“ພັນປີເມກຂາວ” - ການປະສານກັນຂອງສິລະປະບົນເວທີພື້ນເມືອງ

Le Phuong
Chia sẻ
(VOVWORLD) -ໂດຍເລີ່ມມາຈາກແຫຼ່ງບັນດານໃຈຈາກນາງ ໂຕທິ ເຊິ່ງເປັນແມ່ຍິງຄົນໜຶ່ງ ລໍຖ້າຜົວໄດ້ປ່ຽນໂຕເປັນຫີນຢູ່ເຂດຊາຍແດນ, ຮອງສາດສະດາຈານ, ປອ ຫວຽນເຖກີ໋ ໄດ້ແຕ່ງບົດລະຄອນວັນນະຄະດີ “ພັນປີເມກຂາວ”. ບົດລະຄອນໄດ້ຖືກສ້າງຂຶ້ນ ແລະ ສະເໜີຕໍ່ຜູ້ຊົມດ້ວຍການປະສົມປະສານຢ່າງເປັນເອກະລັກຂອງສີ່ປະເພດສິລະປະພື້ນເມືອງຄື: ຂັບເຫວ້, ຂັບສຳ, ຂັບແຈ່ວ ແລະ ຂັບກາຍເລືອງ. ເມື່ອໄດ້ຮັບຊົມບົດລະຄອນຂັບລຳນີ້, ຜູ້ຊົມປຽບເໝືອນຄືໄດ້ຫຼົງໄຫຼໃນເຂດວັດທະນະທຳ ທີ່ເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳ ຫວຽດນາມ
“ພັນປີເມກຂາວ” - ການປະສານກັນຂອງສິລະປະບົນເວທີພື້ນເມືອງ - ảnh 1ຕອນໜຶ່ງໃນບົດລະຄອນ  “ພັນປີເມກຂາວ”

“ພັນປີເມກຂາວ” ໂດຍຮອງສາດສະດາຈານ, ປອ ຫວຽນເຖກີ໋ ຜູ້ອຳນວຍການໃຫຍ່ VOV ໄດ້ແຕ່ງບົດລະຄອນວັນນະຄະດີ, ນັກສິລະປິນ ຮວ່າງຊອງຫວຽດ ແລະ ນັກສິລະປິນປະຊາຊົນ ແທັງງວານ ໄດ້ຫັນເປັນລະຄອນຂັບລຳ. ນັກປະພັນ ຫວຽນເຖກີ໋ ໄດ້ແຕ່ງບົດລະຄອນນີ້ໂດຍເລີ່ມມາຈາກແຫຼ່ງບັນດານໃຈ ຂອງບັນດາເລື່ອງນິທານ, ເລື່ອງລາວເລົ່າຂານສືບທອດກັນມາກ່ຽວກັບນາງ ໂຕທິ ອຸ້ມລູກໄປຫາຜົວ, ເຊິ່ງໄດ້ຍ້ອງຍໍຊົມເຊີຍ ຈິດໃຈສັດຊື່ບໍລິສຸດ ຂອງແມ່ຍິງ ຫວຽດນາມ. ທ່ານຮອງສາດສະດາຈານ, ປອ ຫວຽນເຖກີ໋ ໃຫ້ຮູ້ວ່າ:

      “ນາງ ໂຕທິ ແມ່ນສັນຍາລັກໂດຍພື້ນເມືອງໄດ້ສ້າງຂຶ້ນ ແລະ ຖືຫີນໂງ່ນໜຶ່ງເປັນບຸກຄົນໜຶ່ງມີຊາຕາກຳ. ແຕ່ຫີນໂງ່ນນັ້ນ ແມ່ນຢືນຢູ່ຕອນເໜືອສຸດຂອງປະເທດຊາດ, ພາໃຫ້ທຸກໆຄົນຄຳນຶງເຖິງຜູ້ເປັນເມຍ ພວມຢືນລໍຖ້າຜົວກັບມາ. ຂ້າພະເຈົ້າຄິດວ່າໂງ່ນຫີນ ກ່ຽວກັບແມ່ອຸ້ມລູກ ຢູ່ຕອນເໜືອສຸດຂອງປະເທດຊາດ ກໍ່ໝາຍເຖິງບ່ອນທີ່ຜູ້ເປັນເມຍ ລໍຖ້າຜົວກັບມາຈາກການອອກສະໜາມຮົບ ປົກປັກຮັກສາເຂດຊາຍແດນຂອງປະເທດຊາດ”.

         ຊ້ອນແຝງໃນຄຳກ່ອມລູກ ແມ່ນການລໍຖ້າຜົວກັບມາຂອງຜູ້ເປັນເມຍ. ດັ່ງນັ້ນ ເມື່ອໄດ້ຮັບຂ່າວຜົວເສຍສະຫຼະຊີວິດຢູ່ສະໜາມຮົບ, ນາງ ໂຕທິ ດ້ວຍຄວາມເຊື່ອໝັ້ນວ່າຜົວຍັງມີຊີວິດຢູ່ ແລະ ຍັງຢູ່ແຫ່ງໃດແຫ່ງໜຶ່ງ, ນາງໄດ້ຕັດສິນອຸ້ມລູກ, ຜ່ານປ່າຂ້າມຫ້ວຍໄປຫາຜົວ. ແລະ ການເດີນທາງດັ່ງກ່າວໄດ້ສ້າງເປັນສະພາບແວດລ້ອມແຫ່ງສິລະປະ ເພື່ອໃຫ້ບັນດານັກສິລະປິນປະດິດຄິດສ້າງ. ນາງ ເຈິ່ນທິທູຮວ່າຍ ຜູ້ຊົມຢູ່ ຮ່າໂນ້ຍ ແບ່ງປັນວ່າ :

