ຄວາມເປັນເອກະລັກ ຂອງສັບປະດາມະຫາສາມັກຄີບັນດາເຜົ່າ - ມໍລະດົກວັດທະນະທຳ ຫວຽດນາມ ປີ 2019

Bui Hang
Chia sẻ
(VOVWORLD) -“ສັບປະດາມະຫາສາມັກຄີບັນດາເຜົ່າ - ມໍລະດົກວັດທະນະທຳ ຫວຽດນາມ ປີ 2019” ໄດ້ຖືກຈັດຂຶ້ນແຕ່ ວັນທີ 18 ຫາ ວັນທີ 23 ພະຈິກ ຢູ່ບ້ານວັດທະນະທຳ ທ່ອງທ່ຽວບັນດາເຜົ່າ ຫວຽດນາມ ທີ່ ເຊີນເຕິຍ, ຮ່າໂນ້ຍ. ຢູ່ທີ່ນີ້ໄດ້ວາດພາບເຖິງ ບັນດາການເຄື່ອນໄຫວ ດຳເນີນຊີວິດ ວົງຄະນາຍາດທີ່ເປັນເອກະລັກ. ຜ່ານນັ້ນ ກໍ່ເປັນການປັບປຸງກຸ່ມກ້ອນມະຫາສາມັກຄີ ທົ່ວປວງຊົນທັງຊາດ, ເຊີດຊູມໍລະດົກວັດທະນະທຳບັນດາເຜົ່າ ຫວຽດນາມ.
ຄວາມເປັນເອກະລັກ ຂອງສັບປະດາມະຫາສາມັກຄີບັນດາເຜົ່າ - ມໍລະດົກວັດທະນະທຳ ຫວຽດນາມ ປີ 2019 - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວຄຳເຫັນທີ່ພິທີໄຂ 

“ສັບປະດາມະຫາສາມັກຄີບັນດາເຜົ່າ - ມໍລະດົກວັດທະນະທຳ ຫວຽດນາມ ປີ 2019” ມີການເຂົ້າຮ່ວມຂອງເຈົ້າກົກເຈົ້າເຫຼົ່າ, ນາຍບ້ານ, ນັກສິລະປະການ ຜູ້ຕາງໜ້າພໍ່ແມ່ພີ່ນ້ອງບັນດາເຜົ່າປະມານ 200 ຄົນ ທີ່ມາຈາກບັນດາແຂວງ ນະຄອນໃນທົ່ວປະເທດ ຫວຽດນາມ.  ໃນຂອບເຂດຂອງລາຍການ, ພໍ່ແມ່ປະຊາຊົນບັນດາເຜົ່າ ໄດ້ວາດພາບເຖິງການດຳເນີນຊີວິດ ຂອງວົງຄະນາຍາດຄື ພິທີເຫຼົ້າແທນ ຂອງຊົນເຜົ່າໄຕ ໃນແຂວງ ລ້າງເຊີນ, ພິທີໄຫວບູຊາເຈົ້າປ່າຂອງຊົນເຜົ່າ ປູແປ໊ວ ໃນແຂວງ ຮ່າຢາງ… ໃນນັ້ນ ພິທີໄຫວ້ບູຊາເຈົ້າປ່າຂອງຊາວເຜົ່າ ປູແປ໊ວ ແມ່ນການດຳເນີນຊີວິດວັດທະນະທຳ, ການເຫຼື້ອມໃສອັນເປັນປະເພນີ ຕິດພັນກັບຊີວິດຂອງພໍ່ແມ່ປະຊາຊົນ ເຊິ່ງໄດ້ຄົງຕົວມາແຕ່ດົນນານ. ປະເພນີຈັດພິທີ ໄຫວ້ບູຊາເຈົ້າປ່າ ແມ່ນເພື່ອພາວານາ ໃຫ້ຊາວບ້ານມີສຸຂະພາບເຂັ້ມແຂງ ການທຳມາຫາກິນ ແລະ ລະດູການຜະລິດໄດ້ຮັບຜົນດີ, ສັດຮ້າຍບໍ່ມາທຳລາຍ ແລະ ກໍ່ກວນ. ພິທີໄຫວ້ບູຊາເຈົ້າປ່າຂອງຊາວເຜົ່າ ປູແປ໊ວ ແມ່ນໄດ້ຮັບການຮັບຮອງແມ່ນມໍລະດົກວັດທະນະທຳ ບໍ່ເປັນວັດຖຸລະດັບຊາດ ຈາກກະຊວງ ວັດທະນະທຳ ກິລາ ແລະ ທ່ອງທ່ຽວ ຫວຽດນາມ ເມື່ອທ້າຍປີ 2012. ໃນຂອບເຂດ “ສັບປະດາມະຫາສາມັກຄີບັນດາເຜົ່າ - ມໍລະດົກວັດທະນະທຳ ຫວຽດນາມ ປີ 2019” ຍັງຈັດໃຫ້ມີບັນດາກິດຈະກຳ ແນະນຳວັດທະນະທຳ, ການທ່ອງທ່ຽວຂອງແຂວງ ຢາລາຍ ດ້ວຍບັນດາລາຍການສະແດງສິລະປະຟ້ອນລຳທຳເພງ, ລາຍການສະແດງດົນຕີພື້ນເມືອງ ຄື ພິນຕິງນິງ, ຄ້ອງເຂດເຕິຍງວຽນຂອງຊົນເຜົ່າ ປານາ, ພິນຕິ໊ງ, ຂັບແທນ ຂອງບັນດາເຜົ່າ ໄຕ່, ນຸ່ງ, ລາຍການສະແດງຟ້ອນຈ່ວງ ຂອງຊາວເຜົ່າຢ້າວ, ຟ້ອນແຄນຂອງຊົນເຜົ່າມົ້ງ… ທ່ານ ຈິ້ງງັອກຈຸງ ຮອງຫົວໜ້າຄະນະຄຸ້ມຄອງບ້ານວັດທະນະທຳ ທ່ອງທ່ຽວບັນດາເຜົ່າ ຫວຽດນາມ ໃຫ້ຮູ້ວ່າ:

