ນັກສິລະປິນປະຊາຊົນ ຫວຽນຕ໊ຽນຢຸ໊ງ ມີຄວາມເມົາມົວກັບສິລະປະລະຄອນຕຸກກະຕາ

Thu Hang
Chia sẻ
(VOVWORLD) -ລະຄອນຕຸກກະຕາ ແມ່ນໜຶ່ງໃນບັນດາປະເພດສິລະປະ ສະແດງບົນເວທີທີ່ດີເດັ່ນ ສະແດງໃຫ້ເຫັນພູມປັນຍາ, ຄວາມສະຫຼາດສະຫຼຽວ, ການປະດິດຄິດຂອງຊາວ ຫວຽດນາມ. ໃນຊຸມປີມໍ່ໆມານີ້ ລະຄອນຕຸກກະຕາ ຫວຽດນາມ ນັບມື້ໄດ້ຮັບການນິຍົມຊົມຊອບຈາກເພື່ອນມິດສາກົນ ຍ້ອນມີບັນດາຄຸນຄ່າທາງດ້ານສິລະປະ ທີ່ເປັນເອກະລັກສະເພາະ. ເພື່ອບັນລຸໄດ້ສິ່ງດັ່ງກ່າວ ແມ່ນຕ້ອງເວົ້າເຖິງ ບັນດາການອຸທິດສ່ວນຂອງບັນດານັກສິລະປິນ ລະຄອນຕຸກກະຕາ ຫວຽດນາມ ໃນນັ້ນມີນັກສິລະປິນປະຊາຊົນ  ຫວຽນຕ໊ຽນຢຸ໊ງ
ນັກສິລະປິນປະຊາຊົນ ຫວຽນຕ໊ຽນຢຸ໊ງ  ມີຄວາມເມົາມົວກັບສິລະປະລະຄອນຕຸກກະຕາ - ảnh 1ລະຄອນຕຸກກະຕາ 

    ພໍ່ຂອງນັກສິລະປິນ ຫວຽນຕ໊ຽນຢຸ໊ງ ແມ່ນນັກສິລະປິນດີເລີດ ຮວ່າງລ້ວນ ເຊິ່ງແມ່ນໜຶ່ງໃນບັນດາຜູ້ທຳອິດທີ່ໄດ້ເຂົ້າຮ່ວມສ້າງຕັ້ງໂຮງລະຄອນຕຸກກະຕາ ຫວຽດນາມ. ນັບຕັ້ງແຕ່ຄາວຍັງນ້ອຍ ຫວຽນຕ໊ຽນຢຸ໊ງ ໄດ້ມີຄວາມຊິນເຄີຍກັບລະຄອນຕຸກກະຕາ ແລະ ເດີນຕາມພໍ່ໄປສະແດງຢູ່ຫຼາຍແຫ່ງ. ເພາະສະນັ້ນ ສິລະປະລະຄອນຕຸກກະຕາ ໄດ້ຊຶມເລິກເຂົ້າໃນຈິດໃຈຂອງອ້າຍ ນັບແຕ່ຄາວຍັງນ້ອຍ. ນັກສິລະປິນປະຊາຊົນ ຫວຽນຕ໊ຽນຢຸ໊ງ ແບ່ງປັນວ່າ:

     “ຂ້າພະເຈົ້າມີຄວາມຄວາມເມົາມົວກັບລະຄອນຕຸກກະຕາ. ນັບແຕ່ຄາວຍັງນ້ອຍ ພໍ່ຂ້າພະເຈົ້າໄດ້ເຮັດວຽກຢູ່ໂຮງລະຄອນຕຸກກະຕາ ຫວຽດນາມ, ດັ່ງນັ້ນໃນຍາມພັກແລ້ງ, ຂ້າພະເຈົ້າໄດ້ຖືກພໍ່ພາໄປໂຮງລະຄອນ ແລະ ຮັບຊົມພໍ່ຜະລິດບັນດາບົດລະຄອນຕຸກກະຕາໃຫ້ແກ່ ບັນດາຄະນະສິລະປະກອນ. ໃນໄລຍະເວລານັ້ນ, ຂ້າພະເຈົ້າເຫັນວ່າ ລະຄອນຕຸກກະຕາກໍ່ມີບັນດາຈຸດທີ່ແຕກຕ່າງກັນ ແລະ ແປກປະຫຼາດ ແລະ ຂ້າພະເຈົ້າຊົມຊອບທີ່ສຸດ. ເມື່ອໄດ້ຍົກຍ້າຍໄປເຮັດວຽກຢູ່ໂຮງລະຄອນຕຸກກະຕາ ຫວຽດນາມ ນັບແຕ່ 1998 ມາຮອດປັນຈຸບັນ, ຂ້າພະເຈົ້າໄດ້ຢັ້ງຢືນວ່າ ລະຄອນຕຸກກະຕາແມ່ນປະເພດສິລະປະ ທີ່ເໝາະສົມກັບຂ້າພະເຈົ້າ ເຊິ່ງໄດ້ເຮັດໃຫ້ຂ້າພະເຈົ້າ ມີຄວາມສະໜິດຕິດພັນກັບລະຄອນຕຸກກະຕາ”.

       ສຳລັບຜູ້ກຳກັບການສະແດງ, ສິລະປິນປະຊາຊົນ ຫວຽນຕ໊ຽນຢຸ໊ງ ແລ້ວ ເມື່ອລົງມືກຳກັບທຸກໆລາຍການ, ທ່ານຍາມໃດກໍ່ຖືກປັດໄຈທຳອິດ ແມ່ນຕ້ອງສ້າງຄວາມໃໝ່ອ່ຽມ ແລະ ຕ້ອງມີຄວາມດູດດື່ມກວ່າ ເມື່ອທຽບໃສ່ບັນດາລາຍການທີ່ໄດ້ມີຢູ່ແລ້ວ. ພິເສດທາງດ້ານຮູບການສະແດງ ແມ່ນຕ້ອງມີການປ່ຽນແປງໃໝ່, ເຮັດໃຫ້ຜູ້ຊົມມີຄວາມຮູ້ສຶກມີຄວາມດຶງດູດໃຈ ແລະ ສິລະປະລະຄອນຕຸກກະຕາ ບໍ່ພຽງແຕ່ແມ່ນຮູບພາບຂອງບັນດາຕົວລະຄອນຕຸກກະຕາ ທີ່ຮູ້ເຕັ້ນ ຮູ້ເຄື່ອນເໜັງບົນເວທີເທົ່ານັ້ນ, ທີ່ຈິງແລ້ວມັນຕ້ອງແມ່ນຕົວລະຄອນທີ່ມີວິນຍານ, ມີຄຸນລັກສະນະສະໃນເລື່ອງລາວໃດໜຶ່ງ ທີ່ຈະເຮັດໃຫ້ຜູ້ຊົມມີຄວາມປະທັບໃຈ. ທ່ານ ຫວຽນຕ໊ຽນຢຸ໊ງ ໃຫ້ຮູ້ອີກວ່າ:

       “ການພັດທະນາຂອງສິລະປະເວົ້າລວມ ແລະ ສິລະປະລະຄອນຕຸກກະຕາ ເວົ້າສະເພາະ ແມ່ນຂຶ້ນກັບບັນດາຜູ້ທີ່ພວມປະກອບອາຊີບນີ້. ບັນດາຜູ້ປະກອບອາຊີບນີ້ຄືພວກຂ້າພະເຈົ້າ ແມ່ນຕ້ອງສຸມຈິດສຸມໃຈ ປືນຕົວຂຶ້ນສຳຜັດກັບທ່າອ່ຽງ ລະຄອນຕຸກກະຕາຂອງໂລກ”.

