ດັກລັກຮັກສາ ແລະ ເສີມຂະຫຍາຍວັດທະນະທຳຄ້ອງ

Ngoc Anh
Chia sẻ
(VOVWORLD) -ພາຍຫຼັງປະຕິບັດມະຕິຂອງສະພາປະຊາຊົນແຂວງດັກລັກກ່ຽວກັບການອະນຸລັກແລະເສີມຂະຫຍາຍວັດທະນະທຳຄ້ອງມາເປັນເວລາ 5 ປີ, ການອະນຸລັກມໍລະດົກນີ້ ຢູ່ແຂວງດັກລັກໄດ້ບັນລຸໝາກຜົນທີ່ຕັ້ງໜ້າ. ຜ່ານນັ້ນໄດ້ປະກອບສ່ວນຟື້ນຟູວັດທະນະທຳຄ້ອງໃນຊີວິດຊຸມຊົນເທື່ອລະກ້າວ
ດັກລັກຮັກສາ ແລະ ເສີມຂະຫຍາຍວັດທະນະທຳຄ້ອງ - ảnh 1ການສອນຕີຄ້ອງໄດ້ຮັບຄວາມເອົາໃຈໃສ່ຈາກຂັ້ນຮາກຖານ

ຄ້ອງກໍ່ແມ່ນຊັບສົມບັດອັນລ້ຳຄ່າໄດ້ຮັບການປະດິດຄິດສ້າງຈາກວົງຄະນາຍາດບັນດາເຜົ່າໄຕງວຽນ ແລະ ໄດ້ເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ, ສືບທອດຈາກຄົນລຸ້ນນີ້ ສູ່ຄົນລຸ້ນອື່ນ. ວັດທະນະທຳຄ້ອງເຂດໄຕງວຽນໄດ້ຖືກເປີດກວ້າງອອກສູ່ 5 ແຂວງຄືກອນຕູມຢາລາຍດັກລັກດັກນົງແລະ ເລິມດົ່ງ. ວັດທະນະທຳຄ້ອງໄຕງວຽນໄດ້ຮັບການຮັບຮອງຈາກUnescoແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸເປັນຕົວແທນຂອງມວນມະນຸດໃນວັນທີ 25 ພະຈິກປີ 2005. ກຣົງບົງແມ່ນເມືອງຕົວແບບໃນວຽກງານອະນຸລັກແລະເສີມຂະຫຍາຍວັດທະນະທຳຄ້ອງຂອງແຂວງດັກລັກ. ປັດຈຸບັນເມືອງມີນັກສິລະປະການເກືອບ  500 ຄົນຮູ້ນຳໃຊ້ຄ້ອງ,ຖ່າຍທອດການຕີຄ້ອງ, ຜະລິດບັນດາປະເພດເຄື່ອງດົນຕີຊົນເຜົ່າ. ມີ 24 ກອງຕີຄ້ອງໜຸ່ມແລະໜຶ່ງສະໂມສອນຄ້ອງຂັ້ນຕາແສງພວມເຄື່ອນໄຫວຢ່າງມີປະສິດທິຜົນ. ໃນ 5 ປີທີ່ຜ່ານມາຢູ່ເມືອງ ກຣົງບົງໄດ້ຈັດການຖ່າຍທອດສອນຕີຄ້ອງ 12 ຊຸດໃຫ້ແກ່ຊາວໜຸ່ມເຍົາວະຊົນຢູ່ບ້ານຕ່າໆ ພ້ອມກັນນັ້ນໃນແຕ່ລະປີ, ຂະແໜງວັດທະນະທຳຖະແຫຼງຂ່າວເມືອງໄດ້ຈັດຕັ້ງງານມະໂຫລານວັດທະນະທຳຄ້ອງ ແລະ ສະແດງເຄື່ອງດົນຕີພື້ນເມືອງຢ່າງເປັນປະຈຳ. ທ່ານຟ້າມດິ່ງເຕິ໊ນ ຫົວໜ້າຂະແໜງວັດທະນະທຳຖະແຫຼງຂ່າວເມືອງ ກຣົງບົງໃຫ້ຮູ້ວ່າ:

     “ປັດຈຸບັນເມືອງ ກຣົງບົງມີ 8 ຕາແສງ, ມີປະຊາຊົນບັນດາເຜົ່າສ່ວນໜ້ອຍ. ປີໃດກໍ່ເຊັ່ນດຽວກັນພວກຂ້າພະເຈົ້າກໍ່ໄດ້ຈັດຕັ້ງການຖ່າຍທອດສອນຕີຄ້ອງຫຼາຍຊຸດໃຫ້ແກ່ພວກນ້ອງ.ພິເສດແມ່ນບັນດາລຸ້ນປູ່ ລຸ້ນອ້າຍໄດ້ຖ່າຍທອດໃຫ້ແກ່ໄວໜຸ່ມຄືນ ເພື່ອຈັດຕັ້ງປະຕິບັດໜ້າທີ່ຮັກສາແລະພັດທະນາວັດທະນະທຳຄ້ອງຢູ່ທ້ອງຖິ່ນໃຫ້ເປັນຢ່າງດີ”.

       ກໍ່ເຊັ່ນດຽວກັນຢູ່ເມືອງ ກຣົງນັງ ວຽກງານອະນຸລັກແລະເສີມຂະຫຍາຍວັດທະນະທຳຄ້ອງກໍ່ໄດ້ຮັບຄວາມເອົາໃຈໃສ່. ທົ່ວເມືອງມີ 14 ກອງຕີຄ້ອງດ້ວຍນັກສິລະປະການເກືອບ 500 ຄົນຮູ້ຈັກສະແດງສິລະປະຕີຄ້ອງ. ຢູ່ບ້ານຕ່າງໆໃນເມືອງກໍ່ຍັງເກັບຮັກສາຄ້ອງ 158 ຊຸດແລະຖືກນຳໃຊ້ໃນບັນດາໂອກາດງານບຸນຢ່າງເປັນປະຈຳ. ທ່ານຫງວຽນວັນຫວີ ຫົວໜ້າຂະແໜງວັດທະນະທຳຖະແຫຼງຂ່າວເມືອງ ກຣົງນັງເວົ້າວ່າ:

      “ຢູ່ ກຣົງນັງ ໃນປັດຈຸບັນພວມຈັດການຖ່າຍທອດສອນຕີຄ້ອງສາມຊຸດ ໃນນັ້ນມີຊຸດຮຽນສະຫງວນໃຫ້ບັນດາຜູ້ຍັງບໍ່ທັນຮູ້ຕີຄ້ອງຢູ່ໃນເກນອາຍຸ 25 ຫາ 30 ກວ່າປີ; ສ່ວນເກນອາຍຸແຕ່ 20 ລົງຮອດ 15 ປີ ແລະ ຜູ້ໃນເກນອາຍຸເຂົ້າຮ່ວມຕີຄ້ອງ ກຣາມ ນັ້ນ, ພວກນ້ອງພວມຢູ່ໃນໄວຮຽນຊັ້ນປະຖົມ ແລະ ມັດທະຍົມ
ຕອນຕົ້ນ ດັ່ງນັ້ນພວກຂ້າພະເຈົ້າໄດ້ສົມທົບການສອນໃຫ້ແກ່ພວກນ້ອງໃນໂຮງຮຽນ”.