      “ພວກຂ້າພະເຈົ້າໄດ້ສຸມໃສ່ວາດພາບ ແລະ ແນະນຳ ບັນດາການເຄື່ອນໄຫວ ໃນຂອບເຂດ “ສັບປະດາມະຫາສາມັກຄີບັນດາເຜົ່າ - ມໍລະດົກວັດທະນະທຳ ຫວຽດນາມ ປີ 2019” ໃຫ້ແກ່ແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ ເພື່ອຊ່ວຍໃຫ້ເຂົາເຈົ້າມີຄວາມເຂົ້າໃຈ  ກ່ຽວກັບຈຸດວັດທະນະທຳທີ່ເປັນເອກະລັກ ຂອງວົງຄະນາຍາດບັນດາເຜົ່າ ທີ່ພວມດຳລົງຊີວິດ ແລະ      ຈັດຕັ້ງບັນດາການເຄື່ອນໄຫວຢູ່ໝູ່ບ້ານ. ຜ່ານນັ້ນ ກໍ່ຊ່ວຍໃຫ້ເຂົາເຈົ້າມີຄວາມເຂົ້າໃຈເລິກເຊິ່ງ ກ່ຽວກັບວັດທະນະທຳຂອງບັນດາເຜົ່າ ທັງເປັນການອະນຸລັກຮັກສາ, ເສີມຂະຫຍາຍບັນດາຈຸດວັດທະນະທຳດັ່ງກ່າວ”.

       ພໍ່ແມ່ພີ່ນ້ອງບັນດາເຜົ່າ ພວມເຄື່ອນໄຫວ ຢ່າງເປັນປະຈຳຢູ່ບ້ານວັດທະນະທຳ ທ່ອງທ່ຽວບັນດາເຜົ່າ ຫວຽດນາມ ເຊິ່ງລວມມີ ເຜົ່າມົ້ງ, ຂະມຸ, ຜູ້ໄທ, ໄຕ່, ເມື່ອງ, ຢ້າວ, ຕະໂອຍ, ກະຕູ, ເຊີດັງ, ປານາ, ເອເດ, ຂະແມ… ເຊິ່ງໄດ້ວາດພາບເຖິງບັນດາການດຳເນີນຊີວິດວົງຄະນາຍາດ ພ້ອມທັງມີການສະແດງສິລະປະ ຟ້ອນລຳທຳເພງ, ການປຸງແຕ່ງອາຫານ, ການສະແດງຊຸດອາພອນ… ໃນບໍລິເວນບ້ານວັດທະນະທຳ ທ່ອງທ່ຽວບັນດາເຜົ່າ ຫວຽດນາມ. ນາງ ອີຊິງ ຊາວເຜົ່າ ເຊີດັງ ແບ່ງປັນວ່າ:

        “ຂ້າພະເຈົ້າແນະນຳບັນດາຈຸດວັດທະນະທຳ ທີ່ເປັນເອກະລັກຂອງຊົນເຜົ່າ ເຊີດັງ, ບັນດາປະເພດເຄື່ອງດົນຕີພື້ນເມືອງຄື  ພິນເຕີຣຶງ, ພິນກຣົງປຸດ, ບັນດາບົນດາບົດເພງພື້ນເມືອງ, ວາດຟ້ອນຂອງຊົນເຜົ່າ  ເຊີດັງ, ຂ້າພະເຈົ້າຍັງໄດ້ເຂົ້າຮ່ວມ ບາງລາຍນການສະແດງສິລະ ປະ ໃນຂອບເຂດ  “ສັບປະດາມະຫາສາມັກຄີບັນດາເຜົ່າ - ມໍລະດົກວັດທະນະທຳ ຫວຽດນາມ ປີ 2019”. ທັງນີ້ກໍ່ເພື່ອເປັນການອະນຸລັກ ບັນດາຈຸດວັດທະນະທຳ ຂອງຊົນເຜົ່າຕົນ”.

      ສັບປະດາມະຫາສາມັກຄີບັນດາເຜົ່າ - ມໍລະດົກວັດທະນະທຳ ຫວຽດນາມ ປີ 2019 ໄດ້ປະກອບສ່ວນປຸກລຸກ ມູນເຊື້ອຮັກຊາດ, ຄວາມເອກອ້າງທະນົງໃຈ, ການເຊີດຊູຊາດໂດຍຕົນເອງ ຜ່ານບັນດາການເຄື່ອນໄຫວ  ເສີມຂະຫຍາຍສີສັນວັດທະນະທຳ ໃນວົງຄະນາຍາດ 54 ຊົນເຜົ່າ ຫວຽດນາມ. ຈາກນັ້ນ ກໍ່ເພື່ອຍົກສູງສະຕິຄວາມຮັບຜິດຊອບຂອງທົ່ວປວງຊົນ ໃນການປົກປັກຮັກສາ ບັນດາມໍລະດົກວັດທະນະທຳ, ສີສັນຊາດ, ມູນເຊື້ອອັນດີງາມຂອງບັນດາເຜົ່າ.

ຕອບກັບ