     “ຖ້າຫາກວ່າ ຕາມພື້ນເມືອງແລ້ວ, ນາງ ໂຕທິ ພາຍຫຼັງໄດ້ຮັບຂ່າວຜົວບໍ່ໄດ້ກັບມາຈາກສະໜາມຮົບ, ນາງໄດ້ອຸ້ມລູກ ແລະ ລໍຖ້າຜົວກັບມາ. ແລະ ໃນການເດີນທາງໄປຫາຜົວ, ນາງໄດ້ພົບກັບຫຼາຍຄົນ ຢູ່ເຂດ ແລະ ພາກຕ່າງໆເຊິ່ງແມ່ນບັນດາເຂດວັດທະນະທຳທີ່ແຕກຕ່າງກັນ. ເມື່ອພົບກັບບໍ່ວ່າຜູ້ໃດ ນາງກໍ່ຖາມຫາຜົວ. ຄຳຕອບແຕ່ລະຄຳທີ່ຖືກຍົກອອກມາດ້ວຍປະເພດສິລະປະພື້ນເມືອງຈາກ ຂັບກາຍເລືອງ ຂັບແຈ່ວ, ຂັບສຳ ແລະ ຂັບເຫວ້”.                                             

        ດ້ວຍບົດຮຽນ, ປະສົບການຂອງຕົນ, ຜູ້ກຳກັບການສະແດງສອງຄົນຄື ນັກສິລະປິນປະຊາຊົນ ແທັງງວານ ແລະ ນັກສິລະປິນດີເດັ່ນ ຈ້ຽວຈຸງກຽນ ກໍ່ໄດ້ມີບັນດາວິທີປະສານສົມທົບຢ່າງມີຫົວຄິດປະດິດສ້າງ, ສະແດງໃຫ້ເຫັນບັນດາຄວາມເປັນເອກະລັກທີ່ສຸດ ຂອງບັນດາປະເພດສິລະປະພື້ນເມືອງຂອງ ຫວຽດນາມ ບົນເສັ້ນທາງໄປຫາຜົວຂອງນາງ ໂຕທິ, ຜ່ານນັ້ນກໍ່ໄດ້ວາດພາບເຖິງຮູບພາບຂອງຜົວນາງ ໂຕທິ ແລະ ບັນດາຈຸດວັດທະນະທຳທີ່ເປັນເອກະລັກຢູ່ດິນແດນແຕ່ແຫ່ງ ທີ່ນາງໄດ້ໄປຮອດ. ນັກສິລະປິນ ຈ້ຽວຈຸງກຽນ ຮອງຜູ້ອຳນວຍການໂຮງລະຄອນ ກາຍເລືອງ ຫວຽດນາມ ຜູ້ກຳກັບການສະແດງ ໃຫ້ຮູ້ວ່າ:

       “ພວກຂ້າພະເຈົ້າກໍ່ຕ້ອງຄິດໄລ່ຢ່າງລະອຽດ ເພື່ອໃຫ້ບົດລະຄອນທີ່ມີຄວາມດູດດື່ມ ແລະ ມີລັກສະນະສະແດງລຽນຕິດ ບໍ່ຕັດຕໍ່ກັນ.   ໃນເວລາພຽງໜຶ່ງຊົ່ວໂມງເຄິ່ງ, ມວນຊົມອາດຈະເຫັນໄດ້ເຖິງຄວາມງາມຂອງສີ່ປະເພດສິລະປະໃນພາບດຽວ, ໃນເລື່ອງລາວດຽວ. ນີ້ກໍ່ແມ່ນປັດໄຈສ້າງຄວາມດູດດື່ມ ໃຫ້ແກ່ຜູ້ຊົມ”.

        ດ້ວຍເວລາສະແດງ 90 ນາທີ, “ພັນປີເມກຂາວ” ໄດ້ມີການເຂົ້າຮ່ວມຂອງນັກສິລະປິນ 60 ຄົນທີ່ມາຈາກໂຮງລະຄອນ ກາຍເລືອງ ຫວຽດນາມ, ໂຮງລະຄອນແຈ່ວ ຫວຽດນາມ ພ້ອມກັບນັກສະແດງຈຳນວນໜຶ່ງ ແລະ ວົງດົນຕີຊົນເຜົ່າຂອງໂຮງລະຄອນວິທະຍຸກະຈາຍສຽງ ຫວຽນນາມ . “ພັນປີເມກຂາວ” ແມ່ນບົດລະຄອນສິລະປະວັນນະຄະດີທີ່ດູດດື່ມ ສຳລັບບໍ່ວ່າຜູ້ໃດ ມີຄວາມຫວັງຢາກຊອກຫາສິ່ງທີ່ໃໝ່ອ່ຽມ,  ຫົວຄິດປະດິດສ້າງໃນຂົງເຂດສິລະປະ.

ຕອບກັບ