      ຈາກບັນດາການເຄື່ອນໄຫວວັດທະນະທຳຊຸມຊົນທີ່ຖືກຈັດຂິຶ້ນໃນບ້ານ, ຊາວບ້ານໄດ້ເພີ່ມຄວາມເຂົ້າໃຈສີສັນວັດທະນະທຳບັນດາເຜົ່າ ຮູ້ຕີຄ້ອງຮູ້ຟ້ອນດ້ວຍວາດຟ້ອນຕ່າງໆ. ນາງ ເຮິແງວນ ນີເອກະດຳ ຢູ່ບ້ານ ວີອາວອາ ເທດສະບານ ກຣົງນັງ ເມືອງ ກຣົງນັງແບ່ງປັນວ່າ:

     “ຂ້າພະເຈົ້າຢາກມີຄວາມຫວັງຢາກໃຫ້ລຸ້ນໄວໜຸ່ມ ແລະ ລຸ້ນຄົນໃນອະນາຄົດ ຈົ່ງຮັບເອົາສິ່ງທີ່ຍອດຍິ່ງ ແລະ ໝາກຜົນເຊິ່ງລຸ້ນພໍ່ລຸ້ນອ້າຍໄດ້ປະໄວ້ໃຫ້ ແລະ ຍາມໃດກໍ່ຕ້ອງຮັກສາເສີມຂະຫບາຍ. ບໍ່ພຽງແຕ່ຢຸດຢູ່ໃນຂອບເຂດແຂວງດັກລັກເທົ່ານັ້ນ ຫາກຍັງຂະຫຍາຍສູ່ເຂດແຄ້ວນອື່ນໆ ເພື່ອໃຫ້ເຂົາເຈົ້າສາມາດເຂົ້າໃຈກ່ຽວກັບວັດທະນະທຳຄ້ອງຂອງຊາວໄຕງວຽນເວົ້າລວມ ແລະ ຊາວເຜົ່າເອເດເວົ້າສະເພາະອີກດ້ວຍ”.

        ຜ່ານການປະຕິບັດເປັນເວລາ  5 ປີ, ວຽກງານອະນຸລັກ ແລະ ເສີມຂະຫຍາຍມໍລະດົກວັດທະນະທຳຄ້ອງຢູ່ແຂວງດັກລັກໄດ້ບັນລຸປະສິດທິຜົນສູງ. ທົ່ວແຂວງໄດ້ປະກອບໃຫ້ບັນດາກອງສິລະປະດ້ວຍຄ້ອງຫຼາຍກວ່າ 100 ຊຸດພ້ອມກັບບັນດາຊຸດອາພອນປະຈຳເຜົ່າຕ່າງໆ ໃຫ້ແກ່ບັນດາກອງສິລະປະ; ໄດ້ຈັດຕັ້ງຊຸດອົບຮົມສອນວິທີສະແດງຄ້ອງ ແລະ ເຄື່ອງດົນຕີຊົນເຜົ່າລວມທັງໝົດ 4 ຊຸດ; ສອນປັບສຽງຄ້ອງ 3 ຊຸດໃຫ້ແກ່ບັນດານັກສິລະປະການ.

        ໃນໄລຍະ 2016 – 2020ແຂວງດັກລັກໄດ້ມີນັກສິລະປະການ 24 ຄົນໄດ້ຮັບນາມມະຍົດ “ນັກສິລະປະການດີເດັ່ນ” ຈາກປະທານປະເທດ ຍ້ອນຜົນງານດີເດັ່ນໃນການອະນຸລັກມໍລະດົກວັດທະນະທຳບັນດາເຜົ່າ. ສ່ວນໃນໄລຍະ 2021 – 2025 ທັງແຂວງ ດັກລັກສືບຕໍ່ຮັກສາອະນຸລັກ ແລະນຳໃຊ້ມໍລະດົກວັດທະນະທຳຄ້ອງຢ່າງມີປະສິດທິຜົນພ້ອມກັນນັ້ນກໍ່ເພີ່ມທະວີການໂຄສະນາມໍລະດົກວັດທະນະທຳຄ້ອງໃຫ້ແກ່ແຂກທ່ອງທ່ຽວທັງຢູ່ພາຍໃນແລະ ສາກົນ.

ຕອບກັບ