ພັດທະນາ ແລະ ແຜ່ກະຈາຍວັດທະນະທໍາ ການອ່ານໃນຍຸກດິຈິຕອນ

Ngoc Anh
Chia sẻ
(VOVWORLD) -ການພັດທະນາທີ່ແຂງແຮງຂອງເຕັກໂນໂລຊີດ້ວຍ ພາຫະນະສື່ມວນຊົນ ຫຼາຍປະເພດ ໄດ້ສົ່ງຜົນກະທົບ ຕໍ່ຄວາມລື້ງເຄີຍອ່ານປື້ມຂອງປະຊາຊົນ ຈໍານວນ ຫຼາຍ. ເພື່ອປຸກລຸກຄວາມຮັກມັກອ່ານປື້ມ, ໂດຍສະເພາະແມ່ນຊາວໜຸ່ມນັ້ນ, ບັນດາໂຮງຮຽນ ແລະ ບັນດາຄະນະ ຂະແໜງການຂອງ ນະຄອນ ຫາຍຟ່ອງ ໄດ້ຈັດຕັ້ງບັນດາການເຄື່ອນໄຫວອ່ານປື້ມທີ່ເປັນປະໂຫຍດ.
         ພັດທະນາ ແລະ ແຜ່ກະຈາຍວັດທະນະທໍາ ການອ່ານໃນຍຸກດິຈິຕອນ - ảnh 1ຮູບແບບຫໍສະໝຸດເຄື່ອນທີ່ຢູ່ນະຄອນຫາຍຟ່ອງໄດ້ດຶງດູດນັກຮຽນມາອ່ານປຶ້ມຢ່າງຫຼວງຫຼາຍ

     ເລື່ອງລາວກ່ຽວກັບນັກວິລະຊົນ ຟ້າມງອກດາ ວິລະຊົນກຳລັງປະກອບອາວຸດປະຊາຊົນໃນການຕໍ່ຕ້ານຕ້ານພວກລ່າເມືອງຂຶ້ນຝຣັ່ງ ແລະ ກໍ່ແມ່ນລູກຮັກຂອງ ຫ໋າຍຟ່ອງ ທັງກໍ່ແມ່ນບຸກຄົນໃນບົດປະພັນທີ່ມີຊື່ດຽວກັນ ໂດຍພວກນັກຮຽນສັງກັດໂຮງຮຽນປະຖົມ ເລຮົ່ງຟອງ ທີ່ນະຄອນ ຫ໋າຍຟ່ອງ ໄດ້ສະແດງຢ່າງມີຊີວິດຊີວາ ດ້ວຍຮູບການເວທີສະແດງ. ນັກຮຽນ ຫງວຽນງອກມິງ ສັງກັດຫ້ອງ ມໍ4 ໂຮງຮຽນມັດທະຍົມຕອນຕົ້ນ ດົງຖາຍ ເມືອງ ອານເຢືອງ ນະຄອນຫ໋າຍຟ່ອງ ແບ່ງປັນວ່າ:

    `ປັດຈຸບັນພວກນ້ອງສາມາດສຳຜັດກັບຂໍ້ມູນຂ່າວສານຈາກຫຼາຍແຫຼ່ງ ຫຼາຍພາຫະນະສື່ມວນຊົນທີ່ແຕກຕ່າງກັນ. ບັນດາການໂອ້ລົມສົນທະນາພົບປະແລກປ່ຽນກ່ຽວກັບປຶ້ມອ່ານ ຫຼື ວັນບຸນອ່ານປຶ້ມ ໄດ້ຊ່ວຍໃຫ້ພວກນ້ອງເຂົ້າໃຈແຈ້ງ ບົດບາດຂອງການອ່ານປຶ້ມ ກໍ່ຄືຕ້ອງເລືອກເອົາປຶ້ມຄືແນວໃດໃຫ້ແທດເໝາະ”.

       ໃນສົກຮຽນທີ່ຜ່ານມາ ບັນດາໂຮງຮຽນໃນບໍລິເວນຂອງນະຄອນ ໄດ້ຈັດຫຼາຍກິດຈະກຳແນໃສ່ຊຸກຍູ້ວັດທະນະທຳການອ່ານໃນໝູ່ນັກຮຽນນັກສຶກສາ ຄືແນະນຳວາງສະແດງປຶ້ມພົບປະແລກປ່ຽນແນະນຳກ່ຽວກັບວິທີອ່ານປຶ້ມຢ່າງມີປະສິດທິຜົນ ຫັນບັັນດາເລື່ອງລາວໃນປຶ້ມແບບຮຽນມາສະແດງບົນເວທີ. ເພື່ອສົ່ງເສີມນັກຮຽນອ່ານປຶ້ມບັນດາໂຮງຮຽນໃນບໍລິເວນ ນະຄອນຫ໋າຍຟ່ອງ ໄດ້ລົງທຶນສ້າງລະບົບຫ້ອງອ່ານ ເພີ່ມທະວີຈຳນວນປຶ້ມອ່ານ ເພື່ອຮັບໃຊ້ຄວາມຕ້ອງການອ່ານປຶ້ມຂອງພວກນັກຮຽນ. ອ້າຍຄູ ຫງວຽນດຶກນາມ ຫົວໜ້າຄະນະອຳນວຍການໂຮງຮຽນມັດທະຍົມຕອນຕົ້ນ ຮວ່າງເຫງຍ ໃຫ້ຮູ້ວ່າ:

     “ປັດຈຸບັນການອ່ານປຶ້ມໃນໂຮງຮຽນພວມມີແນວໂນ້ມຂະຫຍາຍຕົວ. ທາງໂຮງຮຽນກໍ່ໄດ້ຈັດຕັ້ງໂຄສະນາໃຫ້ນັກຮຽນສົມທົບກັບການອ່ານປຶ້ມ ຜ່ານພື້ນຖານດີຈີຕອນ. ທາງໂຮງຮຽນກໍ່ໄດ້ສົ່ງເສີມໃຫ້ແຕ່ລະຫ້ອງຮຽນສ້າງຫໍສະໝຸດຂະໜາດນ້ອຍ ໃນນັ້ນມີປຶ້ມ, ສື່ສິ່ງພິມ ຮັບໃຊ້ວຽກງານການສອນການຮຽນຂອງນັກຮຽນ ແລະ ຄູອາຈານ”.

      ທ່ານ ເລວັນກຽນ ຮອງຫົວໜ້າພະແນກຖະແຫຼງຂ່າວສື່ສານ ນະຄອນຫ໋າຍຟ່ອງ ຖືວ່າ ການປຸກລຸກຄວາມຮັກອ່ານປຶ້ມໃນໝູ່ນັກຮຽນນັກສຶກສາ ບໍ່ພຽງແຕ່ແມ່ນວຽກງານຂອງຄູອາຈານໂຮງຮຽນເທົ່ານັ້ນ ຫາກຍັງຄວນກໍ່ສ້າງແຜ່ຂະຫຍາຍຂະບວນການອ່ານປຶ້ມໃນທົ່ວສັງຄົມອີກດ້ວຍ. ຍ້ອນເຫດນີ້ເອງຂະແໜງສຶກສາ ນະຄອນຫ໋າຍຟ່ອງ ໄດ້ມີການກຳນົດທິດໃຫ້ແທດເໝາະກັບຄວາມລື້ງເຄີຍອ່ານປຶ້ມໃຫ້ແກ່ນັກຮຽນ.  ທ່ານ ເລວັນກຽນ ໃຫ້ຮູ້ວ່າ:

    “ໃນບໍລິເວນ ນະຄອນຫ໋າຍຟ່ອງ ພະແນກຖະແຫຼງຂ່າວສື່ສານ ໄດ້ສົມທົບກັບພະແນກສຶກສາ ແລະ ກໍ່ສ້າງ, ຄະນະຊາວໜຸ່ມນະຄອນ ແລະ ບັນດາອົງການສຳນັກງານທີ່ກ່ຽວຂ້ອງປຸກລະດົມຂະບວນການອ່ານປຶ້ມ ກໍ່ຄືຍູ້ແຮງວັດທະນະທຳການອ່ານ.  ພ້ອມກັບປຶ້ມອ່ານແບບສິ່ງພິມນັ້ນ ພວກເຮົາພວມມີແຫຼ່ງປຶ້ມອ່ານທາງອອນລາຍອີກດ້ວຍ”.

       ບັນດາການເຄື່ອນໄຫວສົ່ງເສີມການອ່ານ, ກຳນົດທິດແກ່ນັກຮຽນ ນັກສຶກສາໃນການເລືອກເຟັ້ນ ແລະ ອ່ານປຶ້ມ ຢູ່ນະຄອນ ຫາຍຟ່ອງ ໄດ້ນຳຄວາມມ່ວນຊື່ນ, ເປັນປະໂຫຍດມາໃຫ້ຜູ້ອ່ານ, ທັງຊ່ວຍຍົກສູງຄວາມຮູ້, ຮັບໃຊ້ວຽກງານສຶກສາຮ່ຳຮຽນ, ຄົ້ນຄ້ວາ. ຜ່ານນັ້ນ ໄດ້ສົ່ງເສີມ ແລະ ພັດທະນາການອ່ານປື້ມໃນຊຸມຊົນ, ສ້າງສະພາບແວດລ້ອມແຫ່ງການອ່ານທີ່ສະດວກ; ສ້າງ ຄວາມລື້ງເຄີຍອ່ານປື້ມ ຢູ່ໃນຄອບຄົວ, ໂຮງຮຽນ, ອົງການ ສຳນັກງານ ປະກອບ ສ່ວນສ້າງສັງຄົມຮໍ່າຮຽນ, ສຶກສາອົບຮົມນ້ຳໃຈຮັກຊາດ, ຄວາມເອກອ້າງທະນົງໃຈຂອງປະເທດຊາດໃຫ້ຊາວນະຄອນແຕ່ລະຄົນ, ອະນຸລັກຮັກສາ ແລະ ເສີທຂະຫຍາຍບັນດາຄຸນຄ່າ ອັນລ້ຳຄ່າທີ່ມີມາແຕ່ດົນນານ ຂອງນະຄອນ.

ຕອບກັບ