ພົນລະເມືອນນະຄອນຫຼວງດີເດັ່ນ, ທ່ານໝໍປະຊາຊົນຫງວຽນຕຽນກວຽດ

Nguyễn Hiền
Chia sẻ
 (vovworld)-  ​“ຖ້າເປັນ​ທ່ານໝໍ​ແມ່ນ​ບໍ່​ໄດ້ຄິດ​​ໄລ່ເຖິງຜົນ​ປະ​ໂຫຍ​ດສ່ວນ​ຕົວ, ຫາກ​ສິ່ງ​ສຳຄັນ​ແມ່ນຕ້ອງ​ຄິດ​ວ່າຕົນ​ເອງ​ສາມາດ​ເຮັດ​ໄດ້​ຫຍັງ​ໃຫ້​ແກ່​ຄົນ​ເຈັບ“ ນັ້ນ​ແມ່ນ​ຄວາມ​ຄິດ ​ແລະ ກໍ່​ແມ່ນ​ທິດ​ນຳ​​ໃນ​ການດຳລົງ​ຊີວິດ​ຂອງ​ວິລະ​ຊົນ​ແຮງ​ງານ, ທ່ານໝໍ​ປະຊາຊົນ, ຮອງສາດສະດາຈານ, ດຣ ຫວຽ​ນຕຽນ​ກວຽດ....

 (vovworld)-  ​“ຖ້າເປັນ​ທ່ານໝໍ​ແມ່ນ​ບໍ່​ໄດ້ຄິດ​​ໄລ່ເຖິງຜົນ​ປະ​ໂຫຍ​ດສ່ວນ​ຕົວ, ຫາກ​ສິ່ງ​ສຳຄັນ​ແມ່ນຕ້ອງ​ຄິດ​ວ່າຕົນ​ເອງ​ສາມາດ​ເຮັດ​ໄດ້​ຫຍັງ​ໃຫ້​ແກ່​ຄົນ​ເຈັບ“ ນັ້ນ​ແມ່ນ​ຄວາມ​ຄິດ ​ແລະ ກໍ່​ແມ່ນ​ທິດ​ນຳ​​ໃນ​ການດຳລົງ​ຊີວິດ​ຂອງ​ວິລະ​ຊົນ​ແຮງ​ງານ, ທ່ານໝໍ​ປະຊາຊົນ, ຮອງສາດສະດາຈານ, ດຣ ຫວຽ​ນຕຽນ​ກວຽດ, ຜູ້ອຳນວຍການ​ໂຮງ​ໝໍ​ຫວຽດ-ດຶກ (​ແປ່​ວ່າຫວຽດນາມ-​ເຢຍລະ​ມັນ). ທ່ານແມ່ນ 1 ​ໃນ​ຈຳນວນ 10 ຄົນໄດ້​ຮັບ​ການ​ເຊີດ​ຊູ​​​ແມ່ນພົນລະ​ເມືອງ​ນະຄອນຫຼວງ​ທີ່ດີ​ເດັ່ນປີ 2014.

ພົນລະເມືອນນະຄອນຫຼວງດີເດັ່ນ, ທ່ານໝໍປະຊາຊົນຫງວຽນຕຽນກວຽດ - ảnh 1

ຮອງສາດສະດາຈານ, ດຣ ຫວຽ​ນຕຽນ​ກວຽດ (ຂວາ)

(ພາບ​: vovgiaothong )

   ສຳລັບ​ທ່ານ​ຫງວຽນ​ວັນ​ຢຸງ, ບ້ານ​ເກີດ​ຢູ່​ນາມ​ດິ້ງ, ຜູ້​ເຄີຍ​ເປັນ​ພະຍາດ​ປະດົງ​ຄໍໜັກ​​ແລ້ວ, ຮອງສາດສະດາຈານ, ດຣ ຫວຽ​ນຕຽນ​ກວຽດ ​ແມ່ນຜູ້​ທີ່​ໄດ້​ຊ່ວຍ​ກູ້​ເອົາ​ຊີວິດ​ໃຫ້​ແກ່​ລາວ. ​ຕາມ​ທ່ານ​ຢຸງ​ແລ້ວ, ທ່ານໝໍ​ກວຽດ ​ໄດ້​ຖື​ຕົນ​ເອງ​ເປັນ​ຄົນ​ເຈັບ, ​ມີ​ຄວາມ​ເຈັບ​ປວດ, ຄວາມເປັນ​ຫ່ວງ​​ຂອງ​ຄົນ​ເຈັບດັ່ງນັ້ນຈຶ່ງຊອກ​ຫາ​ມາດ​ຕະການ​ປິ່ນປົວ​ພະຍາດ​ທີ່​ດີ​ທີ່​ສຸດ, ສິ່ງ​ດັ່ງກ່າວ​ໄດ້​ຊ່ວຍ​ເຮັດ​ໃຫ້ອາການ​ສຸລະພາ​ບຂອງ​ທ່ານ​ນັບ​ມື້​ນັບ​ດີຂຶ້ນ​. ທ່ານ​ຫງວຽນ​ວັນ​ຢຸງ ຫວນ​ຄືນ​ວ່າ:

