ບ່ອນເກັບຮັກສາເອກະສານປະຫວັດສາດດ້ວຍສຽງ

Thu Hoa
Chia sẻ
(VOVWORLD) -ມາຮອດວັນທີ 7 ກັນຍາ ປີ 2020, ວິທະຍຸກະຈາຍສຽງຫວຽດນາມ  (VOV) ໄດ້ມີໄລຍະ 75 ປີ ຮ່ວມການເດີນທາງພ້ອມກັບຊາດ, ຜ່ານຜ່າຊຸມວັນເດືອນປີແຫ່ງສົງຄາມ ທີ່ລຳບາກກາກກຳ ແລະ ນັບທັງໄລຍະແປງປ່ຽນໃໝ່. ໃນຊຸມເດືອນ ປີນັ້ນ, ບັນດານັກຂ່າວ, ບັນນາທິການ ນັກເຕັກນິກຂອງ ວິທະຍຸກະຈາຍສຽງຫວຽດນາມ ໄດ້ບັນທຶກເອກະສານປະຫວັດສາດດ້ວຍສຽງ ເຊິ່ງລວມມີບັນດາເຫດການທີ່ສຳຄັນຍິ່ງຂອງປະເທດຊາດ ນັບແຕ່ປີ 1945 ມາຮອດປັດຈຸບັນ ດ້ວຍສຽງທີ່ລ້ຳຄ່າ.
ບ່ອນເກັບຮັກສາເອກະສານປະຫວັດສາດດ້ວຍສຽງ  - ảnh 1 ບັນດາເຫດການປະຫວັດສາດຖືກອັດດ້ວຍສຽງ

ນັບແຕ່ເມື່ອສ້າງຕັ້ງມາເຖິງທ້າຍຊຸມປີ 1960 ຂອງສະຕະວັດກ່ອນ, ວິທະຍຸກະຈາຍສຽງຫວຽດນາມ ເກືອບຄືວ່າແມ່ນພາຫະນະສື່ຂ່າວ ແລະບັນເທີງພຽງຢ່າງ ດຽວ ເພື່ອສາມາດຮັບໃຊ້ປະຊາຊົນຢູ່ພາຍໃນປະເທດ ພິເສດແມ່ນຢູ່ເຂດຫ່າງໄກສອກຫຼີກ. ໃນບັນດາຄ່ຳຄືນສົ່ງທ້າຍປີເກົ່າຮັບຕ້ອນປີໃໝ່, ປະຊາຊົນນັບລ້ານຄົນໄດ້ລໍຄອຍຮັບຟັງ ທ່ານ ປະທານ ໂຮ່ຈີມິນ ອ່ານກາບກອນອວຍພອນບຸນເຕັດ ທາງວິທະຍຸກະຈາຍສຽງແຫ່ງຊາດ. ຫຼື  ໃນບັນດາຄ່ຳຄືນທີ່ພະຈັນເຕັມດວງ, ຢູ່ບາງແຫ່ງ, ປະຊາຊົນທັງບ້ານນັ່ງອ້ອມເຄື່ອງວິທະຍຸ ເພື່ອຮັບຟັງເລື່ອງລາວປ້ອງກັນຄວາມສະຫງົບ ຫຼື ໃຕ້ແສງສະຫວ່າງຂອງຕະກຽງທີ່ລະຍິບລະຍັບ, ທັງຄອບຄົວກໍ່ນັ່ງລໍຖ້າຟັງສຽງຂອງບັນດາໂຄສົກຂອງ ວິທະຍຸກະຈາຍສຽງຫວຽດນາມໃນລາຍການເລົ່າເລື່ອງຕອນທ່ຽງຄືນ. ອ້າຍ ເລືອງຊວນບັ່ງ ຢູ່ ກ໊ຽນເຊືອງ ແຂວງ ຖາຍບິ່ງ ໃຫ້ຮູ້ວ່າ:

     “ຂ້າພະເຈົ້າຍັງຈື່ດີ ໄລຍະທີ່ຂ້າພະເຈົ້າເປັນບ່າວ, ຖ້າຫາກຜູ້ໃດມີເຄື່ອງວິທະຍຸນ້ອຍພາຍໃສ່ບ່າ ກໍ່ຖືວ່າເປັນຄົນດັງແລ້ວ ປຽບເໝືອນໄລຍະທີ່ ພວກເຮົາເລີ່ມມີໂທລະສັບມືຖື. ພວກຂ້າພະເຈົ້າເຄີຍໄປເຮືອນລຸງຢູ່ໃກ້ຄຽງ ເພື່ອຂໍຟັງນຳ. ໄລຍະຕໍ່ມາເລື່ອງມີເຄື່ອງວິທະຍຸ ໄດ້ກາຍເປັນສິ່ງທີ່ງ່າຍດາຍກວ່າ ເຮົາກໍ່ຮັບຟັງຕະຫຼອດມື້ ແລະ ຟັງຈົນຈື່ແຕ່ລະລາຍການກະຈາຍສຽງ ແລະ ຈື່ຊື່ຂອງໂຄສົກແຕ່ລະຄົນ. ທ່ານ ຫວູຫາຍກວາງ ຮອງຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງຫວຽດນາມ ໄດ້ຢືນຢັນວ່າ ພາລະກຳອັນສູງສົ່ງຂອງ ວິທະຍຸກະຈາຍສຽງຫວຽດນາມ ແມ່ນໄດ້ສ້າງໃຫ້ມີສາງເອກະສານປະຫວັດສາດຢ່າງໃຫຍ່ໂຕ ເຊິ່ງພວມໄດ້ຮັບການອະນຸລັກຢູ່ຕຶກອາຄານຂອງ ວິທະຍຸກະຈາຍສຽງຫວຽດນາມທີ່ເຮືອນເລກທີ 39 ຖະໜົນ ບາຈ້ຽວ ຮ່າໂນ້ຍ. ທ່ານກ່າວວ່າ:

    “ວິທະຍຸກະຈາຍສຽງຫວຽດນາມ ແມ່ນອົງການສື່ມວນຊົນໄດ້ຮັບການສ້າງຕັ້ງຂຶ້ນພ້ອມກັບປະເທດຊາດ ແລະ ໄດ້ຮ່ວມເດີນທາງພ້ອມກັບຊາດໃນຕະຫຼອດ 75 ປີທີ່ຜ່ານມາ ແລະ ໄດ້ຜ່ານສົງຄາມສອງຄັ້ງ, ໄລຍະປ່ຽນແປງໃໝ່ ແລະ ປັດຈຸບັນ ແມ່ນໄລຍະສ້າງສາ ແລະ ປົກປັກຮັກສາປະເທດຊາດ. ໃນຕະຫຼອດໄລຍະທາງສະຫງ່າລາສີດັ່ງກ່າວ, ພວກຂ້າພະເຈົ້າໄດ້ເກັບຮັກສາບັນດາເອກະສານອັນລ້ຳຄ່າຄື ເທບບັນທຶກສຽງປະທານ ໂຮ່ຈີມິນ ກ່າວຖະແຫຼງການປະກາດເອກະລາດ, ບັນດາບົດເພງໄປຕາມການເວລາ, ເທບບັນທຶກສຽງຂອງບັນດາໂຄສົກທີ່ມີຊື່ສຽງ ຂອງ ວິທະຍຸກະຈາຍສຽງຫວຽດນາມ”.

       ໃນຊຸມວັນເດືອນປີແຫ່ງສົງຄາມ, ພ້ອມກັບໜ້າທີ່ຮັກສາສຽງຂອງ ຫວຽດນາມ ຜ່ານຄື້ນວິທະຍຸຕໍ່ໜ້າລູກລະເບີດຂອງສັດຕູ, ບັນດານັກເຕັກນິກຂອງ ວິທະຍຸກະຈາຍສຽງຫວຽດນາມ ຍັງຊອກຫາທຸກວິທີ, ຮັກສາບັນດາເທບບັນທຶກສຽງ ເຊິ່ງແມ່ນບັນດາເອກະສານອັນລ້ຳຄ່າຂອງປະເທດຊາດ. ທ່ານ ຫວຽນວັນຕື ອະດີດຮອງຫົວໜ້າພະແນກເຕັກໂນໂລຊີ ແລະ ຮັກສາສຳເນົາ, ສູນຜຳລິດ ແລະ ຮັກສາບັນດາລາຍການກະຈາຍສຽງ ແບ່ງປັນວ່າ:

      “ຂ້າພະເຈົ້າໄດ້ຟັງບັນດາພະນັກງານລຸ້ນກ່ອນ ເລົ່າສູ່ຟັງວ່າ ໃນຊຸມວັນເດືອນປີແຫ່ງສົງຄາມຕ້ານຈັກກະພັດອາເມລິກາ, ບາງຄັ້ງ ວິທະຍຸກະຈາຍສຽງຫວຽດນາມ ຕ້ອງຍົກຍ້າຍໄປແຫ່ງອື່ນ, ບັນດານັກເຕັກນິກ ໄດ້ນຳເອົາບັນດາເທບບັນທຶກສຽງເອກະສານໄປຕາມໂຕ, ຊອກຫາບ່ອນທີ່ມີສະພາບແວດລ້ອມສະດວກທີ່ສຸດ ເພື່ອຮັກສາໃຫ້ດີທີ່ສຸດ. ກ່ອນນັ້ນ ເພື່ອຮັກສາຄວາມປອດໄພ, ທຸກໆຄົນກໍ່ຕ້ອງອັດເປັນເທບສຳຮອງຕື່ມອີກ”.

        ບົນເສັ້ນທາງກາຍເປັນພາຫະນະສື່ມວນຊົນຫຼາຍປະເພດ, ນອກຈາກເລື່ອງສືບຕໍ່ຮັກສາບັນດາເທບບັນທຶກສຽງ ເອກະສານ, ວິທະຍຸກະຈາຍສຽງຫວຽດນາມ ພວມເປີດກວ້າງການຮັກສາສຳເນົາ ນັບທັງຮູບພາບ, ຟີມຮູບເງົາ, ພາບຈິດຕະກຳ ແລະ ເອກະສານ… ທ່ານ ຫງວຽນນັງຄາງ ຮອງອຳນວຍການສູນຜະລິດ ແລະ ຮັກສາລາຍກະຈາຍສຽງ ໃຫ້ຮູ້ວ່າ:

     “ສຳລັບພວກຂ້າພະເຈົ້າແລ້ວ ການຮັກສາສຳເນົາແມ່ນປະຕິບັດສອງໜ້າທີ່, ທີໜຶ່ງ ແມ່ນຮັບປະກັນເອກະສານ ຮັບໃຊ້ການຜະລິດບັນດາລາຍການກະຈາຍສຽງໂດຍກົງ, ທີສອງ ແມ່ນຮັກສາມໍລະດົກຂອງຊາດດ້ວຍສຽງ. ປັດຈຸບັນພວກເຮົາພວມຢືນຢູ່ຕໍ່ໜ້າການຫັນເປັນເຕັກໂນໂລຊີດີຈີຕອນ. ພວກເຮົາສາມາດຮັກສາສຳເນົາດີຈີຕອນແບບລວມສູນ ຫຼື ຜ່ານທາງເຄືອຂ່າຍ ຫຼື ຮັກສາຢູ່ຕາມສາງເກັບຮັກສາໃຫຍ່".

       ສຳລັບວຽກງານຮັກສາເອກະສານປະຫວັດສາດດ້ວຍສຽງ, ວິທະຍຸກະຈາຍສຽງຫວຽດນາມໄດ້ ແລະ ພວມຮັກສາບັນດາມໍລະດົກບໍ່ເປັນວັດຖຸອັນລ້ຳຄ່າຂອງຊາດ ໃຫ້ແກ່ລຸ້ນຄົນໃນປັດຈຸບັນ ແລະ ອະນາຄົດ. 

ຕອບກັບ