ງານບຸນພາວະນາໃຫ້ການປະມົງໄດ້ຮັບຜົນດີ - ຈຸດວັດທະນະທຳ ຈິດວິນຍານຂອງຊາວປະມົງ ຝູອຽນ

Vinh Phong
Chia sẻ
(VOVWORLD) -ງານບຸນພາວະນາໃຫ້ການປະມົງໄດ້ຮັບຜົນດີ ມີຄວາມໝາຍສຳຄັນພິເສດໃນຊີວິດດ້ານຈິດວິນຍານ ແລະ ການເຫຼື້ອມໃສຂອງຊາວປະມົງ ຢູ່ບັນດາໝູ່ບ້ານຊາວປະມົງແຄມທະເລ ຢູ່ເຂດຕອນໃຕ້ພາກກາງ ພິເສດແມ່ນຢູ່ແຂວງ ຝູອຽນ. ງານບຸນຖືກສະແດງອອກຜ່ານພິທີກຳທີ່ເປັນເອກະລັກ ແລະ ຮູບການສະແດງພື້ນເມືອງທີ່ອຸດົມສົມບູນ
ງານບຸນພາວະນາໃຫ້ການປະມົງໄດ້ຮັບຜົນດີ - ຈຸດວັດທະນະທຳ ຈິດວິນຍານຂອງຊາວປະມົງ ຝູອຽນ - ảnh 1ສຸສານປາວານຢູ່ຄຸ້ມຖະໜົນ ຝູເຖາະ 2, ຕາແສງ ຮວ່າຮຽບຈຸງ ເທດສະບານ ດົງຮວ່າ ແຂວງ ຝູອຽນ

     ແຕ່ລະປີນັບແຕ່ວັນທີ 11 ຫາວັນເພັງເດືອນ 6 ໄລ່ຕາມຈັນທະປະຕິທິນ ປະຊາຊົນຢູ່ຄຸ້ມຖະໜົນ ຝູເຖາະ 2, ຕາແສງ ຮວ່າຮຽບຈຸງ ເທດສະບານ ດົງຮວ່າ ແຂວງ ຝູອຽນ ພັດຫ້າງຫາກະກຽມໃຫ້ແກ່ງານບຸນພາວະນາໃຫ້ການປະມົງໄດ້ຮັບຜົນດີ. ນີ້ແມ່ນງານບຸນທີ່ເຂັ້ມຂົ້ນໄປດ້ວຍຈຸດຄວາມງາມທາງດ້ານວັດທະນະທຳພື້ນເມືອງ ແລະ ແມ່ນອາຫານທາງດ້ານຈິດໃຈ ທີ່ຂາດບໍ່ໄດ້ໃນຊີວິດວັດທະນະທຳ, ການເຫຼື້ອມໃສດ້ານຈິດວິນຍານຂອງຊາວປະມົງ. ຕາມທ່ານ ເຈິ່ນວັນສາງ ຫົວໜ້າກຸ່ມຊາວປະມົງ ຝູເຖາະ 2, ບຸນພາວະນາໃຫ້ການປະມົງໄດ້ຮັບຜົນດີ ຕິດພັນກັບການເຫຼື້ອມໃສບູຊາປາວານ. ທ່ານ ເຈິ່ນວັນສາງ ໃຫ້ຮູ້ວ່າ:

      “ງານບຸນມີລັກສະນະເປັນມູນເຊື້ອຂອງປູ່ຍ່າຕາຍາຍປະໄວ້ໃຫ້ແຕ່ປາງກ່ອນ ພໍ່ແມ່ພີ່ນ້ອງໄດ້ຈັດງານບຸນແນໃສອາໄລຫາຄຸນງາມຄວາມດີຂອງຄົນລຸ້ນກ່ອນໆທີ່ໄດ້ສ້າງບ້ານແປງເຮືອນ; ອາໄລຫາພໍ່ແມ່ພີ່ນ້ອງຊາວປະມົງ, ບັນດາຜູ້ທີ່ໄດ້ເດີນທະເລ ປະຕິບັດພັນທະປົກປັກຮັກສາອະທິປະໄຕເຂດທະເລໝູ່ເກາະໃຫ້ແກ່ປະເທດຊາດ. ງານບຸນກໍ່ເພື່ອແນໃສ່ພາວະນາໃຫ້ໝູ່ບ້ານມີຄວາມສະຫງົບສຸກ, ພໍ່ແມ່ພີ່ນ້ອງຊາວປະມົງໄປຈັບຫາປາໄດ້ຮັບຜົນດີ ແລະ ປອດໄພ. ສ່ວນຂັ້ນຕອນຈັດພິທີກໍ່ຖືກຈັດຂຶ້ນຢູ່ສຸສານ ສ່ວນຂັ້ນຕອນຈັດງານບຸນຖືກດຳເນີນຢູ່ເວທີສະແດງ ດ້ວຍບັນດາການເຄື່ອນໄຫວລະຫຼິ້ນບັນເທີງ”.