   “​​​​​​​​ພາຍຫຼັງໄດ້ດຳເນີນການວິໃຈຕ່າງໆ, ບັນດາທ່ານໝໍບອກວ່າຂ້ອຍຕ້ອງທຳການຜ່າຕັດຄືນໃໝ່ແຕ່ຫຼັງການບົ່ງມະຕິຫຼາຍເທື່ອ, ບັນດາທ່ານໝໍລ້ວນແຕ່ບອກວ່າ ຖ້າດຳເນີນການຜ່າຕັດແມ່ນຍາກຫຼາຍແຕ່ທ່ານໝໍກວຽດ ຍັງຕັດສິນໃຈດຳເນີນການຜ່າຕັດໃຫ້ຂ້ອຍ. ທ່ານໝໍກວຽດເວົ້າກັບຂ້ອຍວ່າ ຈະພະຍາມຍາມ​​ເຮັດທຸກສິ່ງທຸກຢ່າງທີ່ດີທິ່ສຸດໃຫ້ແກ່ຂ້ອຍ. ປະຈຸບັນ, ອາການສຸຂະພາບຂອງຂ້ອຍດີຂຶ້ນຫຼາຍແລ້ວ. ຂ້ອຍເຫັນວ່າທ່ານໝໍກວຽດແມ່ນຜູ້ມີຄວາມຕັດສິນໃຈສູງແລະ ຂ້ອຍຄິດວ່າ ນັ້ນແມ່ນສິ່ງວທີ່ດີທີ່ສຸດສຳລັບຜູ້ເຮັດວຽກງານວິຊາສະເພາະ“.

ພົນລະເມືອນນະຄອນຫຼວງດີເດັ່ນ, ທ່ານໝໍປະຊາຊົນຫງວຽນຕຽນກວຽດ - ảnh 2 

(ພາບ​: cand.com.vn)

  ຮອງສາດສະດາຈານ, ດຣ ຫວຽ​ນຕຽນ​ກວຽດ ​ແມ່ນ​ທ່ານໝໍ​ພະ​ແນ​ກພາຍ​ນອກ ​ເປັນ​ເວລາ 30 ກ່ວາປີ​ແລ້ວ, ທ່ານ​ໃຫ້​ຮູ້​ວ່າ​ບໍ່​ສາມາດ​ຈື່​ໄດ້ໝົດຈຳນວນ​ຜູ້​ທີ່​ທ່ານ​ທຳ​ການຜ່າຕັດ​​ໄດ້​. ​ໃນ​ເວລາ 24 ຊົ່ວ​ໂມງ​ຂອງ​ມື້ໜຶ່ງ, ທ່ານ​ໄດ້​ເຮັດ​ວຽກ​ຢ່າງ​ຕໍ່​ເນື່ອງ​ຄື: ຍາມການ​ນຳ, ກວດ​ພະຍາດ​ໂດຍ​ກົງ​ໃຫ້​ຄົນ​ເຈັບ, ບົ່ງມະຕິ ​ແລະ ປິ່ນປົວ, ທຳ​ການຜ່າຕັດ​ໃຫ້​ຄົນ​ເຈັບ, ​ເປັນ​ປະທາ​ນ​ກອງ​ປະຊຸມ​ສຳ​ມະ​ນາ​ວິທະຍາສາດ​ຄັ້ງຕ່າງໆ…

