສາມາດເຊື່ອມຕໍ່ມະນຸດກັບມູນເຊື້ອປະຫວັດສາດ ຊ່ວຍໃຫ້ມະນຸດຢູ່ດີນຳກັນ ມີຄວາມສະຫງົບສຸກແລະສີວິໄລ. ທ່ານຮອງສາດສະດາຈານ ປອ ບຸ່ຍຊວນດິ໊ງໃຫ້ຮູ້ວ່າ:

      “ຂ້າພະເຈົ້າຄິດວ່າ ເຂດຊົນນະບົນໃໝ່ຕ້ອງມີຊີວິດທາງດ້ານວັດຖຸທີ່ອຸດົມສົມບູນແລະມີຄວາມສະຫງົບຕ້ອງມີຊີວິດທາງດ້ານຈິດໃຈທີ່ສົດໃສມີສະພາບແວດລ້ອມແຫ່ງການດຳລົງຊີວິດທີ່ດີບົນພື້ນຖານອະນຸລັກແລະເສີມຂະຫຍາຍບັນດາ  ຄຸນຄ່າວັດທະນະທຳພື້ນເມືອງສົມທົບກັບບັນດາປັດໄຈທັນສະໄໝ”.

     ໃນໄລຍະມໍ່ໆມານີ້, ການພັດທະນາການທ່ອງທ່ຽວເຂດຊົນນະບົດຕິດພັນກັບການກໍ່ສ້າງຊົນນະບົດໃໝ່, ນຳໃຊ້ທ່າໄດ້ປຽບທາງດ້ານທິວທັດທຳມະຊາດ, ວັດທະນະທຳພື້ນເມືອງ… ກໍ່ໄດ້ນຳບັນດາຜົນປະໂຫຍດມາສູ່ປະຊາຊົນ. ບັນດາສະຖານທີ່ທ່ອງທ່ຽວຢູ່ເຂດຊົນນະບົດໄດ້ກາຍເປັນຈຸດນັດພົບທີ່ດູດດື່ມຂອງແຂກທ່ອງທ່ຽວທັງຫຼາຍພ້ອມທັງສ້າງລາຍຮັບປົກກະຕິໃຫ້ແກ່ຊາວກະສິກອນ. ທ່ານເລມິງຮວານ ລັດຖະມົນຕີກະຊວກະສິກຳແລະພັດທະນາຊົນນະບົດ ຖືວ່າ:

      “ວັດທະນະທຳໝູ່ບ້ານ ສາມາດຂຸດຄົ້ນຄຸນຄ່າຫຼາຍຢ່າງ, ບັນດາຄຸນຄ່າວັດທະນະທຳໃນການດຳລົງຊີວິດຂອງພໍ່ແມ່ພີ່ນ້ອງເຂດຕ່າງໆກໍ່ລ້ວນແຕ່ສາມາດຂຸດຄົ້ນນຳໃຊ້ເປັນແຫຼ່ງທ່ອງທຽວດຶງດູດແຂກທ່ອງທ່ຽວມາຢ້ຽມຊົມທັດສະນະສຶກສາພ້ອມທັງເພີ່ມລາຍໄດ້ໃຫ້ແກ່ຊາວທ້ອງຖິ່ນ”.

         ໂດຍຜັນຂະຫຍາຍປະຕິບັດມະຕິຂອງຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຊຸດທີ XIII ກ່ຽວກັບກະສິກຳ, ຊາວກະສິກອນ, ຊົນນະບົດຮອດປີ 2030, ວິໄສທັດຮອດປີ 2045, ລັດຖະບານໄດ້ປະກາດໃຊ້ ແລະ ຜັນຂະຫຍາຍໂຄງການດຳເນີນງານເພື່ອປະຕິບັດຮູບແບບ “ຊົນນະບົດຂະຫຍັນຂັນເຄື່ອນ, ຊຸມຊົນປະດິດຄິດສ້າງ , ມໍລະດົກຖືກ ເຊື່ອມຕໍ່”  ທ່ານເຈິ່ນເຢິດລາມ ຮອງຫົວໜ້າຫ້ອງການປະສານງານຊົນນະບົດໃໝ່ສູນກາງ, ກະຊວງກະສິກຳແລະພັດທະນາຊົນນະບົດຫວຽດນາມເນັ້ນໜັກວ່າ: ການສ້າງຮູບແບບ “ຊົນນະບົດຂະຫຍັນຂັນເຄື່ອນ, ຊຸມຊົນປະດິດຄິດສ້າງ , ມໍລະດົກຖືກເຊື່ອມຕໍ່” ໄດ້ຊ່ວຍການກໍ່ສ້າງຊົນນະບົດໃໝ່ມີລັກສະນະຍືນຍົງແລະເຂົ້າສູ່ລວງເລິກ. ທ່ານກ່າວວ່າ:

       “ນີ້ແມ່ນທ່າອ່ຽງເຊີດຊູບັນດາຄຸນຄ່າທີ່ມີມາແຕ່ດົນນານຂອງຊາວທ້ອງຖິ່ນ, ເຊີດຊູບັນດາຄຸນຄ່າປະຈຳຖິ່ນແລະຟື້ນຟູເສີມຂະຫຍາຍບັນດາຄຸນຄ່ານີ້ໃນຊຸມຊົນຢັ້ງຢືນສີສັນວັດທະນະທຳທ້ອງຖິ່ນ. ພວກເຮົາເສີມຂະຫຍາຍບັນດາຄຸນຄ່າທີ່ເປັນແກ່ນສານນີ້ໃນເຂດຊົນນະບົດນັ້ນ, ໂຄງການກໍ່ສ້າງຊົນນະບົດໃໝ່ຈະນັບມື້ນັບຍືນຍົງແລະເຂົ້າສູ່ລວງເລິກ”.

             ການອະນຸລັກຮັກສາ ແລະ ພັດທະນາຄຸນຄ່າມໍລະດົກຕິດພັນກັບການກໍ່ສ້າງຊົນນະບົດໃໝ່ຖືກກຳນົດທັງແມ່ນເປົ້າໝາຍ, ທັງແມ່ນໜ້າທີ່ມີຄວາມໝາຍຍຸດທະສາດ ເພາະວ່າ ວັດທະນະທຳແມ່ນພື້ນຖານທາງດ້ານຈິດໃຈຂອງສັງຄົມ ແລະ ເປັນກຳລັງແຮງພາຍໃນຮັບປະກັນການພັດທະນາຢ່າງຮອບດ້ານ.        ມາຮອດປະຈຸບັນ, ເມື່ອບັນດາເຂດບ້ານນາຂອງມໍລະດົກວັດທະນະທຳດັ່ງກ່າວພວມກໍ່ສ້າງຊົນນະບົດໃໝ່, ບັນດາທ້ອງຖິ່ນຕ້ອງຮູ້ວິທີອະນຸລັກຮັກສາ, ເສີມຂະຫຍາຍ ແລະ ຂຸດຄົ້ນບັນດາມໍລະດົກວັດທະນະທຳນັ້ນ, ຖືວ່າ ນັ້ນປຽບເໝືອນແຫຼ່ງຊັບພະຍາກອນທີ່ລ້ຳຄ່າ, ເປັນແຫຼ່ງກຳລັງເພື່ອກໍ່ສ້າງ ແລະ ພັດທະນາຊົນນະບົດໃໝ່.

ຕອບກັບ