ງານວາງສະແດງຜະລິດຕະພັນຈິດຕະກຳ ດ້ວຍແຫຼ່ງບັນດານໃຈຈາກສິລະປະພາບຂັດມັນ

Thu Ha
Chia sẻ
(VOVWORLD) -      ງານວາງສະແດງຜະລິດຕະພັນຈິດຕະກຳຖືກປະສານສົມທົບລະຫວ່າງພາບຂັດມັນ, ດົນຕີ ແລະ ເທບບັນທຶກພາບ 3D ART ພວມດຳເນີນຢູ່ ຮ່າໂນ້ຍ. ນີ້ແມ່ນແຫ່ງທີ່ຜູ້ຊົມຈະໄດ້ຄົ້ນຫາສິ່ງທີ່ໃໝ່ອ່ຽມຖືກຂະຫຍາຍຈາກສິລະປະພາບຂັດມັນທີ່ມີມາແຕ່ດົນນານ
ງານວາງສະແດງຜະລິດຕະພັນຈິດຕະກຳ ດ້ວຍແຫຼ່ງບັນດານໃຈຈາກສິລະປະພາບຂັດມັນ    - ảnh 1ກຸ່ມນັກສິລະປິນປະຕິບັດໂຄງການສິລະປະທີ່ມີແຫຼ່ງບັນດານໃຈຈາກພາບຂັດມັນ

     ກຸ່ມນັກສິລະປິນປະຕິບັດໂຄງການສິລະປະທີ່ມີແຫຼ່ງບັນດານໃຈຈາກພາບຂັດມັນລວມມີສາມຄົນນັ້ນແມ່ນຈິດຕະກອນ ເຈື່ອງຮວ່າງຫ໋າຍ, ຈິດຕະກອນ ຫງວຽນກວາງຫວູ ແລະ ສິລະປິນ VFX ຫງວຽນດວ່ານກວາງຮຸຍ. ບັນດາຜະລິດຕະພັນຈິດຕະກຳ ຖືກປະດິດຄິດສ້າງໂດຍອີງໃສ່ການສົມທົບລະຫວ່າງພາບຂັດມັນ ດ້ວຍວັດສະດຸຫຼາຍຢ່າງ ເຊິ່ງໄດ້ພັນລະນາເຖິງຄວາມງາມທຳມະຊາດ, ດອກບົວ ຜ່ານລະດູຕ່າງໆ  ຂົວ ລອງບຽນ ເຊິ່ງເປັນສັນຍາລັກທາງດ້ານວັດທະນະທຳ ປະຫວັດສາດຂອງນະຄອນຫຼວງ ຮ່າໂນ້ຍ. ຈິດຕະກອນ ຫວຽນກວາງຫວູ ສະມາຊິກກຸ່ມສິລະປິນໜຸ່ມ De.lac  ໃຫ້ຮູ້ວ່າ:

    “ກຸ່ມສິລະປິນ De.lac   ຢາກສົ່ງສານທີ່ໃໝ່ອ່ຽມຢາກໃຫ້ໄວໜຸ່ມ ຫວຽດນາມ ເວົ້າລວມ ແລະ ເພື່ອນໜຸ່ມຕ່າງປະເທດເວົ້າສະເພາະ ມີໂອກາດເຂົ້າໃຈແຈ້ງກວ່າກ່ຽວກັບອາຊີບເຮັດພາບຂັດມັນທີ່ມີມາແຕ່ດົນນານຂອງ ຫວຽດນາມ”.

      ສິລະປິນໜຸ່ມສາມຄົນທີ່ເມົາມົວກັບການຄົ້ນຄວ້າປະດິດຄິດສ້າງທົດລອງເຮັດພາບຂັດມັນ ດ້ວຍຫຼາຍວັດສະດຸທີ່ແຕກຕ່າງກັນຄື ຢາງປຣາສະຕິກ, ຜ້າໄໝ, ໜັງ, ໂລຫະ… ທ່ານ ຫງວຽນເຖເຊີນ ຜູ້ຄຸ້ມຄອງງານວາງສະແດງຕີລາຄາວ່າ:

     “ຈາກບັນດາຄວາມມານະພະຍາຍາມສ້າງຕົນເອງໃຫ້ມີຄວາມໃໝ່ອ່ຽມກໍ່ຄືຄົ້ນຫາບັນດາວັດສະດຸໃໝ່, ວິທີການສຳຜັດໃໝ່, ພວກເພື່ອນໜຸ່ມໄດ້ມີວິທີສຳຜັດໃໝ່ທາງດ້ານພາບຂັດມັນ. ຢູ່ທີ່ນີ້ມີຜະລິດຕະພັນຈິດຕະກຳຫຼາຍຢ່າງ ໄດ້ນຳໃຊ້ຢາງປຣາສະຕິກທີ່ຜະລິດຈາກສິ່ງເສດເຫຼືອ. ສິ່ງນີ້ໄດ້ເປີດທິດໃໝ່ມຸ່ງໄປສູ່ຄຸນຄ່າທີ່ດີກວ່າ. ຈິນຕະນາການຂອງໄວໜຸ່ມໃນປັດຈຸບັນ ບໍ່ສະເພາະທາງດ້ານສິລະປະເທົ່ານັ້ນ ຫາກຍັງໄດ້ຕິດພັນກ່ຽວກັບເລື່ອງລາວກ່ຽວກັບສັງຄົມ ນັບທັງສິ່ງແວດລ້ອມອີກດ້ວຍ”.

     ຕາມຈິດຕະກອນ ເຈິ່ນເຮົ້າອຽນເຖ, ງານວາງສະແດງບໍ່ພຽງແຕ່ນຳມາເຊິ່ງມຸ່ມມອງການສັງເກດໃໝ່ທາງດ້ານສິລະປະພາບຂັດມັນເທົ່ານັ້ນ ຫາກຍັງຜູກຮັດກັບປັດໄຈວັດທະນະທຳປະຫວັດສາດ ຂະນະທີ່ງານວາງສະແດງຖືກຈັດຂຶ້ນຢູ່ສາລາ ນາມເຮືອງ ເຊິ່ງແມ່ນສາລາບ້ານທີ່ມີອາຍຸນັບ 100 ປີຢູ່ ຮ່າໂນ້ຍ. ຈິດຕະກອນ ປອ ເຈິ່ນເຮົ້າອຽນເຖ ໃຫ້ຮູ້ວ່າ:

               “ສາລາ ນາມເຮືອງ ໄດ້ກາຍເປັນສະຖານທີ່ວັດທະນະທຳຂອງເມືອງ ຮວ່ານກ໊ຽມ. ຢູ່ ຮ່າໂນ້ຍ, ພິເສດ ຢູ່ເມືອງ ຮວ່ານກ໊ຽມ ໃນມໍ່ໆມານີ້ ໄດ້ມີຫຼາຍໂຄງການກ່ຽວກັບການປຸກລຸກຄຸນຄ່າຂອງສາລາບ້ານ. ກຸ່ມສິລະປິນໜຸ່ມ ພ້ອມກັບຜູ້ຄຸ້ມຄອງງານວາງສະແດງ ຫງວຽນເຖເຊີນ ໄດ້ເຮັດໃຫ້ບັນດາສາລາມີຄວາມໃໝ່ອ່ຽມ ແລະ ນຳສາລາກາຍເປັນປັດໄຈໃນຂົງເຂດວັດທະນະທຳອີກດ້ວຍ”.

    ງານວາງສະແດງຜະລິດຕະພັນຈິດຕະກຳ ບໍ່ພຽງແຕ່ສ້າງໃຫ້ມີການສົນທະນາທາງດ້ານສິລະປະເທົ່ານັ້ນ ຫາກຍັງປະກອບສ່ວນປຸກລຸກບັນດາມໍລະດົກທີ່ຖືກປະປ່ອຍນີ້ເພື່ອໃຫ້ກາຍເປັນຊາຍຄາລວມຂອງສະມາຄົມປະດິດຄິດສ້າງຂອງບັນດາເພື່ອນໜຸ່ມຂອງວົງຄະນາຍາດຜູ້ນິຍົມສິລະປະ ຍິ່ງກວ່ານັ້ນຈະກາຍເປັນເຂດເຊື່ອມຕໍ່ໃຫ້ແກ່ບັນດາລາຍການທ່ອງທ່ຽວສິລະປະ, ແມ່ນກຳລັງໜູນເພື່ອພັດທະນາເສດຖະກິດປະດິດຄິດສ້າງ ແມ່ນແຫ່ງເພື່ອໃຫ້ໄວໜຸ່ມປະກອບສ່ວນເພີ່ມທະວີຄຸນຄ່າໃຫ້ແກ່ວັດທະນະທຳພື້ນເມືອງອີກດ້ວຍ. 

ຕອບກັບ