    ​ ທ່ານໝໍ ຫງວຽ​ນຕຽນ​ກວຽດ ​ເປັນ​ຜູ້​ມີ​ຫົວຄິດ​ປະດິດ​ສ້າງ​ໃນ​ວຽກ​ງານ​ຢ່າງ​ບໍ່​ຢຸດ​ຢັ້ງ, ທ່ານ​​ໄດ້ກາຍ​ເປັນ​ຜູ້​ຊ່ຽວຊານ​ຊັ້ນນຳ​ໃນຂະ​ແໜງ​ຜ່າຕັດ​ພາຍ​ນອກ. ຍິ່ງ​ໄປ​ກ່ວານັ້ນ, ທ່ານ​ຍັງ​ແມ່ນ​ຜູ້​ທີ່ສ້າງ​ຄວາມ​ສາມັກຄີ​ໃນ​ໝູ່​ຄະນະ, ພ້ອມ​ກັບ​ບັນດາ​ນາງ​ແພດ, ທ່ານໝໍ​ອື່ນ​ສ້າງ​ໂຮງໝໍ​ຫວຽດ-ດຶກ ກາຍ​ເປັນ​ພະ​ແນ​ກ​ພາຍ​ນອກ ໃຫ່ຍກ່ວາ​ໝູ່​ໃນ​ທົ່ວ​ປະ​ເທດ. ທ່ານໝໍ​ຫງວຽນ​ກວາງ​ເຫງັ້ຍ ພວມ​ເຮັດ​ວຽກຢູ່ໂຮງໝໍ​ຫວຽດ-ດຶກ ​ເວົ້າວ່າ:

​​ຂ້າພະເຈົ້າໄດ້ເຮັດວຽກກັບທ່ານໝໍກວຽດໃນເວລາ 15 ປີແລ້ວ, ຂ້າພະເຈົ້າເອງເຫັນວ່າທ່ານໝໍກວຽດແມ່ນທ່ານໝໍເກັ່ງທີ່ສຸດ, ​ທ່ານເຄີຍກວດ, ປິ່ນປົວພະຍາດໃຫ້ຄົນເຈັບໂດຍກົງແລະ ມີຄວາມຮັບຜິດຊອບທີ່ສຸດໃນວຽກງານຄຸ້ມຄອງ. ທ່ານໝໍກວຽດ ມີຄວາມເອົາໃຈໃສ່ທີ່ສຸດເຖິງລຸ້ນໜຸ່ມ ກໍ່ຄືພະນັກງານພາລະກອນຂອງໂຮງໝໍແລະ ຍາມໃດກໍ່ມີຄຳຕັດສິນຖືກຕ້ອງທີ່ສຸດ, ອັນໄດ້ຊ່ວຍ​​ໃຫ້ໂຮງໝໍພັດທະນາ. ນອກຈາກນັ້ນແລ້ວ, ຮອງສາດສະດາກວຽດ ຍັງແມ່ນອາຈານຂອງທ່ານໝໍລຸ້ນຕ່າງໆ​​ໃນໂຮງໝໍຫວຽດ-ດຶກອີກດ້ວຍ“.