      ເບິ່ງຄືວ່າສຳລັບສິລະປິນປະຊາຊົນ ຫວຽນຕ໊ຽນຢຸ໊ງ, ນັກສິລະປິນລະຄອນຕຸກກະຕາ ບໍ່ພຽງແຕ່ມີສີມືດີເທົ່ານັ້ນ ຫາກຍັງຕ້ອງຮູ້ນຳໃຊ້ ມີການປະດິດຄິດສ້າງ ມີຄວາມສະຫຼາດສະຫຼຽວ ແລະ ສະດຸ້ງໄວ ເພື່ອຊອກຫາຂໍກຸນແຈ ຊ່ວຍໃຫ້ສິລະປະລະຄອນຕຸກກະຕາຢືນຢູ່ຢ່າງໝັ້ນຄົງ ແລະ ຢັ້ງຢືນທີ່ຕັ້ງບົດບາດໃນພື້ນຖານສິລະປະການສະແດງບົນເວທີຂອງ ຫວຽດນາມ ແລະ ມີທີ່ຕັ້ງໃນຕະຫຼາດສາກົນ. ນັກສິລະປິນດີເລີດ ຫວຽນຮົ່ງຟອງ  ສັງກັດໂຮງລະຄອນຕຸກກະຕາ ຫວຽດນາມ ໃຫ້ຮູ້ວ່າ:

       “ເມື່ອເວົ້າເຖິງນັກສິລະປິນປະຊາຊົນ ຫວຽນຕ໊ຽນຢຸ໊ງ, ນອກຈາກຄວາມສຸດຈິດສຸດໃຈກັບສິລະປະແລ້ວ ລາວຍັງແມ່ນຄົນທີ່ມີຄວາມເປັນຫ່ວງກັບອາຊີບ. ຍາມໃດລາວກໍ່ຊອກຫາບັນດາເສັ້ນທາງກ້າວເດີນ ກ່ຽວກັບການພັດທະນາສິລະປະ ໃຫ້ແກ່ໂຮງລະຄອນ ກໍ່ຄືຍົກອອກການການປະດິດຄິດສ້າງສະເພາະຂອງຕົນ ທີ່ມີຕໍ່ສິລະປະລະຄອນຕຸກກະຕາ”.

      ຂີດໝາຍຂອງນັກສິລະປີນປະຊາຊົນ ຫວຽນຕ໊ຽນຢຸ໊ງ ແມ່ນຕ້ອງເວົ້າເຖິງລາຍການພິເສດ ໂດຍລາວເປັນຜູ້ກຳກັບການສະແດງ, ນັ້ນແມ່ນລາຍການລະຄອນຕຸກກະຕາ ດົ່ງວ້ອງ. ນີ້ແມ່ນລາຍການປະສົມປະສານສິ່ງທີ່ໃໝ່ອ່ຽມ ລະຫວ່າງລະຄອນຕຸກກະຕານ້ຳ ແລະ ລະຄອນຕຸກກະຕາບົກ ພ້ອມກັບດົນຕີພື້ນເມືອງ. ການປະສົມປະສານທີ່ເປັນເອກະລັກ ລະຫວ່າງສິລະປະພື້ນເມືອງ ແລະ ສິລະປິຍຸກທັນສະໄໝ. ເພື່ອສ້າງໃຫ້ມີເວທີສະແດງສິລະປະ ທີ່ເປັນເອກະລັກສະເພາະຂອງວັດທະນະທຳ ຫວຽດນາມ ແລະ ມີຄວາມດູດດື່ມສຳລັບແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ, ນັກສິລະປິນປະຊາຊົນ ຫວຽນຕ໊ຽນຢຸ໊ງ ພວມພ້ອມກັບເພື່ອນຮ່ວມອາຊີບ ສຸມຈິດສຸມໃຈບັນຊາຕົວລະຄອນຕຸກກະຕາ ດ້ວຍບັນດາຈັງຫວະແນວໃດ ໃຫ້ມີຄວາມຄ່ອງແຄ້ວ ເພື່ອສ້າງຄວາມທັບໃຈໃຫ້ແກ່ຜູ້ຊົມ ດ້ວຍບັນດາຮູບພາບທີ່ງາມຕາ, ລະອຽດອ່ອນທາງດ້ານສິລະປະລະຄອນຕຸກກະຕາ ຫວຽດນາມ.

ຕອບກັບ