      ທ່ານ ເຈິ່ນວັນສາງ ໃຫ້ຮູ້ວ່າ ງານບຸນພາວະນາໃຫ້ການປະມົງໄດ້ຮັບຜົນດີ ຢູ່ຄຸ້ມຖະໜົນ ຝູເຖາະ 2 ຖືກຈັດຂຶ້ນຢ່າງສົມກຽດໃນເວລາ 3 - 5 ວັນ. ໃນນັ້ນຕອນບ່າຍຂອງມື້ທຳອິດຄື ວັນທີ 11 ເດືອນ 6 ໄລ່ຕາມຈັນທະປະຕິທິນ ກໍ່ໄດ້ດຳເນີນພິທີກຳທີ່ສຳຄັນທີ່ສຸດ ນັ້ນແມ່ນ ພິທີແຫ່ປາວານ. ຮອດຮຸ່ງເຊົ້າມື້ທີສອງງານບຸນສືບຕໍ່ຖືກດຳເນີນດ້ວຍບັນດາພິທີໄຫວ້ບູຊາ ຖວາຍເຄື່ອງຂອງບູຊາ. ຮອດຕອນທ່ຽງຫາຕອນແລງກໍ່ແມ່ນເວລາຈັດພິທີໄຂງານບຸນ ຟ້ອນລຳທຳເພງ, ແຫ່ວໍ, ກ່າວບົດສະດຸດີ…             ໃນຊຸມມື້ຕໍ່ມາ ກໍ່ແມ່ນຮອດຂັ້ນຕອນຈັດງານບຸນລວມມີ ການຫຼິ້ນເກມພື້ນເມືອງຄື ຂັບບ່າຍຈ່ອຍ, ຊ່ວງເຮືອ, ຂີ່ໄມ້ໂຢກເຢກ, ດຶງເຊືອກ, ຕີມວຍພື້ນເມືອງ ແລະ ການເຄື່ອນໄຫວສະແດງສິລະປະວັນນະຄະດີມະຫາຊົນ. ພິເສດໃນງານບຸນ ຂັບໂບ້ຍ ແມ່ນປະເພດສິລະປະພື້ນເມືອງທີ່ຂາດບໍ່ໄດ້.

       ກ່ອນທີ່ຈະຮອດມື້ຈັດພິທີພາວະນາໃຫ້ການປະມົງໄດ້ຮັບຜົນດີ  ປະຊາຊົນໃນຄຸ້ມຖະໜົນ ເຖິງວ່າປະກອບອາຊີບຫາປາຫຼືບໍ່ກໍ່ຕາມ ກໍ່ລ້ວນແຕ່ຫ້າງຫາກະກຽມບັນດາວັດຖຸເຄື່ອງຂອງ ເພື່ອຖວາຍບູຊາປາວານ. ພ້ອມກັນນັ້ນພໍ່ແມ່ພີ່ນ້ອງກໍ່ເຂົ້າຮ່ວມບັນດາລາຍການສະແດງສິລະປະ ຂັບໂບ້ຍ, ຂັບບ່າຍຈ່ອຍ. ອ້າຍ ເລວັນຢ໊ອງ ຫົວໜ້າຄຸ້ມຖະໜົນ ຝູເຖາະ 2 ໃຫ້ຮູ້ວ່າ:

      “ງານບຸນນີ້ສົ່ງຜົນກະທົບຢ່າງໃຫຍ່ຫຼວງຕໍ່ວົງຄະນາຍາດ ຍ້ອນວ່າງານບຸນໄດ້ເຮັດໃຫ້ພໍ່ແມ່ພີ່ນ້ອງໃນຄຸ້ມຖະໜົນມີຄວາມສະໜິດຕິດພັນຫຼາຍກວ່າ, ສ້າງສາຍພົວພັນ ແລະ ການລະຫຼິ້ນທີ່ສົດໃສໃຫ້ແກ່ໄວໜຸ່ມ”.

        ການເຫຼື້ອມໃສບູຊາປາວານແລະ ງານບຸນພາວະນາໃຫ້ການປະມົງໄດ້ຮັບຜົນດີ ແມ່ນຕິດພັນກັບສຸສານປາວານ. ລຽບຕາມບັນດາທ້ອງຖິ່ນແຄມທະເລແຂວງ ຟູອຽນ ປະຈຸບັນມີ 41 ສຸສານປາວານ. ຢູ່ບ່ອນໃດມີ ສຸສານປາວານນັ້ນ, ຢູ່ບ່ອນນັ້ນກໍລ້ວນແຕ່ຈັດງານບຸນພາວະນາໃຫ້ການປະມົງໄດ້ຮັບຜົນດີໃນແຕ່ລະປີ

     ງານບຸນພາວະນາໃຫ້ການປະມົງໄດ້ຮັບຜົນດີຢູ່ ຝູອຽນເວົ້າສະເພາະ ແລະ ບັນດາເຂດທະເລເວົ້າລວມ, ບໍ່ພຽງແຕ່ເພີ່ມທະວີຈິດໃຈສາມັກຄີໃນວົຄະນະຍາດເທົ່ານັ້ນ, ຫາກຍັງເປັນການປັບປຸງວາມເຊື່ອໝັ້ນ, ເພີ່ມກຳລັງແຮງໃຫ້ແກ່ຊາວປະມົງເມື່ອເດີນເຮືອໄປຫາປາທັງເວັນແລະຄືນ, ປະກອບສ່ວນປົກປັກຮັກສາອະທິປະໄຕເຂດທະເລໝູ່ເກາະທີ່ສັກກາລະບູຊາຂອງປະເທດຊາດ. ດ້ວຍບັນດາຄຸນຄ່າ ແລະ ຄວາມໝາຍສຳຄັນ, ງານບຸນພາວະນາໃຫ້ການປະມົງໄດ້ຮັບຜົນດີຢູ່ແຂວງຟູ໋ອຽນ ໄດ້ຮັບການ ຮັບຮອງຈາກກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມວ່າ ເປັນມໍລະດົກ ວັດທະນະທຳບໍ່ເປັນວັດຖຸລະດັບຊາດ ໃນປີ 2018.

ຕອບກັບ