​ ​  ເຖິງ​ວ່າ​ແມ່ນ​ໂຮງໝໍ​ຊັ້ນຳ​ກ່ຽວ​ກັບ​ພະ​ແນ​ກພາຍ​ນອກກໍ່ຕາມ ​ແຕ່​ໂຮງໝໍ​ຫວຽດ-ດຶກ​​ ໄດ້ ​ແລະ ພວມ​ປະ​ເຊີນ​ໜ້າ​ກັບ​ສະພາບຕ້ອງ​ຮັບ​ຄົນ​ເຈັບມາ​ປິ່ນປົວ​ພະຍາດ​ຫຼາຍ​ເກີນ​ໄປ, ​​ເຄື່ອງ​ວັດຖຸ​ອຸປະກອນ​ການ​ແພດ, ພື້ນຖານ​ດ້ານ​ວັດຖຸ​ຍັງ​ຂາດ​ເຂີນ….​ໂດຍ​ເປັນ​ຫ່ວງ​ກັງວົນກັບ​ຈຸດໝາຍ​ຍົກ​ສູງ​ຄຸນ​ນະພາ​ບການ​ປົ່ນ​ປົວ​ພະຍາດ, ຮັບປະກັນຄວາມ​ຍຸດຕິ​ທຳ​ໃນ​ການກວດ, ປິ່ນປົວ​ພະຍາດ​ນັ້ນ, ຜູ້ອຳນວຍການ​ຫງວຽນ​ຕຽນ​ກຽວ​ດ ​ໄດ້​ກ້າ​ຜັນ​ຂະຫຍາຍ​ບັນດາ​ມາດ​ຕະການ​ທີ່​ສາມາດ​ເປັນ​ໄປ​ໄດ້​ເພື່ອ​ແກ້​ໄຂ​ສະພາບ​ຄົນ​ເຈັບ​ເຂົ້າ​ໂຮງໝໍ​ຫຼາຍ​ເກີນ​ໄປ​. ​. ປະຕິບັດ​ການ​ແບ່ງ​ປະ​ເພດ​ຄົນ​ເຈ​ັບຢູ່​ບັນດາ​ສຸກສາລາ​ເປັນ​ຢ່າງ​ດີ, ກໍ່ສ້າງ​ບັນດາ​ໂຮງໝໍ​ຢູ່​ອ້ອມ​ແອ້ມ ​ແລະ ຊ່ວຍ​ໂຮງໝໍ​ທ້ອງ​ຖິ່ນ​ໃນ​ວຽກ​ງານ​ປິ່ນປົວ​ພະຍາດ, ​ເພີ່ມ​ຫ້ອງ​ປິ່ນປົວ​ພະຍາດ​ທີ່​ມີ​ຄຸນ​ນະພາ​ບສູງ, ປ່ຽນ​ໃໝ່​ວິທີ​ຮັບ​ໃຊ້….​ມາ​ຮອດ​ປະຈຸ​ບັນ, ບັນດາ​ມາດ​ຕະການ​ນີ້​ໄດ້​ນຳ​ມາ​ເຊິ່ງປະສິດທິ​ຜົນ​ອັນ​ແທດ​ຈິງ. ​ແຕ່ລະ​ປີ, ​ໂຮງ​ຫມໍຫວຽດ-ດຶກ ປະຕິບັດ​ການຜ່າຕັດ​ປະມານ 34.000 ລາຍ, ​ໃນ​ນັ້ນ, ກ່ວາ 70% ​ແມ່ນ​ການຜ່າຕັດ​ພິ​ເສດ ​ແລະ ຜ່າຕັດ​ປະ​ເພດ 1. ທາງ​ໂຮງໝໍ​ໄດ້​ດຳ​ເນີນການ​ຜ່າຕັດ​ປ່ຽນໝາກ​ໄຄ່​ຫຼັງ​ເປັນ​ປະຈຳ, ​ເຕັກນິກ​ການຜ່າຕັດ​ປ່ຽນ​ຕັບ​ກໍ່​​ທັດທຽມ​ກັບ​ຜົນງານ​ດ້ານ​ການ​ແພດ​ຂອງໂລກ. ​ເມື່ອ​ເວົ້າ​ເຖິງວຽກ​ງານ​ໃນ​ສະ​ເພາະ​ໜ້າ​ທີ່​ຕ້ອງ​ປະຕິບັດ, ຮອງສາດສະດາຈານ, ດຣ ຫວຽ​ນຕຽນ​ກວຽດ ​ໃຫ້​ຮູ້​ວ່າ:

  “ພວກຂ້າພະເຈົ້າໄດ້ປະສົບກັບຄວາມຫຍູ້ງຍາກຫຼາຍຢ່າງ ຍ້ອນວຽກງານທີ່ໜັກໜ່ວງຢູ່ໂຮງໝໍອັນດັບໜຶ່ງບໍ່ພຽງແຕ່ພາຍໃນປະເທດເທົ່ານັ້ນ, ຫາກຍັງຢູ່​​ໃນພາກພື້ນອີກດ້ວຍ. ​ໂຮງໝໍພວກຂ້າພະເຈົ້າມີມູນເຊື້ອ​ ​ລະ ຊື່ງສຽງມາແຕ່ດົນນານແລ້ວ, ສະນັ້ນພວກຂ້າພະເຈົ້າຕ້ອງພະຍາຍາມປະຕິບັດໜ້າທີ່ຊື່ງກະຊວງສາທາລະນະສຸກ, ພັກ, ລັດ ​​ໄດ້ມອບໝາຍໃຫ້ປະສົບຜົນສຳເລັດ“.

ຮອງສາດສະດາຈານ, ດຣ ຫວຽ​ນຕຽນ​ກວຽດ ​ແບ່ງປັນ​ວ່າ: ຄວາ​ມພາກພູມ​ໃຈ ​ແລະ ຄວາມ​ຜາ​ສຸກ​ຂອງ​ທ່ານ​​ແມ່ນ​ໄດ້​ເຮັດ​ວຽກ. ສຳລັບ​ທ່ານ​ແລ້ວ, ການ​ອຸທິດ​ສ່ວນ​ກໍ່​ແມ່ນ​ເພື່ອ​ຢັ້ງຢືນ​ຕົນ​ເອງ ​ແລະ ​ເພື່ອ​ບື່ນຕົວ​ຂຶ້ນ​ຍາດ​ເອົາ​ຜົນງານ​ສູງ​ສຸດ​ດ້ານ​ວິທະຍາສາດ​​ເພື່ອປິ່ນປົວພະຍາດ ​ແລະ ​ສົ່ງ​ເສີມ​ສຸຂະ​ພາບ​ໃຫ້​ແກ່​ປະຊາຊົນ​./.


ຕອບກັບ